ເປີດຮັບສະໝັກແຂ່ງຂັນສຽງເພງລາວທົ່ວປະເທດ

08/09/2026 12:08
Email Print 2080
ຂປລ ໂທລະພາບແຫ່ງຊາດລາວ ຮ່ວມກັບ ບໍລິສັດ MSG ມິເດຍ ກຽມຈັດການແຂ່ງຂັນສຽງເພງລາວທົ່ວປະເທດ “ລາຍການດາວດວງໃໝ່ 2026” ,

    ຂປລ. ໂດຍເລີ່ມເປີດຮັບສະໝັກລົງທະບຽນນັບແຕ່ວັນທີ 4 ກັນຍາ ແລະ ຈະແບ່ງການແຂ່ງຂັນອອກເປັນ 4 ຄັ້ງຄື: ຄັ້ງທີ 1 ການແຂ່ງຂັນຂັ້ນແຂວງ, ຄັ້ງທີ 2 ການແຂ່ງຂັນຮອບຄັດເລືອກ, ຄັ້ງທີ 3 ການແຂ່ງຂັນຮອບຮອງຊະນະເລີດ ແລະ ຄັ້ງທີ 4 ການແຂ່ງຂັນຮອບຊີງຊະນະເລີດ, ມູນຄ່າເງິນລາງວັນການແຂ່ງຂັນ 760 ລ້ານກີບ ໂດຍຈະອອກອາກາດຢູ່ໂທລະພາບແຫ່ງຊາດລາວ ຊ່ອງ ທຊລ 3 ໃນທ້າຍປີ 2026 ນີ້.

     ທ່ານ ນາງ ໄພວັນ ບຸນທະວົງ ຜູ້ຮັບຜິດຊອບລາຍການດາວດວງໃໝ່ ໄດ້ໃຫ້ຮູ້ໃນໂອກາດຖະແຫລງຂ່າວເປີດລາຍການແຂ່ງຂັນສຽງເພງລາວທົ່ວປະເທດ “ລາຍການດາວດວງໃໝ່ 2026” ໃນວັນທີ 4 ກັນຍາ 2026 ຜ່ານມາວ່າ: ການແຂ່ງຂັນຮ້ອງເພງຄັ້ງນີ້,  ເປັນການອະນຸລັກ ແລະ ສົ່ງເສີມສິລະປະວັນນະຄະດີຂອງຊາດລາວ ໃຫ້ຄຽງຢູ່ຄູ່ກັບຄົນລາວຕະຫລອດໄປ, ທັງເປັນການພັດທະນາລາຍການຂອງໂທລະພາບແຫ່ງຊາດລາວ ໃຫ້ມີຫລາກຫລາຍສີສັນ ແລະ ດຶງດູດຜູ້ຊົມໃຫ້ຫັນມາຕິດຕາມໂທລະພາບແຫ່ງຊາດເພີ່ມຂຶ້ນ, ເພື່ອເປັນເວທີໃນການສົ່ງເສີມ, ຮັກສາ ແລະ ສືບສານສິລະປະວັດທະນະທໍາໃຫ້ໄວໜຸ່ມທີ່ມີພອນສະຫວັນ, ມີຄວາມສາມາດກ້າສະແດງອອກ ແລະ ຮ່ວມເປັນກໍາລັງໃຈໃຫ້ທຸກຄວາມສາມາດໄດ້ເປັ່ງປະກາຍອອກມາຍ່າງເຕັມທີ່. ນອກຈາກນີ້, ກໍເພື່ອໃຫ້ລາຍການດາວດວງໃໝ່ ເປັນບ່ອນສົ່ງຕໍ່ແຮງບັນດານໃຈ ແລະ ພະລັງບວກໃຫ້ກັບຜູ້ຊົມທີ່ກຳລັງລຸກຂຶ້ນ ໄລ່ຕາມຄວາມຝັນຂອງຕົນເອງ, ເພື່ອຄົ້ນຫາ ແລະ ເປີດໂຕເພັດເມັດງາມ, ດາວດວງໃໝ່ທີ່ອາດຈະຍັງບໍ່ທັນມີໃຜໄດ້ເຫັນໃຫ້ມີໂອກາດມາແຈ້ງເກີດໃນເວທີນີ້ ຊຶ່ງເວທີນີ້ບໍ່ພຽງແຕ່ເປັນການແຂ່ງຂັນ ແຕ່ເປັນເວທີແຫ່ງການຮຽນຮູ້ ທີ່ເປີດໂອກາດໃຫ້ຜູ້ເຂົ້າຮ່ວມໄດ້ພັດທະນາຕົນເອງ ແລະ ເຕີບໃຫຍ່ຢ່າງມີຄຸນນະພາບ.

