ສປປ ລາວ ມີຄວາມພ້ອມຢ່າງເຕັມສ່ວນ ໃນການປະຕິບັດພາລະບົດບາດປະທານກອງປະຊຸມ 3RC-CCM

08/09/2026 11:54
Email Print 2340
ຂປລ ທ່ານ ນາງ ມຸກດາວັນ ສີສຸລິດ ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ, ຫົວໜ້າກອງເລຂາ ຄຊກລ ໄດ້ໃຫ້ສໍາພາດຕໍ່ສຶ່ມວນຊົນ ໂດຍໄດ້ຢືນຢັນຢ່າງໜັກແໜ້ນວ່າ: ສປປ ລາວ ມີຄວາມພ້ອມຢ່າງເຕັມສ່ວນ ໃນການປະຕິບັດພາລະບົດບາດປະທານກອງປະຊຸມທົບທວນຮອບວຽນທີ 3 ສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ (3RC CCM) ໂດຍໄດ້ມີການກະກຽມຄວາມພ້ອມຢ່າງຮອບດ້ານ ແລະ ຢ່າງລະອຽດຖີ່ຖ້ວນ.

     ຂປລ.  ນັບແຕ່ຕົ້ນປີ 2026 ເປັນຕົ້ນມາ, ພາກສ່ວນທີ່ກ່ຽວຂ້ອງຂອງ ສປປ ລາວ ໄດ້ຮ່ວມກັນເຮັດວຽກຢ່າງໃກ້ຊິດກັບກອງເລຂາສົນທິສັນຍາ (ISU-CCM) ແລະ ອົງການສະຫະປະຊາຊາດຢ່າງຕໍ່ເນື່ອງ ໃນທຸກຂັ້ນຕອນນັບແຕ່ດ້ານເນື້ອໃນວິຊາການ, ດ້ານພະລາທິການ, ຈົນຮອດດ້ານການຕ້ອນຮັບ ແລະ ການຮັກສາຄວາມປອດໄພ. ລັດຖະບານໄດ້ຕົກລົງເຫັນດີສ້າງຕັ້ງຄະນະຊີ້ນຳລະດັບຊາດ ທີ່ປະກອບດ້ວຍຄະນະຮັບຜິດຊອບວຽກງານສະເພາະດ້ານຂຶ້ນມາ ເພື່ອຮັບປະກັນໃຫ້ທຸກຂະແໜງການທີ່ກ່ຽວຂ້ອງມີການ ປະສານສົມທົບກັນຢ່າງລະອຽດໃນການກະກຽມວຽກງານທັງທາງດ້ານເນ້ືຶອໃນ ແລະ ພາລາທິການ, ພ້ອມກັບໃຫ້ມີການຕິດຕາມກວດກາຄວາມຄືບໜ້າຢ່າງເປັນປົກກະຕິ ແລະ ເປັນລະບົບ.

    ໃນດ້ານເນື້ອໃນແມ່ນມີຄວາມຄືບໜ້າຕາມກຳນົດ, ສັນຍາການເປັນເຈົ້າພາບ ລະຫວ່າງ ສປປ ລາວ ກັບອົງການສະຫະປະຊາຊາດ ໄດ້ສຳເລັດການເຊັນຮ່ວມກັນເປັນທີ່ຮຽບຮ້ອຍແລ້ວ. ພ້ອມກັນນັ້ນ, ບັນດາເອກະສານສຳຄັນ ເປັນຕົ້ນເເມ່ນແຜນປະຕິບັດງານນະຄອນຫລວງວຽງຈັນ ສະບັບໃໝ່ (VCAP 2027- 2031) ແລະ ຖະແຫລງການການເມືອງ ກໍກໍາລັງຢູ່ໃນຂັ້ນຕອນສຸດທ້າຍຂອງການເຈລະຈາ ເພື່ອກຽມນໍາສະເໜີໃຫ້ບັນດາປະເທດພາຄີພິຈາລະນາ ແລະ ຮັບຮອງເອົາຢ່າງເປັນທາງການ ໃນໄລຍະກອງປະຊຸມ 14-18 ກັນຍາ 2026 ນີ້.

