ຜູ້ປະສົບໄພນ້ຳຖ້ວມ ຢູ່ເມືອງນາແລ ໄດ້ຮັບເຄື່ອງຊ່ວຍເຫລືອ

08/09/2026 01:45
Email Print 1719
ຂປລ ຂປລ. ແຫລ່ງຂ່າວຈາກແຂວງ ຫລວງນ້ຳທາ ໃຫ້ຮູ້ວ່າ: ເມື່ອທ້າຍ ອາທິດຜ່ານມາ ທ່ານ ຄໍາຟອງ ອິນມະນີ ປະທານຄະນະກໍາມະ ການປົກຄອງແຂວງ ຫລວງນ້ຳ ທາ ພ້ອມດ້ວຍຄະນະເຄື່ອນໄຫວ ຕິດຕາມ-ຊຸກຍູ້ ແລະ ມອບເຄື່ອງ ຊ່ວຍເຫລືອປະຊາຊົນຜູ້ປະສົບໄພພິ ບັດນໍ້າຖ້ວມ ຢູ່ເມືອງນາແລ ແຂວງ ຫລວງນໍ້າທາ.

 ການລົງພື້ນທີ່ຕິດຕາມ, ກວດກາ  ແລະ ປະເມີນຄວາມເສຍຫາຍຕົວ ຈິງ ດ້ານພື້ນຖານໂຄງລ່າງ ຄັ້ງນີ້ ມີ  4 ຈຸດຄື: ຈຸດບ້ານສາງອາກ, ບ້ານ ຫາດລອຍ, ບ້ານທົ່ງຖອນ ແລະ ຈຸດ ໂຮງຮຽນ ມສ ເມືອງ.

ທ່ານ ທໍາມະວົງ ບຸນຖາວອນ  ເລຂາຄະນະບໍລິຫານງານພັກ ເມືອງນາແລ ໄດ້ລາຍງານວ່າ: ໃນ ລະຫວ່າງວັນທີ 29-31 ສິງຫາ 2026 ເມ່ືອໄດ້ຮັບແຈ້ງເຕືອນຈາກ  ກົມອຸຕຸນິຍົມ, ໄດ້ຮັບການແຈ້ງຈາກຄະນະຮັບຜິດຊອບຂັ້ນແຂວງ ແລະ ແຈ້ງການຂອງຫ້ອງວ່າການ ແຂວງ, ອົງການປົກຄອງເມືອງ  ກໍຄືຄະນະຮັບຜິດຊອບໄພພິບັດຂັ້ນ ເມືອງ ໄດ້ກະກຽມຮັບມື ໂດຍແຈ້ງ ເຕືອນບັນດາບ້ານທີ່ມີຄວາມສ່ຽງ ຍົກຍ້າຍໄປບ່ອນທີ່ມີຄວາມປອດ ໄພໂດຍມີຄວາມພ້ອມ 24 ຊົ່ວໂມງ.  ຜ່ານການລົງຕິດຕາມກວດກາ ແລະ  ປະເມີນຄວາມເສຍຫາຍຕົວຈິງ ດ້ານ ພື້ນຖານໂຄງລ່າງເສຍຫາຍ ແລະ  ບ້ານທີ່ຖືກຜົນກະທົບໃນເບື້ອງຕົ້ນ  ມີໂຮງຮຽນ 12 ແຫ່ງ, (ເປ່ເພເສຍ ຫາຍ 7 ເເຫ່ງ) ລະບົບນໍ້າລິນເປ່ເພ  12 ບ້ານ, ຫ້ອງການຕາແສງ 1 ຫລັງ, ລະບົບໄຟຟ້າຂາດ 1 ບ້ານ, ເສັ້ນທາງຊົນນະບົດດິນເຈື່ອນຂາດ ການສັນຈອນ 6 ເສ້ັນ, ເສ້ັນທາງ ຊົນນະບົດ 4 ເສັ້ນ, ເສັ້ນທາງຫລວງ  2 ເສັ້ນ ລວມມູນຄ່າປະເມີນຜົນ ເສຍຫາຍ 25 ຕື້ກວ່າກີບ, ບັນດາ ບ້ານທີ່ຖືກນໍ້າຖ້ວມເຮືອນ, ໄຮ່, ນາ,  ຮົ້ວສວນ ແລະ ໜອງປາ 22 ບ້ານ ຄື: ບ້ານຫາດນາແລ້ງ, ພູປາດ, ພູ ລວງ, ສາງອາກ, ຫາດເຕາະ, ພູລາ, ຫາດຈະລະ, ສະໂຫລຍ, ຫາດລອຍ, ຫາດລົມ, ທົ່ງຖອນ (ຖ້ວມ 100% ລະດັບນໍ້າສູງ 6 ແມັດ), ບ້ານເລົາ,  ນໍ້າແຫງ, ດອນຊາຍ, ອ້ອມ, ນາ ແລ້ງ, ວັງມີໄຊ, ຄອນຈັນ, ຫາດ ຈອນ, ຜາວີ, ວຽງໃໝ່ ແລະ ບ້ານ ພູວຽງ ໃນຈໍານວນບ້ານດັ່ງກ່າວ ມີຜົນເສຍຫາຍນໍ້າຖ້ວມເຮືອນ 15 ບ້ານ, 305 ຄອບຄົວ, ພົນລະເມືອງ 1.646 ຄົນ, ຍິງ 819 ຄົນ, ເຮືອນທ່ີ ຖືກຜົນກະທົບໜັກໃຊ້ການບໍ່ໄດ້ 33 ຫລັງຄາ. ສ່ວນອີກ 7 ບ້ານແມ່ນມີ ຜົນກະທົບເນື້ອທີ່ທໍາການຜະລິດ ໃຮ່,  ນາ, ໜອງປາ ແລະ ດິນຜະລິດກະ ສິກໍາອື່ນໆ.

