ປະທານປະເທດ ເຂົ້າຮ່ວມກອງປະຊຸມອົງການຮ່ວມມືຊຽງໄຮ້ ບວກຄູ່ຮ່ວມເຈລະຈາ

03/09/2026 09:36
Email Print 1566
ຂປລ ໃນລະຫວ່າງວັນທີ 31 ສິງຫາ-1 ກັນຍາ 2026 ທີ່ນະຄອນ ຫລວງບິສະເກັກ ສາທາລະນະລັດ ກຽກກິດສະຖານ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ເຂົ້າຮ່ວມກອງປະຊຸມອົງການຮ່ວມມືຊຽງໄຮ້ ບວກຄູ່ຮ່ວມເຈລະຈາ (the Shanghai Cooperation Organization Plus Meeting) ຈັດຂຶ້ນພາຍໃຕ້ຄໍາຂວັນ “ການເພີ່ມທະວີບົດບາດຂອງອົງການ ສະຫະປະຊາຊາດ ໃນຄວາມເປັນແກນກາງຂອງລະບຽບໂລກທີ່ຍຸຕິທໍາ:

    ຂປລ.  ການປະກອບສ່ວນຂອງບັນດາປະເທດ ອົງການຮ່ວມມືຊຽງໄຮ້ ບວກຄູ່ຮ່ວມເຈລະຈາ ຕໍ່ການສ້າງໂລກຫລາຍຂົ້ວ ໂດຍມີບັນດາປະມຸກລັດ, ຫົວໜ້າລັດຖະບານ ແລະ ຜູ້ແທນຈາກບັນດາປະເທດສະມາຊິກ, ຄູ່ຮ່ວມເຈລະຈາ ແລະ ປະເທດສັງເກດການ ຂອງອົງການຮ່ວມມືຊຽງໄຮ້ (SCO) ເຂົ້າຮ່ວມ. ພິເສດ, ການເຂົ້າຮ່ວມກອງປະຊຸມຄັ້ງນີ້ ຖືເປັນຄັ້ງທໍາອິດ ທີ່ ສປປ ລາວ ໄດ້ເຂົ້າຮ່ວມໃນນາມປະເທດຄູ່ເຈລະຈາຂອງອົງການຮ່ວມມືຊຽງໄຮ້ (SCO Dialogue Partner) ຢ່າງເປັນທາງການ. 

     ໃນໂອກາດນີ້, ທ່ານປະທານປະເທດ ໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ກ່າວຄໍາເຫັນ ໂດຍໄດ້ຕີລາຄາສູງຕໍ່ເນື້ອໃນຄໍາຂວັນຂອງກອງປະຊຸມອົງການຮ່ວມມື ຊຽງໄຮ້ ບວກຄູ່ຮ່ວມເຈລະຈາ ຄັ້ງນີ້ ຊຶ່ງສະແດງໃຫ້ເຫັນເຖິງຄວາມສໍາຄັນ ແລະ ແທດເໝາະກັບສະພາບການຂອງໂລກໃນປັດຈຸບັນ ໃນທ່າມກາງທີ່ບັນດາປະເທດກໍາລັງພັດທະນາທີ່ຮັກຫອມສັນຕິພາບ ໄດ້ຢືນຢັນຄືນຄວາມໝາຍໝັ້ນ ແລະ ເຈດຕະນາລົມເພື່ອຍົກສູງບົດບາດຂອງຂອບການຮ່ວມມືແບບຫລາຍຝ່າຍ ເພື່ອສ້າງສະພາບແວດລ້ອມອັນເອື້ອອໍານວຍໃຫ້ແກ່ການບັນລຸເປົ້າໝາຍການພັດທະນາແບບຍືນຍົງ ໂດຍຮ່ວມກັນຊອກຫາຊ່ອງທາງ ເພື່ອຜ່ານຜ່າອຸປະສັກໃນທ່າມກາງສິ່ງທ້າທາຍປັດຈຸບັນຢ່າງເປັນລະບົບ. ພ້ອມນີ້, ທ່ານປະທານປະເທດ ຍັງໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ບັນດາປະເທດສະມາຊິກອົງການຮ່ວມມືຊຽງໄຮ້ ສໍາລັບຄວາມເຊື່ອໝັ້ນທີ່ມີຕໍ່ ສປປ ລາວ ກໍຄືການຮັບເອົາ ສປປ ລາວ ເຂົ້າເປັນປະເທດຄູ່ຮ່ວມເຈລະຈາ ຂອງອົງການຮ່ວມມືຊຽງໄຮ້ ຊຶ່ງເຫດການສໍາຄັນດັ່ງກ່າວ ບໍ່ເປັນພຽງແຕ່ຄວາມພາກພູມໃຈເທົ່ານັ້ນ, ແຕ່ຍັງເປັນໜ້າທີ່ ແລະ ຄວາມຮັບຜິດຊອບສູງ ຂອງ ສປປ ລາວ ໃນການມີສ່ວນຮ່ວມ ໂດຍພາຍໃຕ້ຂອບການຮ່ວມມືລະດັບພາກພື້ນ ເພື່ອຈັດຕັ້ງຜັນຂະຫຍາຍ “ນໍ້າໃຈຊຽງໄຮ້” (Shanghai Spirit) ໃຫ້ເປັນຮູບປະທໍາຢ່າງແທ້ຈິງ ແລະ ຍົກສູງບົດບາດຂອງຫລັກການຮ່ວມມືຫລາຍຝ່າຍ. ບົນຈິດໃຈດັ່ງກ່າວ, ສປປ ລາວ ໄດ້ຢືນຢັນຄວາມພ້ອມໃນການເປັນຄູ່ຮ່ວມເຈລະຈາ ທີ່ສາມາດປະກອບສ່ວນຢ່າງສ້າງສັນເຂົ້າໃນວຽກງານທີ່ປິ່ນອ້ອມອົງການຮ່ວມມືຊຽງໄຮ້, ລວມທັງບັນດາຂົງເຂດບຸລິມະສິດ ເປັນຕົ້ນການຮັດແໜ້ນການເຊື່ອມໂຍງ-ເຊື່ອມຈອດ ລະຫວ່າງສອງພາກພື້ນອາຊຽນ ແລະ ຢູຣາເຊຍ ໃຫ້ມີຄວາມສະໜິດແໜ້ນຂຶ້ນໃນທຸກລະດັບ.

     ສປປ ລາວ ສະໜັບສະໜູນຢ່າງສະເໝີຕົ້ນສະເໝີປາຍ ຕໍ່ບົດບາດສຳຄັນຂອງອົງການສະຫະປະຊາຊາດ ແລະ ບັນດາຫລັກການພື້ນຖານ ພາຍໃຕ້ກົດບັດສະຫະປະຊາຊາດ ໂດຍເຊື່ອວ່າລະບຽບການສາກົນທ່ີມີຄວາມຍຸຕິທຳ ແລະ ສົມດຸນຄວນຕັ້ງຢູ່ບົນພື້ນຖານຂອງຄວາມສະເໝີພາບທາງດ້ານອະທິປະໄຕ, ການເຄົາລົບເຊິ່ງກັນ ແລະ ກັນ, ການບໍ່ແຊກແຊງ, ການແກ້ໄຂຂໍ້ຂັດແຍ່ງໂດຍສັນຕິວິທີ ແລະ ການຮ່ວມມືທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ. ສະນັ້ນ, ອົງການສະຫະປະຊາຊາດ ຈຶ່ງເປັນອົງປະກອບທີ່ສໍາຄັນ ແລະ ຂາດບໍ່ໄດ້ ໃນການຮັບປະກັນໃຫ້ສັນຕິພາບສາກົນ ມີຄວາມຍືນຍົງ ແລະ ອົງການຮ່ວມມືຊຽງໄຮ້ ຖືເປັນກົນໄກການຮ່ວມມືລະດັບພາກພື້ນ ທີ່ສາມາດຊ່ວຍເສີມສ້າງບົດບາດຄວາມເປັນແກນກາງຂອງອົງການ ສປຊ ໃຫ້ພົ້ນເດັ່ນຂຶ້ນຕື່ມ.

