ຂປລ
ຄະນະກໍາມະການອະໄພຍະໂທດລະດັບຊາດ ຈັດກອງປະຊຸມ ໃນວັນທີ 16 ຕຸລາ 2026 ເພື່ອຄົ້ນຄວ້າພິຈາລະນາການສະເໜີຂໍໃຫ້ອະໄພຍະໂທດຫລຸດຜ່ອນໂທດ ແລະ ການຂໍອະໄພຍະໂທດປ່ອຍຕົວ ແກ່ນັກໂທດ ປະຈຳປີ 2026.
ຂປລ. ພາຍໃຕ້ການເປັນປະທານຂອງທ່ານ ຄໍາພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງຍຸຕິທໍາ, ປະທານຄະນະກຳມະການອະໄພຍະໂທດລະດັບຊາດ, ມີທ່ານ ພົນຈັດຕະວາ ນາງ ລີວົງ ລາວລີ ກຳມະການສູນກາງພັກ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ຮອງປະທານຄະນະກໍາມະການອະໄພຍະໂທດລະດັບຊາດ(ຜູ້ປະຈໍາການ), ພ້ອມດ້ວຍຮອງປະທານຄະນະກໍາມະການອະໄພຍະໂທດລະດັບຊາດ, ຄະນະກໍາມະການອະໄພຍະໂທດລະດັບຊາດ ແລະ ກອງເລຂາຄະນະກໍາມະການອະໄພຍະໂທດລະດັບຊາດ ເຂົ້າຮ່ວມ.

ໂອກາດນີ້, ທ່ານ ພົນຈັດຕະວາ ນາງ ລີວົງ ລາວລີ ໄດ້ລາຍງານຜົນການກວດກາ ແລະ ຄ້ົນຄວ້າພິຈາລະນາການສະເໜີຂໍໃຫ້ອະໄພຍະໂທດຫລຸດຜ່ອນໂທດ ແລະ ອະໄພຍະໂທດປ່ອຍຕົວແກ່ນັກໂທດ ປະຈຳປີ 2026. ຈາກນັ້ນ ທ່ານ ຮອງນາຍົກລັດຖະມົນຕີ ໄດ້ມີຄໍາເຫັນຕໍ່ກອງປະຊຸມ ເພື່ອໃຫ້ການອະໄພຍະໂທດໃຫ້ແກ່ນັກໂທດຖືກຕ້ອງຕາມເງື່ອນໄຂທີ່ກໍານົດໄວ້ຕາມລັດຖະບັນຍັດຂອງປະທານປະເທດ ສະບັບເລກທີ 001/ປປທ, ລົງວັນທີ 20 ມີນາ 2018 ທັງເປັນການຮັບປະກັນວ່ານັກໂທດຜູ້ທ່ີໄດ້ຮັບອະໄພຍະໂທດກັບຕົວເປັນຄົນດີແທ້ໆ, ທັງຮັບປະກັນຄວາມໂປ່ງໃສ ແລະ ທາງດ້ານມະນຸດສະທໍາ. ພ້ອມກັນນ້ີ, ຜູ້ເຂ້ົາຮ່ວມກອງປະຊຸມຍັງໄດ້ພ້ອມກັນກວດກາ, ຄ້ົນຄວ້າ ແລະ ປະກອບຄຳຄິດເຫັນຢ່າງກົງໄປກົງມາດ້ວຍຄວາມຮັບຜິດຊອບສູງ ເພື່ອເຮັດໃຫ້ການຈັດຕ້ັງ ແລະ ການເຄື່ອນໄຫວວຽກງານໃຫ້ອະໄພຍະໂທດມີປະສິດທິພາບ, ຮັບປະກັນນະໂຍບາຍມະນຸດສະທຳ, ເພື່ອສຶກສາອົບຮົມນັກໂທດເຫັນໄດ້ແນວທາງນະໂຍບາຍອັນຖືກຕ້ອງເປັນທໍາຂອງລັດແຫ່ງ ສປປ ລາວ, ໃນການກໍ່ສ້າງຕົນເອງໃຫ້ກາຍເປັນພົນລະເມືອງດີຂອງຊາດ ແນໃສ່ເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ ເພ່ືອສ້າງເງື່ອນໄຂໃຫ້ເຂົາເຈົ້າມີການປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ.
ໃນໂອກາດດ່ັງກ່າວ, ທ່ານ ຄໍາພັນ ພົມມະທັດ ໄດ້ເນັ້ນໃຫ້ບັນດາຄະນະກໍາມະການອະໄພຍະໂທດລະດັບຊາດ, ກອງເລຂາຄະນະກໍາມະການອະໄພຍະໂທດລະດັບຊາດ ເພີ່ມທະວີຄວາມຮັບຜິດຊອບໃນການກວດກາ, ຄົ້ນຄວ້າ ໂດຍອີງໃສ່ກົດໝາຍ, ລັດຖະບັນຍັດວ່າດ້ວຍການໃຫ້ອະໄພຍະໂທດ ແລະ ນິຕິກໍາທ່ີກ່ຽວຂ້ອງເປັນພື້ນຖານໃນການຄົ້ນຄວ້າພິຈາລະນາ ເພື່ອເຮັດໃຫ້ການສະເໜີຂໍອະໄພຍະໂທດໃຫ້ແກ່ນັກໂທດຮັບປະກັນຄວາມຖືກຕ້ອງທາງດ້ານມະນຸດສະທໍາ, ໂປ່ງໃສ, ທັນຕາມກໍານົດເວລາ ແລະ ຮັບປະກັນຄວາມຍຸຕິທໍາໃນສັງຄົມ.
ຂ່າວ: ອອປສ
KPL