ສສ ຫວຽດນາມ-ອິນເດຍ ສູຊົນວົງເງິນການຄ້າ ສອງຝ່າຍໃຫ້ບັນລຸ25ຕື້ໂດລາ ໂດຍໄວ

14/09/2026 17:39
Email Print 157
ຂປລ ໃນ​ຂອບ​ເຂດ​ການ​ເດີນ​ທາງ ​ໄປ​ປະ​ຕິ​ບັດ​ຢູ່ ອິນ​ເດຍ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ​ກຸ່ມ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ ຫາ​ກໍ່​ພົ້ນ​ເດັ່ນ​ຂຶ້ນ (BRICS) ຄັ້ງ​ທີ 18, ທ່ານ ​ເລ​ມິງ​ຮຶງ, ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ໄດ້​ມີ​ການ​ພົບປະ​ເຈ​ລະ​ຈາ ​ກັບ ​ທ່ານ ນາເຣນທຣາ ໂມດີ, ນາ​ຍົກ​ລັດ​ຖະ​ມົນ​ຕີ ອິນ​ເດຍ ໂດຍການນຳທັງສອງປະເທດ ໄດ້​ສະ​ແດງ​ຄວາມ​ຕັດ​ສິນ​ໃຈ ​ຍູ້​ແຮງ​ບັນ​ດາ​ມາດ​ຕະ​ການ ​ເພື່ອ​ແນ​ໃສ່​ນຳ​ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ ​ບັນ​ລຸ​ລະ​ດັບ 25 ຕື້ໂດລາສະຫະລັດ ໂດຍ​ໄວ

ຂປລ.ວິທະຍຸ ກະຈ່າຍສຽງ ຫຽດນາມ, ວັນ​ທີ 12 ກັນ​ຍາ, ຢູ່​ນະ​ຄອນຫລວງ ນີວເດລີ, ໃນ​ຂອບ​ເຂດ​ການ​ເດີນ​ທາງ ​ໄປ​ປະ​ຕິ​ບັດ​ຢູ່ ອິນ​ເດຍ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ​ກຸ່ມ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ ຫາ​ກໍ່​ພົ້ນ​ເດັ່ນ​ຂຶ້ນ (BRICS) ຄັ້ງ​ທີ 18, ທ່ານ ​ເລ​ມິງ​ຮຶງ, ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ໄດ້​ມີ​ການ​ພົບປະ​ເຈ​ລະ​ຈາ ​ກັບ ​ທ່ານ ນາເຣນທຣາ ໂມດີ, ນາ​ຍົກ​ລັດ​ຖະ​ມົນ​ຕີ ອິນ​ເດຍ ໂດຍການນຳທັງສອງປະເທດ ໄດ້​ສະ​ແດງ​ຄວາມ​ຕັດ​ສິນ​ໃຈ ​ຍູ້​ແຮງ​ບັນ​ດາ​ມາດ​ຕະ​ການ ​ເພື່ອ​ແນ​ໃສ່​ນຳ​ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ ​ບັນ​ລຸ​ລະ​ດັບ 25 ຕື້ໂດລາສະຫະລັດ ໂດຍ​ໄວ, ສ້າງ​ເງື່ອນ​ໄຂ​ເຂົ້າ​ເຖິງ​ຕະຫລາດ ​ໃຫ້​ແກ່ ​ຜະ​ລິດ​ຕະ​ພັນ​ຂອງ​ສອງ​ປະ​ເທດ, ພິ​ເສດ​ແມ່ນ​ການ​ຢາ, ຜະ​ລິດ​ຕະ​ພັນ​ກະ​ເສດ, ຜະ​ລິດ​ຕະ​ພັນ​ການປະ​ມົງ ແລະ ສັດ​ລ້ຽງ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ສະ​ເໜີ​ ສອງ​ຝ່າຍ ​ສ້າງ​ແລວ​ເສດ​ຖະ​ກິດ ແລະ ລະ​ບົບ​ຕ່ອງ​ໂສ້​ການ​ສະ​ໜອງ​ ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ ສອງ​ພື້ນ​ຖານ​ເສດ​ຖະ​ກິດ, ພິ​ຈາ​ລະ​ນາ ​ເລີ່ມ​ຕົ້ນ​ການ​ເຈ​ລະ​ຈາ​ ສັນ​ຍາ​ການ​ຄ້າ​ເສ​ລີ​ສອງ​ຝ່າຍ, ພ້ອມ​ທັງ​ ຕັ້ງ​ໜ້າ​ປະ​ສາ​ນ​ສົມ​ທົບ​ກັບ ​ບັນ​ດາ​ປະ​ເທດ ອາ​ຊຽນ ຊຸກ​ຍູ້​ການ​ສຳຫລວດກວດ​ກາ ສັນ​ຍາ​ການ​ຄ້າ ​ວັດ​ທະ​ນະ​ທຳ ອາ​ຊຽນ - ອິນ​ເດຍ ​ໃຫ້​ສົມ​ບູນ​ແບບ​ໂດຍ​ໄວ. ການ​ນຳ​ທັງສອງຝ່າຍ ​ປາດ​ຖະ​ໜາ​ ຢາກ​ເສີມ​ຂະ​ຫຍາຍ​ທ່າ​ແຮງ​ ຂອງ​ສອງ​ປະ​ເທດ ກ່ຽວ​ກັບ​ ການ​ເຊື່ອມ​ຕໍ່​ວັດ​ທະ​ນະ​ທຳ, ສີ​ວິ​ໄສ, ປະ​ຫວັດ​ສາດ ແລະ ສາ​ສະ​ໜາ​ເພື່ອ​ເປີດກວ້າງ ກວ່າ​ອີກ​ການ​ຮ່ວມ​ມື ​ການ​ທ່ອງ​ທ່ຽວ, ວັດ​ທະ​ນະ​ທຳ, ການ​ອະ​ນຸ​ລັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ ​ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ, ການ​ພົບ​ປະ​ແລກ​ປ່ຽນ​ປະ​ຊາ​ຊົນ, ປະ​ກອບ​ສ່ວນ​ປັບ​ປຸງ​ພື້ນ​ຖານ​ ອັນ​ໝັ້ນ​ແກ່ນ​ດ້ານ​ມິດ​ຕະ​ພາບ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top