ຜົນສຳເລັດຂອງຫວຽດນາມ ຄວາມປິຕິຊົມຊື່ນຂອງເພື່ອນມິດລາວ

02/09/2026 13:29
ຂປລ ຂປລ. ສຳລັບປະຊາຊົນລາວແລ້ວ, ການພັດທະນາຂອງຫວຽດນາມ ບໍ່ພຽງແຕ່ແມ່ນເລື່ອງລາວຂອງຕົວເລກການເຕີບໂຕ ຫລື ບັນດາໂຄງການກໍ່ສ້າງທີ່ທັນສະໄໝເທົ່ານັ້ນ, ແຕ່ຍັງແມ່ນໝາກຜົນລວມຂອງເສັ້ນທາງປະຫວັດສາດທີ່ສອງຊາດໄດ້ຮ່ວມກັນກ້າວຜ່ານໄລຍະເວລາແຫ່ງຄວາມຫຍຸ້ງຍາກລຳບາກທີ່ສຸດມາດ້ວຍກັນ.

(ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 81 ປີ)

ຂປລ. ສຳລັບປະຊາຊົນລາວແລ້ວ, ການພັດທະນາຂອງຫວຽດນາມ ບໍ່ພຽງແຕ່ແມ່ນເລື່ອງລາວຂອງຕົວເລກການເຕີບໂຕ ຫລື ບັນດາໂຄງການກໍ່ສ້າງທີ່ທັນສະໄໝເທົ່ານັ້ນ, ແຕ່ຍັງແມ່ນໝາກຜົນລວມຂອງເສັ້ນທາງປະຫວັດສາດທີ່ສອງຊາດໄດ້ຮ່ວມກັນກ້າວຜ່ານໄລຍະເວລາແຫ່ງຄວາມຫຍຸ້ງຍາກລຳບາກທີ່ສຸດມາດ້ວຍກັນ.

ໃນພາລະກິດແຫ່ງການຕໍ່ສູ້ກູ້ຊາດ ແລະ ປົກປັກຮັກສາປະເທດຊາດ, ປະຊາຊົນລາວ ແລະ ປະຊາຊົນຫວຽດ ນາມ ໄດ້ຮ່ວມຂຸມຄອງດຽວກັນ, ຮ່ວມທຸກຮ່ວມສຸກ, ຮ່ວມກັນເສຍສະຫລະເລືອດເນື້ອ ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ດ້ວຍຄວາມບໍລິສຸດຜຸດຜ່ອງ ໂດຍບໍ່ຫວັງສິ່ງຕອບແທນ. ພາບພົດແຫ່ງການເຂົ້າເມັດຫັກ ຜັກເຄິ່ງໃບ ແບ່ງປັນກັນ” ໄດ້ກາຍເປັນສັນຍະລັກອັນສູງສົ່ງຂອງຄວາມສາມັກຄີພິເສດລະຫວ່າງສອງຊາດ.

ຍ້ອນເຫດນັ້ນ, ທຸກໆບາດກ້າວແຫ່ງການພັດທະນາຂອງຫວຽດນາມໃນທຸກມື້ນີ້ ຈຶ່ງໄດ້ຮັບຄວາມສົນໃຈ ແລະ ສ້າງຄວາມປິຕິຊົມຊື່ນໃຫ້ແກ່ປະຊາຊົນລາວສະເໝີມາ. ຜົນສຳເລັດຂອງຫວຽດນາມ ຍັງສະແດງໃຫ້ເຫັນເຖິງຄຸນຄ່າຂອງເຈດຈຳນົງແຫ່ງການເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ນ້ຳໃຈແຫ່ງການປ່ຽນແປງໃໝ່ ແລະ ຄວາມມຸ່ງຫວັງທີ່ຈະກ້າວໄປຂ້າງໜ້າຂອງຊາດໜຶ່ງທີ່ໄດ້ຜ່ານຜ່າບົດທົດສອບນາໆປະການ.

ພ້ອມດຽວກັນນັ້ນ, ຫວຽດນາມ ທີ່ມີການພັດທະນາ, ມີສະຖຽນລະພາບ ແລະ ມີບົດບາດອິດທິພົນສູງຂຶ້ນເລື້ອຍໆ ໃນເວທີສາກົນ ຍັງໄດ້ເປີດກາລະໂອກາດໃໝ່ໆ ໃຫ້ແກ່ການຮ່ວມມື ແລະ ການພັດທະນາຂອງລາວ. ສອງປະເທດມີຜົນປະໂຫຍດທີ່ຕິດພັນກັນຢ່າງສະໜິດແໜ້ນໃນການຮັກສາສະພາບແວດລ້ອມແຫ່ງສັນຕິພາບ ແລະ ສະຖຽນລະພາບ, ຊຸກຍູ້ການເຊື່ອມໂຍງດ້ານເສດຖະກິດ ແລະ ເປີດກວ້າງກາລະໂອກາດແຫ່ງການພັດທະນາຮ່ວມກັນໃນພາກພື້ນ.

