ສຳເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຄະນະຈັດຕັ້ງສູນກາງພັກ ຄັ້ງທີ X

16/09/2026 09:50
ຂປລ ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ X ຂອງອົງຄະນະພັກ ຄະນະຈັດຕັ້ງສູນກາງພັກ ອັດລົງດ້ວຍຜົນສໍາເລັດໃນຕອນບ່າຍວັນທີ 14 ກັນຍາ 2026,

    ຂປລ.  ກອງປະຊຸມໃຫຍ່ໄດ້ຄົ້ນຄວ້າປຶກສາຫາລື ແລະ ຮັບຮອງເອົາບົດລາຍງານການເມືອງຂອງຄະນະພັກ ສະໄໝທີ IX ໂດຍໄດ້ຕີລາຄາຢ່າງພາວະວິໄສຕໍ່ຜົນງານການເຄື່ອນໄຫວວຽກງານຈັດຕັ້ງ ແລະ ການປົກຄອງ ໄລຍະ 5 ປີ ຜ່ານມາ; ໄດ້ຄົ້ນຄວ້າປຶກສາຫາລື ແລະ ເປັນເອກະສັນກັນຮັບຮອງເອົາບັນດາທິດທາງ, ໜ້າທີ່ຈຸດສຸມວຽກງານຈັດຕັ້ງ ແລະ ການປົກຄອງໃນໄລຍະ 5 ປີຕໍ່ໜ້າ; ແຜນພັດທະນາວຽກງານຈັດຕັ້ງ ແລະ ການປົກຄອງ (2026- 2030) ໃນ 8 ແຜນງານ, 37 ໂຄງການ ແລະ 9 ແຜນງານ, 46 ໂຄງການ, ໄດ້ຮັບຮອງເອົາບົດສໍາຫລວດການນໍາພາລວມຂອງຄະນະພັກ ຄະນະຈັດຕັ້ງສູນກາງພັກ ຊຸດທີ IX ໂດຍໄດ້ຕີລາຄາສູງຕ່ໍຄວາມພະຍາຍາມໃນການນໍາພາ- ຊີ້ນໍາຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຄະນະພັກຊຸດເກົ່າ ມີຜົນສໍາເລັດທີ່ຕັ້ງໜ້າຫລາຍປະການ.

    ກອງປະຊຸມໄດ້ຮັບຟັງການປະກອບຄໍາເຫັນກ່ຽວກັບການປັບປຸງກົງຈັກການຈັດຕັ້ງຢູ່ພາຍໃນຄະນະຈັດຕັ້ງສູນກາງພັກ; ບົດບາດເປັນເສນາທິການໃຫ້ແກ່ຄະນະບໍລິຫານງານສູນກາງພັກ, ກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ ແລະ ລັດ ກ່ຽວກັບວຽກງານກໍ່ສ້າງພັກ, ພະນັກງານ, ລັດຖະກອນ-ພະລາກອນ, ກົງຈັກການຈັດຕັ້ງ, ການປົກຄອງ ແລະ ວຽກງານແຂ່ງຂັນ-ຍ້ອງຍໍໃນຂອບເຂດທົ່ວປະເທດ ຊຶ່ງບົດປະກອບຄຳເຫັນດັ່ງກ່າວ ລ້ວນແຕ່ສະແດງໃຫ້ເຫັນເຖິງຄວາມເປັນເອກະພາບຕໍ່ບົດລາຍງານການເມືອງ, ທິດທາງ, ຄາດໝາຍສູ້ຊົນ ແລະ ວຽກງານຮອບດ້ານຂອງຄະນະພັກ.

    ກອງປະຊຸມທີ່ມີຄວາມໝາຍສໍາຄັນນີ້, ໄດ້ດໍາເນີນການປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກ ຄະນະຈັດຕັ້ງສູນກາງພັກຊຸດໃໝ່ ຈໍານວນ 15 ສະຫາຍ, ຍິງ 2 ສະຫາຍ (ຈາກຜູ້ສະໝັກ 18 ສະຫາຍ, ຍິງ 3 ສະຫາຍ).  ກອງປະຊຸມຄັ້ງປະຖົມມະລືກໄດ້ເປັນເອ ກະສັນກັນເລືອກເອົາຄະນະປະຈໍາພັກ 5 ສະຫາຍ ຄື: ສະຫາຍ ນາງ ສີໃສ ລືເດດມູນສອນ, ສະຫາຍ ວິໄລວັນ ບຸດດາຄຳ, ສະຫາຍ ດອນ ໄພວົງ, ສະຫາຍ ວັນນະ ບຸບຜາ ແລະ ສະຫາຍ ພອນສະຫວັນ ໄຊຊະນະ. ໃນນັ້ນ, ໄດ້ເລືອກເອົາ ສະຫາຍ ນາງ ສີໃສ ລືເດດມູນສອນ ສືບຕໍ່ເປັນເລຂາຄະນະບໍລິຫານງານພັກ ຄະນະຈັດຕັ້ງສູນກາງພັກ ສະໄໝທີ X, ສະຫາຍ ວິໄລວັນ ບຸດດາຄຳ ເປັນຮອງເລຂາ, ສະຫາຍ ພອນສະຫວັນ ໄຊຊະນະ ເປັນປະທານກວດກາພັກ, ເລືອກເອົາ ສະຫາຍ ຄຳກອງ ລາວລີ ແລະ ສະຫາຍ ນາງ ຂັນຄໍາ ແສງປະທຸມ ມາ ເປັນຮອງປະທານກວດກາພັກ.

    ໂອກາດນີ້, ສະຫາຍ ພົນເອກ ວິໄລ ຫລ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຜົນງານ ແລະ ຜົນສໍາເລັດທີ່ຄະນະຈັດຕັ້ງສູນກາງພັກຍາດມາໄດ້ໃນໄລຍະຜ່ານມາ, ພ້ອມທັງໄດ້ເນ້ັນບາງບັນຫາຄື: ຄະນະພັກ, ຄະນະຈັດຕັ້ງສູນກາງພັກ ຕ້ອງຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ, ເປັນເຈົ້າການນໍາພາສຶກສາອົບຮົມການເມືອງ, ນໍາພາແນວຄິດ ໃຫ້ສະມາຊິກພັກ ແລະ ພະນັກງານ-ລັດຖະກອນ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ, ເຊື່ອມຊຶມ, ກຳແໜ້ນມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ, ໂຄງການການເມືອງສະບັບທີ່ສາມຂອງພັກ, ກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XII ກໍຄືບັນດາມະຕິຂອງສູນກາງພັກໃຫ້ເລິກເຊິ່ງ, ຍຶດໝັ້ນທັດສະນະພື້ນຖານຂອງພັກກ່ຽວກັບສ້າງການຫັນປ່ຽນໃໝ່ດ້ານຈິນຕະນາການ, ຍົກລະດັບຄຸນນະພາບວຽກງານການເມືອງ-ແນວຄິດ ແລະ ທິດສະດີຂອງພັກເຮັດໃຫ້ຖັນແຖວການນຳຂັ້ນຍຸດທະສາດ, ພະນັກງານຫລັກແຫລ່ງແຕ່ລະຂ້ັນໄດ້ຮັບການປະກອບຄວາມຮູ້ ລັດທິມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ ບົດຮຽນຂອງປະເທດ ເພື່ອນມິດຍຸດທະສາດເພື່ອສ້າງພື້ນຖານທິດສະດີ ແລະ ທັກສະໃນການວິເຄາະ, ໄຈ້ແຍກບັນຫາໃໝ່ໆທີ່ເລັ່ງທວງໃຫ້ມີການແກ້ໄຂຢ່າງຖືກຕ້ອງໃນແຕ່ລະໄລຍະ; ສືບຕ່ໍເພີ່ມທະວີວຽກງານກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ພາຍໃນອົງຄະນະພັກ ຄະນະຈັດຕັ້ງສູນກາງພັກ ຄວບຄູ່ກັບການປະຕິບັດໜ້າທີ່ການເມືອງ ກໍຄືສິດ, ໜ້າທີ່ຂອງຄະນະຈັດຕັ້ງສູນກາງພັກ; ຕິດຕາມຊຸກຍູ້ຄະນະພັກກະຊວງ- ອົງການ, ນະຄອນຫລວງ ແລະ ບັນດາແຂວງ ເພື່ອຍົກສູງຄວາມຮັບຜິດຊອບ ແລະ ຖືສໍາຄັນການກໍ່ສ້າງພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໂດຍຍຶດໝັ້ນ ແລະ ປະຕິບັດຢ່າງຖືກຕ້ອງ- ເຂັ້ມງວດຕາມ 5 ຫລັກການ ແລະ 3 ທິດນໍາໃນການກໍ່ສ້າງ ແລະ ປັບປຸງພັກ; ຄຸ້ມຄອງ, ຕີລາຄາຄຸນນະພາບຂອງການຈັດຕັ້ງພັກ ແລະ ສະມາຊິກພັກເປັນປົກກະຕິ, ປະຕິບັດການຍ້ອງຍໍສະມາຊິກພັກຜູ້ທີ່ດີເດັ່ນ, ດໍາເນີນມາດຕະການທາງດ້ານວິໄນຕໍ່ຜູ້ທີ່ລະເມີດກົດລະບຽບພັກ, ກົດໝາຍ ແລະ ລະບຽບການຕ່າງໆຂອງລັດຢ່າງເຂັ້ມງວດ ແລະ ເດັດຂາດເພື່ອສະກັດກັ້ນປະກົດການຫຍໍ້ທໍ້ທີ່ເກີດຂຶ້ນຢູ່ໃນຖັນແຖວສະມາຊິກພັກ, ພະນັກງານ-ລັດຖະກອນ; ຄົ້ນຄວ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ, ເນື້ອໃນກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XII ທີ່ຫາກໍສໍາເລັດ ແລະ ມະຕິກອງປະຊຸມໃຫຍ່ຄັ້ງນີ້ ໃຫ້ເປັນແຜນງານ, ໂຄງການ, ມະຕິ, ຄໍາສັ່ງ, ກົນໄກ, ລະບອບລະບຽບການລະອຽດ ຂອງຄະນະຈັດຕັ້ງໂດຍໄວ; ຕ້ອງຮີບຮ້ອນແບ່ງໜ້າທີ່ຄວາມຮັບຜິດຊອບໃຫ້ແຕ່ລະສະຫາຍໃຫ້ຈະແຈ້ງ, ພ້ອມທັງຍົກສູງຄວາມຮັບຜິດຊອບທາງການເມືອງ ແລະ ຄວາມເປັນແບບຢ່າງນໍາໜ້າຂອງຕົນໃຫ້ສູງກວ່າເກົ່າ; ສືບຕໍ່ປັບປຸງແບບແຜນການນໍາພາ ແລະ ວິທີເຮັດວຽກຂອງຄະນະພັກ ໃຫ້ຖືກຕ້ອງ ແລະ ມີປະສິດທິພາບສູງ, ຕ້ອງເຄົາລົບ, ຍຶດໝັ້ນ ແລະ ປະຕິບັດຫລັກການລວມສູນປະຊາທິປະໄຕຂອງພັກ, ຄົ້ນຄວ້າຕົກລົງບັນຫາສໍາຄັນຕ່າງໆເປັນໝູ່ຄະນະ, ແບ່ງວຽກໃຫ້ບຸກຄົນຮັບຜິດຊອບ, ມີການຕິດຕາມ, ກວດກາ, ຊຸກຍູ້ການປະຕິບັດວຽກງານຕົວຈິງຢູ່ໜ່ວຍພັກຮາກຖານຕ່າງໆ; ປະຕິບັດລະບອບປະຊຸມ, ລະບອບຕິຊົມຕົນເອງ ແລະ ຕິຊົມກັນເປັນປົກກະຕິຕາມກົດລະບຽບພັກກໍານົດໄວ້, ມີການສະຫລຸບລາຍງານ, ຂໍການຊີ້ນໍາຈາກຂັ້ນເທິງ ແລະ ແຈ້ງຂ່າວໃຫ້ຂັ້ນລຸ່ມເປັນປົກກະຕິ.

