ຂປລ
ທ່ານ ທອດ ແມຄເຄຼ (Todd McClay) ລັດຖະມົນຕີ ກະຊວງ ການຄ້າ ແລະ ການລົງທຶນ ຂອງ ນູແວນເຊລັງ ເປີດເຜີຍວ່າ: ຂໍ້ຕົກລົງ ການຄ້າເສລີ (FTA) ລະຫວ່າງ ນູແວນເຊລັງ ແລະ ອິນເດຍ ເລີ່ມມີຜົນ ບັງຄັບໃຊ້ ນັບແຕ່ ວັນທີ 20 ຕຸລາ ເປັນຕົ້ນໄປ
ຂປລ. ສຳນັກຂ່າວ ອິນໂຟເຄວສ: ເມື່ອບໍ່ດົນມານີ້, ທ່ານ ທອດ ແມຄເຄຼ (Todd McClay) ລັດຖະມົນຕີ ກະຊວງ ການຄ້າ ແລະ ການລົງທຶນ ຂອງ ນູແວນເຊລັງ ເປີດເຜີຍວ່າ: ຂໍ້ຕົກລົງ ການຄ້າເສລີ (FTA) ລະຫວ່າງ ນູແວນເຊລັງ ແລະ ອິນເດຍ ເລີ່ມມີຜົນ ບັງຄັບໃຊ້ ນັບແຕ່ ວັນທີ 20 ຕຸລາ ເປັນຕົ້ນໄປ, ສົ່ງຜົນໃຫ້ມີ ການຍົກເລີກ ພາສີ ສຳລັບ ສິນຄ້າສົ່ງອອກ ຂອງ ນູແວນເຊລັງ ໄປຍັງ ອິນເດຍ ຫລາຍກວ່າເຄິ່ງໜຶ່ງ.
ປັດຈຸບັນ ສິນຄ້າສົ່ງອອກ ຂອງ ນູແວນເຊລັງ ໄປຍັງ ອິນເດຍ ເກືອບ 57% ໄດ້ຮັບການ ຍົກເວັ້ນ ພາສີແລ້ວ ແລະ ອັດຕາສ່ວນ ດັ່ງກ່າວ ຈະເພີ່ມຂຶ້ນເປັນ 82% ເມື່ອເວລາ ຜ່ານໄປ. ໃນຂະນະທີ່ ພາສີ ສຳລັບ ສິນຄ້າ ສົ່ງອອກ ໃນປັດຈຸບັນເຖິງ 95% ຈະໄດ້ຮັບ ການຍົກເລີກ ຫລື ຫລຸດຜ່ອນລົງ ໃນທ້າຍທີ່ສຸດ.
ຂໍ້ຕົກລົງ ດັ່ງກ່າວ ໄດ້ຍົກເລີກ ພາສີ ສຳລັບ ຊິ້ນແກະ, ຂົນສັດ ແລະ ຖ່ານຫີນ ລວມທັງ ເຄື່ອງຂອງດົງ ແລະ ໄມ້ສົ່ງອອກ ຫລາຍກວ່າ 95%. ນອກຈາກນີ້, ຍັງໃຫ້ໂຄຕ້າ ພິເສດ ໃນການເຂົ້າເຖິງ ຕະຫລາດ ສຳລັບ ໝາກແອບເປີ້ນ, ໝາກກີວີ ແລະ ອາລບູມິນ ຈາກນົມ (milk albumins) ພ້ອມທັງລະບຸວ່າ ການຫລຸດພາສີ ຮອບທີສອງ ຈະມີຜົນບັງຄັບໃຊ້ ໃນວັນທີ 1 ມັງກອນ 2027./
KPL