    ທ່ານໃດທີ່ສົນໃຈ ສາມາດສະໝັກເຂົ້າຮ່ວມແຂ່ງຂັນທາງເວັບໄຊ www.laosinger.com ຫລື ສະແກນຄິວອາໂຄດເພື່ອລົງສະໝັກ, ສ່ວນເງື່ອນໄຂຂອງຜູ້ສະໝັກບໍ່ຈໍາກັດເພດ, ຕ້ອງແມ່ນຄົນລາວທີ່ມີອາຍຸ 15-40 ປີ, ຕ້ອງຮ້ອງເພງລາວ (ສະຕິງ ຫລື ລູກທົ່ງບ້ານນາ). ສຳລັບລາງວັນຊະນະເລີດ ລວມມູນຄ່າ 300 ລ້ານກີບ. ໃນນັ້ນ, ເງິນສົດ 200 ລ້ານກີບ, ຂັນລາງວັນ, ໃບຢັ້ງຢືນ, ທຶນຝຶກອົບຮົມ 3 ເດືອນຢູ່ ສປ ຈີນ ແລະ ເຊັນສັນຍາເປັນສິລະປິນ; ລາງວັນຮອງຊະນະເລີດລວມມູນຄ່າ 200 ລ້ານກີບ. ໃນນັ້ນ, ເງິນສົດ 100 ລ້ານກີບ, ຂັນລາງວັນ, ໃບຢັ້ງຢືນ, ທຶນຝຶກອົບຮົມ 3 ເດືອນ ຢູ່ ສປ ຈີນ ແລະ ເຊັນສັນຍາເປັນສິລະປິນ; ຮອງອັນດັບ 2 ລວມມູນຄ່າຂອງລາງວັນ 150 ລ້ານກີບ, ເງິນສົດ 50 ລ້ານກີບ, ຂັນລາງວັນ, ໃບຢັ້ງຢືນ, ທຶນຝຶກອົບຮົມ 3 ເດືອນ ທີ່ ສປ ຈີນ, ເຊັນສັນຍາເປັນສິລະປິນ, ທີ 4-10, ລວມມູນຄ່າຂອງລາງວັນ 10 ລ້ານກີບ, ໃບຢັ້ງຢືນ, ເຊັນສັນຍາເປັນສິລະປິນ (ອັນດັບ 4-5 ຈະໄດ້ຮັບທຶນຝຶກອົບຮົມຢູ່  ສປ ຈີນ 3 ເດືອນ) ແລະ ທີ 11-30 ລວມມູນຄ່າຂອງລາງວັນ 2 ລ້ານກີບ, ເງິນສົດ 2 ລ້ານກີບ ແລະ ໃບຢັ້ງຢືນ.

