ຂປລ
ທ່ານ ມາຣີ ຣານທາເນນ (Mari Rantanen) ລັດຖະມົນຕີກະຊວງ ວຽກງານ ພາຍໃນ ຂອງ ແຟງລັງ ເປີດເຜີຍວ່າ: ປະເທດນີ້ ໄດ້ສ້າງຮົ້ວ ກັ້ນຊາຍແດນ ຕາມແນວຊາຍແດນ ບາງສ່ວນ ທີ່ ຕິດກັບ ຣັດເຊຍ ດ້ວຍໄລຍະທາງ 200 ກິໂລແມັດ
ຂປລ.ສຳນັກຂ່າວຊິນຮວາ ຂອງ ສປຈີນ, ທ່ານ ມາຣີ ຣານທາເນນ (Mari Rantanen) ລັດຖະມົນຕີກະຊວງ ວຽກງານ ພາຍໃນ ຂອງ ແຟງລັງ ເປີດເຜີຍວ່າ: ປະເທດນີ້ ໄດ້ສ້າງຮົ້ວ ກັ້ນຊາຍແດນ ຕາມແນວຊາຍແດນ ບາງສ່ວນ ທີ່ ຕິດກັບ ຣັດເຊຍ ດ້ວຍໄລຍະທາງ 200 ກິໂລແມັດ ໄດ້ສຳເລັດແລ້ວ ແລະ ອາດຈະກໍ່ສ້າງ ເພີ່ມເຕີມ ອີກໃນອະນາຄົດ ຖ້າຫາກຈຳເປັນ. ໂດຍໂຄງການ ຮົ້ວກັ້ນ ຊາຍແດນ ທີ່ມີ ຄວາມສູງ 4,5 ແມັດ, ລະບົບ ເຝົ້າລະວັງ ທາງດ້ານເຕັກນິກ, ເຄືອຂ່າຍເສັ້ນທາງ ແລະ ພື້ນທີ່ໂລ່ງກວ້າງ 25 ແມັດ ດ້ວຍຄ່າໃຊ້ຈ່າຍ ປະມານ 356 ລ້ານເອີໂຣ.
ໜ່ວຍປ້ອງກັນ ຊາຍແດນ ແຟງລັງ ລະບຸວ່າ ຮົ້ວກັ້ນ ດັ່ງກ່າວ ລວມມີ ແນວຮົ້ວ ຫລາຍຊ່ວງ ທີ່ຕິດກັບຣັດເຊຍ ທີ່ມີ ຄວາມຍາວ ຫລາຍກວ່າ 1.300 ກິໂລແມັດ ໂດຍສ່ວນໃຫຍ່ ຕັ້ງຢູ່ໃນພື້ນທີ່ ທາງເຂດຕາເວັນອອກສຽງໃຕ້ ຂອງປະເທດ ແລະ ບາງສ່ວນໃນເຂດ ທາງຕອນເໜືອ ແລະ ອື່ນໆ./
KPL