ຮອງນາຍົກລັດຖະມົນຕີ ຕ້ອນຮັບລັດຖະມົນຕີອາວຸໂສ ກຳປູເຈຍ

16/09/2026 08:44
ຂປລ ວັນທີ 13 ກັນຍາ 2026 ທີ່ ນະຄອນຫຼວງວຽງຈັນ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ລີ ທຸດ (LY Thuch) ລັດຖະມົນຕີອາວຸໂສ, ຮອງປະທານຜູ້ທີໜຶ່ງຂອງຄະນະກຳມະການແກ້ໄຂບັນຫາລະເບີດບໍ່ທັນແຕກ ແລະ ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍຂອງກຳປູເຈຍ (Cambodia Mine Action and Victim Assistance Authority - CMAA) ໃນນາມຫົວໜ້າຄະນະຜູ້ແທນທາງການ ແຫ່ງ ລາຊະອານາຈັກ ກຳປູເຈຍ ເຂົ້າຮ່ວມກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 ທີ່ຈະຈັດຂຶ້ນລະຫວ່າງ 14-18 ກັນຍາ 2026 ທີ່ນະຄອນຫຼວງວຽງຈັນ.

ໃນໂອກາດດັ່ງກ່າວ, ທັງສອງຝ່າຍໄດ້ປຶກສາຫາລື ແລະ ຢ້ຳຄືນຄວາມໝາຍໝັ້ນຮ່ວມກັນ ຕໍ່ຈຸດປະສົງ ແລະ ຫຼັກການທາງດ້ານມະນຸດສະທຳຂອງວຽກງານການແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ທັງສອງປະເທດໄດ້ຮັບຜົນກະທົບຈາກສົງຄາມອິນດູຈີນໃນເມື່ອກ່ອນ.

ພ້ອມກັນນັ້ນ, ທັງສອງຝ່າຍໄດ້ປຶກສາຫາລື ໂດຍຍົກໃຫ້ເຫັນເຖິງຄວາມສຳຄັນຂອງການຮ່ວມມືຫຼາຍຝ່າຍ ແນໃສ່ການຊຸກຍູ້ຄວາມພະຍາຍາມໃນລະດັບສາກົນ ເພື່ອການແກ້ໄຂບັນຫາລະເບີດບໍ່ທັນແຕກ ແລະ ການຊ່ວຍເຫຼືອຜູ້ເຄາະຮ້າຍໃຫ້ໄດ້ຮັບໝາກຜົນຢ່າງເປັນຮູບປະທຳຫຼາຍຂຶ້ນ.

ໃນຖານະເປັນເຈົ້າພາບ ແລະ ປະທານ ກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3, ສປປ ລາວ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການເຂົ້າຮ່ວມ ແລະ ການສະໜັບສະໜູນຂອງຄະນະຜູ້ແທນກຳປູເຈຍໃນຄັ້ງນີ້. ທັງສອງຝ່າຍໄດ້ສະແດງຄວາມເຊື່ອໝັ້ນວ່າ ກອງປະຊຸມຄັ້ງນີ້ຈະປະສົບຜົນສຳເລັດຢ່າງຈົບງາມ.

KPL

ຂ່າວອື່ນໆ

ads
ads

Top