ຂປລ
ລັດຖະບານ ແຫ່ງ ສປປ ລາວ ໄດ້ຈັດພິທີປະກາດຜົນການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສທ່ົວປະເທດ ຄ້ັງທີ V ປີ 2025 ຢ່າງເປັນທາງ ການໃນວັນທີ 20 ຕຸລາ 2026 ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ທັງເປັນປະທານຄະນະຊີ້ນຳລະດັບຊາດ ໂດຍມີຜູ້ເຂົ້າຮ່ວມຈາກບັນດາກະຊວງ, ອຳນາດການປົກຄອງທ້ອງຖ່ິນ, ອົງການສະຫະປະຊາຊາດ, ຄູ່ຮ່ວມພັດທະນາ, ສະຖານທູດ, ພາກເອກະຊົນ ແລະ ຕົວແທນປະຊາຊົນບັນດາເຜ່ົາ ເຂ້ົາຮ່ວມ.
ຂປລ. ໃນພິທີ, ທ່ານ ສັນຕິພາບ ພົມວິຫານ ໄດ້ສະແດງຄວາມຂອບໃຈຕໍ່ທຸກຂະແໜງການທັງສູນກາງ ແລະ ທ້ອງຖິ່ນ ໂດຍສະເພາະອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ໃນຖານະເປັນຜູ້ປະສານງານ ແລະ ໃຫ້ການຊ່ວຍເຫລືອຮອບດ້ານ, ພ້ອມດ້ວຍບັນດາຄູ່ຮ່ວມພັດທະນາຕໍ່ການສະໜັບສະໜູນຂອງລັດຖະບານອົດສະຕຣາລີ, ລັດຖະບານ ສປ ຈີນ, ລັດຖະບານລຸກຊຳບວກ, ສະຫະລັດອາເມລິກາ ແລະ ສາທາລະນະລັດ ສະຫະພັນເຢຍລະມັນ, ອົງການພັດທະນາ ແລະ ຮ່ວມມືປະເທດສະວິດ, ທະນາຄານໂລກ ແລະ ຄູ່ຮ່ວມພັດທະນາອື່ນໆທີ່ໄດ້ປະກອບສ່ວນເຮັດໃຫ້ການສຳຫລວດແບບດີຈິຕອນຄັ້ງທຳອິດຂອງປະເທດປະສົບຜົນສຳເລັດ. ພ້ອມນີ້, ທ່ານຍັງໄດ້ເນັ້ນໃຫ້ທຸກພາກສ່ວນນຳໃຊ້ຂໍ້ມູນຈາກການສຳຫລວດຄັ້ງນ້ີ ເພື່ອເປັນບ່ອນອີງທີ່ສຳຄັນໃນການ ຕິດຕາມ ແລະ ຈັດຕ້ັງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄ້ັງທີ X, ການວາງນະໂຍບາຍຂະແໜງການ, ການຈັດສັນງົບປະມານ ແລະ ການລົງທຶນເຂົ້າໃນໂຄງສ້າງພື້ນຖານ, ການສຶກສາ, ສາທາລະນະສຸກ ແລະ ການລຶບລ້າງຄວາມທຸກຍາກ.
