ຂປລ
ກອງປະຊຸມຖະແຫລງຂ່າວ ຂອງກອງປະຊຸມ ເວທີປຶກສາຫາລື ການຮ່ວມມືດ້ານຄວາມປອດໄພ ສາທາລະນະທົ່ວໂລກປີ 2026 ໄດ້ຈັດຂຶ້ນ ຢູ່ນະຄອນຫລຽນຢຸນກາງ ແຂວງຈ່ຽງຊູ່ ຂອງ ສປ ຈີນ.
ຂປລ.ວິທະຍຸ-ໂທລະພາບສູນກາງຈີນ, ວັນທີ 10 ກັນຍານີ້, ກອງປະຊຸມຖະແຫລງຂ່າວ ຂອງກອງປະຊຸມ ເວທີປຶກສາຫາລື ການຮ່ວມມືດ້ານຄວາມປອດໄພ ສາທາລະນະທົ່ວໂລກປີ 2026 ໄດ້ຈັດຂຶ້ນ ຢູ່ນະຄອນຫລຽນຢຸນກາງ ແຂວງຈ່ຽງຊູ່ ຂອງ ສປ ຈີນ. ກອງປະຊຸມໃຫຍ່ຄັ້ງນີ້ ໄດ້ເຜີຍແຜ່ “ບົດລາຍງານ ດັດສະນີຄວາມປອດໄພ ສາທາລະນະທົ່ວໂລກ (2025-2026)”. ຂອບເຂດການຄົ້ນຄວ້າ ດັດສະນີປີນີ້ ໄດ້ຂະຫຍາຍກວ້າງອອກໄປອີກ ເຊິ່ງກວມເອົາ 62 ປະເທດ, ໄດ້ກວມເອົາປະຊາກອນ 82.73% ແລະ ເສດຖະກິດໂລກ 87,47%. ບົດລາຍງານສະແດງໃຫ້ເຫັນວ່າ: ຄະແນນສະເລ່ຍ ຂອງດັດສະນີຄວາມປອດ ໄພສາທາລະນະຂອງ 62 ປະເທດໃນປີ 2026 ແມ່ນ 72.56 ຄະແນນ, ເພີ່ມຂຶ້ນເລັກນ້ອຍ ເມື່ອທຽບໃສ່ຕົວເລກປີກາຍ. ໃນນັ້ນ, ດັດສະນີຄວາມປອດໄພສາທາລະນະຂອງ ສປ ຈີນ ແມ່ນ 84.62 ຄະແນນ, ຈັດຢູ່ອັນດັບ 1 ຂອງໂລກ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL