ກອງປະຊຸມສຳມະນາວິຊາການສາກົນ ກ່ຽວກັບແນວຄິດ ທາງວັດທະນະທຳ ຂອງສີ ຈິ້ນຜິງ ຄັ້ງທີ 2

07/09/2026 17:58
Email Print 109
ຂປລ ກອງ​ປະ​ຊຸມ ​ສຳ​ມະ​ນາ ​ວິ​ຊາ​ການ​ສາ​ກົນ ກ່ຽວ​ກັບ ​ແນວ​ຄິດ​ທາງວັດ​ທະ​ນະ​ທຳ​ ຂອງ​ສີ ​ຈິ້ນ​ຜິງ ​ຄັ້ງ​ທີ 2 ພາຍ​ໃຕ້​ຫົວ​ຂໍ້ “​ເສີມ​ສ້າງ​ ເອ​ກະ​ລັກ​ ທາງວັດ​ທະ​ນະ​ທຳ ເພື່ອ​ຊຸກ​ຍູ້​ຄວາມ​ທັນ​ສະ​ໄໝ​ແບບ​ຈີນ” ໄດ້ຈັດ​ຂຶ້ນ​ຢູ່​ ນະ​ຄອນ​ເ​ຊິນ​ເຈິ້ນ ​ແຂວງ ກວາງ​ຕຸ້ງ​ຈີນ ໃນ​ວັນ​ທີ 6 ກັນ​ຍາ​ນີ້

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ກອງ​ປະ​ຊຸມ ​ສຳ​ມະ​ນາ ​ວິ​ຊາ​ການ​ສາ​ກົນ ກ່ຽວ​ກັບ ​ແນວ​ຄິດ​ທາງວັດ​ທະ​ນະ​ທຳ​ ຂອງ​ສີ ​ຈິ້ນ​ຜິງ ​ຄັ້ງ​ທີພາຍ​ໃຕ້​ຫົວ​ຂໍ້ “​ເສີມ​ສ້າງ​ ເອ​ກະ​ລັກ​ ທາງວັດ​ທະ​ນະ​ທຳ ເພື່ອ​ຊຸກ​ຍູ້​ຄວາມ​ທັນ​ສະ​ໄໝ​ແບບ​ຈີນໄດ້ຈັດ​ຂຶ້ນ​ຢູ່​ ນະ​ຄອນ​ເ​ຊິນ​ເຈິ້ນ ​ແຂວງກວາງ​ຕຸ້ງ​ຈີນ ໃນ​ວັນ​ທີ 6 ກັນ​ຍາ​ນີ້ ໂດຍ​ມີ​ ຜູ້​ຊ່ຽວ​ຊານ ແລະ ແຂກ​ຜູ້​ມີ​ກຽດ ​ປະ​ມານ 130 ຄົນ​ ຈາກ​ອົງ​ການ​ຄົ້ນ​ຄວ້າ ​ທີ່​ກ່ຽວ​ຂ້ອງ ແລະ  ສະ​ຖາ​ບັນ​ ການ​ສຶກ​ສາ​ຊັ້ນ​ສູງ ພາຍ​ໃນ​ປະ​ເທດ ພ້ອມ​ດ້ວຍ ຜູ້​ຊ່ຽວ​ຊານ​ຕ່າງ​ປະ​ເທ​ດ ​ທີ່​ຄົ້ນ​ຄວ້າ​ແນວ​ຄິດ ​ວັດ​ທະ​ນະ​ທຳ​ ສີ​ ຈິ້ນ​ຜິງ ແລະ ອະ​ລິ​ຍະ​ທຳ​ຈີນ​ ເຂົ້າ​ຮ່ວມ.ຜູ້​ຊ່ຽວ​ຊານ ​ທັງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ເຫັນ​ວ່າ: ຄວາມ​ທັນ​ສະ​ໄໝ​ແບບ​ຈີນ ​ໄດ້​ສະ​ໜອງ​ແນວ​ຄິດ​ສຳ​ຄັນ​ໃຫ້​ແກ່ ​ບັນ​ດາ​ປະ​ເທດ​ເຂດ​ໂລກ​ໃຕ້​ ເພື່ອ​ຄົ້ນ​ຄວ້າ​ເສັ້ນ​ທາງ​ຫັນ​ເປັນ​ທັນ​ສະ​ໄໝ​ ດ້ວຍ​ຕົນ​ເອງ. ການ​ເສີມ​ສ້າງ​ ເອ​ກະ​ລັກ​ ທາງວັດ​ທະ​ນະ​ທຳ ແລະ ​ການລົງ​ເລິກ​ການ​ແລກ​ປ່ຽນ​ແລະ​ຮຽນ​ຮູ້​ເຊິ່ງ​ກັນ​ແລ​ະ​ກັນ ​ລະ​ຫວ່າງ​ ອະ​ລິ​ຍະ​ທຳ, ​ສາ​ມາດ​ຊ່ວຍ​ໃຫ້​ອະ​ລິ​ຍະ​ທຳ ​ທີ່​ແຕກ​ຕ່າງ​ກັນ ​ເພີ່ມ​ຄວາມ​ເຂົ້າ​ໃຈ​ກັນ​​ຜ່ານ​ການ​ເຄົາ​ລົບ ​ເຊິ່ງ​ກັນ​ແລະ​ກັນ ແລະ ເຕົ້​າ​ໂຮມ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັນ ​ໃນ​ການ​ແລກ​ປ່ຽນ ແລະ ສົນ​ທະ​ນາ​ກັນ ເພື່ອ​ຮ່ວມ​ກັນ​ຮັບ​ມື​ກັບ ​ສິ່ງ​ທ້າ​ທາຍ​​ທົ່ວ​ໂລກ ​ທີ່​ສັງ​ຄົມ​ມະ​ນຸດ​​ ພວມຜະ​ເຊີນ​ຮ່ວມ​ກັນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top