ກອງປະຊຸມເວທີປຶກສາຫາລື ອຸດສາຫະກຳ-ການຄ້າ ບຣິກສ

14/09/2026 17:39
Email Print 127
ຂປລ ກອງ​ປະ​ຊຸມ ​ເວ​ທີ​ປຶກ​ສາ​ຫາ​ລື​ ອຸດ​ສາ​ຫະ​ກຳ-​ການ​ຄ້າ​​ ຂອງບ​ຣິກ​ສ​ ໄດ້ຈັດ ​ຂຶ້ນ​ຢູ່​ນະ​ຄອນຫລວງ ​​ນິວ​ແດນ​ລີ​ ຂອງ​ອິນ​ເດຍ ເມື່ອບໍ່ດົນມານີ້ ໂດຍ​ສຸມ​ໃສ່ ປຶກ​ສາ​ຫາ​ລື​ຫົວ​ຂໍ້​ຕ່າງໆ ເຊັ່ນ: ການ​ເພີ່ມ​ທະ​ວີ​ ຄວາມ​ເຂັ້ມ​ແຂງ ​ຂອງ​ຕ່ອງ​ໂສ້​ການ​ສະ​ໜອງ, ​​ຜະ​ລິດ​ຕະ​ພັນ ກະ​ສິ​ກຳ ກັບ ນະ​ວັດ​ຕະ​ກຳ ​ດ້ານວິ​ທະ​ຍາ​ສາດ ​ເຕັກ​ໂນ​ໂລ​ຊີ​ກະ​ສິ​ກຳ, ການ​ຄ້າ​ການ​ບໍ​ລິ​ການ ແລະ ເສດ​ຖະ​ກິດ​ ດິ​ຈິ​ຕອນ ເປັນ​ຕົ້ນ.

ຂປລ.ວິທະຍຸ- ໂທລະພາບສູນກາງຈີນ, ກອງ​ປະ​ຊຸມ ​ເວ​ທີ​ປຶກ​ສາ​ຫາ​ລື​ ອຸດ​ສາ​ຫະ​ກຳ-​ການ​ຄ້າ​​ ຂອງບ​ຣິກ​ສ​ ໄດ້ຈັດ ​ຂຶ້ນ​ຢູ່​ນະ​ຄອນຫລວງ ​​ນິວ​ແດນ​ລີ​ ຂອງ​ອິນ​ເດຍ ເມື່ອບໍ່ດົນມານີ້ ໂດຍ​ສຸມ​ໃສ່ ປຶກ​ສາ​ຫາ​ລື​ຫົວ​ຂໍ້​ຕ່າງໆ ເຊັ່ນ: ການ​ເພີ່ມ​ທະ​ວີ​ ຄວາມ​ເຂັ້ມ​ແຂງ ​ຂອງ​ຕ່ອງ​ໂສ້​ການ​ສະ​ໜອງ, ​​ຜະ​ລິດ​ຕະ​ພັນ ກະ​ສິ​ກຳ ກັບ ນະ​ວັດ​ຕະ​ກຳ ​ດ້ານວິ​ທະ​ຍາ​ສາດ ​ເຕັກ​ໂນ​ໂລ​ຊີ​ກະ​ສິ​ກຳ, ການ​ຄ້າ​ການ​ບໍ​ລິ​ການ ແລະ ເສດ​ຖະ​ກິດ​ ດິ​ຈິ​ຕອນ ເປັນ​ຕົ້ນ. ໃນໂອກາດນີ້ ທ່ານ ຊຸບ​ຣາ​ມານ​ຢາມ ໄຈ​ຊານ​ກາ ລັດ​ຖະ​ມົນ​ຕີ​ ກະ​ຊວງ​ການ​ຕ່າງ​ປະ​ເທດ​ອິນ​ເດຍ ​ໄດ້​ກ່າວ​​ວ່າ: ສະ​ຖາ​ນະ​ການ​​ໂລກ ​ໃນ​ປັດ​ຈຸ​ບັນ ແມ່ນ​ເຕັມ​ໄປ​ດ້ວຍ​ຄວາມ​ປັ່ນ​ປ່ວນ ແລະ ຄວາມບໍ່​ແນ່ນອນ, ​ເຮັດ​ໃຫ້​ຄວາມ​ເຂັ້ມ​ແຂງ, ນະ​ວັດ​ຕະ​ກຳ, ການ​ຮ່ວມ​ມື ແລະ ການ​ພັດ​ທະ​ນາ​ ແບບ​ຍືນ​ຍົງ​ ມີ​ຄວາມ​ໝາຍ​ສຳ​ຄັນ​ຍິ່ງ, ຕ້ອງ​ໃຫ້​ຄວາມ​ສຳ​ຄັນ​ຕໍ່​ ການ​ເຊື່ອມ​ຕໍ່​ ລະ​ບົບ​ຕ່ອງ​ໂສ້​ ການ​ສະ​ໜອງ ແລະ ການ​ອຳ​ນວຍ ຄວາມ​ສະ​ດວກ​ດ້ານ​ການ​ຄ້າ, ​ຄົ້ນຫາ​ໂອ​ກາດ​ການ​ຮ່ວມ​ມື ​ໃນ​ຂົງ​ເຂດ​ພື້ນ​ຖານ​ໂຄງ​ລ່າງ​ ສາ​ທາ​ລະ​ນະ​ດິ​ຈິ​ຕອນ, ປັນ​ຍາ​ປະ​ດິດ, ວິ​ທະ​ຍາ​ສາດ ເຕັກ​ໂນ​ໂລ​ຊີ​ ດ້ານ​ການ​ເງິນ ແລະ ອຸດ​ສາ​ຫະ​ກຳ​ການ​ຜະ​ລິດ ​ທີ່​ກ້າວ​ໜ້າ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top