    ໃນໂອກາດນີ້, ສປປ ລາວ ໄດ້ສະເໜີ 4 ຂົງເຂດ ທີ່ເປັນທ່າແຮງສໍາລັບການຮ່ວມມື ພາຍໃຕ້ອົງການຮ່ວມມືຊຽງໄຮ້ ຊຶ່ງລວມມີ: ດ້ານກະສິກໍາ ແລະ ຄວາມໝັ້ນຄົງທາງດ້ານສະບຽງອາຫານ; ການຫັນເປັນດີຈິຕອນ; ການຂົນສົ່ງ ແລະ ການເຊື່ອມໂຍງ-ເຊື່ອມຈອດ; ການຮ່ວມມືດ້ານທະນາຄານ ແລະ ການເງິນ. 4 ບູລິມະສິດເຫລົ່ານີ້ແມ່ນເຊື່ອມໂຍງ ແລະ ເສີມສ້າງເຊິ່ງກັນ ແລະ ກັນ, ພ້ອມທັງຈະສາມາດປະກອບສ່ວນເຂົ້າໃນເປົ້າໝາຍລວມ ເພື່ອການພັດທະນາແບບຍືນຍົງ. ໃນໂອກາດກອງປະຊຸມຄັ້ງນີ້, ທ່ານປະທານປະເທດ ແຫ່ງ ສປປ ລາວ ຍັງໄດ້ພົບປະກັບ ທ່ານ ຊາດືຊ ຊາປາຣົບ (Sadyr  JAPAROV) ປະທານາທິບໍດີ ແຫ່ງ ສາທາລະນະລັດ ກຽກກິດສະຖານ, ທ່ານ ອາເລັກ ຊານເດີ ລູກາເຊັນໂກ (Aleksandr Lukashenko) ປະທານາທິບໍດີ ແຫ່ງ ສາທາລະນະລັດ ເບລາຣຸດຊີ ແລະ ທ່ານ ນູຣລານ ເຢຍເມັກບາ ຢຽບ (Nurlan Yermekbayev) ເລຂາທິການໃຫຍ່ອົງການ SCO ເພື່ອປຶກສາຫາລື ແລະ ແລກປ່ຽນສອງຝ່າຍ ກ່ຽວກັບທິດທາງການຮ່ວມມືໃນຕໍ່ໜ້າ ລະຫວ່າງ ສປປ ລາວ ກັບສອງປະເທດດັ່ງກ່າວ, ລວມທັງແຜນການຮ່ວມມື ລະຫວ່າງ ສປປ ລາວ ແລະ ອົງການ SCO ໃນຕໍ່ໜ້າ.