   ມາຮອດປັດຈຸບັນ, ແມ່ນຄາດວ່າຈະມີຄະນະຜູ້ແທນລະດັບສູງ ຈາກທົ່ວທຸກມູມໂລກເດີນທາງເຂົ້າຮ່ວມກອງປະຊຸມເປັນຈຳນວນຫລວງຫລາຍ ຊຶ່ງໜັງສືເຊື້ອເຊີນ ພ້ອມທັງເອກະສານທີ່ຈຳເປັນໄດ້ຖືກສົ່ງໄປໃຫ້ບັນດາປະເທດສະມາຊິກ ແລະ ອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງຢ່າງທົ່ວເຖິງແລ້ວ. ດ້ານສະຖານທ່ີຈັດກອງປະຊຸມ ແລະ ການອຳນວຍຄວາມສະດວກຕ່າງໆ ກໍແມ່ນຢູ່ໃນຂັ້ນຕອນສຸດທ້າຍຂອງການກະກຽມເຊັ່ນກັນ ໂດຍໄດ້ຮັບການຮ່ວມມືຈາກທຸກພາກສ່ວນທັງພາກລັດ ແລະ ພາກເອກະຊົນຢ່າງພ້ອມພຽງ.

   ທ່ານ ນາງ ມຸກດາວັນ ສີສຸລິດ ໄດ້ກ່າວອີກວ່າ: ຂ້າພະເຈົ້າມີຄວາມໝັ້ນໃຈຢ່າງສູງດ້ວຍພື້ນຖານປະສົບການທີ່ ສປປ ລາວ ເຄີຍໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມສາກົນໃນລັກສະນະດຽວກັນນີ້ມາກ່ອນ, ປະກອບກັບຄວາມຮ່ວມມືອັນແໜ້ນແຟ້ນຈາກທຸກພາກສ່ວນທັງພາຍໃນປະເທດ ແລະ ບັນດາປະເທດຄູ່ຮ່ວມພັດທະນາສາກົນ, ຂ້າພະເຈົ້າມີຄວາມເຊື່ອໝັ້ນວ່າ ສປປ ລາວ ຈະສາມາດປະຕິບັດພາລະບົດບາດເປັນປະທານ ແລະ ເຈົ້າພາບກອງປະຊຸມທົບທວນສົນທິສັນຍາ CCM ຮອບວຽນທີ 3 ນີ້ໄດ້ຢ່າງມີປະສິດທິຜົນ ແລະ ເປັນທີ່ຍອມຮັບຂອງວົງຄະນະຍາດສາກົນ.

KPL

ຂ່າວອື່ນໆ

    • ຄວາມໝາຍຄວາມສຳຄັນ ແລະ ຄວາມຄາດຫວັງຕໍ່ຜົນສຳເລັດການຢ້ຽມຢາມທາງການ ສປປ ລາວ ຂອງທ່ານນາຍົກລັດຖະມົນຕີ ສສ ຫວຽດນາມການເມືອງ

      ຄວາມໝາຍຄວາມສຳຄັນ ແລະ ຄວາມຄາດຫວັງຕໍ່ຜົນສຳເລັດການຢ້ຽມຢາມທາງການ ສປປ ລາວ ຂອງທ່ານນາຍົກລັດຖະມົນຕີ ສສ ຫວຽດນາມ

      10/8/2026 10:38:07 AM

      ວັນທີ 6 ຕຸລາ 2026 ນີ້, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ໂດຍທ່ານໄດ້ຍົກໃຫ້ເຫັນເຖິງຄວາມໝາຍອັນສຳຄັນຂອງການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ວ່າ: ການຢ້ຽມຢາມຄັ້ງນີ້ມີຄວາມໝາຍປະຫວັດສາດອັນຍິ່ງໃຫຍ່, ເປັນການຢ້ຽມຢາມທາງການຄັ້ງທຳອິດຂອງທ່ານ ເລ ມິງ ຮຶງ ນັບຕັ້ງແຕ່ດຳລົງຕຳແໜ່ງນາຍົກລັດຖະມົນຕີ ແລະ ສຳຄັນທີ່ສຸດ, ສປປ ລາວ ເປັນປະເທດທຳອິດທີ່ທ່ານໄດ້ເລືອກມາເຄື່ອນໄຫວຕ່າງປະເທດ. ການເລືອກດັ່ງກ່າວສະແດງໃຫ້ເຫັນຢ່າງຈະແຈ້ງເຖິງຄວາມຜູກພັນອັນພິເສດ ແລະ ຄວາມສຳຄັນທີ່ຝ່າຍຫວຽດນາມມອບໃຫ້ແກ່ສາຍພົວພັນສອງປະເທດ, ເປັນການຢືນຢັນວ່າສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ ຈະສືບຕໍ່ຖະນຸຖະໜອມ, ເພີ່ມພູນຄູນສ້າງ ແລະ ກ້າວໄປຂ້າງໜ້າຢ່າງບໍ່ຢຸດຢັ້ງ.

