ປະທານປະເທດ ແຫ່ງ ສປປ ລາວ ພົບປະສອງຝ່າຍກັບປະທານາທິບໍດີເບລາຣຸດຊີ

07/09/2026 12:47
Email Print 865
ຂປລ ໃນວັນທີ 1 ກັນຍາ 2026 ທີ່ນະຄອນຫລວງບິສະເກັກ, ສ ກຽກກິດສະຖານ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ອາເລັກຊານເດີ ລູກາເຊັນໂກປະທານາທິບໍດີ ແຫ່ງ ສາທາລະນະລັດ ເບລາຣຸດຊີ ໃນໂອກາດເຂົ້າຮ່ວມກອງປະຊຸມອົງການຮ່ວມມືຊຽງໄຮ້ ບວກຄູ່ຮ່ວມເຈລະຈາ (SCO Plus).

       ຂປລ. ໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມປິຕິຍິນດີເປັນຢ່າງຍິ່ງທີ່ໄດ້ພົບປະກັບ ທ່ານ ອາເລັກຊານເດີ ລູກາເຊັນໂກ ອີກເທື່ອໜຶ່ງ ພາຍຫລັງການພົບປະກັນທ່ີເມືອງກາຊານ, ສ ຣັດເຊຍ ໃນເດືອນຕຸລາ 2024 ຜ່ານມາ. ການພົບປະຄັ້ງນີ້, ຖືເປັນຂີດໝາຍສໍາຄັນເພື່ອປະກອບສ່ວນເຂົ້າໃນການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ ໃຫ້ນັບມື້ນັບມີໝາກຜົນເປັນຮູບປະທຳຍິ່ງໆຂື້ນ. ພ້ອມກັນນີ້, ທ່ານປະທານປະເທດ ແຫ່ງ ສປປ ລາວ ກໍໄດ້ສະແດງຄວາມຂອບໃຈ ຢ່າງຈິງໃຈຕໍ່ທ່ານປະທານາທິບໍດີ ແລະ ລັດຖະບານເບລາຣຸດຊີ ທີ່ໃຫ້ການສະໜັບສະໜູນ ສປປ ລາວ ໃນການເຂົ້າເປັນຄູ່ຮ່ວມເຈລະຈາຂອງອົງການ SCO ພ້ອມທັງຢືນຢັນວ່າ ສປປ ລາວ ຈະສືບຕໍ່ປະກອບສ່ວນຢ່າງຫ້າວຫັນໃນເວທີດັ່ງກ່າວຕາມຄວາມສາມາດ ແລະ ເງື່ອນໄຂຕົວຈິງ. 

      ໃນການພົບປະດັ່ງກ່າວ, ສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືອັນດີ ລະຫວ່າງ ລາວ-ເບລາ ຣຸດຊີ ທ່ີໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງຕະຫລອດໄລຍະຜ່ານມາ ໂດຍສະເພາະທາງດ້ານການເມືອງ ແລະ ຄວາມໝັ້ນຄົງ, ພ້ອມທັງເຫັນດີສືບຕໍ່ໃຫ້ມີການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນໃນຫລາຍລະດັບ; ສອງຝ່າຍ ຍັງໄດ້ທົບທວນຄືນເຖິງການພົວພັນຮ່ວມມືໃນໄລຍະຜ່ານມາ ແລະ ປຶກສາຫາລືກ່ຽວກັບທິດທາງແຜນການຮ່ວມມືໃນຕໍ່ໜ້າ ໂດຍສະເພາະສືບຕໍ່ຊຸກຍູ້ການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືໃນຂົງເຂດຕ່າງໆ ທີ່ໄດ້ມີການຕົກລົງ ແລະ ເຫັນດີເປັນເອກະພາບຮ່ວມກັນແລ້ວນັ້ນ ໃຫ້ເປັນຮູບປະທຳຍິ່ງຂຶ້ນ ເປັນຕົ້ນ ດ້ານເສດຖະກິດ, ການຄ້າ, ການລົງທຶນ, ທະນາຄານ ແລະ ການເງິນ, ການສຶກສາ, ວັດທະນະທຳ, ການທ່ອງທ່ຽວ ແລະ ສາທາລະນະສຸກ. ນອກຈາກນ້ີ, ສອງຝ່າຍ ຍັງໄດ້ເຫັນດີເປັນເອກະພາບໃນການສືບຕໍ່ໃຫ້ມີການປຶກສາຫາລືກັນຜ່ານກົນໄກການຮ່ວມມືທີ່ມີຢູ່ແລ້ວ ເພື່ອຊຸກຍູ້ການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືສອງຝ່າຍ ໃຫ້ໄດ້ຮັບໝາກຜົນເປັນຮູບປະທຳຍິ່ງຂຶ້ນເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ເບລາຣຸດຊີ ໃຫ້ຫລາຍກວ່າເກົ່າ. 