ທ່ານ ນາງ ເພັດສະໝອນ ສອນ ຮອງລັດຖະມົນຕີກະຊວງການເງິນ, ຫົວໜ້າສູນສະຖິຕິແຫ່ງຊາດ ໄດ້ສະຫລຸບພາບລວມຂອງຜົນການສຳຫລວດ ຊຶ່ງຍົກໃຫ້ເຫັນເຖິງການປ່ຽນແປງທາງດ້ານໂຄງສ້າງປະຊາກອນເປັນຕົ້ນແມ່ນປະຊາກອນ ແລະ ການຂະຫຍາຍຕົວ: ພົນລະເມືອງລາວຜູ້ທ່ີມີໜ້າອາໄສຢູ່ເປັນປະຈໍາ ແລະ ບໍ່ມີໜ້າອາໄສຢູ່ເປັນປະຈໍາທັງໝົດ 7.555.536 ຄົນ (7,55 ລ້ານຄົນ). ໃນນັ້ນ, ຜູ້ທີ່ມີໜ້າອາໄສຢູ່ເປັນປະຈໍາແມ່ນ 7,24 ລ້ານຄົນ (ອີງໃສ່ຈໍານວນຄົນຜູ້ທ່ີມີໜ້າອາໄສຢູ່ເປັນປະຈໍາທີ່ຖືກຈົດນັບໃນເວລາສໍາຫລວດຕົວຈິງມີ 6.744.701 ຄົນ ແລະ ບວກເພີ່ມ 497.069 ຄົນ (ຄວາມຜິດດ່ຽງ (+7%) ຈາກການສຳຫລວດປະເມີນຄຸນນະພາບ) ແລະ ບໍ່ມີໜ້າອາໄສຢູ່ເປັນປະຈໍາທີ່ອາໄສຢູ່ຕ່າງປະເທດ ແມ່ນ 313.766 ຄົນ (313,7 ແສນຄົນ). ອັດຕາສ່ວນພົນລະເມືອງແມ່ຍິງຜູ້ທີ່ມີໜ້າອາໄສ ຢູ່ເປັນປະຈໍາກວມເອົາ 49,2 % ແລະ ຜູ້ຊາຍ 50,8%. ໂຄງສ້າງອາຍຸ ແລະ ໂອກາດທາງເສດຖະກິດ: ສັດສ່ວນພົນລະເມືອງໃນກຸ່ມກຳລັງແຮງງານ (15-64 ປີ) ເພີ່ມຂຶ້ນເປັນ 65,0%, ເຮັດໃຫ້ອັດຕາສ່ວນຜູ້ເອື່ອຍອີງຫລຸດລົງ ຊຶ່ງຖືເປັນ “ໂອກາດທາງພົນລະເມືອງ” ທ່ີສຳຄັນໃນການຂັບເຄື່ອນການເຕີບໂຕທາງເສດຖະກິດຂອງ ສປປ ລາວ. ການສຶກສາ: ອັດຕາການຮູ້ໜັງສືຂອງພົນລະເມືອງອາຍຸ 6 ປີ ຂຶ້ນໄປບັນລຸ 83,6%.
ທ່ານ ບັກທີຢໍ ຄາດິໂຣຟ ຜູ້ຕາງໜ້າອົງການ UNFPA ໄດ້ສະແດງຄວາມພາກພູມໃຈທີ່ໄດ້ສະໜັບສະໜູນການສຳຫລວດຄັ້ງນ້ີ ແລະ ໄດ້ເນັ້ນໃສ່ຄວາມສຳຄັນຂອງການນຳໃຊ້ຂໍ້ມູນວ່າ: ຜົນສຳເລັດການສຳຫລວດພົນລະເມືອງແມ່ນບາດກ້າວສຳຄັນ, ແຕ່ຜົນປະໂຫຍດ ທີ່ແທ້ຈິງແມ່ນການນຳໃຊ້ຂໍ້ມູນເຫລົ່ານີ້ ເຂົ້າໃນການກຳນົດນະໂຍບາຍໃຫ້ສອດຄ່ອງ ເພ່ືອໃຫ້ທຸກຊຸມຊົນໄດ້ຮັບການພັດທະນາ ແລະ ບ່ໍປະປ່ອຍໃຜໄວ້ທາງຫລັງ. ອົງການ UNFPA ຈະສືບຕໍ່ຢືນຄຽງບ່າຄຽງໄຫລ່ ເພື່ອຊຸກຍູ້ການນຳໃຊ້ຂໍ້ມູນເຂົ້າໃນການຂັບເຄື່ອນການພັດທະນາ ຂອງ ສປປ ລາວ ຢ່າງຍືນຍົງ.
ພາບ: ອ່າຍຄໍາ
KPL