ຂປລ
ໃນຂອບເຂດການຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ, ທ່ານ ມິນ ອອງ ລາຍ(Min Aung Hlaing), ປະທານາທິບໍດີ ມຽນມາ ແລະ ທ່ານ ຫງວຽນວັນທັງ, ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ເຂົ້າຮ່ວມ ເວທີປາໄສວິສາຫະກິດ ມຽນມາ-ຫວຽດນາມ.

ຂປລ.ວິທະຍຸກະຈ່າຍສຽງຫວຽດນາມ, ວັນທີ 6 ກັນຍາ, ທີ່ນະຄອນຫລວງຮ່າໂນ້ຍ, ໃນຂອບເຂດການຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ, ທ່ານ ມິນ ອອງ ລາຍ(Min Aung Hlaing), ປະທານາທິບໍດີ ມຽນມາ ແລະ ທ່ານ ຫງວຽນວັນທັງ, ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ເຂົ້າຮ່ວມ ເວທີປາໄສວິສາຫະກິດ ມຽນມາ-ຫວຽດນາມ.ໃນໂອກາດນີ້ ທ່ານ ມິນ ອອງ ລາຍ ໄດ້ກ່າວເນັ້ນໜັກວ່າ: ມຽນມາ ຊົມເຊີຍ ແລະ ຮຽກຮ້ອງ ໃຫ້ມີການຮ່ວມມືຂອງ ສສ ຫວຽດນາມ ໃນການພັດທະນາ ພື້ນຖານໂຄງລ່າງ ດີຈີຕອນ, ຄວາມປອດໄພທາງໄຊເບີ, ການຫັນເປັນດີຈີຕອນ, ເຕັກໂນໂລຊີຂໍ້ມູນຂ່າວສານ. ພ້ອມກັນນັ້ນ, ມຽນມາ ກໍ່ເຊື້ອເຊີນ ບັນດານັກລົງທຶນ ຫວຽດນາມ ເຂົ້າຮ່ວມໃນການຜະລິດ ບັນດາເຄື່ອງອຸປະກອນ ເຕັກໂນໂລຊີ ຢູ່ເຂດເຕັກໂນໂລຊີສູງ.ໃນເວທີປາໄສ, ທ່ານ ຫງວຽນວັນທັງ ຖືວ່າ ສສ ຫວຽດນາມ ແລະ ມຽນມາ ຕ້ອງເພີ່ມທະວີ ລັກສະນະການເຊື່ອມຕໍ່, ເພີີ່ມເຕີມໃຫ້ແກ່ກັນ ລະຫວ່າງ 2 ພື້ນຖານເສດຖະກິດ; ເສີມຂະຫຍາຍ ບັນດາກົນໄກ ການຮ່ວມມື ຢ່າງມີປະສິດທິຜົນ. ເນື່ອງໃນໂອກາດນີ້, "ຈົ່ງພ້ອມກັນຮ່ວມມື, ເພື່ອນຳ 2 ພື້ນຖານເສດຖະກິດ ພ້ອມກັນເຕີບໃຫຍ່ ເຂັ້ມແຂງຂຶ້ນ ແລະ ປະຊາຊົນຂອງ 2 ປະເທດ ໄດ້ຊົມໃຊ້ ບັນດາໝາກຜົນການຮ່ວມມື ແລະ ການພັດທະນາ". ໃນຂອບເຂດຂອງເວທີປາໄສ, ປະຊາຄົມວິສາຫະກິດຂອງ 2 ປະເທດ ໄດ້ລົງນາມ, ແລກປ່ຽນບົດບັນທຶກ ການຮ່ວມມື ຫລາຍສະບັບ ໃນຂົງເຂດຕ່າງໆ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL