ເພີ່ມທະວີສະກັດກັ້ນ ແລະ ຕ້ານພະຍາດອາດ​ຍາສິດ-ການສໍ້ລາດ ສ້າງຄວາມໂປ່ງໃສໃນກົງ​ຈັກພັກ-ລັດ

20/10/2026 09:42
Email Print 152
ຂປລ ພະຍາດອາດຍາສິດ, ການສໍ້ລາດບັງຫລວງ, ປາ​ກົດການຫຍໍ້ທໍ້ ແລະ ການຟຸມເຟືອຍ ເປັນບັນຫາທີ່ສົ່ງຜົນກະທົບຕໍ່ວິໄນ, ຄວາມໂປ່ງໃສ, ປະສິດທິຜົນໃນການນໍາພາ ແລະ ການຄຸ້ມຄອງ.


ຂປລ. ພະຍາດອາດຍາສິດ, ການສໍ້ລາດບັງຫລວງ, ປາ​ກົດການຫຍໍ້ທໍ້ ແລະ ການຟຸມເຟືອຍ ເປັນບັນຫາທີ່ສົ່ງຜົນກະທົບຕໍ່ວິໄນ, ຄວາມໂປ່ງໃສ, ປະສິດທິຜົນໃນການນໍາພາ ແລະ ການຄຸ້ມຄອງ. ການສະກັດກັ້ນ, ຕ້ານ ແລະ ແກ້ໄຂບັນຫາດັ່ງກ່າວ ຈຶ່ງເປັນວຽກງານ ສໍາຄັນທີ່ຕ້ອງດໍາເນີນຢ່າງຕໍ່ເນື່ອງ, ຈິງຈັງ ແລະ ເປັນລະບົບ.

ພະຍາດອາດຍາສິດ ແມ່ນພຶດຕິກໍາທີ່ຖືສິດອໍານາດເປັນໃຫຍ່, ໃຊ້ອໍານາດເກີນຂອບເຂດ ຫລື ຕັດສິນໃຈຕາມອໍາເພີໃຈ, ບໍ່ຮັບຟັງຄໍາເຫັນ, ຫ່າງເຫີນຮາກຖານ ແລະ ຫ່າງເຫີນປະຊາຊົນ. ຂະນະທີ່ການສໍ້ລາດບັງຫລວງ ແມ່ນການສວຍໃຊ້ຕໍາແໜ່ງ, ສິດອໍານາດ, ໜ້າທີ່ ຫລື ຄວາມຮັບ​ຜິດຊອບ ເພື່ອສະແຫວງຫາຜົນປະໂຫຍດໃຫ້ແກ່ຕົນເອງ, ຄອບຄົວ ຫລື ພັກພວກ ໂດຍກະ​ທົບຕໍ່ຜົນປະໂຫຍດຂອງລັດ, ລວມໝູ່ ແລະ ປະຊາຊົນ.

ສ່ວນປາກົດການຫຍໍ້ທໍ້ ແມ່ນພຶດຕິກໍາທີ່ຝ່າຝືນແນວທາງ, ມະຕິ, ຄໍາສັ່ງ, ລະບຽບພັກ, ກົດ​ໝາຍ ແລະ ລະບຽບການຂອງລັດ. ສ່ວນການຟຸມເຟືອຍ ແມ່ນການນໍາໃຊ້ງົບປະມານ, ຊັບ​ສິນ, ເວລາ ແລະ ຊັບພະຍາກອນຢ່າງເກີນຄວາມຈໍາເປັນ, ຂາດປະສິດທິຜົນ ແລະ ບໍ່ສອດ​ຄ່ອງກັບສະພາບຕົວຈິງ. ການແກ້ໄຂບັນຫາເຫລົ່ານີ້ ມີຄວາມໝາຍສໍາຄັນຕໍ່ການຮັກສາວິໄນ, ຄວາມໂປ່ງໃສ ແລະ ຄວາມເຂັ້ມແຂງໃນການນໍາພາ, ພ້ອມທັງເສີມສ້າງການຄຸ້ມຄອງລັດດ້ວຍກົດໝາຍ, ສ້າງສະຕິ ແລະ ຈິດສໍານຶກດ້ານຄວາມຮັບຜິດຊອບໃຫ້ແກ່ສະ​ມາຊິກ ພັກ, ພະນັກງານ-ລັດຖະກອນ, ທະ​ຫານ​, ຕໍາຫລວດ ແລະ ປະຊາຊົນ.

ໃນໄລຍະຜ່ານມາ ສູນກາງພັກ, ສະພາແຫ່ງຊາດ ແລະ ລັດຖະບານ ໄດ້ອອກບັນດາມະຕິ, ກົດ​ໝາຍ, ດໍາລັດ ແລະ ເອກະສານຕ່າງໆ ເພື່ອວາງກອບການສະກັດກັ້ນ ແລະ ຕ້ານບັນຫາດັ່ງກ່າວ. ບັນດາຄະນະພັກ ແລະ ອົງການລັດແຕ່ລະຂັ້ນ ກໍໄດ້ໂຄສະນາເຜີຍແຜ່, ຕິດຕາມ, ຊຸກຍູ້, ກວດກາ ແລະ ຕີລາຄາການປະຕິບັດ. ວຽກງານດັ່ງກ່າວໄດ້ຊ່ວຍຍົກສູງຄວາມຮັບຮູ້, ວິໄນ ແລະ ຄວາມຕື່ນຕົວຂອງຫລາຍພາກສ່ວນໃນສັງຄົມ. ແນວໃດກໍຕາມ, ຍັງມີຂໍ້ຄົງຄ້າງບາງດ້ານ ເຊັ່ນ: ການຫ່າງເຫີນຮາກຖານ ແລະ ປະຊາຊົນ, ການວິເຄາະບັນຫາບໍ່ ລະອຽດ, ການແກ້ໄຂບັນຫາບໍ່ກົງຈຸດ, ການຕິດຕາມ-ກວດກາບາງຂົງເຂດຍັງບໍ່ທັນການ. ພ້ອມນັ້ນ, ຍັງພົບພຶດຕິກໍາສວຍໃຊ້ຕໍາແໜ່ງ, ໜ້າທີ່ ແລະ ອໍານາດເພື່ອຜົນປະ ໂຫຍດສ່ວນຕົວ ຫລື ພັກພວກ. ໃນບາງຂົງເຂດ ຍັງມີການຟຸມເຟືອຍໃນການຈັດປະຊຸມ, ພິທີການ, ການ ຮັບແຂກ ແລະ ງານສັງຄົມ ເກີນຄວາມຈໍາເປັນ, ອັນສົ່ງຜົນໃຫ້ສິ້ນເປືອງງົບປະມານ ແລະ ຊັບສິນ.

ດ້ວຍເຫດນີ້ ການສະກັດກັ້ນ, ຕ້ານ ແລະ ແກ້ໄຂພະຍາດອາດຍາສິດ, ການສໍ້ລາດບັງຫລວງ, ປາກົດການຫຍໍ້ທໍ້ ແລະ ການຟຸມເຟືອຍ ຈຶ່ງຕ້ອງອາໄສທັງການປ້ອງກັນແຕ່ຕົ້ນທາງ ແລະ ການຈັດການຢ່າງຈິງຈັງເມື່ອພົບການລະເມີດ. ຕາມມະຕິເລກທີ 67/ຄບສພ, ລົງວັນທີ 20 ສິງຫາ 2026, ໄດ້ກໍານົດທິດທາງສໍາຄັນໃນການແກ້ໄຂ ດັ່ງນີ້:

ໜຶ່ງ: ຄະນະພັກ ແລະ ຄະນະກໍາມະການປົກຄອງທຸກຂັ້ນ ຕ້ອງຫັນແນວທາງ, ນະໂຍບາຍ, ມະຕິ, ຄໍາສັ່ງ, ລະບຽບພັກ ແລະ ກົດໝາຍ ໃຫ້ເປັນແຜນງານ ແລະ ໂຄງການທີ່ລະອຽດ, ມີຜູ້ຮັບຜິດຊອບ, ມີການຕິດຕາມ ແລະ ປະເມີນຜົນຢ່າງຊັດເຈນ.

