ຫລາຍປະເທດ ຈະເຂົ້າຮ່ວມກອງປະຊຸມ ພົບປະທາງການຄ້າ-ການລົງທຶນສາກົນຈີນ

07/09/2026 17:46
Email Print 127
ຂປລ ກອງ​ປະ​ຊຸມ​ພົບ​ປະ​​ ທາງ​ການ​ຄ້າ​ ແລະ ​ການ​ລົງ​ທຶນ​ສາ​ກົນ​ຈີນ ຄັ້ງ​ທີ 26 ຈະ​ຈັດ​ຂຶ້ນ​ຢູ່ ​ນະ​ຄອນ​ເຊ້ຍ​ເໝິນ​ ແຂວງ​ຝູ​ຈ້ຽນ​ຈີນ ​ລະ​ຫວ່າງ ວັນ​ທີ 8 ຫາ 11 ກັນ​ຍາ​ນີ້ ໂດຍ​ໄດ້​ດຶງ​ດູດ ​ອົງ​ການ​ຂອງ​ລັດ​ຖະ​ບານ ແລະ ພາກ​ທຸ​ລະ​ກິດ 1.200 ກວ່າ ​ອົງ​ການ​ຈາກ 129 ປະ​ເທດ ​ແລະ ​ເຂດ​ແຄວ້ນ

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ກອງ​ປະ​ຊຸມ​ພົບ​ປະ​​ ທາງ​ການ​ຄ້າ​ ແລະ ​ການ​ລົງ​ທຶນ​ສາ​ກົນ​ຈີນ ຄັ້ງ​ທີ 26 ຈະ​ຈັດ​ຂຶ້ນ​ຢູ່ ​ນະ​ຄອນ​ເຊ້ຍ​ເໝິນ​ ແຂວງ​ຝູ​ຈ້ຽນ​ຈີນ ​ລະ​ຫວ່າງ ວັນ​ທີ 8 ຫາ 11 ກັນ​ຍາ​ນີ້ ໂດຍ​ໄດ້​ດຶງ​ດູດ ​ອົງ​ການ​ຂອງ​ລັດ​ຖະ​ບານ ແລະ ພາກ​ທຸ​ລະ​ກິດ 1.200 ກວ່າ ​ອົງ​ການ​ຈາກ 129 ປະ​ເທດ ​ແລະ ​ເຂດ​ແຄວ້ນ ພ້ອມ​ດ້ວຍ 30 ອົງ​ການ​ຈັດ​ຕັ້ງ​ສາ​ກົນ ​ເຂົ້າ​ຮ່ວມ. ກອງ​ປະ​ຊຸມ​ຄັ້ງນີ້ ຈະ​ປິ່ນ​ອ້ອມ 3 ພາກ​ສ່ວນຫລັກ ຄື: ການ​ລົງ​ທຶນ​ຢູ່ ສປ ​ຈີນ, ການ​ລົງ​ທຶນ​ຈາກ​ສປ ຈີນ ແລະ ການ​ລົງ​ທຶນ​ສາ​ກົນ ໂດຍ​ຈັດ​ສັນ​ເນື້ອ​ທີ່ ​ວາງ​ສະ​ແດງ 200.000 ກວ່າ​ຕາ​ແມັດ ແລະ ເຂດ​ວາງ​ສະ​ແດງ ​ພິ​ເສດ 14 ​ເຂດ, ຊຶ່ງຈະຈັດ​ກິດ​ຈະ​ກຳ ​ທີ່​ມີຫົວ​ຂໍ້​ສະ​ເພາະ 46 ຄັ້ງ ແລະ ກິດ​ຈະ​ກຳ​ ໂຄ​ສະ​ນາ ​ໂຄງ​ການ 52 ຄັ້ງ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top