ທົບທວນການຮ່ວມມືດ້ານປ່າໄມ້ຄວາມຫລາກຫລາຍທາງຊີວະນາຯພັນ ຢູ່ລາວ

08/09/2026 10:09
Email Print 1837
ຂປລ ໂຄງການປົກປັກຮັກສາ ແລະ ນຳໃຊ້ລະບົບນິເວດປ່າໄມ້ ແລະ ຊີວະນາໆພັນແບບຍືນຍົງ (ProFEB) ຈັດກອງປະຊຸມສະຫຼຸບການວາງແຜນຂະຫຍາຍໂຄງການ ໃນວັນທີ 4 ກັນຍາ 2026 ຜ່ານມາ ໂດຍການເປັນປະທານຮ່ວມຂອງ ທ່ານ ສົມຫວັງ ພິມມະວົງ ຫົວໜ້າກົມປ່າໄມ້ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ທ່ານ ບຸນເດດ ສຸດທະວິໄລ ຫົວໜ້າກົມກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ມີຜູ້ຕາງໜ້າສະຫະພາບເອີຣົບປະຈຳລາວ, ສະຖານທູດເຢຍລະມັນ ປະຈຳລາວ, ຜູ້ຕາງໜ້າຈາກພະແນກກະສິກຳ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ, ແຂວງຫຼວງພະບາງ, ອຸດົມໄຊ, ຫົວພັນ, ໄຊຍະບູລີ, ຄຳມ່ວນ ແລະ ແຂວງສະຫວັນນະເຂດ, ພ້ອມດ້ວຍບັນດາອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຈັດຂຶ້ນ ເພື່ອສະຫຼຸບການວາງແຜນຂະຫຍາຍໂຄງການ, ພ້ອມທັງປຶກສາຫາລືກ່ຽວກັບທິດທາງບຸລິມະສິດ ສຳລັບຂໍ້ສະເໜີງົບປະມານ ແລະ ຂະຫຍາຍໄລຍະຈັດຕັ້ງປະຕິບັດໂຄງການ ໄປຮອດປີ 2028 ແລະ ທົບທວນຄວາມຄືບໜ້າ, ຮວບຮວມຂໍ້ສະເໜີແນະໃນການສ້າງຄວາມເຂັ້ມແຂງໃຫ້ກັບນະໂຍບາຍປ່າໄມ້, ການອະນຸລັກຄວາມຫຼາກຫຼາຍທາງຊີວະນາໆພັນ, ການສຶກສາດ້ານວິຊາການປ່າໄມ້, ການຟື້ນຟູປ່າໄມ້ ແລະ ຕ່ອງໂສ້ມູນຄ່າ ທີ່ພົວພັນກັບປ່າໄມ້ຢ່າງຍືນຍົງ ແລະ ຮັບຮອງເອົາທິດທາງຍຸດທະສາດທີ່ສຳຄັນ ສຳລັບການກະກຽມໄລຍະສືບຕໍ່ ແລະ ຂະຫຍາຍໂຄງການ.

ໂຄງການ ProFEB ໄດ້ສະໜັບສະໜູນການປົກປັກຮັກສາ ແລະ ນຳໃຊ້ລະບົບນິເວດປ່າໄມ້ຢ່າງຍືນຍົງ ໄປພ້ອມກັບການເພີ່ມການມີສ່ວນຮ່ວມຂອງຊຸມຊົນທ້ອງຖິ່ນ ໂດຍສະເພາະແມ່ນແມ່ຍິງ ໃນຕ່ອງໂສ້ທີ່ພົວພັນກັບປ່າໄມ້ຢ່າງຍືນຍົງ. ໂຄງການ ProFEB ໄດ້ຮັບການຮ່ວມທຶນຈາກສະຫະພາບເອີຣົບ ແລະ ກະຊວງ ເພື່ອການຮ່ວມມືທາງດ້ານເສດຖະກິດ ແລະ ການພັດທະນາແຫ່ງ ສະຫະພັນ ເຢຍລະມັນ (BMZ) ແລະ ຈັດຕັ້ງປະຕິບັດໂດຍ ອົງການ GIZ. ສະຫະພາບເອີຣົບ ໄດ້ອະນຸມັດງົບປະສານເພີ່ມເຕີມຈຳນວນ 5 ລ້ານເອີໂຣ ສຳລັບແຜນງານຂະແໜງການປ່າໄມ້ ແລະ ຄວາມມຸ່ງໝັ້ນທີ່ຈະຂະຫຍາຍໄລຍະການຈັດຕັ້ງປະຕິບັດໂຄງການ ໄປຮອດສິ້ນສຸດປີ 2028. ການເຈລະຈາລະດັບລັດຖະບານ ກ່ຽວກັບການຮ່ວມມື ເພື່ອການພັດທະນາ ລະຫວ່າງ ລາວ-ເຢຍລະມັນ ທີ່ຈະຈັດຂຶ້ນໃນເດືອນພະຈິກ ຈະເປັນບ່ອນອີງໃນການຕັດສິນໃຈ ແລະ ຢັ້ງຢືນການເພີ່ມງົບປະສານ ແລະ ການສືບຕໍ່ໂຄງການ ProFEB ຫຼັງຈາກສິ້ນສຸດໄລຍະຈັດຕັ້ງປະຕິບັດ.

ທ່ານ ສົມຫວັງ ພິມມະວົງ ກ່າວວ່າ: ເປົ້າໝາຍຂອງພວກເຮົາ ແມ່ນການຮ່ວມມືກັນເພື່ອສ້າງຮາກຖານທີ່ເຂັ້ມແຂງ ແລະ ຍືນຍົງ ໃຫ້ກັບໄລຍະໃໝ່ຂອງໂຄງການ ProFEB ໂດຍຍຶດຖືຄວາມເປັນເຈົ້າການຂອງຊາດຢ່າງໜັກແໜ້ນ. ການເປັນຄູ່ຮ່ວມງານຈະປະກອບສ່ວນໂດຍກົງຕໍ່ເປົ້າໝາຍໄລຍະຍາວ ຂອງ ສປປ ລາວ ເພື່ອການຄຸ້ມຄອງປ່າໄມ້ຢ່າງຍືນຍົງ ແລະ ການເຕີບໂຕສີຂຽວແບບມີສ່ວນຮ່ວມ.

ຂໍ້ມູນ-ພາບ: ຂ່າວສານກະສິກຳ

KPL

ຂ່າວອື່ນໆ

    • ແຂ່ງຂັນຄົນລາວຮ້ອງເພງຈີນພາຍໃຕ້ຫົວຂໍ້ "ສຽງເພງແຫ່ງແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ"ວັດທະນະທຳ-ສັງຄົມ

      ແຂ່ງຂັນຄົນລາວຮ້ອງເພງຈີນພາຍໃຕ້ຫົວຂໍ້ "ສຽງເພງແຫ່ງແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ"

      9/30/2026 8:57:28 AM

      ສູນວັດທະນະທຳຈີນ ປະຈຳລາວ ຮ່ວມກັບ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ແລະ ສະພາການຄ້າຈີນ ປະຈຳລາວ ຈັດການແຂ່ງຂັນຄົນລາວຮ້ອງເພງຈີນ ຄັ້ງທີ 5 ພາຍໃຕ້ຫົວຂໍ້ “ສຽງເພງແຫ່ງແມ່ນ້ຳຂອງ-ນ້ຳລ້ານຊ້າງ”

    • ເປີດແລ່ນຂະບວນລົດໄຟຟ້າຖ້ຽວເຊົ້າຄັ້ງທຳອິດ ບໍ່ເຕ່ນ-ນະຄອນຫລວງວຽງຈັນວັດທະນະທຳ-ສັງຄົມ

      ເປີດແລ່ນຂະບວນລົດໄຟຟ້າຖ້ຽວເຊົ້າຄັ້ງທຳອິດ ບໍ່ເຕ່ນ-ນະຄອນຫລວງວຽງຈັນ

      9/30/2026 8:50:43 AM

      ທາງລົດໄຟ ລາວ-ຈີນ ເປີດແລ່ນຂະບວນລົດໄຟຖ້ຽວເຊົ້າ (C95) ຄັ້ງທຳອິດ ຈາກສະຖານີບໍ່ເຕ່ນ-ນະຄອນຫຼວງວຽງຈັນ ຢ່າງເປັນທາງການ ໃນວັນທີ 28 ກັນຍາ 2026 ນີ້.