     ໃນໂອກາດນີ້, ທ່ານ ອາເລັກ ຊານເດີ ລູກາເຊັນໂກ ກໍໄດ້ສະແດງຄວາມຊົມເຊີຍຕໍ່ ທ່ານ ທອງລຸນ ສີສຸລິດ ທີ່ໄດ້ຮັບການເລືອກຕັ້ງເປັນ ປະທານປະເທດລາວ ອີກໜຶ່ງສະໄໝ ແລະ ຖືໂອກາດດັ່ງກ່າວເຊື້ອເຊີນໄປຢ້ຽມຢາມ ເບລາຣຸດຊີ ຢ່າງເປັນທາງການ ໃນໂອກາດທີ່ເໝາະສົມ, ພ້ອມທັງສະແດງຄວາມມຸ່ງໝ້ັນທ່ີຈະສືບຕ່ໍຊຸກຍູ້ສາຍພົວພັນ ແລະ ການຮ່ວມມືທີ່ເປັນມູນເຊື້ອອັນດີງາມທີ່ມີມາແຕ່ດົນນານ ລະຫວ່າງ ລາວ ແລະ ເບລາຣຸດຊີ ໃຫ້ເຂັ້ມແຂງ, ເລິກເຊິ່ງ ແລະ ແຕກດອກອອກຜົນຍິ່ງຂຶ້ນ.

KPL

ຂ່າວອື່ນໆ

    • ຄວາມໝາຍຄວາມສຳຄັນ ແລະ ຄວາມຄາດຫວັງຕໍ່ຜົນສຳເລັດການຢ້ຽມຢາມທາງການ ສປປ ລາວ ຂອງທ່ານນາຍົກລັດຖະມົນຕີ ສສ ຫວຽດນາມການເມືອງ

      ຄວາມໝາຍຄວາມສຳຄັນ ແລະ ຄວາມຄາດຫວັງຕໍ່ຜົນສຳເລັດການຢ້ຽມຢາມທາງການ ສປປ ລາວ ຂອງທ່ານນາຍົກລັດຖະມົນຕີ ສສ ຫວຽດນາມ

      10/8/2026 10:38:07 AM

      ວັນທີ 6 ຕຸລາ 2026 ນີ້, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ໂດຍທ່ານໄດ້ຍົກໃຫ້ເຫັນເຖິງຄວາມໝາຍອັນສຳຄັນຂອງການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ວ່າ: ການຢ້ຽມຢາມຄັ້ງນີ້ມີຄວາມໝາຍປະຫວັດສາດອັນຍິ່ງໃຫຍ່, ເປັນການຢ້ຽມຢາມທາງການຄັ້ງທຳອິດຂອງທ່ານ ເລ ມິງ ຮຶງ ນັບຕັ້ງແຕ່ດຳລົງຕຳແໜ່ງນາຍົກລັດຖະມົນຕີ ແລະ ສຳຄັນທີ່ສຸດ, ສປປ ລາວ ເປັນປະເທດທຳອິດທີ່ທ່ານໄດ້ເລືອກມາເຄື່ອນໄຫວຕ່າງປະເທດ. ການເລືອກດັ່ງກ່າວສະແດງໃຫ້ເຫັນຢ່າງຈະແຈ້ງເຖິງຄວາມຜູກພັນອັນພິເສດ ແລະ ຄວາມສຳຄັນທີ່ຝ່າຍຫວຽດນາມມອບໃຫ້ແກ່ສາຍພົວພັນສອງປະເທດ, ເປັນການຢືນຢັນວ່າສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ ຈະສືບຕໍ່ຖະນຸຖະໜອມ, ເພີ່ມພູນຄູນສ້າງ ແລະ ກ້າວໄປຂ້າງໜ້າຢ່າງບໍ່ຢຸດຢັ້ງ.

    • ກະຊວງການເງິນຊີ້ແຈງຫລາຍບັນຫາ ຕິດພັນກັບກົນໄກການປົກຄອງເກັບລາຍຮັບ ແລະ ຈັດສັນຫງົບປະມານການເມືອງ

      ກະຊວງການເງິນຊີ້ແຈງຫລາຍບັນຫາ ຕິດພັນກັບກົນໄກການປົກຄອງເກັບລາຍຮັບ ແລະ ຈັດສັນຫງົບປະມານ

      10/8/2026 9:06:36 AM

      ໃນວາລະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 7 ຕຸລາ 2026 ນີ້, ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໃນຫລາຍບັນຫາສຳຄັນຕິດພັນກັບ ກົນໄກການຄຸ້ມຄອງເກັບລາຍຮັບ, ການຈັດສັນງົບປະມານ, ການຈັດສັນໂຄງການລົງທຶນຂອງລັດເຂົ້າແຜນ, ການຕິດຕາມກວດກາ ແລະ ການນໍາໃຊ້ງົບປະມານລົງທຶນຂອງລັດ.

    • ສສກ ວາງຫລາຍມາດຕະການແກ້ໄຂບັນຫາການປະລະການຮຽນການເມືອງ

      ສສກ ວາງຫລາຍມາດຕະການແກ້ໄຂບັນຫາການປະລະການຮຽນ

      10/8/2026 8:57:50 AM

      ບັນຫາການປະລະການຮຽນຂອງນັກຮຽນແຕ່ລະລະດັບ ນັບແຕ່ຊັ້ນປະຖົມ, ມັດທະຍົມຈົນ ເຖິງການສຶກສາຊັ້ນສູງ ແລະ ອາຊີວະສຶກສາຍັງເປັນສ່ິງທ້າທາຍສຳຄັນຂອງຂະແໜງການສຶກສາ ເນ່ືອງຈາກສົ່ງຜົນຕໍ່ການພັດທະນາຊັບພະຍາກອນມະນຸດ ແລະ ການພັດທະນາເສດຖະ ກິດ-ສັງຄົມ. ເພ່ືອແກ້ໄຂບັນຫາດັ່ງກ່າວ, ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ວາງຫລາຍມາດຕະການທັງດ້ານນະໂຍບາຍ, ການຊ່ວຍເຫລືອນັກຮຽນ, ການປັບປຸງໂຄງສ້າງ ແລະ ຄຸນນະພາບການສຶກສາ.

    • ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດມຽນມາ ປະຈຳລາວການເມືອງ

      ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດມຽນມາ ປະຈຳລາວ

      10/8/2026 8:48:22 AM

      ໃນວັນທີ 7 ຕຸລາ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ອ່ອງ ໂກ (Aung Ko) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ສະຫະພາບ ມຽນມາ ປະຈໍາ ສປປ ລາວ ທີ່ໄດ້ຕາງໜ້າທ່ານປະທານາທິບໍດີ ກໍຄືລັດຖະບານ ແຫ່ງ ສສ ມຽນມາ ນຳເອົາກະຕ່າດອກໄມ້ ແລະ ຄຳອວຍພອນມາຍັງທ່ານ ສະເຫລີມໄຊ ກົມມະສິດ ໄດ້ຮັບການແຕ່ງຕັ້ງດຳລົງຕຳແໜ່ງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.

    • ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລາຊະທູດລາຊະອານາຈັກໄທ ປະຈຳລາວການເມືອງ

      ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລາຊະທູດລາຊະອານາຈັກໄທ ປະຈຳລາວ

      10/7/2026 9:06:54 AM

      ໃນຕອນບ່າຍວັນທີ 6 ຕຸລາ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ນາງ ຄຣອງຂະນິດ ຣັກຈະເລີນ ເອກອັກຄະລາຊະທູດ ແຫ່ງ ລາຊະອານາຈັກໄທ ປະຈຳ ສປປ ລາວ ທ່ີໄດ້ຕາງໜ້າໃຫ້ທ່ານນາຍົກລັດຖະມົນຕີ ກໍຄື ລັດຖະບານ ແຫ່ງ ລາຊະອານາຈັກໄທ ນຳເອົາກະຕ່າດອກໄມ້ ແລະ ຄຳອວຍພອນມາຍັງທ່ານ ສະເຫລີມໄຊ ກົມມະສິດ ທີ່ໄດ້ຮັບແຕ່ງຕັ້ງດຳລົງຕຳແໜ່ງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.

ads
ads

Top