ໃນໂອກາດນີ້, ທ່ານ ຄໍາຟອງ  ອິນມະນີ ໄດ້ມີຄໍາເຫັນຊີ້ນໍາ ແລະ  ເນັ້ນໜັກຕໍ່ການນໍາຂອງເມືອງ  ຄະນະຮັບຜິດຊອບທຸກຂະເເໜງການຂັ້ນເມືອງ ຕ້ອງໄດ້ຮີບຮ້ອນ ລົງຕິດຕາມສະພາບການຢ່າງໃກ້ຊິດ  ແລະ ເຂົ້າໃຫ້ຄວາມຊ່ວຍເຫລືອ ເບື້ອງຕົ້ນແກ່ພໍ່ແມ່ປະຊາຊົນ ພ້ອມ ທັງໃຫ້ກໍາລັງໃຈ ແລະ ໄດ້ເນັ້ນໃຫ້ ພາກສ່ວນກ່ຽວຂ້ອງລະດົມກຳລັງ ລົງຊ່ວຍເຫລືອປະຊາຊົນຜູ້ປະສົບໄພ  ສຳຫລວດ ແລະ ເກັບກຳຂໍ້ມູນຜົນ ເສຍຫາຍໃຫ້ຄົບຖ້ວນ ພ້ອມທັງເລັ່ງ ຟື້ນຟູພື້ນຖານໂຄງລ່າງ, ເສັ້ນທາງ,  ໂຮງຮຽນ ແລະ ຈຸດສຳຄັນຕ່າງໆ  ໃຫ້ສາມາດກັບຄືນມາໃຊ້ງານໄດ້ ໂດຍໄວ, ເນັ້ນໃຫ້ປະຊາຊົນ ຜູ້ທີ່ຢູ່ໃນ ເຂດມີຄວາມສ່ຽງ ຈົ່ງເພີ່ມຄວາມ ລະມັດລະວັງ, ຕິດຕາມສະພາບນ້ໍາ  ແລະ ການແຈ້ງເຕືອນ ຈາກພາກ ລັດຢ່າງໃກ້ຊິດເພືອຄວາມປອດໄພຕ່ໍ ຊີວິດ ແລະ ຊັບສິນ. ປັດຈຸບັນ, ຄະນະ ກຳມະການຄຸ້ມຄອງໄພພິບັດຂັ້ນ ເມືອງ ຍັງເຝົ້າລະວັງ ແລະ ຕິດຕາມ ລະດັບນ້ຳຢ່າງຕໍ່ເນື່ອງ ພ້ອມທັງ ແຈ້ງເຕືອນໃຫ້ປະຊາຊົນໃນເຂດທ່ ມີຄວາມສ່ຽງ ກຽມພ້ອມຮັບມືກັບ ສະພາບອາກາດຢ່າງມີສະຕິ.

ໂອກາດດຽວກັນ, ທ່ານຍັງໄດ້ ນໍາເອົາອຸປະກອນ, ເຄື່ອງບໍລິໂພກ, ອຸປະໂພກ, ນໍ້າດື່ມ ແລະ ເຄື່ອງໃຊ້ ທີ່ຈໍາເປັນຈໍານວນໜຶ່ງລວມມູນຄ່າ  170 ລ້ານກີບ ມອບໃຫ້ບາງບ້ານ  ທີ່ຖືກຜົນກະທົບໜັກ ແລະ ເມືອງ  ເພື່ອນໍາໄປແຈກຢາຍໃຫ້ທົ່ວເຖິງ ຕາມຄວາມເໝາະສົມ.

KPL

ຂ່າວອື່ນໆ

    • ແຂ່ງຂັນຄົນລາວຮ້ອງເພງຈີນພາຍໃຕ້ຫົວຂໍ້ "ສຽງເພງແຫ່ງແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ"ວັດທະນະທຳ-ສັງຄົມ

      ແຂ່ງຂັນຄົນລາວຮ້ອງເພງຈີນພາຍໃຕ້ຫົວຂໍ້ "ສຽງເພງແຫ່ງແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ"

      9/30/2026 8:57:28 AM

      ສູນວັດທະນະທຳຈີນ ປະຈຳລາວ ຮ່ວມກັບ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ແລະ ສະພາການຄ້າຈີນ ປະຈຳລາວ ຈັດການແຂ່ງຂັນຄົນລາວຮ້ອງເພງຈີນ ຄັ້ງທີ 5 ພາຍໃຕ້ຫົວຂໍ້ “ສຽງເພງແຫ່ງແມ່ນ້ຳຂອງ-ນ້ຳລ້ານຊ້າງ”

    • ເປີດແລ່ນຂະບວນລົດໄຟຟ້າຖ້ຽວເຊົ້າຄັ້ງທຳອິດ ບໍ່ເຕ່ນ-ນະຄອນຫລວງວຽງຈັນວັດທະນະທຳ-ສັງຄົມ

      ເປີດແລ່ນຂະບວນລົດໄຟຟ້າຖ້ຽວເຊົ້າຄັ້ງທຳອິດ ບໍ່ເຕ່ນ-ນະຄອນຫລວງວຽງຈັນ

      9/30/2026 8:50:43 AM

      ທາງລົດໄຟ ລາວ-ຈີນ ເປີດແລ່ນຂະບວນລົດໄຟຖ້ຽວເຊົ້າ (C95) ຄັ້ງທຳອິດ ຈາກສະຖານີບໍ່ເຕ່ນ-ນະຄອນຫຼວງວຽງຈັນ ຢ່າງເປັນທາງການ ໃນວັນທີ 28 ກັນຍາ 2026 ນີ້.

    • ຄຳມ່ວນ-ຮາຕິ່ງ ສືບຕໍ່ຮວມມືຮອບດ້ານເຊື່ອມໂຍງຄົມມະນາຄົມ-ຮັກສາຊາຍແດນວັດທະນະທຳ-ສັງຄົມ

