ທ່ານ ໂຕເລິມ ເດີນທາງໄປຢ້ຽມຢາມ ຣັດເຊຍ-ຝຣັ່ງ ຢ່າງເປັນທາງການ

07/09/2026 21:34
ຂປລ ທ່ານ ໂຕເລິມ, ເລຂາທິການໃຫຍ່ ຄະນະກຳມະການສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດ​ນາມ ແລະ ພັນລະຍາ ພ້ອມດ້ວຍ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ອອກຈາກນະ​ຄອນ​ຫລວງ ຮ່າໂນ້ຍ ໄປຢ້ຽມຢາມ ທາງ​ລັດ​ຖະ​ກິດ ຣັດເຊຍ ແລະ ຝຣັ່ງ ຢ່າງເປັນທາງການ ແລະ ເຂົ້າຮ່ວມ ກອງປະຊຸມສຸດຍອດ ອາວະກາດ ທີ່ຝຣັ່ງ, ປະເທດຝຣັ່ງ ແຕ່ວັນທີ 7 ຫາ 12 ກັນຍານີ້.

ຂປລ.ວິທະຍຸກະຈ່າຍສຽງ ຫວຽດນາມ, ທ່ານ ໂຕເລິມ, ເລຂາທິການໃຫຍ່ ຄະນະກຳມະການສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດ​ນາມ ແລະ ພັນລະຍາ ພ້ອມດ້ວຍ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ອອກຈາກນະ​ຄອນ​ຫລວງ ຮ່າໂນ້ຍ ໄປຢ້ຽມຢາມ ທາງ​ລັດ​ຖະ​ກິດ ຣັດເຊຍ ແລະ ຝຣັ່ງ ຢ່າງເປັນທາງການ ແລະ ເຂົ້າຮ່ວມ ກອງປະຊຸມສຸດຍອດ ອາວະກາດ ທີ່ຝຣັ່ງ, ປະເທດຝຣັ່ງ ແຕ່ວັນທີ 7 ຫາ 12 ກັນຍານີ້. ການຢ້ຽມຢາມດັ່ງກ່າວ ດຳເນີນໄປຕາມ ການເຊື້ອເຊີນຂອງ ທ່ານ ວາລາດີເມຍ ປູຕີນ(Vladimir Putin), ປະທານາທິບໍດີ ຣັດເຊຍ ແລະ ທ່ານ ເອັມມາດູເອລ ມາໂຄຣ( Em manuel Macron), ປະທານາທິບໍດີ )ຝຣັ່ງ.ນີ້​ແມ່ນ ​ການ​ຢ້ຽມ​ຢາມ ​ທາງ​ລັດ​ຖະ​ກິດ ຣັດເຊຍ ເປັນຄັ້ງ​ທຳ​ອິດ​ ຂອງ​ຜູ້​ນຳ​ໜ້າ​ພັກ​, ລັດ ຫວຽດ​ນາມ ນັບ​ແຕ່​ປີ 1991, ພ້ອມກັນ​ນັ້ນ​, ກໍ່ໄດ້​ດຳ​ເນີນ​ໄປ​ພາຍ​ຫລັງ​ ກອງ​ປະ​ຊຸມ​ໃຫຍ່ ​ຄັ້ງ​ທີ XIV ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ແລະ ການ​ເລືອກ​ຕັ້ງ ​ສະ​ພາ​ແຫ່ງ​ຊາດ ຊຸດ​ທີ XVI. ເມື່ອ​ຕອບ​ສຳ​ພາດ​ ສຳ​ນັກ​ຂ່າວ​ສານ TASS ຂອງ​ຣັດເຊຍ ກ່ອນ​ການ​ຢ້ຽມ​ຢາມ​, ໃນ​ນັ້ນ ​ມີ​ເນື້ອ​ໃນ​ກ່ຽວ​ຂ້ອງ​ເຖິງ​ ການ​ຮ່ວມ​ມື​ ລະ​ຫວ່າງ​ ສອງ​ປະ​ເທດ​, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລີມ ຢັ້ງ​ຢືນ​ວ່າ​: ການ​ພົວ​ພັນ​ຄູ່​ຮ່ວມ​ມື ​ຍຸດ​ທະ​ສາດ​ ຮອບ​ດ້ານ ຫວຽດ​ນາມ - ຣັດ​ເຊຍ ສືບ​ຕໍ່​ແມ່ນ​ໜຶ່ງ​ ໃນ​ບັນ​ດາ​ບຸ​ລິ​ມະ​ສິດ​ແຖວ​ໜ້າ​, ແມ່ນ​ການ​ເລືອກ​ເຟັ້ນ ​ຍຸດ​ທະ​ສາດ​ໃນ​ບັນ​ດາ​ບຸ​ລິ​ມະ​ສິດ​ແຖວ​ໜ້າ​, ແມ່ນ​ການ​ເລືອກ​ເຟັ້ນ ​ຍຸດ​ທະ​ສາດ​ ໃນ​ນະ​ໂຍ​ບາຍ​ ການ​ພົວ​ພັນ ​ຕ່າງ​ປະເທດ​ຂອງ ສສ ຫວຽດ​ນາມ​. ດັ່ງ​ນັ້ນ​, ການ​ພັດ​ທະ​ນາ ແລະ ຍົກ​ລະ​ດັບ​ ການ​ພົວ​ພັນ​ຮ່ວມ​ມື ​ສອງ​ຝ່າຍ ຫວຽດ​ນາມ -ຣັດ​ເຊຍ ໃນ​ໄລ​ຍະ​ຈະ​ມາ​ເຖິງ​ກວ່າ​ອີກ ແມ່ນ​ຜົນ​ປະ​ໂຫຍດ​ຍາວ​ນານ​ ຂອງ​ສອງ​ປະ​ເທດ​. ຕາມ​ ທ່ານ ​ເລ​ຂາ​ທິ​ການ​ໃຫຍ່​, ປະ​ທານ​ປະ​ເທດ ໂຕ​ເລີມແລ້ວ, ໄປ​ຄຽງ​ຄູ່​ກັບ​ບັນ​ດາ​ຂົງ​ເຂດ ທີ່ເປັນ​ມູນ​ເຊື້ອ​, ຄື​: ການ​ສຶກ​ສາ​ບຳ​ລຸງ​ສ້າງ​, ພະ​ລັງ​ງານ​, ວັດ​ທະ​ນະ​ທຳ​, ສິ​ລະ​ປະ​ ແມ່ນ​ພື້ນ​ຖານ ​ຕ້ອງ​ສືບ​ຕໍ່​ໄດ້​ປັບ​ປຸງ ແລະ ເຮັດ​ໃໝ່​, ບັນ​ດາ​ຂົງ​ເຂດ​ໃໝ່​ຄື​: ການ​ເດີນ​ທະ​ເລ​, ເສັ້ນ​ທາງລົດ​ໄຟ​, ອາ​ວະ​ກາດ​, ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​, ນະ​ວັດ​ຕະ​ກຳ​, ເຕັກ​ໂນ​ໂລ​ຊີ ດີ​ຈີ​ຕອນ​, ຕ້ອງ​ໄດ້​ຫັນ​ເປັນ​ລະ​ອຽດ ​ດ້ວຍ​ບັນ​ດາ​ໂຄງ​ການ ແບບຍືນຍົງ​, ຍາວ​ນານ ແລະ ຍຸດ​ທະ​ສາດ​. ທ່ານ​ ເລ​ຂາ​ທິ​ການ​ໃຫຍ່​, ປະ​ທານ​ປະ​ເທດ ຫວຽດ​ນາມ ເຊື່ອ​ໝັ້ນ​ວ່າ​: ການ​ພົວ​ພັນ​ຄູ່ ​ຮ່ວມ​ມື​ ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ-ຣັດ​ເຊຍ ຈະ​ສືບ​ຕໍ່​ພັດ​ທະ​ນາ​ ຢ່າງ​ແຮງ​, ແທດ​ຈິງ​, ມີ​ປະ​ສິດ​ທິ​ຜົນ​, ປະ​ກອບ​ສ່ວນ​ຕັ້ງ​ໜ້າ ​ເຂົ້າ​ໃນ​ພາ​ລະ​ກິດ ແຫ່ງ​ການ​ສ້າງ​ສາ ແລະ ພັດ​ທະ​ນາ​ ຂອງ​ແຕ່​ລະ​ປະ​ເທດ​, ເພື່ອ​ຜົນ​ປະ​ໂຫຍດ ​ຂອງ​ປະ​ຊາ​ຊົນ​ສອງ​ປະ​ເທດ​, ເພື່ອ​ສັນ​ຕິ​ພາບ​, ສະ​ຖຽນ​ລະ​ພາບ​, ການ​ຮ່ວມ​ມື ແລະ ພັດ​ທະ​ນາ​ ຂອງ​ພາກ​ພື້ນ ແລະ ຢູ່​ໃນ​ໂລກ​./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top