ຍອດຜູ້ເສຍຊີວິດ ຈາກເຫດໄຟໄໝ້ກຳປັ່ນໂດຍສານ ຂອງຟີລິບປິນ ເພີ່ມຂຶ້ນເປັນ 76 ຄົນ

14/09/2026 17:38
Email Print 114
ຂປລ ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ ​ໄດ້​ຄົ້ນ​ພົບ​ຊາກ​ສົບ​ ຂອງ​ຜູ້​ຖືກ​ເຄາະ​ຮ້າຍ ຫລາຍ​ສົບ ​ໃນ​ກຳ​ປັ່ນ​ໂດຍ​ສານ​ ທີ່ເກີດໄຟໄໝ້​ ຢູ່​ເຂດ​ທະ​ເລ​ໃກ້​ກັບ ​ແຂວງ​ປາ​ລາ​ວັນ​ ຂອງ​ຟີ​ລິບ​ປິນ, ເຮັດ​ໃຫ້​ຈຳ​ນວນ​ ຜູ້​ເສຍ​ຊີ​ວິດ​ ​ເພີ່ມ​ຂຶ້ນ​ເປັນ 76 ຄົນ ແລະ ອີກ 13 ຄົນ ​ຍັງຫາຍ​ສາບ​ສູນ

ຂປລ.ວິທະຍຸ- ໂທລະພາບສູນກາງຈີນ, ເມື່ອໍ່ດົນມານີ້,ແຫລ່ງ​ຂ່າວ​ ຈາກກອງຕຳຫລວດ ຍາມຝັ່ງທະເລ​ ຟີ​ລິບ​ປິນ ​ໃຫ້​ຮູ້​ວ່າ: ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ ​ໄດ້​ຄົ້ນ​ພົບ​ຊາກ​ສົບ​ ຂອງ​ຜູ້​ຖືກ​ເຄາະ​ຮ້າຍ ຫລາຍ​ສົບ ​ໃນ​ກຳ​ປັ່ນ​ໂດຍ​ສານ​ ທີ່ເກີດໄຟໄໝ້​ ຢູ່​ເຂດ​ທະ​ເລ​ໃກ້​ກັບ ​ແຂວງ​ປາ​ລາ​ວັນ​ ຂອງ​ຟີ​ລິບ​ປິນ, ເຮັດ​ໃຫ້​ຈຳ​ນວນ​ ຜູ້​ເສຍ​ຊີ​ວິດ​ ​ເພີ່ມ​ຂຶ້ນ​ເປັນ 76 ຄົນ ແລະ ອີກ 13 ຄົນ ​ຍັງຫາຍ​ສາບ​ສູນ. ພາຍຫລັງ​ກຳ​ປັ່ນ​ໂດຍ​ສານ​ລຳ​ນີ້​ ເດີນ​ທາງ​ອອກ​ຈາກ​ ນະ​ຄອນຫລວງ​ມາ​ນີ​ລາ​ ໄດ້​ເກີດໄຟໄໝ້​ຢູ່​ເຂດ​ທ​ະ​ເລ​ໃກ້​ກັບ​ຕາ​ແສງ​ໂກ​ເຣນ​./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top