    • ຄຳມ່ວນ-ຮາຕິ່ງ ສືບຕໍ່ຮວມມືຮອບດ້ານເຊື່ອມໂຍງຄົມມະນາຄົມ-ຮັກສາຊາຍແດນວັດທະນະທຳ-ສັງຄົມ

      ຄຳມ່ວນ-ຮາຕິ່ງ ສືບຕໍ່ຮວມມືຮອບດ້ານເຊື່ອມໂຍງຄົມມະນາຄົມ-ຮັກສາຊາຍແດນ

      9/30/2026 1:41:53 AM

      ຂປລ. ແຫລ່ງຂ່າວຈາກແຂວງ ຄໍາມ່ວນ ໃຫ້ຮູ້ວ່າ: ກອງປະຊຸມ ພົບປະຂ້ັນສູງ ເພ່ືອທົບທວນຜົນ ການຮ່ວມມື ແລະ ກໍານົດທິດທາງ ສືບຕໍ່ພັດທະນາສາຍພົວພັນສອງ ແຂວງ ຄໍາມ່ວນ ແລະ ຮ່າຕິ່ງ ໃຫ້ ເລິກເຊິ່ງ ແລະ ເປັນຮູບປະທໍາ ຈັດ ຂຶ້ນໃນໃນອາທິດຜ່ານມາ ທີ່ຕາ ແສງແຫ່ງແຊນ ແຂວງຮ່າຕິ່ງ ສສ ຫວຽດນາມ, ໂດຍມີ ທ່ານ ໄຊ ຊະນະ ໂຄດພູທອນ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ຄຳມ່ວນ, ທ່ານ ຫງ້ວຽນ ຢຸຍ ເລີ່ມ ເລຂາພັກແຂວງຮ່າຕິ່ງ ພ້ອມດ້ວຍ ຜູ້ແທນຈາກບັນດາພະແນກການ, ຂະແໜງການ ແລະ ທ້ອງຖິ່ນຂອງ ສອງຝ່າຍເຂົ້າຮ່ວມ.

    • ພົບປະສົ່ງເສີມວັດທະນະທຳ-ການທ່ອງທ່ຽວ ກວາງຊີ ສປ ຈີນວັດທະນະທຳ-ສັງຄົມ

      ພົບປະສົ່ງເສີມວັດທະນະທຳ-ການທ່ອງທ່ຽວ ກວາງຊີ ສປ ຈີນ

      9/28/2026 10:18:54 AM

      ໃນໂອກາດ ຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ຈີນ-ລາວ, ທັງເປັນປີມິດຕະພາບ ຈີນ-ລາວ ພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ເຂດປົກຄອງຕົນເອງຊົນເຜົ່າຈ້ວງກວາງຊີ ຈັດງານພົບປະສົ່ງເສີມວັດທະນະທຳ ແລະ ການທ່ອງທ່ຽວ ໃນຫົວຂໍ້: “ພົບພໍ້ກວາງຊີ” ຢູ່ນະຄອນຫລວງວຽງຈັນ ເພື່ອຊຸກຍູ້ການຮ່ວມມືຕົວຈິງ ລະຫວ່າງ ຂະແໜງການທ່ອງທ່ຽວຂອງກວາງຊີ ແລະ ສປປ ລາວ ໃນວັນທີ 24 ກັນຍາ 2026 .

    • ອ່ານບົດກະວີ ສະຫລອງບຸນໄຫວ້ພະຈັນ ປະຈຳປີ 2026ວັດທະນະທຳ-ສັງຄົມ

      ອ່ານບົດກະວີ ສະຫລອງບຸນໄຫວ້ພະຈັນ ປະຈຳປີ 2026

      9/24/2026 5:51:15 PM

      ໃນວັນທີ 23 ກັນຍາ 2026 ນີ້, ສູນວັດທະນະທຳຈີນ ປະຈຳລາວ ຮ່ວມກັບພາກວິຊາພາສາຈີນ ຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ ຈັດງານສະເຫຼີມສະຫຼອງບຸນໄຫວ້ພະຈັນ ປະຈຳປີ 2026 ພາຍໃຕ້ຫົວຂໍ້: “ຮ່ວມກັນຊົມພະຈັນດວງດຽວກັນ-ອ່ານບົດກະວີໃນບຸນໄຫວ້ພະຈັນ” ໂດຍມີ ທ່ານ ຫຼົວ ເວີ້ຍຈ້ຽນ ຫົວໜ້າສູນວັດທະນະທຳຈີນ ປະຈຳລາວ, ມີຮອງຜູ້ອຳນວຍການໃຫຍ່ມະຫາວິທະຍາໄລແຫ່ງຊາດລາວ, ມີຮອງຫົວໜ້າກົມຮ່ວມມືກັບຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍບັນດາຄູ-ອາຈານ, ນັກຮຽນ-ນັກສຶກສາ ເຂົ້າຮ່ວມ.

ads
ads

Top