ລາວ-ກາຊັກສະຖານ ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

07/09/2026 12:40
Email Print 108
ຂປລ ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ກາຊຶມ- ໂຈມາດ ໂຕກາຢຽບ (H.E. Mr. Kassym-Jomart Tokayev) ປະທານາທິບໍດີ ແຫ່ງ ສາທາລະນະລັດ ກາຊັກສະຖານ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ເດີນທາງຢ້ຽມຢາມ ສາທາລະນະລັດ ກາຊັກສະຖານ ຢ່າງເປັນທາງການ ໃນວັນທີ 3-4 ກັນຍາ 2026.

      ຂປລ. ໃນຕອນເຊົ້າຂອງວັນທີ 3 ກັນຍາ 2026 ທີ່ທໍານຽບເອກະລາດ ແຫ່ງ ສ ກາຊັກສະຖານ (Palace of Independence) ໄດ້ມີພິທີຕ້ອນຮັບຢ່າງເປັນທາງການ ຈັດຂຶ້ນຢ່າງຍິ່ງໃຫຍ່ ແລະ ສົມກຽດໃຫ້ແກ່ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໂດຍການຕ້ອນຮັບອັນອົບອຸ່ນຂອງ ທ່ານ ກາຊຶມ-ໂຈມາດ ໂຕກາຢຽບ ປະທານາທິບໍດີ ແຫ່ງ ສ ກາຊັກສະຖານ ພ້ອມດ້ວຍຄະນະ.

    ຈາກນັ້ນ, ໄດ້ມີການພົບປະສອງຝ່າຍຢ່າງເປັນທາງການລະ ຫວ່າງ ສອງປະມຸກລັດ ລາວ ແລະ ກາຊັກສະຖານ. ໃນໂອກາດນ້ີ, ທ່ານ ກາຊຶມ-ໂຈມາດ ໂຕກາຢຽບ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງ ຕໍ່ການຢ້ຽມຢາມ ກາຊັກສະຖານ ຢ່າງເປັນທາງການຂອງຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ໃນຄັ້ງນີ້ ຊຶ່ງ ທ່ານ ທອງລຸນ ສີສຸລິດ ກໍໄດ້ສະແດງຄວາມປິຕິຍິນດີ ແລະ ຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບອັນອົບອຸ່ນດັ່ງກ່າວ. ການຢ້ຽມຢາມ ກາຊັກສະຖານ ຢ່າງເປັນທາງການຄັ້ງນີ້ ເປັນການຢ້ຽມຢາມຄັ້ງທຳອິດໃນຂັ້ນປະມຸກລັດຂອງ ສປປ ລາວ ຊຶ່ງຖືເປັນຂີດໝາຍໃໝ່ອັນສຳຄັນໃນການຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືໃນໄລຍະໃໝ່ບົນພື້ນຖານມູນເຊື້ອແຫ່ງສາຍພົວພັນມິດຕະພາບທີ່ມີມາແຕ່ດົນນານລະຫວ່າງສອງປະເທດ ນັບຕັ້ງແຕ່ການສ້າງຕັ້ງສາຍພົວພັນການທູດ ໃນປີ 1997 ໃຫ້ແໜ້ນແຟ້ນ ຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າ.

     ໃນການພົບປະ, ສອງຝ່າຍໄດ້ປຶກສາຫາລື ແລະ ທົບທວນຄືນການພົວພັນຮ່ວມມື ລະຫວ່າງ ສອງປະເທດໃນໄລຍະຜ່ານມາ ໂດຍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ ບົນພື້ນຖານການເຄົາລົບນັບຖື ແລະ ໄວ້ເນື້ອເຊື່ອໃຈ ເຊິ່ງກັນ ແລະ ກັນ ຊຶ່ງໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງທັງໃນຂອບ ສອງຝ່າຍ ແລະ ຫລາຍຝ່າຍ. ສອງຝ່າຍ ໄດ້ແລກປ່ຽນຄໍາຄິດເຫັນຢ່າງກົງໄປກົງມາ ດ້ວຍບັນຍາກາດແຫ່ງໄມຕີຈິດມິດຕະພາບ ເພ່ືອພ້ອມກັນ ສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມທີ່ດີລະ ຫວ່າງສອງປະເທດ; ເຫັນດີສືບຕໍ່ຊຸກຍູ້ແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ຂອງການນໍາຂັ້ນສູງ ແລະ ຂັ້ນຕ່າງໆໃຫ້ເປັນປົກກະຕິ; ຊຸກຍູ້ສົ່ງເສີມການພົວພັນຮ່ວມມືສອງຝ່າຍ ໃນຂົງເຂດຕ່າງໆ ເປັນຕົ້ນດ້ານການເມືອງ, ເສດຖະກິດ-ການຄ້າ- ການລົງທຶນ, ການຂົນສົ່ງ, ພະລັງງານ, ການສຶກສາ, ວັດທະນາທຳ-ສັງຄົມ, ວຽກງານໄອຍະການປະຊາຊົນສູງສຸດ ລວມເຖິງການສະໜັບສະໜູນ ເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ໂດຍສະເພາະໃນຂອບ ສປຊ, ຂອບການຮ່ວມມືອົງການຮ່ວມມືຊຽງໄຮ້ (SCO) ແລະ ອື່ນໆ. 

    ໃນໂອກາດດຽວກັນນີ້, ທ່ານ ທອງລຸນ ສີສຸລິດ ຍັງໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຮູ້ບຸນຄຸນຢ່າງສູງ ມາຍັງລັດຖະບານ ແລະ ປະຊາຊົນ ກາຊັກສະຖານ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອ ສປປ ລາວ ໂດຍສະເພາະການສ້າງບຸກຄະລາກອນ ຕັ້ງແຕ່ສະໄໝສະຫະພາບໂຊວຽດ ຊຶ່ງໄດ້ກາຍເປັນກຳລັງແຮງອັນສຳຄັນໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຂອງ ສປປ ລາວ ໃນປັດຈຸບັນ. ພ້ອມກັນນັ້ນ, ຍັງໄດ້ເຊື້ອເຊີນ ທ່ານ ກາຊຶມ-ໂຈມາດ ໂຕກາຢຽບ ມາຢ້ຽມຢາມ ສປປ ລາວ ໃນໂອກາດຄົບຮອບ 30 ປີ ແຫ່ງ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສ ກາຊັກສະຖານ ໃນປີ 2027.

    ພາຍຫລັງສໍາເລັດການພົບປະສອງຝ່າຍ, ສອງປະມຸກລັດ ລາວ ແລະ ກາຊັກສະຖານ ໄດ້ຮັບຮອງເອົາຖະແຫລງການຮ່ວມ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ກາຊັກສະຖານ ພ້ອມທັງໄດ້ເປັນສັກຂີພິຍານໃນພິທີແລກປ່ຽນເອກະສານຮ່ວມມື ຈໍານວນ 4 ສະບັບຄື: ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການປຶກສາຫາລືດ້ານການເມືອງ ລະຫວ່າງ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ສ ກາຊັກສະຖານ; ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ແລະ ອົງການໄອຍະການສູງສຸດ ແຫ່ງ ສ ກາຊັກສະຖານ; ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານຂໍ້ມູນຂ່າວສານ, ເຕັກໂນໂລຊີການສື່ສານ ແລະ ການບໍລິຫານລັດດ້ວຍລະບົບເອເລັກໂຕຣນິກ ລະຫວ່າງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແຫ່ງ ສປປ ລາວ ແລະ ກະຊວງພັດທະນາດີຈິຕອນ ແລະ ປັນຍາປະດິດ ແຫ່ງ ສ ກາຊັກສະຖານ; ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການສ້າງຕັ້ງສາຍພົວພັນນະຄອນມິດຕະພາບ ລະຫວ່າງ ນະຄອນຫລວງວຽງຈັນ ແລະ ນະຄອນຫລວງອາສ໌ຕານາ. ໃນຕອນທ່ຽງຂອງວັນດຽວກັນ, ທ່ານ ກາຊຶມ-ໂຈມາດ ໂຕກາຢຽບ ຍັງໄດ້ເປັນເຈົ້າພາບຈັດງານລ້ຽງຮັບຮອງເປັນກຽດໃຫ້ແກ່ ທ່ານ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະຢ່າງສົມກຽດ.  

    ໃນໂອກາດເຄື່ອນໄຫວຢ້ຽມ ຢາມ ສ ກາຊັກສະຖານ ຢ່າງເປັນທາງການ ໃນຄັ້ງນີ້, ທ່ານ ທອງລຸນ ສີສຸລິດ ຍັງໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ໂອຊາສ໌ ເບກເຕນອບ ນາຍົກລັດຖະມົນຕີ ແຫ່ງ ສ ກາຊັກສະຖານ (H.E. Mr. Olzhas Bektenov). ນອກຈາກນີ້, ທ່ານ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະຍັງໄດ້ໄປຢ້ຽມຢາມສູນການເງິນສາກົນ (AIFC), ສູນປັນຍາປະດິດສາກົນ (ICAI), ອົງການສົ່ງເສີມການສ້າງມາດຕະການເພື່ອຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ (CICA) ແລະ ຢ້ຽມຊົມສະຖານທີ່ທ່ອງທ່ຽວສໍາຄັນຂອງກາຊັກສະຖານ ຈໍານວນໜຶ່ງ ເປັນຕົ້ນພິພິທະພັນແຫ່ງຊາດ ກາຊັກສະຖານ, ອະນຸສອນສະຖານ ນັກຮົບແພນຟິລັອບ 28 (28 Panfilov Guardsmen), ພິພິທະພັນສິລະປະ ອານມາຕີ ແລະ ໂບດໂອໂຕດັອກຣັດເຊຍ (Ascension Cathedral Russian Orthodox). ພິເສດ, ທ່ານ ທອງລຸນ ສີສຸລິດ ຍັງໄດ້ໄປຢ້ຽມຢາມມະຫາວິທະຍາໄລແຫ່ງຊາດ L.N. Gumilyov Eurasian, ພ້ອມທັງໄດ້ໃຫ້ກຽດຂຶ້ນກ່າວບັນຍາຍ ຕໍ່ຄູອາຈານ-ນັກສຶກສາ ແລະ ຍັງໄດ້ເປັນກຽດຮັບນາມມະຍົດ ສາສະດາຈານ ກິດຕິມະສັກ  ຈາກມະຫາວິທະຍາໄລດັ່ງກ່າວ ອີກດ້ວຍ.

KPL

ຂ່າວອື່ນໆ

    • ປະທານປະເທດ ແຫ່ງ ສປປ ລາວ ພົບປະສອງຝ່າຍກັບປະທານາທິບໍດີເບລາຣຸດຊີການເມືອງ

      ປະທານປະເທດ ແຫ່ງ ສປປ ລາວ ພົບປະສອງຝ່າຍກັບປະທານາທິບໍດີເບລາຣຸດຊີ

      9/7/2026 12:47:54 PM

      ໃນວັນທີ 1 ກັນຍາ 2026 ທີ່ນະຄອນຫລວງບິສະເກັກ, ສ ກຽກກິດສະຖານ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ອາເລັກຊານເດີ ລູກາເຊັນໂກປະທານາທິບໍດີ ແຫ່ງ ສາທາລະນະລັດ ເບລາຣຸດຊີ ໃນໂອກາດເຂົ້າຮ່ວມກອງປະຊຸມອົງການຮ່ວມມືຊຽງໄຮ້ ບວກຄູ່ຮ່ວມເຈລະຈາ (SCO Plus).

