ອາຊຽນ ກາຍເປັນຕະຫລາດສົ່ງອອກ ຜະລິດຕະພັນສີຂຽວ-ກາກບອນຕ່ຳຂອງ ສປຈີນ

11/09/2026 20:28
ຂປລ ນັບ​ຕັ້ງ​ແຕ່​ຕົ້ນ​ປີ​ນີ້​ມາ, ປະ​ເທດ ​ສະ​ມາ​ຊິກ​ອາ​ຊຽນ​ ໄດ້​ນຳ​ເຂົ້າ​ຜະ​ລິດ​ຕະ​ພັນ​ສີ​ຂຽວ ແລະ ກາກບອນ​ຕ່ຳ​ຈາກ​ ສປ ຈີນ ຫລາຍກວ່າ 20 ຕື້​ໂດ​ລາ​ສະ​ຫະ​ລັດ, ເພີ່ມ​ຂຶ້ນ 50% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ.

ຂປລ.ວິທະຍຸ-ໂທລະພາບສູນກາງຈີນ, ອີງຕາມ​ການ​ລາຍ​ງານ​ຂ່າວ​ ຈາກຂ່າວ​ສານ ​ຣອຍ​ເຕີ​ໃຫ້​ຮູ້​ວ່າ: ນັບ​ຕັ້ງ​ແຕ່​ຕົ້ນ​ປີ​ນີ້​ມາ, ປະ​ເທດ ​ສະ​ມາ​ຊິກ​ອາ​ຊຽນ​ ໄດ້​ນຳ​ເຂົ້າ​ຜະ​ລິດ​ຕະ​ພັນ​ສີ​ຂຽວ ແລະ ກາກບອນ​ຕ່ຳ​ຈາກ​ ສປ ຈີນ ຫລາຍກວ່າ 20 ຕື້​ໂດ​ລາ​ສະ​ຫະ​ລັດ, ເພີ່ມ​ຂຶ້ນ 50% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ. ຂ່າວ​ສານ​ຣອຍ​ເຕີ​ ວິ​ເຄາະ​ວ່າ: ຄຽງ​ຄູ່​ກັບ ການ​ເລັ່ງ​ຊຸກ​ຍູ້​ ຂະ​ບວນ​ການ ​ຫັນ​ເປັນ​ຕົວ​ເມືອງ, ອຸດ​ສາ​ຫະ​ກຳ ແລະ ດິ​ຈິ​ຕອນ​ຂອງ​ອາ​ຊີ​ ຕາ​ເວັນ​ອອກ ​ສຽງ​ໃຕ້(ອາຊຽນ), ພາກ​ພື້ນ​ນີ້ ພວມ​ກາຍ​ເປັນ​ໜຶ່ງ​ໃນ​ພາກ​ພື້ນ​ ທີ່​ສຳ​ຄັນ​ທີ່​ສຸດ ​ຂອງ​ການ​​ປ່ຽນ​ຜ່​ານ ພະ​ລັງ​ງານ​ທົ່ວ​ໂລກ ເຊິ່ງ​ໄດ້​ຊຸກ​ຍູ້​ໃຫ້​ການ​ສົ່ງ​ອອກ​ແຜງ​ໂຊ​ລ່າ​ເຊ​ລ, ໝໍ້​ໄຟ, ລົດ​ໄຟ​ຟ້າ ແລະ ອຸ​ປະ​ກອນ​ໄຟ​ຟ້າ​ຂອງ​ ສປ ຈີນ ​ເພີ່ມ​ຂຶ້ນ​ຢ່າງ​ວ່ອງ​ໄວ.ໃນ​ນັ້ນ, ຂະ​ແໜງ​ ການພະ​ລັງ​ງານ​ແສງ​ຕາ​ເວັນ ​​ພົ້ນ​ເດັ່ນ​ທີ່​ສຸດ. ນັບ​ແຕ່​ຕົ້ນ​ປີ​ນີ້​ມາ, ​ບັນ​ດາປະ​ເທດ​ ສະ​ມາ​ຊິກ​ ອາ​ຊຽນ​ ໄດ້​ນຳ​ເຂົ້າ​ຜະ​ລິດ​ຕະ​ພັນ​ທີ່​ເປັນ​ອຸ​ປະ​ກອນ​ ພະ​ລັງ​ງານ​ແສງ​ຕາ​ເວັນ​ຈາກ ສປ ​ຈີນ ​ມູນ​ຄ່າ 4,1 ຕື້​ໂດ​ລາ​ສະ​ຫະ​ລັດ, ເພີ່ມ​ຂຶ້ນ​ເກືອບ 90% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ ​ຂອງ​ປີ​ຜ່ານ​ມາ. ນອກ​ຈາກ​ນີ້, ຍານ​ພາ​ຫະ​ນະ​ສີ​ຂຽວ​ ກໍ​ໄດ້​ຮັບ​ຄວາມ​ນິ​ຍົມ ​ເຊັ່ນ​ດຽວ​ກັນ. ໃນ​ໄຕ​ມາດ​ທຳ​ອິດ​ຂອງ​ປີ​ນີ້, ການ​ສົ່ງ​ອອກ​ລົ​ດ​ໄຟ​ຟ້າ​ສອງ​ລໍ້​ ຂອງ​ ສປ ຈີນ ​ໄປ​ຍັງ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ ໄດ້​ເພີ່ມ​ຂຶ້ນ​ຢ່າງຫລວງຫລາຍ, ໃນ​ນັ້ນ, ມູນ​ຄ່າ​ການ​ສົ່ງ​ອອກ​ໄປ​ຍັງ​ມຽນ​ມາ ​ເພີ່ມ​ຂຶ້ນ 617.5% ເມື່ອ​ທຽບ​ໃສ່​ປີ​ຜ່ານ​ມາ, ສ່ວນ ສປປ ​ລາວ, ໄທ ແລະ ຟິ​ລິບ​ປິນ ກໍ​ມີ​ປະ​ລິ​ມານ ​ການ​ນຳ​ເຂົ້າ​ລົດ​ໄຟ​ຟ້າ​ ຈາກ​ ສປ ຈີນ​ ເພີ່ມ​ຂຶ້ນ​ຢ່າງວ່ອງ​ໄວ ​ເຊັ່ນ​ດຽວ​ກັນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top