ຕະຫລາດພະລັງງານສາກົນ ເໜັງຕີງຮຸນແຮງຂຶ້ນ

11/09/2026 20:27
ຂປລ ຍ້ອນ​ໄດ້​ຮັບ​ຜົນ​ກະ​ທົບ​ ຈາກ​ສົງ​ຄາມ ​ທີ່​ເກີດ​ຂຶ້ນ ​ຢູ່​ຕາ​ເວັນ​ອອກ​ກາງ, ວັນ​ທີ 10 ກັນ​ຍາ​ນີ້, ລາ​ຄາ​ນ້ຳ​ມັນ​ສາ​ກົນ ​ເພີ່ມ​ສູງ​ຂຶ້ນ ​ຢ່າງຫລວງຫລາຍ.

ຂປລ.ວິທະຍຸ-ໂທລະພາບສູນກາງຈີນ, ຍ້ອນ​ໄດ້​ຮັບ​ຜົນ​ກະ​ທົບ​ ຈາກ​ສົງ​ຄາມ ​ທີ່​ເກີດ​ຂຶ້ນ ​ຢູ່​ຕາ​ເວັນ​ອອກ​ກາງ, ວັນ​ທີ 10 ກັນ​ຍາ​ນີ້, ລາ​ຄາ​ນ້ຳ​ມັນ​ສາ​ກົນ ​ເພີ່ມ​ສູງ​ຂຶ້ນ ​ຢ່າງຫລວງຫລາຍ. ນັບ​ມາ​ຮອດ​ເວ​ລາ​ປິດ​ຕະຫລາດ ​ຂອງ​ວັນ​ດຽວ​ກັນ, ລາ​ຄາ​ນ້ຳ​ມັນ​ດິບ ​ທາດ​ເບົາ​ ທີ່ສັ່ງ​ຊື້​ລ່ວງ​ໜ້າ ສຳ​ລັບ​ ສົ່ງ​ມອບ​ໃນ​ເດືອນ​ຕຸ​ລາ​ ຂອງ​ຕະຫລາດ​ຊື້-​ຂາຍ​ສິນ​ຄ້າ​ນິວຢອກ​ ໄດ້​ເພີ່ມ​ຂຶ້ນ 6,69%; ລາ​ຄາ​ນ້ຳ​ມັນ​ດິບ ​ແບ​ຣນລອນດອນ ທີ່ສັ່ງ​ຊື້​ລ່ວງ​ໜ້າ​ສຳ​ລັບ​ສົ່ງ​ມອບ​ ໃນ​ເດືອນ​ພະ​ຈິກ ​ໄດ້​ເພີ່ມ​ຂຶ້ນ 6.34%. ຕົວ​ເລກ​ຂໍ້​ມູນ​​ຈາກ​ບໍ​ລິ​ສັດ “​ຄູ່​ຮ່ວມນ້ຳ​ມັນ ​ແອັດ​ຊັງ” ທີ່​ຕິດ​ຕາມ​ລາ​ຄາ​ນ້ຳ​ມັນ​ແອັດ​ຊັງ​ ຂອງ​ ສ.ອາ​ເມ​ລິ​ກາ​ ສະ​ແດງ​ໃຫ້​ເຫັນ​ວ່າ: ມື້​ດຽວ​ກັນ, ລາ​ຄາ​ສະ​ເລ່ຍ ​ຂອງ​ນ້ຳ​ມັນ​ກາ​ຊວນ​ ໃນ​ທົ່ວ​ປະ​ເທດ ​ອາ​ເມ​ລິ​ກາ ​ໄດ້​ລື່​ນ​ກາຍ 6 ໂດ​ລາສະຫະລັດ ​ຕໍ່​ດາ​ລອນ ​ເປັນ​ຄັ້ງ​ທຳ​ອິດ​ ໃນ​ປະ​ຫວັດ​ສາດ. ນັກ​ວິ​ເຄາະ​ຊີ້ອ​ອກວ່າ: ຕາບ​ໃດ​ທີ່​ ການ​ປະ​ທະ​ກັນ​ ທາງ​ການ​ທະ​ຫານ​ ຢູ່​ຕາ​ເວັນ​ອອກ​ກາງ ​ບໍ່​​ສິ້ນ​ສຸດ​ລົງ ແລະ ການ​ເດີນ​ເຮືອ​ຢູ່​ຊ່ອງ​ ແຄບ​ຮໍ​ມູ​ສ ​ບໍ່​ໄດ້​ຮັບ​ການ​ຟື້ນ​ຟູ ​ໃຫ້​ເປັນ​ປົກ​ກະ​ຕິ, ມູນ​ຄ່າ​ເພີ່ມ​ ທາງ​ພູມ​ສາດ​ການ​ເມືອງ ​ໃນລາ​ຄາ​ຂອງ​ຕະຫລາດ​ ພະ​ລັງ​ງານ​ ຈະ​ບໍ່​ຕົກ​ຕ່ຳ​ລົງ​./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top