ຂປລ
ນັບແຕ່ ເດືອນມັງກອນ ຫາເດືອນສິງຫາປີນີ້, ເຈົ້າໜ້າທີ່ກວດກາຊາຍແດນ ທົ່ວປະເທດຈີນ ໄດ້ກວດຄົນເຂົ້າ-ອອກເມືອງ ທັງໝົດ 499 ລ້ານເທື່ອຄົນ

ຂປລ.ວິທະຍຸ-ໂທລະພາບສູນກາງຈີນ, ແຫລ່ງຂ່າວຈາກ ອົງການຄຸ້ມຄອງ ຄົນເຂົ້າເມືອງ ແຫ່ງຊາດຈີນໃຫ້ຮູ້ວ່າ: ນັບແຕ່ ເດືອນມັງກອນ ຫາເດືອນສິງຫາປີນີ້, ເຈົ້າໜ້າທີ່ກວດກາຊາຍແດນ ທົ່ວປະເທດຈີນ ໄດ້ກວດຄົນເຂົ້າ-ອອກເມືອງ ທັງໝົດ 499 ລ້ານເທື່ອຄົນ, ໃນນັ້ນ, ຊາວຕ່າງປະເທດມີເຖິງ 61,2 ລ້ານເທື່ອຄົນ, ເພີ່ມຂຶ້ນ 19,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ຊາວຕ່າງປະເທດ ທີ່ເດີນທາງເຂົ້າເມືອງຈີນ ແບບຍົກເວັ້ນວີຊາມີເຖິງ 23,72 ລ້ານເທື່ອຄົນ, ເພີ່ມຂຶ້ນ 26.8% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ເຈົ້າໜ້າທີ່ກ່ຽວຂ້ອງ ຂອງອົງການຄຸ້ມຄອງຄົນເຂົ້າເມືອງ ແຫ່ງຊາດຈີນ ໄດ້ກ່າວວ່າ: ໃນຕໍ່ໜ້າ, ອົງການຄຸ້ມຄອງຄົນເຂົ້າເມືອງແຫ່ງຊາດຈີນ ຈະຍົກສູງປະສິດທິພາບ ການແຈ້ງຜ່ານດ່ານຂອງຄົນ, ສິນຄ້າ ແລະ ຍານພາຫະນະໃຫ້ສູງຂຶ້ນ ເພື່ອເຮັດໃຫ້ການໄປມາຫາສູ່ ຂອງປະຊາຊົນ ແລະ ເສດຖະກິດການຄ້າ ລະຫວ່າງ ສປ ຈີນ ກັບຕ່າງປະເທດ ມີຄວາມສະດວກ ສະບາຍກວ່າເກົ່າ ແລະ ຊ່ວຍຊຸກຍູ້ໃຫ້ “ການເຂົ້າ-ອອກເມືອງ” ຫລາຍກວ່າເກົ່າ ຈົນກາຍເປັນ “ການເພີ່ມດ້ານເສດຖະກິດ” ທີ່ຫລາຍກວ່າເກົ່າ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL