ຄຕພ ເຜີຍແຜ່ເອກະສານສຳຄັນຂອງພັກ-ຂອງຊາດ

04/09/2026 09:21
Email Print 1650
ຂປລ ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ຈັດປາຖະກະຖາເຜີຍແຜ່, ເຊື່ອມຊຶມມູນເຊື້ອວັນຢຶດອໍານາດທົ່ວປະເທດ 23 ສິງຫາ 1945 ຄົບຮອບ 81 ປີ ແລະ 23 ສິງຫາ 1975 ຄົບຮອບ 51 ປີ ແລະ ວັນລັດຖະທຳມະນູນແຫ່ງ ສປປ ລາວ ຄົບຮອບ 35 ປີ (15/8/1991- 15/8/2026) ໃນວັນທີ 3 ກັນຍາ 2026 ນີ້,

      ຂປລ. ໃຫ້ກຽດເຜີຍແຜ່ໂດຍ ສະຫາຍ ບຸນເຫລືອ ພັນດານຸວົງ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ມີຄະນະບໍລິຫານງານພັກ, ຄະນະກົມ, ຄະນະພະແນກ ແລະ ພະນັກງານຫລັກແຫລ່ງ ຂອງຄະນະພົວພັນຕ່າງປະເທດສູນກາງພັກເຂົ້າຮ່ວມ. ສະຫາຍ ບຸນເຫລືອ ພັນດານຸວົງ ໄດ້ຫວນຄືນມູນເຊື້ອປະຫວັດຄວາມເປັນມາຂອງວັນຢຶດອໍານາດ 23 ສິງຫາ ຊຶ່ງເປັນວັນແຫ່ງໄຊຊະນະຂອງການຕໍ່ສູ້ປະຕິວັດທີ່ຍືດເຍື້ອຍາວນານ ແລະ ເຕັມໄປດ້ວຍນໍ້າໃຈພິລະອາດຫານ, ຄວາມເສຍສະລະທັງຊີວິດ ແລະ ເລືອດເນື້ອ ຂອງປະຊາຊົນລາວບັນດາເຜົ່າ, ແມ່ນໝາກຜົນຂອງການນໍາໃຊ້ສາມບາດຄ້ອນຍຸດທະສາດ ແລະ ໝູນໃຊ້ທິດສະດີມາກ-ເລນິນ ຢ່າງປະດິດສ້າງ ຊຶ່ງໄດ້ຊີ້ໃຫ້ເຫັນແຈ້ງເຖິງການນໍາພາ ທີ່ຖືກຕ້ອງ ແລະ ສະຫລາດສ່ອງໃສ ຂອງພັກປະຊາຊົນປະຕິວັດລາວ. ເຫດການດັ່ງກ່າວ, ເປັນການບົ່ງບອກເຖິງຄວາມປະລາໄຊອັນເຈັບແສບ ຂອງຈັກກະພັດຜູ້ຮຸກຮານ, ແມ່ນວັນໄຂສັງກາດໃໝ່ຂອງປະຊາຊົນລາວ ທີ່ໄດ້ຮັບຄວາມເປັນເອກະລາດ, ອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ, ມີລະບອບການເມືອງທີ່ເປັນເອກະພາບ ພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວ ຈຶ່ງເຮັດໃຫ້ປະເທດຊາດໄດ້ຮັບການສ້າງສາພັດທະນາ, ສັງຄົມມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ, ບົດບາດ ຂອງ ສປປ ລາວ ໄດ້ຮັບການຍົກສູງຂຶ້ນໃນເວທີພາກພື້ນ ແລະ ສາກົນ.

       ພ້ອມນີ້, ສະຫາຍ ຫົວໜ້າຄະນະ ພົວພັນຕ່າງປະເທດສູນກາງພັກ ຍັງໄດ້ຍົກໃຫ້ເຫັນເຖິງຄວາມສໍາຄັນຂອງລັດຖະທຳມະນູນ, ພາຍຫລັງປະເທດຊາດ ໄດ້ຮັບການປົດປ່ອຍການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ມີຄວາມຈຳເປັນຕ້ອງຫັນໄປສູ່ລະບຽບກົດໝາຍ. ຍ້ອນແນວນັ້ນ, ລັດຖະທຳມະນູນສະບັບທຳອິດຂອງ ສປປ ລາວ ຈຶ່ງໄດ້ຖືກສ້າງຂຶ້ນ ແລະ ປະກາດໃຊ້ໃນວັນທີ 15 ສິງຫາ 1991. ຜ່ານການຈັດຕັ້ງປະຕິບັດລັດຖະທຳມະນູນສະບັບທໍາອິດ ແລະ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນແຕ່ລະໄລຍະ, ສະພາແຫ່ງຊາດ ຈ່ຶງໄດ້ພິຈາລະນາ ແລະ ຮັບຮອງເອົາລັດຖະທຳມະນູນສະບັບປັບປຸງ ເທື່ອທີໜຶ່ງໃນປີ 2003, ເທື່ອທີສອງ ໃນປີ 2015 ແລະ ເທື່ອທີສາມ ໃນປີ 2025 ຊຶ່ງແມ່ນສະບັບທີ່ນໍາໃຊ້ໃນປັດຈຸບັນ, ພ້ອມທັງໄດ້ຫັນເອົາ ເນື້ອໃນຈິດໃຈຂອງລັດຖະທຳມະ ນູນ ເປັນກົດໝາຍໃນຂະແໜງການ ຕ່າງໆ ແລະ ນິຕິກຳໃຕ້ກົດໝາຍເປັນ ຈໍານວນຫລາຍ ເພ່ືອເປັນເຄື່ອງມື ໃນການຄຸ້ມຄອງລັດ, ຄຸ້ມຄອງເສດ ຖະກິດ-ສັງຄົມດ້ວຍກົດໝາຍ ໃຫ້ ນັບມື້ເປັນລະບົບຄົບຊຸດຂຶ້ນເທື່ອລະ ກ້າວ, ເປັນພື້ນຖານຄໍ້າປະກັນໃຫ້ແກ່ການປະຕິບັດ ແລະ ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນລາວບັນດາເຜົ່າ.

     ການເຊື່ອມຊຶມເອກະສານດັ່ງກ່າວ, ເພື່ອໃຫ້ພະນັກງານຄະນະພົວ ພັນຕ່າງປະເທດສູນກາງພັກ ເຫັນໄດ້ເຖິງຄວາມໝາຍສໍາຄັນທາງປະຫວັດສາດຂອງຊາດ ໃນການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່, ພ້ອມທັງປຸກລະດົມຂົນຂວາຍໃຫ້ສະມາຊິກພັກ- ພະນັກງານ ມີສະຕິຕື່ນຕົວສູງຕໍ່ ລັດຖະທຳມະນູນ, ກົດໝາຍ ແລະ ນິຕິກຳຕ່າງໆ ເພື່ອສາມາດນໍາໄປຈັດຕັ້ງປະຕິບັດເຂົ້າສູ່ໜ້າວຽກຕົວຈິງ, ປະກອບສ່ວນບູລະນະລະບອບປະຊາທິປະໄຕປະຊາຊົນ ເພື່ອສ້າງໃຫ້ເປັນລັດ ປົກຄອງດ້ວຍກົດໝາຍທີ່ເຂັ້ມແຂງ ຂຶ້ນເປັນກ້າວໆ.

ຂ່າວ: ຄຕພ

KPL

ຂ່າວອື່ນໆ

    • ຄວາມໝາຍຄວາມສຳຄັນ ແລະ ຄວາມຄາດຫວັງຕໍ່ຜົນສຳເລັດການຢ້ຽມຢາມທາງການ ສປປ ລາວ ຂອງທ່ານນາຍົກລັດຖະມົນຕີ ສສ ຫວຽດນາມການເມືອງ

      ຄວາມໝາຍຄວາມສຳຄັນ ແລະ ຄວາມຄາດຫວັງຕໍ່ຜົນສຳເລັດການຢ້ຽມຢາມທາງການ ສປປ ລາວ ຂອງທ່ານນາຍົກລັດຖະມົນຕີ ສສ ຫວຽດນາມ

      10/8/2026 10:38:07 AM

      ວັນທີ 6 ຕຸລາ 2026 ນີ້, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ໂດຍທ່ານໄດ້ຍົກໃຫ້ເຫັນເຖິງຄວາມໝາຍອັນສຳຄັນຂອງການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ວ່າ: ການຢ້ຽມຢາມຄັ້ງນີ້ມີຄວາມໝາຍປະຫວັດສາດອັນຍິ່ງໃຫຍ່, ເປັນການຢ້ຽມຢາມທາງການຄັ້ງທຳອິດຂອງທ່ານ ເລ ມິງ ຮຶງ ນັບຕັ້ງແຕ່ດຳລົງຕຳແໜ່ງນາຍົກລັດຖະມົນຕີ ແລະ ສຳຄັນທີ່ສຸດ, ສປປ ລາວ ເປັນປະເທດທຳອິດທີ່ທ່ານໄດ້ເລືອກມາເຄື່ອນໄຫວຕ່າງປະເທດ. ການເລືອກດັ່ງກ່າວສະແດງໃຫ້ເຫັນຢ່າງຈະແຈ້ງເຖິງຄວາມຜູກພັນອັນພິເສດ ແລະ ຄວາມສຳຄັນທີ່ຝ່າຍຫວຽດນາມມອບໃຫ້ແກ່ສາຍພົວພັນສອງປະເທດ, ເປັນການຢືນຢັນວ່າສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ ຈະສືບຕໍ່ຖະນຸຖະໜອມ, ເພີ່ມພູນຄູນສ້າງ ແລະ ກ້າວໄປຂ້າງໜ້າຢ່າງບໍ່ຢຸດຢັ້ງ.