    • ຄຕພ ເຜີຍແຜ່ເອກະສານສຳຄັນຂອງພັກ-ຂອງຊາດການເມືອງ

      ຄຕພ ເຜີຍແຜ່ເອກະສານສຳຄັນຂອງພັກ-ຂອງຊາດ

      9/4/2026 9:21:16 AM

      ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ຈັດປາຖະກະຖາເຜີຍແຜ່, ເຊື່ອມຊຶມມູນເຊື້ອວັນຢຶດອໍານາດທົ່ວປະເທດ 23 ສິງຫາ 1945 ຄົບຮອບ 81 ປີ ແລະ 23 ສິງຫາ 1975 ຄົບຮອບ 51 ປີ ແລະ ວັນລັດຖະທຳມະນູນແຫ່ງ ສປປ ລາວ ຄົບຮອບ 35 ປີ (15/8/1991- 15/8/2026) ໃນວັນທີ 3 ກັນຍາ 2026 ນີ້,

    • ສານສະແດງຄວາມຊົມເຊີຍວັນຊາດ ມາເລເຊຍ ຄົບຮອບ 69 ປີການເມືອງ

      ສານສະແດງຄວາມຊົມເຊີຍວັນຊາດ ມາເລເຊຍ ຄົບຮອບ 69 ປີ

      9/3/2026 9:40:19 AM

      ຂປລ. ວັນທີ 31 ສິງຫາ 2026, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານສະແດງຄວາມຊົມເຊີຍ ເຖິງສົມເດັດຊຸນຕານອິບຣາຮິມ ລາຊາທິບໍດີແຫ່ງມາເລເຊຍ ເນື່ອງໃນໂອກາດວັນປະກາດເອກະລາດ ແຫ່ງ ມາເລເຊຍ ຄົບຮອບ 69 ປີ.

    • ປະທານປະເທດ ເຂົ້າຮ່ວມກອງປະຊຸມອົງການຮ່ວມມືຊຽງໄຮ້ ບວກຄູ່ຮ່ວມເຈລະຈາການເມືອງ

      ປະທານປະເທດ ເຂົ້າຮ່ວມກອງປະຊຸມອົງການຮ່ວມມືຊຽງໄຮ້ ບວກຄູ່ຮ່ວມເຈລະຈາ

      9/3/2026 9:36:16 AM

      ໃນລະຫວ່າງວັນທີ 31 ສິງຫາ-1 ກັນຍາ 2026 ທີ່ນະຄອນ ຫລວງບິສະເກັກ ສາທາລະນະລັດ ກຽກກິດສະຖານ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ເຂົ້າຮ່ວມກອງປະຊຸມອົງການຮ່ວມມືຊຽງໄຮ້ ບວກຄູ່ຮ່ວມເຈລະຈາ (the Shanghai Cooperation Organization Plus Meeting) ຈັດຂຶ້ນພາຍໃຕ້ຄໍາຂວັນ “ການເພີ່ມທະວີບົດບາດຂອງອົງການ ສະຫະປະຊາຊາດ ໃນຄວາມເປັນແກນກາງຂອງລະບຽບໂລກທີ່ຍຸຕິທໍາ:

    • ໄຂກອງປະຊຸມໃຫຍ່ສະມາຊິກພັກຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຄັ້ງທີ Iການເມືອງ

      ໄຂກອງປະຊຸມໃຫຍ່ສະມາຊິກພັກຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຄັ້ງທີ I

      9/1/2026 8:05:08 AM

      ກອງປະຊຸມໃຫຍ່ສະມາຊິກພັກ ອົງຄະນະພັກຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ (ຄລທ) ຄັ້ງທີ I ຈັດຂຶ້ນໃນວັນທີ 31 ສິງຫາ 2026 ພາຍໃຕ້ການເປັນປະທານຂອງສະຫາຍ ນາງ ພອນວັນ ອຸທະວົງ ເລຂາຄະນະບໍລິຫານງານພັກ ຄລທ, ຮອງລັດຖະມົນຕີ, ຮອງປະທານ ຄລທ ຜູ້ປະຈໍາການ ແລະ ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ສະເຫລີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ຜູ້ປະຈໍາການລັດຖະບານ, ປະທານຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ, ມີບັນດາກໍາມະການສົມບູນ, ສໍາຮອງສູນກາງພັກ, ການນໍາຂັ້ນສູງຈາກກະຊວງ, ພ້ອມດ້ວຍສະມາຊິກພັກຂອງບັນດາໜ່ວຍພັກ ທີ່ຂຶ້ນກັບອົງຄະນະພັກ ຄລທ ເຂົ້າຮ່ວມ.

ads
ads

Top