ສອງ: ເພີ່ມທະວີການສຶກສາອົບຮົມດ້ານການເມືອງ-ແນວຄິດ, ກົດໝາຍ, ຈັນຍາບັນ ແລະ ຈັນຍາທໍາ ໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ, ຕໍາຫລວດ ແລະ ປະຊາຊົນ ຮັບຮູ້ເຖິງຜົນເສຍຫາຍ ແລະ ພິດໄພຂອງການສໍ້ລາດ. ເນັ້ນການປ້ອງກັນ ແຕ່ຕົ້ນທາງຄວບຄູ່ກັບການຕ້ານ ແລະ ແກ້ໄຂຢ່າງເຂັ້ມງວດ.

ສາມ: ເພີ່ມທະວີຄວາມຮັບຜິດຊອບຂອງຄະນະພັກ, ອົງການລັດ ແລະ ຜູ້ນໍາທຸກຂັ້ນ. ຜູ້ເປັນຫົວໜ້າຕ້ອງເປັນແບບຢ່າງ, ຮັບຜິດຊອບຕໍ່ຂົງ ເຂດຂອງຕົນ, ເມື່ອພົບການລະເມີດຕ້ອງຮີບຮ້ອນແກ້ໄຂ ຕາມລະບຽບ ແລະ ກົດໝາຍ ພ້ອມທັງເພີ່ມການຕິດຕາມ, ກວດ ກາ ແລະ ປະເມີນຜົນ.

ສີ່: ຄົ້ນຄວ້າສ້າງ ແລະ ປັບປຸງນິຕິກໍາທີ່ຈໍາເປັນ, ອັດຊ່ອງຫວ່າງ ແລະ ຈໍາກັດເງື່ອນໄຂທີ່ອາດນໍາໄປສູ່ການສວຍໃຊ້ອໍານາດ ຫລື ການທຸຈະລິດ. ພ້ອມທັງຫັນຈາກການເນັ້ນແຕ່ການເວົ້າ ໄປສູ່ການກະທໍາຕົວຈິງ ໃຫ້ມີຜົນສໍາເລັດ.

ຫ້າ: ເພີ່ມທະວີການຕິດຕາມ ແລະ ກວດກາຢ່າງຮອບດ້ານ, ທັນການ ແລະ ໂປ່ງໃສ. ສ້າງເງື່ອນໄຂ ໃຫ້ອົງການແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ສື່ມວນຊົນ ແລະ ປະຊາຊົນ ເຂົ້າຮ່ວມຕິດຕາມ ແລະ ສະທ້ອນຄວາມເຫັນຕໍ່ການປະຕິບັດ. ພ້ອມທັງປະ ສານງານລະຫວ່າງຂະແໜງການ ແລະ ລະຫວ່າງສູນກາງກັບທ້ອງຖິ່ນ ໃຫ້ມີຄວາມກົມກຽວ.

ໂດຍລວມແລ້ວ, ການສະກັດກັ້ນ ແລະ ຕ້ານພະຍາດອາດຍາສິດ, ການສໍ້ລາດບັງຫລວງ, ປາກົດການຫຍໍ້ທໍ້ ແລະ ການຟຸມເຟືອຍ ບໍ່ແມ່ນວຽກງານຂອງອົງການໃດອົງການໜຶ່ງເທົ່ານັ້ນ ຫາກແຕ່ຕ້ອງອາໄສການຮ່ວມມືຈາກທຸກພາກສ່ວນ. ການສ້າງວິໄນ, ຄວາມໂປ່ງ ໃສ, ຄວາມຮັບຜິດຊອບ ແລະ ການເຄົາລົບກົດໝາຍ ຈະເປັນພື້ນຖານສໍາຄັນ ໃນການສ້າງກົງຈັກການຈັດຕັ້ງທີ່ມີປະສິດທິຜົນ ແລະ ເສີມສ້າງຄວາມເຊື່ອໝັ້ນຂອງປະຊາຊົນ.

ໂດຍ: ຊິບປະໄຊ ວົງປະເສີດ

KPL

ຂ່າວອື່ນໆ

ads
ads

Top