    • ກະຊວງການເງິນຊີ້ແຈງຫລາຍບັນຫາ ຕິດພັນກັບກົນໄກການປົກຄອງເກັບລາຍຮັບ ແລະ ຈັດສັນຫງົບປະມານການເມືອງ

      ກະຊວງການເງິນຊີ້ແຈງຫລາຍບັນຫາ ຕິດພັນກັບກົນໄກການປົກຄອງເກັບລາຍຮັບ ແລະ ຈັດສັນຫງົບປະມານ

      10/8/2026 9:06:36 AM

      ໃນວາລະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 7 ຕຸລາ 2026 ນີ້, ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໃນຫລາຍບັນຫາສຳຄັນຕິດພັນກັບ ກົນໄກການຄຸ້ມຄອງເກັບລາຍຮັບ, ການຈັດສັນງົບປະມານ, ການຈັດສັນໂຄງການລົງທຶນຂອງລັດເຂົ້າແຜນ, ການຕິດຕາມກວດກາ ແລະ ການນໍາໃຊ້ງົບປະມານລົງທຶນຂອງລັດ.

    • ສສກ ວາງຫລາຍມາດຕະການແກ້ໄຂບັນຫາການປະລະການຮຽນການເມືອງ

      ສສກ ວາງຫລາຍມາດຕະການແກ້ໄຂບັນຫາການປະລະການຮຽນ

      10/8/2026 8:57:50 AM

      ບັນຫາການປະລະການຮຽນຂອງນັກຮຽນແຕ່ລະລະດັບ ນັບແຕ່ຊັ້ນປະຖົມ, ມັດທະຍົມຈົນ ເຖິງການສຶກສາຊັ້ນສູງ ແລະ ອາຊີວະສຶກສາຍັງເປັນສ່ິງທ້າທາຍສຳຄັນຂອງຂະແໜງການສຶກສາ ເນ່ືອງຈາກສົ່ງຜົນຕໍ່ການພັດທະນາຊັບພະຍາກອນມະນຸດ ແລະ ການພັດທະນາເສດຖະ ກິດ-ສັງຄົມ. ເພ່ືອແກ້ໄຂບັນຫາດັ່ງກ່າວ, ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ວາງຫລາຍມາດຕະການທັງດ້ານນະໂຍບາຍ, ການຊ່ວຍເຫລືອນັກຮຽນ, ການປັບປຸງໂຄງສ້າງ ແລະ ຄຸນນະພາບການສຶກສາ.

    • ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດມຽນມາ ປະຈຳລາວການເມືອງ

      ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດມຽນມາ ປະຈຳລາວ

      10/8/2026 8:48:22 AM

      ໃນວັນທີ 7 ຕຸລາ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ອ່ອງ ໂກ (Aung Ko) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ສະຫະພາບ ມຽນມາ ປະຈໍາ ສປປ ລາວ ທີ່ໄດ້ຕາງໜ້າທ່ານປະທານາທິບໍດີ ກໍຄືລັດຖະບານ ແຫ່ງ ສສ ມຽນມາ ນຳເອົາກະຕ່າດອກໄມ້ ແລະ ຄຳອວຍພອນມາຍັງທ່ານ ສະເຫລີມໄຊ ກົມມະສິດ ໄດ້ຮັບການແຕ່ງຕັ້ງດຳລົງຕຳແໜ່ງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.

    • ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລາຊະທູດລາຊະອານາຈັກໄທ ປະຈຳລາວການເມືອງ

      ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລາຊະທູດລາຊະອານາຈັກໄທ ປະຈຳລາວ

      10/7/2026 9:06:54 AM

      ໃນຕອນບ່າຍວັນທີ 6 ຕຸລາ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ນາງ ຄຣອງຂະນິດ ຣັກຈະເລີນ ເອກອັກຄະລາຊະທູດ ແຫ່ງ ລາຊະອານາຈັກໄທ ປະຈຳ ສປປ ລາວ ທ່ີໄດ້ຕາງໜ້າໃຫ້ທ່ານນາຍົກລັດຖະມົນຕີ ກໍຄື ລັດຖະບານ ແຫ່ງ ລາຊະອານາຈັກໄທ ນຳເອົາກະຕ່າດອກໄມ້ ແລະ ຄຳອວຍພອນມາຍັງທ່ານ ສະເຫລີມໄຊ ກົມມະສິດ ທີ່ໄດ້ຮັບແຕ່ງຕັ້ງດຳລົງຕຳແໜ່ງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.

ads
ads

Top