ຂປລ
ໃນຕອນເຊົ້າວັນທີ 24 ສິງຫາ 2026 ຜ່ານມາ, ທີ່ທຳນຽບປະທານາທິບໍດີ, ນະຄອນຫຼວງ Riga, ປະເທດລັດເວຍ, ທ່ານ ບຸນທະວີ ວິລະວົງ ໄດ້ຍື່ນສານຕາຕັ້ງຕໍ່ ທ່ານ Edgars Rinkēvičs ປະທານາທິບໍດີ ແຫ່ງ ສາທາລະນະລັດ ລັດເວຍ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ປະຈຳ ສາທາລະນະລັດ ລັດເວຍ.
ໃນໂອກາດດັ່ງກ່າວ, ທ່ານ Edgars Rinkēvičs ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ທ່ານ ບຸນທະວີ ວິລະວົງ ໃນການມາຮັບໜ້າທີ່ເປັນ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຄົນໃໝ່ ປະຈຳ ສາທາລະນະລັດ ລັດເວຍ ແລະ ໄດ້ອວຍພອນໃຫ້ ທ່ານເອກອັກຄະລັດຖະທູດ ປະຕິບັດໜ້າທີ່ການທູດອັນມີກຽດຂອງຕົນດ້ວຍຜົນສຳເລັດອັນຈົບງາມ ເພື່ອສົ່ງເສີມສາຍພົວພັນ ແລະ ການຮ່ວມມືຂອງສອງປະເທດ ລາວ-ລັດເວຍ ໃຫ້ຂະຫຍາຍຕົວຂຶ້ນໄປຢ່າງບໍ່ຢຸດຢັ້ງ, ພ້ອມທັງໄດ້ຕີລາຄາສາຍພົວພັນຂອງສອງປະເທດທີ່ຢູ່ໃນລະດັບດີໃນໄລຍະຜ່ານມາ ແລະ ເຫັນຄວນໃຫ້ສືບຕໍ່ຮັກສາ ແລະ ພັດທະນາໃຫ້ເກີດດອກອອກຜົນຂຶ້ນໄປເລື້ອຍໆ.
ທ່ານ ບຸນທະວີ ວິລະວົງ ໄດ້ແຈ້ງສະພາບການພັດທະນາເສດຖະກິດ ແລະ ສັງຄົມຂອງ ສປປ ລາວ ໃຫ້ທ່ານປະທານາທິບໍດີຮັບຊາບ, ພ້ອມທັງສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ນຳເອົາຄວາມຢື້ຢາມຖາມຂ່າວ ແລະ ພອນໄຊອັນປະເສີດຈາກ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ເຖິງ ທ່ານ Edgars Rinkēvičs. ພ້ອມກັນນັ້ນ, ທ່ານປະທານາທິບໍດີ ກໍໄດ້ສະແດງຄວາມຂອບໃຈ ແລະ ໄດ້ສົ່ງຄວາມຢື້ຢາມຖາມຂ່າວ ແລະ ອວຍພອນໄຊອັນປະເສີດມາຍັງທ່ານປະທານປະເທດ ແຫ່ງ ສປປ ລາວ ເຊັ່ນດຽວກັນ. ໃນໂອກາດດຽວກັນນີ້, ທ່ານເອກອັກຄະລັດຖະທູດ ກໍໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຕໍ່ລັດຖະບານ ລັດເວຍ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຮັກສາການພົວພັນທີ່ດີຕໍ່ ສປປ ລາວ ໃນໄລຍະຜ່ານມາ.
ສປປ ລາວ ແລະ ສາທາລະນະລັດ ລັດເວຍ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 24 ເມສາ 1995, ຊຶ່ງໃນປີ 2025 ທີ່ຜ່ານມາ, ສອງປະເທດໄດ້ຮ່ວມກັນສະເຫຼີມສະຫຼອງ ຄົບຮອບ 30 ປີ ໃນການສ້າງຕັ້ງສາຍພົວພັນທາງການທູດນຳກັນ ແລະ ໃນໂອກາດດັ່ງກ່າວ, ທ່ານລັດຖະມົນຕີຕ່າງປະເທດ ແຫ່ງ ສປປ ລາວ ກໍໄດ້ສົ່ງສານຊົມເຊີຍເຖິງຄູ່ຮ່ວມຕໍາແໜ່ງຝ່າຍລັດເວຍ. ເວົ້າລວມແລ້ວ, ສອງປະເທດໄດ້ມີການພົວພັນກັນໃນລະດັບປົກກະຕິ: ມີການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນຂອບອົງການສະຫະປະຊາຊາດ, ມີການແລກປ່ຽນສານຊົມເຊີຍນຳກັນໃນໂອກາດ ແລະ ວັນສຳຄັນຕ່າງໆຂອງທັງສອງຝ່າຍ ໂດຍສະເພາະແມ່ນວັນຊາດ ແລະ ຄົບຮອບວັນສ້າງຕັ້ງສາຍພົວພັນການທູດ.
ໃນໂອກາດການເດີນທາງໄປຄັ້ງນີ້, ທ່ານເອກອັກຄະລັດຖະທູດ ພ້ອມດ້ວຍຄະນະ ຍັງໄດ້ພົບປະສອງຝ່າຍກັບບັນດາກົມທີ່ກ່ຽວຂ້ອງຂອງກະຊວງການຕ່າງປະເທດ, ພົບປະກັບທ່ານຮອງປະທານລັດຖະສະພາແຫ່ງຊາດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ກົມທີ່ກ່ຽວຂ້ອງຂອງລັດເວຍ ເພື່ອປຶກສາຫາລືການພົວພັນສອງຝ່າຍ ລາວ-ລັດເວຍ ແລະ ເພີ່ມທະວີການຮ່ວມມືທາງດ້ານການຄ້າ, ການລົງທຶນ ແລະ ການທ່ອງທ່ຽວໃນຕໍ່ໜ້າ ຕື່ມອີກ.
KPL