   ໃນຖານະເປັນຜູ້ນໍາພາປະຕິບັດພາລະບົດບາດເປັນເສນາທິການກ່ຽວກັບວຽກງານກໍ່ສ້າງພັກ-ພະນັກງານ, ວຽກງານປັບປຸງກົງຈັກການຈັດຕັ້ງ ກໍຄືວຽກງານປົກຄອງ ໃຫ້ເປັນລະບົບຄົບຊຸດ ເປັນຕົ້ນ ການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ; ການກຳນົດຕຳແໜ່ງງານ; ການບໍລິການຜ່ານປະຕູດຽວ; ປັບປຸງກົນໄກບໍລິຫານ, ການຄຸ້ມຄອງລັດໃຫ້ທັນສະໄໝ, ເປັນດີຈິຕອນ ແລະ ນຳໃຊ້ປັນຍາປະດິດ (AI); ການຄຸ້ມຄອງ ແລະ ແກ້ໄຂວຽກງານເຂດແດນເຊື່ອມຕໍ່; ສຸມໃສ່ການສ້າງຕາແສງໃຫ້ສໍາເລັດ ແລະ ສາມາດເຄື່ອນໄຫວໄດ້ຕາມພາລະບົດບາດຢ່າງເຕັມສ່ວນ; ປັບປຸງບ້ານໃຫ້ກາຍເປັນການຈັດຕັ້ງຊຸມຊົນ ໃນຂອບເຂດທົ່ວປະເທດໃຫ້ມີຜົນສໍາເລັດເທື່ອລະກ້າວ. ສະນັ້ນ ຄະນະພັກຕ້ອງກຳແໜ້ນວຽກງານຕົ້ນຕໍດັ່ງກ່າວ ເພື່ອເປັນໃຈກາງນໍາພາປະຕິບັດໃຫ້ຖືກຕ້ອງ ແລະ ມີປະສິດທິຜົນສູງ, ຕ້ອງມີຄວາມເຂັ້ມງວດແທ້, ເດັດຂາດນໍາກັນແທ້. ບັນຫາໜຶ່ງອີກ, ກໍຕ້ອງກໍາພະນັກງານຂອງຕົນໃຫ້ແໜ້ນ, ນຳໃຊ້ໃຫ້ຖືກ, ຜູ້ທີ່ເຮັດດີມີຜົນງານກໍຕ້ອງໄດ້ຮັບການຍ້ອງຍໍສັນລະເສີນ ແລະ ສົ່ງເສີມໃຫ້ມີຄວາມກ້າວໜ້າ, ຜູ້ທ່ີລ່ວງລະເມີດກົດລະບຽບຂອງພັກ, ກົດໝາຍຂອງລັດຕ້ອງໄດ້ລົງວິໄນຢ່າງເຄັ່ງຄັດແທ້, ເຮັດໄດ້ແນວນີ້ແມ່ນເປັນການປັບປຸງພາຍໃນພັກ- ລັດເຮົາໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ, ປອດໄສ ແລະ ຂາວສະອາດ, ສ້າງໄດ້ຄວາມເຊື່ອໝັ້ນ ແລະ ສັດທາຂອງປະຊາຊົນຕໍ່ບົດບາດການນໍາພາຂອງພັກ ແລະ ການຄຸ້ມຄອງ ບໍລິຫານລັດຕາມກົດໝາຍ; ບັນດາ ສະຫາຍຄະນະພັກຊຸດໃໝ່ ທີ່ໄດ້ຮັບ ການເລືອກຕັ້ງຈາກກອງປະຊຸມ ໃຫຍ່ຄັ້ງນີ້ ຕ້ອງສືບຕໍ່ນຳພາ-ຊີ້ນຳ ວຽກງານຮອບດ້ານຕະຫລອດໄລ ຍະ 5 ປີຕໍ່ໜ້າ, ເສີມຂະຫຍາຍມູນ ເຊື້ອທີ່ດີ ທີ່ຄະນະພັກຊຸດຜ່ານມາໄດ້ສ້າງໄວ້, ແກ້ໄຂຈຸດອ່ອນຂໍ້ຄົງຄ້າງໃຫ້ຕົກໄປ; ເອົາໃຈໃສ່ ແລະ ຍົກສູງຄວາມຮັບຜິດຊອບການເມືອງທ່ີໄດ້ຮັບມອບໝາຍ, ເປັນໃຈກາງເຕ້ົາໂຮມຄວາມສາມັກຄີຢູ່ພາຍໃນໃຫ້ເປັນປຶກແຜ່ນ, ປະຕິບັດຫລັກການນໍາພາຂອງພັກຢ່າງເຂັ້ມງວດ, ປຸກລະດົມກຳລັງແຮງໃນທົ່ວອົງຄະນະພັກ ເພື່ອພ້ອມກັນປະຕິບັດໜ້າທີ່ວຽກງານໃຫ້ມີຜົນສຳເລັດ.

ຂ່າວ: ພິດສະໄໝ ວິໄລຮັກ; ພາບ: ຄຈສພ

KPL

ຂ່າວອື່ນໆ

    • ທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3ການເມືອງ

      ທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3

      9/16/2026 9:59:33 AM

      ໃນກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (3RC-CCM) ໃນວັນທີ 14 ກັນຍາ 2026 ນີ້ ໄດ້ສືບຕໍ່ດໍາເນີນກອງປະຊຸມລະດັບສູງ (High Level Segment) ໂດຍການເປັນປະທານຂອງ ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ທັງເປັນປະທານຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ລາວ ໂດຍມີຄະນະຜູ້ແທນຈາກບັນດາປະເທດລັດພາຄີ, ອົງການຈັດຕ້ັງສາ ກົນ, ບັນດາປະເທດຜູ້ສັງເກດການ, ພ້ອມດ້ວຍຄະນະຜູ້ແທນຈາກວົງຄະນາຍາດສາກົນ ເຂົ້າຮ່ວມ.

    • ຮອງນາຍົກລັດຖະມົນຕີ ຕ້ອນຮັບລັດຖະມົນຕີອາວຸໂສ ກຳປູເຈຍການເມືອງ

      ຮອງນາຍົກລັດຖະມົນຕີ ຕ້ອນຮັບລັດຖະມົນຕີອາວຸໂສ ກຳປູເຈຍ

      9/16/2026 8:44:15 AM

      ວັນທີ 13 ກັນຍາ 2026 ທີ່ ນະຄອນຫຼວງວຽງຈັນ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ລີ ທຸດ (LY Thuch) ລັດຖະມົນຕີອາວຸໂສ, ຮອງປະທານຜູ້ທີໜຶ່ງຂອງຄະນະກຳມະການແກ້ໄຂບັນຫາລະເບີດບໍ່ທັນແຕກ ແລະ ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍຂອງກຳປູເຈຍ (Cambodia Mine Action and Victim Assistance Authority - CMAA) ໃນນາມຫົວໜ້າຄະນະຜູ້ແທນທາງການ ແຫ່ງ ລາຊະອານາຈັກ ກຳປູເຈຍ ເຂົ້າຮ່ວມກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 ທີ່ຈະຈັດຂຶ້ນລະຫວ່າງ 14-18 ກັນຍາ 2026 ທີ່ນະຄອນຫຼວງວຽງຈັນ.

    • ລາຍງານຄວາມຄືບໜ້າການກະກຽມປະຕິບັດວາລະແຫ່ງຊາດການເມືອງ

      ລາຍງານຄວາມຄືບໜ້າການກະກຽມປະຕິບັດວາລະແຫ່ງຊາດ

      9/15/2026 11:50:42 AM

      ກົມພັດທະນາຊົນນະບົດ ແລະ ຫລຸດຜ່ອນຄວາມທຸກຍາກ, ກະຊວງກະສິກຳ ແລະ ສິ່ງແວດລ້ອມຈັດກອງປະຊຸມຄະນະຮັບຜິດຊອບຊີ້ນໍາການຮ່າງ ແລະ ປະຕິບັດວາລະແຫ່ງຊາດຂັ້ນສູນກາງ ຄັ້ງທີ 2 ໃນວັນທີ 10 ກັນຍາ 2026 ຜ່ານມາ.

    • ຄະນະຈັດຕັ້ງສູນກາງພັກ ດຳເນີນກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ Xການເມືອງ

      ຄະນະຈັດຕັ້ງສູນກາງພັກ ດຳເນີນກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ X

      9/15/2026 11:42:04 AM

      ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຄະນະຈັດຕັ້ງສູນກາງພັກ ຄັ້ງທີ X ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 14 ກັນຍາ 2026 ພາຍໃຕ້ຄໍາຂວັນ: “ຍົກສູງບົດບາດການນໍາພາທີ່ເຂັ້ມແຂງຂອງພັກ, ເປັນເຈົ້າການສ້າງການຫັນປ່ຽນຢ່າງແຂງແຮງ ເລິກເຊິ່ງ ໃນການປະຕິບັດວຽກງານຈັດຕັ້ງ ແລະ ການປົກຄອງ ໃຫ້ຖືກຕ້ອງ ທັນສະໄໝ ແລະ ວ່ອງໄວ”D

    • ຊຸກຍູ້ຄວາມຄືບໜ້າ ການປະຕິບັດສົນທິສັນຍາເພື່ອສ້າງໂລກທີ່ປາສະຈາກໄພຂົ່ມຂູ່ຈາກລະເບີດລູກຫວ່ານການເມືອງ

      ຊຸກຍູ້ຄວາມຄືບໜ້າ ການປະຕິບັດສົນທິສັນຍາເພື່ອສ້າງໂລກທີ່ປາສະຈາກໄພຂົ່ມຂູ່ຈາກລະເບີດລູກຫວ່ານ

      9/15/2026 11:31:40 AM

      ກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (The 3rd Review Conference of the Convention on Cluster Munitions) ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 14 ກັນຍາ 2026 ຢູ່ນະຄອນຫລວງວຽງຈັນ ພາຍໃຕ້ຫົວຂໍ້: “ຊຸກຍູ້ຄວາມຄືບໜ້າໃນການຈັດຕັ້ງປະຕິບັດສົນທິສັນຍາ ເພື່ອສ້າງໂລກທີ່ປາສະຈາກໄພຂົ່ມຂູ່ຈາກລະເບີດລູກຫວ່ານ”.

ads
ads

Top