ສະໜາມບິນ 8 ແຫ່ງຂອງອິນໂດເນເຊຍ ປິດບໍລິການຊົ່ວຄາວຍ້ອນພູໄຟລະເບີດ

07/09/2026 17:46
ຂປລ ຍ້ອນ​ໄດ້​ຮັບ​ຜົນ​ກະ​ທົບ​ ຈາກ​ການ​ລະ​ເບີດ​ ຂອງ​ພູ​ໄຟ​ກູ​ນັງ ອາ​ນັກ ກ​ຣາ​ກາ​ຕົວ, ສະ​ໜາມ​ບິນ 8 ແຫ່ງ ຂອງ​ອິນ​ໂດ​ເນ​ເຊຍ ​ໄດ້​ປິດ​ບໍ​ລິ​ການ​​ຊົ່​ວ​ຄາວ ເຊິ່ງ​ເຮັດ​ໃຫ້ 467 ຖ້ຽວ​ບິນ​ ໄດ້​ຮັບ​ຜົນ​ກະ​ທົບ

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນ​ທີ 6 ກັນ​ຍາ​ນີ້, ​ທ່ານ​ ດູ​ດີ ​​ປູ​ຣ໌ວາ​ກັນ​ດີ ລັດ​ຖະ​ມົນ​ຕີ​ ກະ​ຊວງ​ຄົມ​ມະ​ນາ​ຄົມ ອິນ​ໂດ​ເນ​ເຊຍ ໄດ້ເປີດເຜີຍ​ວ່າ: ຍ້ອນ​ໄດ້​ຮັບ​ຜົນ​ກະ​ທົບ​ ຈາກ​ການ​ລະ​ເບີດ​ ຂອງ​ພູ​ໄຟ​ກູ​ນັງ ອາ​ນັກ ກ​ຣາ​ກາ​ຕົວ, ສະ​ໜາມ​ບິນ 8 ແຫ່ງ ຂອງ​ອິນ​ໂດ​ເນ​ເຊຍ ​ໄດ້​ປິດ​ບໍ​ລິ​ການ​​ຊົ່​ວ​ຄາວ ເຊິ່ງ​ເຮັດ​ໃຫ້ 467 ຖ້ຽວ​ບິນ​ ໄດ້​ຮັບ​ຜົນ​ກະ​ທົບ, ໃນ​ນັ້ນ​ ລວມ​ທັງ​ 58 ຖ້ຽວ​ບິນ​ສາ​ກົນ ແລະ 409 ຖ້ຽວ​ບິນ​ພາຍ​ໃນ​ປະ​ເທດ. ທ່ານ ​ດູ​ດີ ປູ​ຣ໌ວາ​ກັນ​ດີ ໄດ້ກ່າວ​ຕື່ມ​ວ່າ: ການ​ປິດ​ສະ​ໜາມ​ບິນ ​ແມ່ນ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້ເທົ່າ​ຖ່ານ​ພູ​ໄຟ ​ສົ່ງ​ຜົນ​ກະ​ທົບ​ຕໍ່​ຄວາມ​ປອດ​ໄພ​​​ຂອງການ​ບິນ. ຖ້າ​ຫາກ​ເທົ່າ​ຖ່ານ​ພູ​ໄຟ​ສືບ​ຕໍ່​ແຜ່​​ກະ​ຈາຍ, ຈະ​ບໍ່ຟຶ້ນ​ຟູ​ການ​ດຳ​ເນີນ​ງານ ​ຂອງ​ສະ​ໜາມ​ບິນ​ແບບ​ບັງ​ຄັບ. ພ້ອມທັງ ໄດ້​ຮຽກ​ຮ້ອງ ​ໃຫ້​ບໍ​ລິ​ສັດ​ການ​ບິນ​ແຈ້ງ ​ສະ​ພາບ​ການ​ຍົກ​ເລີກ, ປັບ​ປ່ຽນ ແລະ ປ່ຽນ​ເສັ້ນ​ທາງ​ການ​ບິນ​ຂອງ​ຖ້ຽວ​ບິນ​ ຕໍ່​ຜູ້​ໂດຍ​ສານ ​ຢ່າງ​ທັນ​ການ ແລະ ຖືກ​ຕ້ອງ, ພ້ອ​ມ​ທັງ​ຮັບ​ປະ​ກັນ​​ສິດ ແລະ ຜົນ​ປະ​ໂຫຍດ​ ຂອງ​ຜູ້​ໂດຍ​ສານ ເຊັ່ນ: ການ​​ຖອນປີ້ ເປັນ​ຕົ້ນ. ຖ້​າ​​ຫາກມີ​ຄວາມ​ຈຳ​ເປັນ, ​ບາງຖ້ຽວ​ບິນສາ​ມາດ​ໂອນ​ໄປ​ ສະ​ໜາມ​ບິນ​ອື່ນ​ໄດ້./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top