    ໂອກາດນີ້, ທ່ານ ວັນລາຕີ ຄໍາວານວົງສາ ຜູ້ອໍານວຍການໃຫຍ່ ໂທລະພາບແຫ່ງຊາດ ໄດ້ກ່າວວ່າ: ໂທລະພາບແຫ່ງຊາດລາວ ມີຄວາມພະຍາຍາມ, ມີຄວາມຕັ້ງໃຈ ແລະ ພາກພູມໃຈເປັນຢ່າງຍິ່ງ ທີ່ຈະໄດ້ມີລາຍການໃໝ່ອອກສູ່ສາຍຕາຜູ້ຊົມ ໂດຍສະເພາະແມ່ນລາຍການບັນເທີງ ກໍຄື ການແຂ່ງຂັນສຽງເພງຂອງຄົນລາວ, ຂອງໄວໜຸ່ມລາວ ແລະ ຜູ້ທີ່ມີຄວາມສົນໃຈ, ມັກຮັກໃນການຮ້ອງເພງ ຊຶ່ງລາຍການແຂ່ງຂັນສຽງເພງຄັ້ງນີ້, ເປັນການປະກອບສ່ວນໃນການສ້າງຂະບວນການ ແລະ ສົ່ງເສີມທາງດ້ານວັດທະນະທໍາ ໂດຍສະເພາະດ້ານສິລະປະ- ການສະແດງ, ທັງເປັນການສືບທອດ, ສືບສານມູນເຊື້ອ, ຮີດຄອງປະເພນີ, ການປະດິດຄິດແຕ່ງ, ສຽງເພງ, ສຽງຂັບ, ສຽງລໍາ ທີ່ເປັນເອກະລັກ, ເປັນມໍລະດົກຂອງປວງຊົນລາວ ແລະ ໃຫ້ຢູ່ຄຽງຄູ່ກັບສັງຄົມລາວຕະຫລອດໄປ, ລາຍການນີ້ ເປັນພຽງຈຸດເລີ່ມຕົ້ນໜຶ່ງ ແລະ ກໍເປັນການປະກອບສ່ວນໃນການແລກປ່ຽນວັດທະນະທໍາ ຜ່ານສຽງເພງກັບບັນດາປະເທດໃນພາກພື້ນ ແລະ ສາກົນ ໃນຕໍ່ໜ້າອີກດ້ວຍ. 

ຂ່າວ: ກິດຕາ; ພາບ: ເກດສະໜາ

KPL

ຂ່າວອື່ນໆ

    • ແຂ່ງຂັນຄົນລາວຮ້ອງເພງຈີນພາຍໃຕ້ຫົວຂໍ້ "ສຽງເພງແຫ່ງແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ"ວັດທະນະທຳ-ສັງຄົມ

      ແຂ່ງຂັນຄົນລາວຮ້ອງເພງຈີນພາຍໃຕ້ຫົວຂໍ້ "ສຽງເພງແຫ່ງແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ"

      9/30/2026 8:57:28 AM

      ສູນວັດທະນະທຳຈີນ ປະຈຳລາວ ຮ່ວມກັບ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ແລະ ສະພາການຄ້າຈີນ ປະຈຳລາວ ຈັດການແຂ່ງຂັນຄົນລາວຮ້ອງເພງຈີນ ຄັ້ງທີ 5 ພາຍໃຕ້ຫົວຂໍ້ “ສຽງເພງແຫ່ງແມ່ນ້ຳຂອງ-ນ້ຳລ້ານຊ້າງ”

    • ເປີດແລ່ນຂະບວນລົດໄຟຟ້າຖ້ຽວເຊົ້າຄັ້ງທຳອິດ ບໍ່ເຕ່ນ-ນະຄອນຫລວງວຽງຈັນວັດທະນະທຳ-ສັງຄົມ

      ເປີດແລ່ນຂະບວນລົດໄຟຟ້າຖ້ຽວເຊົ້າຄັ້ງທຳອິດ ບໍ່ເຕ່ນ-ນະຄອນຫລວງວຽງຈັນ

      9/30/2026 8:50:43 AM

      ທາງລົດໄຟ ລາວ-ຈີນ ເປີດແລ່ນຂະບວນລົດໄຟຖ້ຽວເຊົ້າ (C95) ຄັ້ງທຳອິດ ຈາກສະຖານີບໍ່ເຕ່ນ-ນະຄອນຫຼວງວຽງຈັນ ຢ່າງເປັນທາງການ ໃນວັນທີ 28 ກັນຍາ 2026 ນີ້.

    • ຄຳມ່ວນ-ຮາຕິ່ງ ສືບຕໍ່ຮວມມືຮອບດ້ານເຊື່ອມໂຍງຄົມມະນາຄົມ-ຮັກສາຊາຍແດນວັດທະນະທຳ-ສັງຄົມ

