ຂປລ
ວັນທີ 14 ຕຸລາ 2026 ທີ່ນະຄອນຫຼວງບາກູ, ສາທາລະນະລັດອາແຊັກໄບຊານ, ໃນໄລຍະກອງປະຊຸມສຸດຍອດກົນໄກການພົວພັນ ແລະ ການສ້າງຄວາມໄວ້ເນື້ອເຊື່ອໃຈໃນອາຊີ (CICA) ຄັ້ງທີ 7 (14-15 ຕຸລາ 2026),
ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມພິທີລົງນາມຮັບຮອງເອົາເອກະສານພື້ນຖານ ເພື່ອເຂົ້າເປັນສະມາຊິກຂອງ ສປປ ລາວ ໃນອົງການ CICA ຄື: ຖະແຫຼງການວ່າด้วยຫຼັກການນຳພາຄວາມສຳພັນລະຫວ່າງປະເທດສະມາຊິກ (ກັນຍາ 1999) ແລະ ກົດບັດອານມາຕີ (ມິຖຸນາ 2002) ວ່າດ້ວຍຫຼັກການແຫ່ງຄວາມສະໝີພາບ, ບໍ່ແຊກແຊງກິດຈະການພາຍໃນ, ສັນຕິພາບ ແລະ ການຮ່ວມມື ເພື່ອໃຫ້ກອງປະຊຸມສຸດຍອດຂອງອົງການ CICA ສามารถປະກາດຮັບຮອງເອົາ ສປປ ລາວ ເປັນປະເທດສະມາຊິກຢ່າງສົມບູນໃນວັນທີ 15 ຕຸລາ 2026 (ພາຍຫຼັງໄດ້ເຂົ້າຮ່ວມເປັນປະເທດສັງເກດການແຕ່ປີ 2017 ເປັນຕົ້ນມາ).
ໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ປະທານໝູນວຽນ CICA (ສາທາລະນະລັດອາແຊັກໄບຊານ), ເລຂາທິການໃຫຍ່, ກອງເລຂາ ແລະ ບັນດາປະເທດສະມາຊິກ CICA ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ເປັນເອກະພາບຮັບເອົາ ສປປ ລາວ ເຂົ້າຮ່ວມເປັນສະມາຊິກຂອງກົນໄກສຳຄັນນີ້. ການຕັດສິນໃຈເຂົ້າຮ່ວມ CICA ສະທ້ອນໃຫ້ເຫັນຄວາມສຳຄັນທີ່ລັດຖະບານ ແລະ ປະຊາຊົນລາວ ໃຫ້ຕໍ່ສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບໃນພາກພື້ນ ໂດຍຜ່ານການສົນທະນາ, ການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ການຮ່ວມມືລະຫວ່າງປະເທດ. ຫຼັກການ ແລະ ຈຸດປະສົງຂອງ CICA ສອດຄ່ອງກັບນະໂຍບາຍການຕ່າງປະເທດອັນສະເໝີຕົ້ນສະເໝີປາຍຂອງ ສປປ ລາວ ຄື: “ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື” ບົນພື້ນຖານການເຄົາລົບອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ບໍ່ແຊກແຊງວຽກງານພາຍໃນ ແລະ ການແກ້ໄຂຂໍ້ຂັດແຍ່ງດ້ວຍສັນຕິວິທີ.
ທ່ານຮອງນາຍົກລັດຖະມົນຕີ ໄດ້ກ່າວເນັ້ນວ່າ: ອົງການ CICA ມີບົດບາດສຳຄັນໃນການສົ່ງເສີມຄວາມເຂົ້າໃຈ, ການຮ່ວມມື, ສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ສັນຕິພາບ, ສະຖຽນລະພາບ, ແກ້ໄຂຂໍ້ຂັດແຍ່ງຢ່າງສັນຕິວິທີ ແລະ ສົ່ງເສີມການພັດທະນາແບບຍືນຍົງໃນທົ່ວທະວີບອາຊີ. ການເຂົ້າເປັນສະມາຊິກຄັ້ງນີ້ ຈະເປັນໂອກາດອັນສຳຄັນໃຫ້ ສປປ ລາວ ໄດ້ເສີມຂະຫຍາຍການຮ່ວມມືກັບບັນດາປະເທດອາຊີ ໃນຂົງເຂດທີ່ມີຜົນປະໂຫຍດຮ່ວມກັນ, ລວມມີການເຊື່ອມຕໍ່, ການພັດທະນາແບບຍືນຍົງ, ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະ ການຮັບມືກັບສິ່ງທ້າທາຍດ້ານຄວາມໝັ້ນຄົງຮູບແບບໃໝ່. ສປປ ລາວ ພ້ອມແລ້ວທີ່ຈະປະຕິບັດໜ້າທີ່ຢ່າງເຕັມສ່ວນໃນຖານະເປັນສະມາຊິກ, ເຂົ້າຮ່ວມກິດຈະກຳຕ່າງໆຂອງ CICA ຢ່າງຫ້າວຫັນ ແລະ ຈະເຮັດວຽກຮ່ວມກັບບັນດາປະເທດສະມາຊິກ ເພື່ອບັນລຸເປົ້າໝາຍຮ່ວມກັນ, ຈະປະກອບສ່ວນຢ່າງສ້າງສັນຕາມຄວາມສາມາດຂອງຕົນ ເພື່ອສ້າງຄວາມໄວ້ເນື້ອເຊື່ອໃຈ, ການສົນທະນາ ແລະ ການຮ່ວມມືເພື່ອສັນຕິພາບ, ສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງຮ່ວມກັນທີ່ເຂັ້ມແຂງຂອງທະວີບອາຊີ. ສປປ ລາວ ເຊື່ອໝັ້ນວ່າການເປັນສະມາຊິກຄັ້ງນີ້ ຈະເປັນໂອກາດອັນສຳຄັນໃນການຂະຫຍາຍການຮ່ວມມືກັບ 29 ປະເທດສະມາຊິກທົ່ວອາຊີ ເພື່ອບັນລຸເປົ້າໝາຍຮ່ວມກັນ ຄື: ສັນຕິພາບ, ສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງຮ່ວມກັນຂອງທະວີບອາຊີ. ປັດຈຸບັນ CICA ມີ 29 ປະເທດສະມາຊິກ (ລວມ ສປປ ລາວ) ກວມເອົາພື້ນທີ່ ແລະ ປະຊາກອນເກືອບ 90% ຂອງທະວີບອາຊີ.
KPL