      ຄຳມ່ວນ-ຮາຕິ່ງ ສືບຕໍ່ຮວມມືຮອບດ້ານເຊື່ອມໂຍງຄົມມະນາຄົມ-ຮັກສາຊາຍແດນ

      9/30/2026 1:41:53 AM

      ຂປລ. ແຫລ່ງຂ່າວຈາກແຂວງ ຄໍາມ່ວນ ໃຫ້ຮູ້ວ່າ: ກອງປະຊຸມ ພົບປະຂ້ັນສູງ ເພ່ືອທົບທວນຜົນ ການຮ່ວມມື ແລະ ກໍານົດທິດທາງ ສືບຕໍ່ພັດທະນາສາຍພົວພັນສອງ ແຂວງ ຄໍາມ່ວນ ແລະ ຮ່າຕິ່ງ ໃຫ້ ເລິກເຊິ່ງ ແລະ ເປັນຮູບປະທໍາ ຈັດ ຂຶ້ນໃນໃນອາທິດຜ່ານມາ ທີ່ຕາ ແສງແຫ່ງແຊນ ແຂວງຮ່າຕິ່ງ ສສ ຫວຽດນາມ, ໂດຍມີ ທ່ານ ໄຊ ຊະນະ ໂຄດພູທອນ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ຄຳມ່ວນ, ທ່ານ ຫງ້ວຽນ ຢຸຍ ເລີ່ມ ເລຂາພັກແຂວງຮ່າຕິ່ງ ພ້ອມດ້ວຍ ຜູ້ແທນຈາກບັນດາພະແນກການ, ຂະແໜງການ ແລະ ທ້ອງຖິ່ນຂອງ ສອງຝ່າຍເຂົ້າຮ່ວມ.

    • ພົບປະສົ່ງເສີມວັດທະນະທຳ-ການທ່ອງທ່ຽວ ກວາງຊີ ສປ ຈີນວັດທະນະທຳ-ສັງຄົມ

      ພົບປະສົ່ງເສີມວັດທະນະທຳ-ການທ່ອງທ່ຽວ ກວາງຊີ ສປ ຈີນ

      9/28/2026 10:18:54 AM

      ໃນໂອກາດ ຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ຈີນ-ລາວ, ທັງເປັນປີມິດຕະພາບ ຈີນ-ລາວ ພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ເຂດປົກຄອງຕົນເອງຊົນເຜົ່າຈ້ວງກວາງຊີ ຈັດງານພົບປະສົ່ງເສີມວັດທະນະທຳ ແລະ ການທ່ອງທ່ຽວ ໃນຫົວຂໍ້: “ພົບພໍ້ກວາງຊີ” ຢູ່ນະຄອນຫລວງວຽງຈັນ ເພື່ອຊຸກຍູ້ການຮ່ວມມືຕົວຈິງ ລະຫວ່າງ ຂະແໜງການທ່ອງທ່ຽວຂອງກວາງຊີ ແລະ ສປປ ລາວ ໃນວັນທີ 24 ກັນຍາ 2026 .

    • ອ່ານບົດກະວີ ສະຫລອງບຸນໄຫວ້ພະຈັນ ປະຈຳປີ 2026ວັດທະນະທຳ-ສັງຄົມ

      ອ່ານບົດກະວີ ສະຫລອງບຸນໄຫວ້ພະຈັນ ປະຈຳປີ 2026

      9/24/2026 5:51:15 PM

      ໃນວັນທີ 23 ກັນຍາ 2026 ນີ້, ສູນວັດທະນະທຳຈີນ ປະຈຳລາວ ຮ່ວມກັບພາກວິຊາພາສາຈີນ ຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ ຈັດງານສະເຫຼີມສະຫຼອງບຸນໄຫວ້ພະຈັນ ປະຈຳປີ 2026 ພາຍໃຕ້ຫົວຂໍ້: “ຮ່ວມກັນຊົມພະຈັນດວງດຽວກັນ-ອ່ານບົດກະວີໃນບຸນໄຫວ້ພະຈັນ” ໂດຍມີ ທ່ານ ຫຼົວ ເວີ້ຍຈ້ຽນ ຫົວໜ້າສູນວັດທະນະທຳຈີນ ປະຈຳລາວ, ມີຮອງຜູ້ອຳນວຍການໃຫຍ່ມະຫາວິທະຍາໄລແຫ່ງຊາດລາວ, ມີຮອງຫົວໜ້າກົມຮ່ວມມືກັບຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍບັນດາຄູ-ອາຈານ, ນັກຮຽນ-ນັກສຶກສາ ເຂົ້າຮ່ວມ.

ads
ads

Top