      ຄຳມ່ວນ-ຮາຕິ່ງ ສືບຕໍ່ຮວມມືຮອບດ້ານເຊື່ອມໂຍງຄົມມະນາຄົມ-ຮັກສາຊາຍແດນ

      9/30/2026 1:41:53 AM

      ຂປລ. ແຫລ່ງຂ່າວຈາກແຂວງ ຄໍາມ່ວນ ໃຫ້ຮູ້ວ່າ: ກອງປະຊຸມ ພົບປະຂ້ັນສູງ ເພ່ືອທົບທວນຜົນ ການຮ່ວມມື ແລະ ກໍານົດທິດທາງ ສືບຕໍ່ພັດທະນາສາຍພົວພັນສອງ ແຂວງ ຄໍາມ່ວນ ແລະ ຮ່າຕິ່ງ ໃຫ້ ເລິກເຊິ່ງ ແລະ ເປັນຮູບປະທໍາ ຈັດ ຂຶ້ນໃນໃນອາທິດຜ່ານມາ ທີ່ຕາ ແສງແຫ່ງແຊນ ແຂວງຮ່າຕິ່ງ ສສ ຫວຽດນາມ, ໂດຍມີ ທ່ານ ໄຊ ຊະນະ ໂຄດພູທອນ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ຄຳມ່ວນ, ທ່ານ ຫງ້ວຽນ ຢຸຍ ເລີ່ມ ເລຂາພັກແຂວງຮ່າຕິ່ງ ພ້ອມດ້ວຍ ຜູ້ແທນຈາກບັນດາພະແນກການ, ຂະແໜງການ ແລະ ທ້ອງຖິ່ນຂອງ ສອງຝ່າຍເຂົ້າຮ່ວມ.

    • ພົບປະສົ່ງເສີມວັດທະນະທຳ-ການທ່ອງທ່ຽວ ກວາງຊີ ສປ ຈີນວັດທະນະທຳ-ສັງຄົມ

      ພົບປະສົ່ງເສີມວັດທະນະທຳ-ການທ່ອງທ່ຽວ ກວາງຊີ ສປ ຈີນ

      9/28/2026 10:18:54 AM

      ໃນໂອກາດ ຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ຈີນ-ລາວ, ທັງເປັນປີມິດຕະພາບ ຈີນ-ລາວ ພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ເຂດປົກຄອງຕົນເອງຊົນເຜົ່າຈ້ວງກວາງຊີ ຈັດງານພົບປະສົ່ງເສີມວັດທະນະທຳ ແລະ ການທ່ອງທ່ຽວ ໃນຫົວຂໍ້: “ພົບພໍ້ກວາງຊີ” ຢູ່ນະຄອນຫລວງວຽງຈັນ ເພື່ອຊຸກຍູ້ການຮ່ວມມືຕົວຈິງ ລະຫວ່າງ ຂະແໜງການທ່ອງທ່ຽວຂອງກວາງຊີ ແລະ ສປປ ລາວ ໃນວັນທີ 24 ກັນຍາ 2026 .

    • ອ່ານບົດກະວີ ສະຫລອງບຸນໄຫວ້ພະຈັນ ປະຈຳປີ 2026ວັດທະນະທຳ-ສັງຄົມ

      ອ່ານບົດກະວີ ສະຫລອງບຸນໄຫວ້ພະຈັນ ປະຈຳປີ 2026

      9/24/2026 5:51:15 PM

      ໃນວັນທີ 23 ກັນຍາ 2026 ນີ້, ສູນວັດທະນະທຳຈີນ ປະຈຳລາວ ຮ່ວມກັບພາກວິຊາພາສາຈີນ ຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ ຈັດງານສະເຫຼີມສະຫຼອງບຸນໄຫວ້ພະຈັນ ປະຈຳປີ 2026 ພາຍໃຕ້ຫົວຂໍ້: “ຮ່ວມກັນຊົມພະຈັນດວງດຽວກັນ-ອ່ານບົດກະວີໃນບຸນໄຫວ້ພະຈັນ” ໂດຍມີ ທ່ານ ຫຼົວ ເວີ້ຍຈ້ຽນ ຫົວໜ້າສູນວັດທະນະທຳຈີນ ປະຈຳລາວ, ມີຮອງຜູ້ອຳນວຍການໃຫຍ່ມະຫາວິທະຍາໄລແຫ່ງຊາດລາວ, ມີຮອງຫົວໜ້າກົມຮ່ວມມືກັບຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍບັນດາຄູ-ອາຈານ, ນັກຮຽນ-ນັກສຶກສາ ເຂົ້າຮ່ວມ.

ads
ads

Top