ສປ ຈີນ ຈະຈັດກອງປະຊຸມສຸດຍອດຜູ້ນຳ ອຸດສາຫະກຳການຄ້າ ເອເປັກ ປີ 2026

11/09/2026 20:27
ຂປລ ຄະ​ນະ​ກຳ​ມະ​ການ​ສົ່ງ​ເສີມ ​ການ​ຄ້າ​ສາ​ກົນ​ຈີນ ​ແຈ້ງ​ໃຫ້​ຮູ້​ວ່າ: ກອງ​ປະ​ຊຸມ​ ສຸດຍອດ​ຜູ້​ນຳ​ ອຸດ​ສາ​ຫະ​ກຳ​ການ​ຄ້າ ຂອງ​ອົງ​ການ​ຮ່ວມ​ມື ​ເສດ​ຖະ​ກິດ​ ອາ​ຊີ-ປາ​ຊີ​ຟິກ ຫລື APEC ປີ 2026 ຈະ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ເ​ຊີນ​ເຈີ້ນ​ຂອງ​ ສປ ຈີນ​ໃນ​ລະ​ຫວ່າ​ງ ວັນ​ທີ 17-18 ພະ​ຈິກ​ປີ​ນີ້.

ຂປລ.ວິທະຍຸ-ໂທລະພາບສູນກາງຈີນ, ວັນ​ທີ 10 ກັນ​ຍາ​ນີ້, ຄະ​ນະ​ກຳ​ມະ​ການ​ສົ່ງ​ເສີມ ​ການ​ຄ້າ​ສາ​ກົນ​ຈີນ ​ແຈ້ງ​ໃຫ້​ຮູ້​ວ່າ: ກອງ​ປະ​ຊຸມ​ ສຸດຍອດ​ຜູ້​ນຳ​ ອຸດ​ສາ​ຫະ​ກຳ​ການ​ຄ້າ ຂອງ​ອົງ​ການ​ຮ່ວມ​ມື ​ເສດ​ຖະ​ກິດ​ ອາ​ຊີ-ປາ​ຊີ​ຟິກ ຫລື APEC ປີ 2026 ຈະ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ເ​ຊີນ​ເຈີ້ນ​ຂອງ​ ສປ ຈີນ​ໃນ​ລະ​ຫວ່າ​ງ ວັນ​ທີ 17-18 ພະ​ຈິກ​ປີ​ນີ້. ກອງ​ປະ​ຊຸມ​ຄັ້ງ​ນີ້​ ຈັດ​ຂຶ້ນໂດຍ​ຄະ​ນະ​ກຳ​ມະ​ການ​ສົ່ງ​ເສີມ​ ການ​ຄ້າ​ສາ​ກົນ​ຈີນ ​ພາຍ​ໃຕ້​ຫົວ​ຂໍ້ “ຊຸກ​ຍູ້​ຄວາມ​ຈະ​ເລີນ​​ຮຸ່ງ​ເຮືອງ​ຮ່ວມ​ກັນ, ເອົາ​ຊະ​ນະ​ໃນ​ອະ​ນາ​ຄົດ​ຮ່ວມ​ກັນ”, ຈະ​ເຊື້ອ​ເຊີນ ​ຜູ້​ຕາງ​ໜ້າ​ຈາກວົງ​ການ​ການ​ເມືອງ ແລະ ການ​ຄ້າ​ຂອງ​ກຸ່ມ​ເສດ​ຖະ​ກິດ APEC ປະ​ມານ 1.000 ຄົນ​ເຂົ້າ​ຮ່ວມ ​ເພື່ອດຳ​ເນີນ​ການ​ແລກ​ປ່ຽນ ແລະ ປຶກ​ສາ​ຫາ​ລື​ກ່ຽວ​ກັບ ​ຫົວ​ຂໍ້​ຕ່າງໆ ເຊັ່ນ: ການກໍ່​ສ້າງ​ເຂດ​ການ​ຄ້າ​ເສ​ລີ ​ອາ​ຊີ-ປາ​ຊີ​ຟິກ, ການ​ເຊື່ອມ​ໂຍງ ​ເຊື່ອມ​ຈອດ​ກັນ, ປັນ​ຍາ​ປະ​ດິດ ແລະ ການ​ພັດ​ທະ​ນາ ​ແບບ​ຍືນ​ຍົງ ເປັນ​ຕົ້ນ, ສະ​ເໜີ​ຄວາມ​ເຫັນ ເພື່ອ​ຊຸກ​ຍູ້​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ ​ອາ​ຊີ-ປາ​ຊີ​ຟິກ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

ads
ads

Top