ທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3

16/09/2026 09:59
ຂປລ ໃນກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (3RC-CCM) ໃນວັນທີ 14 ກັນຍາ 2026 ນີ້ ໄດ້ສືບຕໍ່ດໍາເນີນກອງປະຊຸມລະດັບສູງ (High Level Segment) ໂດຍການເປັນປະທານຂອງ ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ທັງເປັນປະທານຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ລາວ ໂດຍມີຄະນະຜູ້ແທນຈາກບັນດາປະເທດລັດພາຄີ, ອົງການຈັດຕ້ັງສາ ກົນ, ບັນດາປະເທດຜູ້ສັງເກດການ, ພ້ອມດ້ວຍຄະນະຜູ້ແທນຈາກວົງຄະນາຍາດສາກົນ ເຂົ້າຮ່ວມ.

   ຂປລ.  ໂອກາດນີ້, ທ່ານ ທອງສະຫວັນ ພົມວິຫານ ໄດ້ຍົກໃຫ້ເຫັນຈຸດປະສົງ ແລະ ລະດັບຄາດໝາຍຂອງກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 ແນໃສ່ກວດກາຄືນຄວາມຄືບໜ້າຜ່ານມາ ແລະ ກຳນົດທິດທາງໃນການຮ່ວມມືໃນອະນາຄົດ ເປັນຕົ້ນ ແມ່ນໄດ້ຮຽກຮ້ອງໃຫ້ປະເທດສະມາຊິກ ກໍຄື ວົງຄະນະຍາດສາກົນ ເອົາໃຈໃສ່ປະຕິບັດສົນທິສັນຍາດັ່ງກ່າວ ໃຫ້ເກີດຜົນເປັນຈິງ, ເພີ່ມທະວີຄວາມສາມັກຄີ, ຖືເອົາປະຊາຊົນ ແລະ ຜູ້ລອດຊີວິດເປັນໃຈກາງ, ຫລີກລ່ຽງການສ້າງພາລະເພີ່ມແກ່ປະເທດທີ່ໄດ້ຮັບຜົນກະທົບ, ເລັ່ງລັດຈັດຕັ້ງປະຕິບັດສົນທິສັນຍາ, ເພີ່ມທະວີການບຸກເບີກພື້ນທີ່, ໃຫ້ການສຶກສາກ່ຽວກັບຄວາມສ່ຽງດ້ານລະເບີດ, ຊ່ວຍເຫລືອຜູ້ປະສົບເຄາະຮ້າຍ, ຊຸກຍູ້ການເຂົ້າຮ່ວມເປັນພາຄີທົ່ວໂລກ, ເພີ່ມທະວີການຮ່ວມມື ແລະ ລະດົມທຶນຮອນຈາກສາກົນ.

   ໃນກອງປະຊຸມລະດັບສູງນີ້, ທ່ານ ນາງ ອາມິດາ ອາລິສຈາ ບານາ ຮອງເລຂາທິການໃຫຍ່ອົງການສະຫະປະຊາຊາດ, ເລຂາບໍລິຫານຄະນະກຳມະການເສດຖະກິດ-ສັງຄົມ ສປຊ ປະຈຳພາກພ້ືນອາຊີ-ປາຊີຟິກ (UN ESCAP), ທ່ານ ຢືກ ເລົາເບີ ຮອງປະທານຄະນະກຳມະການກາແດງສາກົນ (ICRC) ແລະ ຜູ້ຕາງໜ້າຈາກເຄືອຂ່າຍເພື່ອການເກືອດຫ້າມລະເບີດລູກຫວ່ານ (CMC) ໄດ້ຜັດປ່ຽນກັນຂຶ້ນກ່າວຄຳເຫັນກ່ຽວກັບການຈັດຕັ້ງປະຕິບັດສົນທິສັນຍາ ແລະ ຄວາມຄາດຫວັງຕໍ່ກອງປະຊຸມທົບທວນຄັ້ງນີ້ ຊຶ່ງສະແດງໃຫ້ເຫັນ ເຖິງການສະໜັບສະໜູນອັນສະເໝີຕົ້ນສະເໝີປາຍ ຈາກອົງການສາກົນ ຕໍ່ຂະບວນການຂອງສົນທິສັນຍາ, ພ້ອມທັງຊົມເຊີຍຄວາມພະຍາຍາມຂອງ ສປປ ລາວ ຕະຫລອດ 16 ປີທ່ີຜ່ານມາ ນັບແຕ່ການເປັນເຈົ້າພາບກອງປະຊຸມລັດພາຄີຄັ້ງທີ 1 ໃນປີ 2010 ຈາກເປັນປະເທດຜູ້ເຄາະຮ້າຍ ກາຍເປັນປະເທດທີ່ນຳພາການຈັດຕັ້ງປະຕິບັດສົນທິສັນຍາດັ່ງກ່າວຢ່າງຕັ້ງໜ້າ.

   ໃນໂອກາດ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ໄດ້ຕາງໜ້າຄະນະຜູ້ແທນ ສປປ ລາວ ຂຶ້ນມີຄໍາເຫັນໂດຍຢໍ້າຄືນເຖິງຜົນກະທົບຂອງລະເບີດບໍ່ທັນແຕກ ຢູ່ ສປປ ລາວ ຍັງສືບຕໍ່ເປັນໄພອັນຕະລາຍຕໍ່ຊີວິດ ແລະ ເປັນອຸປະສັກຕໍ່ການພັດທະນາເສດຖະກິດ-ສັງຄົມ ນັບແຕ່ອະດີດຈົນເຖິງປັດຈຸບັນ ຊຶ່ງລັດຖະບານ ແຫ່ງ ສປປ ລາວ ໄດ້ກໍານົດເອົາການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງເປັນບຸລິມະສິດ ໃນຍຸດທະສາດໄລຍະຍາວ ແລະ ຮັບຮອງເອົາເປົ້າໝາຍການພັດທະນາທີ່ຍືນຍົງແຫ່ງຊາດທີ 18 “ຊີວິດປອດໄພຈາກລະເບີດບໍ່ທັນແຕກ”. ພ້ອມທັງຍົກໃຫ້ເຫັນສິ່ງທ້າທາຍດ້ານງົບປະມານທີ່ສົ່ງຜົນກະທົບຕໍ່ການເກັບກູ້ລະເບີດບໍ່ທັນແຕກທ່ີຕົກຄ້າງຢ່າງຫລີກລ່ຽງບໍ່ໄດ້, ຈຶ່ງຮຽກຮ້ອງໃຫ້ມີການຊ່ວຍເຫລືອ ແລະ ຄວາມຮ່ວມມືຈາກສາກົນຢ່າງຕໍ່ເນື່ອງ, ຢໍ້າຄືນຄວາມໝາຍໝັ້ນຮ່ວມກັນ ແລະ ເປົ້າໝາຍທີ່ສຳຄັນໃນກອງປະຊຸມຄັ້ງນີ້ ກໍເພື່ອຮັບຮອງເອົາແຜນປະຕິບັດງານນະຄອນຫລວງວຽງຈັນ ປີ 2027- 2031 ເພື່ອເປັນທິດທາງໃນການຮ່ວມມືກັນແກ້ໄຂບັນຫາລະເບີດລູກຫວ່ານໃນ 5 ປີຂ້າງໜ້າ.

   ພ້ອມນີ້ ທ່ານ ລີ ທຸດ ລັດຖະມົນຕີ ອາວຸໂສ, ຮອງປະທານຜູ້ທີ່ໜຶ່ງ ຂອງຄະນະກຳມະການແກ້ໄຂບັນຫາລະເບີດຕົກຄ້າງ ແລະ ການຊ່ວຍເຫລືອຜູ້ຖືກເຄາະຮ້າຍ ລາຊະອານາຈັກກຳປູເຈຍ, ທ່ານ ເບັນດິໂຕ ດອສ ຊານໂຕສ ຟີອິດຕ້າ ລັດຖະມົນຕີກະຊວງການຕ່າງປະເທດ ຕີມໍແລັດສະເຕ, ທ່ານ ນາງ ຫງວຽນ ວາງ ເວິນ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ແລະ ທ່ານ ຊາລຸນ ຈະເລີນສຸວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ລາຊະອານາຈັກໄທ ໄດ້ຜັດປ່ຽນກັນຂຶ້ນມີຄຳເຫັນ ໂດຍໄດ້ສະແດງຄວາມມຸ່ງໝັ້ນຕໍ່ສົນທິສັນຍາ, ຍົກຜົນງານ ແລະ ຄວາມສຳຄັນຂອງການຮ່ວມມືພາກພື້ນ ແລະ ສາກົນເພື່ອຮັບປະກັນການປະຕິບັດສົນທິສັນຍາໃຫ້ເກີດຜົນເປັນຈິງ.

   ໃນຕອນແລງຂອງວັນດຽວກັນ, ທ່ານ ທອງສະຫວັນ ພົມວິຫານ ໄດ້ຕາງໜ້າໃຫ້ລັດຖະບານແຫ່ງ ສປປ ລາວ ເປັນເຈົ້າພາບຈັດງານລ້ຽງອາຫານຄໍ່າ ເພື່ອຕ້ອນຮັບບັນດາຄະນະຜູ້ແທນທີ່ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ຊຶ່ງເປັນໂອກາດອັນດີ ໃຫ້ບັນດາຜູ້ແທນໄດ້ພົບປະສົນທະນາ ແລກປ່ຽນຄວາມຄິດເຫັນໃນບັນຍາກາດບໍ່ເປັນທາງການ, ພ້ອມກັນນັ້ນກໍໄດ້ຮັບຊົມການສະແດງສິລະປະ ແລະ ວັດທະນະທຳອັນເປັນເອກະລັກຂອງ ສປປ ລາວ ອີກດ້ວຍ.

   ກອງປະຊຸມ 3RC-CCM ຈະດຳເນີນໄປຈົນຮອດວັນທີ 18 ກັນຍາ 2026 ຜູ້ເຂົ້າຮ່ວມ ຈະໄດ້ຮ່ວມກັນເຈລະຈາ ແລະ ຮັບຮອງເອົາເອກະສານສຳຄັນ 3 ສະບັບ ຄື: ເອກະສານທົບທວນການຈັດຕັ້ງປະຕິບັດສົນທິສັນຍາ, ແຜນປະຕິບັດງານນະຄອນຫລວງວຽງຈັນ 2027- 2031 (Vientiane Capital Action Plan 2027-2031) ແລະ ຖະແຫລງການການເມືອງ (Political Declaration) ທີ່ຈະກໍານົດທິດທາງ ແລະ ບຸລິມະສິດຂອງສົນທິສັນຍາ CCM ໃນໄລຍະ 5 ປີຕໍ່ໜ້າ. ກອງປະຊຸມທົບທວນຄັ້ງນີ້ ແມ່ນການສືບຕໍ່ບາດກ້າວສຳຄັນໜຶ່ງ ໃນຄວາມພະຍາຍາມຮ່ວມກັນຂອງປະຊາຄົມໂລກ ເພື່ອສ້າງໂລກທີ່ປາສະຈາກໄພຂົ່ມຂູ່ຈາກລະເບີດລູກຫວ່ານຢ່າງແທ້ຈິງ.

KPL

ຂ່າວອື່ນໆ

ads
ads

Top