     ອົງການຮ່ວມມືຊຽງໄຮ້ ແມ່ນອົງການຈັດຕັ້ງລະຫວ່າງລັດຖະບານ ສ້າງຕັ້ງຂຶ້ນໃນວັນທີ 15 ມິຖຸ ນາ 2001 ໂດຍມີສໍານັກງານໃຫຍ່ຕັ້ງຢູ່ນະຄອນຫລວງປັກກິ່ງ ສປ ຈີນ; ມີປະເທດສະມາຊິກ 10 ປະເທດ ຄື: ສປ ຈີນ, ອິນເດຍ, ອີຣານ, ກາຊັກສະຖານ, ກຽກກິດສະຖານ, ປາກິດສະຖານ, ຣັດເຊຍ, ຕັດຈິກິດສະຖານ, ອຸດສະເບກິດສະຖານ ແລະ ເບລາຣຸດຊີ. ສປປ ລາວ ໄດ້ລິເລີ່ມການສຶກສາຄວາມເປັນໄປໄດ້ໃນການເປັນຄູ່ຮ່ວມເຈລະຈາ ໃນປີ 2023 ແລະ ສະແດງເຈດຈໍານົງເຂົ້າເປັນຄູ່ຮ່ວມເຈລະຈາ ຢ່າງເປັນທາງການ ໃນປີ 2024. ໃນເດືອນສິງຫາ 2025, ກອງປະຊຸມສຸດຍອດຂອງອົງການ SCO ໄດ້ມີມະຕິຮັບຮອງເອົາ ສປປ ລາວ ເຂົ້າເປັນຄູ່ຮ່ວມເຈລະຈາ ແລະ ໃນວັນທີ 10 ກໍລະກົດ 2026 ທີ່ຜ່ານມານີ້ ສປປ ລາວ ໄດ້ ລົງນາມບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການໃຫ້ສະຖານະພາບແກ່ ສປປ ລາວ ເປັນຄູ່ຮ່ວມເຈລະຈາຂອງອົງການຮ່ວມມືຊຽງໄຮ້ ຢ່າງເປັນທາງການ ລະຫວ່າງ ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ, ຕາງໜ້າໃຫ້ແກ່ລັດຖະບານ ແຫ່ງ ສປປ ລາວ ຮ່ວມກັບທ່ານເລຂາທິການໃຫຍ່ອົງການ SCO ທີ່ນະຄອນຫລວງປັກກິ່ງ ສປ ຈີນ. ມາຮອດປັດຈຸບັນ, ອົງການ SCO ມີຄູ່ຮ່ວມມືທັງໝົດ 17 ປະເທດ (ໃນນັ້ນມີ 2 ປະເທດສັງເກດການ ຄື: ອັຟການິດສະຖານ ແລະ ມົງໂກລີ ແລະ 15 ປະເທດຄູ່ຮ່ວມເຈລະຈາ ເຊັ່ນ: ອາແຊກໄບຊານ, ອາກເມນີ, ກໍາປູເຈຍ, ເນປານ, ຕວັກກີ, ສີລັງກາ, ອາຣັບບີຊາອູດິດ, ເອຢິບ, ກາຕາ, ບາເຣນ, ມານດີວ, ມຽນມາ, ສະຫະນະຄອນ ເອເມຣັດ ອາຣັບ ແລະ ກູເວດ, ລວມທັງ ສປປ ລາວ.

KPL

ຂ່າວອື່ນໆ

    • ເຜີຍແຜ່ມະຕິກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະບໍລິຫານງານພັກສະໄໝທີ XII ແລະ ເອກະສານສຳຄັນຂອງພັກການເມືອງ

      ເຜີຍແຜ່ມະຕິກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະບໍລິຫານງານພັກສະໄໝທີ XII ແລະ ເອກະສານສຳຄັນຂອງພັກ

      9/10/2026 10:45:30 AM

      ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ເຜີຍແຜ່, ເຊື່ອມຊຶມມະຕິກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານພັກ ສະໄໝ XII ແລະ ບັນດາເອກະສານສຳຄັນຕ່າງໆຂອງພັກ ໃນວັນທີ 9 ກັນຍາ 2026 ໂດຍການເປັນປະທານຂອງ ສະຫາຍ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີຄະນະພັກ, ພະນັກງານຫລັກແຫລ່ງ, ພ້ອມດ້ວຍສະມາຊິກພັກ- ພະນັກງານລັດຖະກອນເຂົ້າຮ່ວມ.

    • ສະພາທິດສະດີສູນກາງພັກ ສະຫລຸບວຽກງານ 5 ປີການເມືອງ

      ສະພາທິດສະດີສູນກາງພັກ ສະຫລຸບວຽກງານ 5 ປີ

      9/10/2026 10:37:33 AM

      ກອງປະຊຸມສະຫລຸບການຈັດຕັ້ງປະຕິບັດວຽກງານສະພາທິດສະດີສູນກາງພັກໄລຍະ 2021-2025 ແລະ ວາງທິດທາງແຜນການໄລຍະ 2026-2030 ຈັດຂຶ້ນໃນວັນທີ 8 ກັນຍາ 2026 ພາຍໃຕ້ການເປັນປະທານຂອງ ສະຫາຍ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ປະທານສະພາທິດສະດີສູນກາງພັກ, ມີຮອງປະທານ, ຫົວໜ້າຄະນະກໍາມະການດ້ານຕ່າງໆ ແລະ ສະມາຊິກສະພາທິດສະດີສູນກາງພັກ ເຂົ້າຮ່ວມ.

    • ສປປ ລາວ ມີຄວາມພ້ອມຢ່າງເຕັມສ່ວນ ໃນການປະຕິບັດພາລະບົດບາດປະທານກອງປະຊຸມ  3RC-CCMການເມືອງ

      ສປປ ລາວ ມີຄວາມພ້ອມຢ່າງເຕັມສ່ວນ ໃນການປະຕິບັດພາລະບົດບາດປະທານກອງປະຊຸມ 3RC-CCM

      9/8/2026 11:54:28 AM

      ທ່ານ ນາງ ມຸກດາວັນ ສີສຸລິດ ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ, ຫົວໜ້າກອງເລຂາ ຄຊກລ ໄດ້ໃຫ້ສໍາພາດຕໍ່ສຶ່ມວນຊົນ ໂດຍໄດ້ຢືນຢັນຢ່າງໜັກແໜ້ນວ່າ: ສປປ ລາວ ມີຄວາມພ້ອມຢ່າງເຕັມສ່ວນ ໃນການປະຕິບັດພາລະບົດບາດປະທານກອງປະຊຸມທົບທວນຮອບວຽນທີ 3 ສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ (3RC CCM) ໂດຍໄດ້ມີການກະກຽມຄວາມພ້ອມຢ່າງຮອບດ້ານ ແລະ ຢ່າງລະອຽດຖີ່ຖ້ວນ.

    • ລາວ-ກາຊັກສະຖານ ລົງນາມການຮ່ວມມືວຽກງານໄອຍະການການເມືອງ

      ລາວ-ກາຊັກສະຖານ ລົງນາມການຮ່ວມມືວຽກງານໄອຍະການ

      9/7/2026 7:36:33 PM

      ໃນວັນທີ 3 ກັນຍາ 2026, ທີ່ນະຄອນຫຼວງອັດສະຕານາ, ສາທາລະນະລັດ ກາຊັກສະຖານ, ໃນໂອກາດການຢ້ຽມຢາມທາງລັດຖະກິດຂອງ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ, ໄດ້ມີພິທີລົງນາມບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ແລະ ອົງການໄອຍະການສູງສຸດ ແຫ່ງ ສາທາລະນະລັດ ກາຊັກສະຖານ ເພື່ອວາງຂອບ ແລະ ສ້າງພື້ນຖານ ໃຫ້ແກ່ການຮ່ວມມືວຽກງານໄອຍະການ ລະຫວ່າງສອງອົງການ ໃນຕໍ່ໜ້າຢ່າງມີປະສິດທິຜົນ.

    • ປະທານປະເທດ ແຫ່ງ ສປປ ລາວ ພົບປະສອງຝ່າຍກັບປະທານາທິບໍດີເບລາຣຸດຊີການເມືອງ

      ປະທານປະເທດ ແຫ່ງ ສປປ ລາວ ພົບປະສອງຝ່າຍກັບປະທານາທິບໍດີເບລາຣຸດຊີ

      9/7/2026 12:47:54 PM

      ໃນວັນທີ 1 ກັນຍາ 2026 ທີ່ນະຄອນຫລວງບິສະເກັກ, ສ ກຽກກິດສະຖານ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ອາເລັກຊານເດີ ລູກາເຊັນໂກປະທານາທິບໍດີ ແຫ່ງ ສາທາລະນະລັດ ເບລາຣຸດຊີ ໃນໂອກາດເຂົ້າຮ່ວມກອງປະຊຸມອົງການຮ່ວມມືຊຽງໄຮ້ ບວກຄູ່ຮ່ວມເຈລະຈາ (SCO Plus).

ads
ads

Top