    • ກະຊວງການເງິນຊີ້ແຈງຫລາຍບັນຫາ ຕິດພັນກັບກົນໄກການປົກຄອງເກັບລາຍຮັບ ແລະ ຈັດສັນຫງົບປະມານການເມືອງ

      ກະຊວງການເງິນຊີ້ແຈງຫລາຍບັນຫາ ຕິດພັນກັບກົນໄກການປົກຄອງເກັບລາຍຮັບ ແລະ ຈັດສັນຫງົບປະມານ

      10/8/2026 9:06:36 AM

      ໃນວາລະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 7 ຕຸລາ 2026 ນີ້, ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໃນຫລາຍບັນຫາສຳຄັນຕິດພັນກັບ ກົນໄກການຄຸ້ມຄອງເກັບລາຍຮັບ, ການຈັດສັນງົບປະມານ, ການຈັດສັນໂຄງການລົງທຶນຂອງລັດເຂົ້າແຜນ, ການຕິດຕາມກວດກາ ແລະ ການນໍາໃຊ້ງົບປະມານລົງທຶນຂອງລັດ.

    • ສສກ ວາງຫລາຍມາດຕະການແກ້ໄຂບັນຫາການປະລະການຮຽນການເມືອງ

      ສສກ ວາງຫລາຍມາດຕະການແກ້ໄຂບັນຫາການປະລະການຮຽນ

      10/8/2026 8:57:50 AM

      ບັນຫາການປະລະການຮຽນຂອງນັກຮຽນແຕ່ລະລະດັບ ນັບແຕ່ຊັ້ນປະຖົມ, ມັດທະຍົມຈົນ ເຖິງການສຶກສາຊັ້ນສູງ ແລະ ອາຊີວະສຶກສາຍັງເປັນສ່ິງທ້າທາຍສຳຄັນຂອງຂະແໜງການສຶກສາ ເນ່ືອງຈາກສົ່ງຜົນຕໍ່ການພັດທະນາຊັບພະຍາກອນມະນຸດ ແລະ ການພັດທະນາເສດຖະ ກິດ-ສັງຄົມ. ເພ່ືອແກ້ໄຂບັນຫາດັ່ງກ່າວ, ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ວາງຫລາຍມາດຕະການທັງດ້ານນະໂຍບາຍ, ການຊ່ວຍເຫລືອນັກຮຽນ, ການປັບປຸງໂຄງສ້າງ ແລະ ຄຸນນະພາບການສຶກສາ.

    • ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດມຽນມາ ປະຈຳລາວການເມືອງ

      ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດມຽນມາ ປະຈຳລາວ

      10/8/2026 8:48:22 AM

      ໃນວັນທີ 7 ຕຸລາ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ອ່ອງ ໂກ (Aung Ko) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ສະຫະພາບ ມຽນມາ ປະຈໍາ ສປປ ລາວ ທີ່ໄດ້ຕາງໜ້າທ່ານປະທານາທິບໍດີ ກໍຄືລັດຖະບານ ແຫ່ງ ສສ ມຽນມາ ນຳເອົາກະຕ່າດອກໄມ້ ແລະ ຄຳອວຍພອນມາຍັງທ່ານ ສະເຫລີມໄຊ ກົມມະສິດ ໄດ້ຮັບການແຕ່ງຕັ້ງດຳລົງຕຳແໜ່ງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.

    • ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລາຊະທູດລາຊະອານາຈັກໄທ ປະຈຳລາວການເມືອງ

      ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລາຊະທູດລາຊະອານາຈັກໄທ ປະຈຳລາວ

      10/7/2026 9:06:54 AM

      ໃນຕອນບ່າຍວັນທີ 6 ຕຸລາ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ນາງ ຄຣອງຂະນິດ ຣັກຈະເລີນ ເອກອັກຄະລາຊະທູດ ແຫ່ງ ລາຊະອານາຈັກໄທ ປະຈຳ ສປປ ລາວ ທ່ີໄດ້ຕາງໜ້າໃຫ້ທ່ານນາຍົກລັດຖະມົນຕີ ກໍຄື ລັດຖະບານ ແຫ່ງ ລາຊະອານາຈັກໄທ ນຳເອົາກະຕ່າດອກໄມ້ ແລະ ຄຳອວຍພອນມາຍັງທ່ານ ສະເຫລີມໄຊ ກົມມະສິດ ທີ່ໄດ້ຮັບແຕ່ງຕັ້ງດຳລົງຕຳແໜ່ງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.

ads
ads

Top