ຈາກຄວາມສາມັກຄີພິເສດ ສູ່ຫຸ້ນສ່ວນຍຸດທະສາດ.

ສາຍພົວພັນ ຫວຽດນາມ-ລາວ; ຫວຽດນາມ-ລາວ ແມ່ນສາຍພົວພັນພິເສດທີ່ໄດ້ຮັບການກໍ່ຕັ້ງ ແລະ ຫລໍ່ຫລອມຜ່ານຂະບວນວິວັດແຫ່ງປະຫວັດສາດ ໂດຍມີ ປະທານ ໂຮ່ຈີ່ມິງ ທີ່ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ທີ່ເຄົາລົບຮັກ ເປັນຜູ້ລິເລີ່ມວາງຮາກຖານ ແລະ ໄດ້ຮັບການສືບທອດ, ເພີ່ມພູນຄູນສ້າງ ແລະ ທະນຸບຳລຸງຢ່າງຕໍ່ເນື່ອງ ຈາກການນຳ ແລະ ປະຊາຊົນສອງຊາດແຕ່ລະຮຸ່ນ ຈົນກາຍເປັນຊັບສົມບັດລວມອັນລ້ຳຄ່າທີ່ຫາສິ່ງປຽບບໍ່ໄດ້, ທັງເປັນແຫລ່ງກຳລັງແຮງອັນໃຫຍ່ຫລວງສຳລັບພາລະກິດແຫ່ງການສ້າງສາ, ປົກປັກຮັກສາ ແລະ ພັດທະນາປະເທດຊາດຂອງສອງຊົນຊາດ.

ປັດຈຸບັນ, ສາຍພົວພັນ ຫວຽດນາມ-ລາວ, ລາວ-ຫວຽດນາມ ພວມກ້າວເຂົ້າສູ່ໄລຍະແຫ່ງການພັດທະນາ
ໃໝ່. ໃນທ້າຍປີ
2025, ສອງຝ່າຍໄດ້ເປັນເອກະພາບກັນໃນການເພີ່ມເຕີມເນື້ອໃນສຳຄັນ ຄືຫຸ້ນສ່ວນຍຸດທະສາດ” ເພື່ອຍົກລະດັບຂອບການພົວພັນຂຶ້ນເປັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ”. ການເພີ່ມເຕີມດັ່ງກ່າວບໍ່ພຽງແຕ່ເປັນການເປີດກວ້າງເນື້ອໃນການພົວພັນເທົ່ານັ້ນ, ແຕ່ຍັງສະທ້ອນໃຫ້ເຫັນເຖິງວິໄສທັດຮ່ວມຂອງສອງປະເທດ ຕໍ່ຄວາມຮຽກຮ້ອງຕ້ອງການໃໝ່ຂອງຂະບວນການພັດທະນາ, ເນັ້ນໜັກເຖິງການເຊື່ອມໂຍງດ້ານວິໄສທັດ, ຜົນປະໂຫຍດ ແລະ ພື້ນທີ່ແຫ່ງການພັດທະນາ; ການເຊື່ອມໂຍງລະຫວ່າງສະຖຽນລະພາບ, ຄວາມໝັ້ນຄົງ ແລະ ການພັດທະນາ; ການເຊື່ອມໂຍງລະຫວ່າງຜົນປະໂຫຍດຂອງແຕ່ລະປະເທດ ກັບ ຜົນປະໂຫຍດລວມຂອງສອງຊົນຊາດ. ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງທີ່ໄດ້ຮັບການເສີມຂະຫຍາຍຢ່າງໜັກແໜ້ນ, ການຮ່ວມມືດ້ານການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ຍັງເປັນໜຶ່ງໃນເສົາຄ້ຳສຳຄັນ ຊຶ່ງປະກອບສ່ວນເຂົ້າໃນການຮັກສາສະພາບແວດລ້ອມແຫ່ງສັນຕິພາບ ແລະ ສະຖຽນລະພາບ, ພ້ອມທັງສ້າງເງື່ອນໄຂອັນສະດວກໃຫ້ແກ່ການພັດທະນາຂອງແຕ່ລະປະເທດ.

ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ມີບາດກ້າວຂະຫຍາຍຕົວຢ່າງແຂງແຮງໃນການເຊື່ອມຈອດເສດຖະກິດຂອງສອງປະເທດ, ເປີດກາລະໂອກາດໃໝ່ໆ ເພື່ອໃຫ້ຂົງເຂດດັ່ງກ່າວກາຍເປັນກຳລັງຂັບເຄື່ອນສຳຄັນຂອງສາຍພົວພັນສອງຝ່າຍ. ໃນປີ 2025, ມູນຄ່າການຄ້າສອງສົ້ນບັນລຸປະມານ 3 ຕື້ໂດລາສະຫະລັດ, ຂະນະທີ່ການລົງທຶນຂອງຫວຽດນາມ ຢູ່ລາວ ຍັງເພີ່ມຂຶ້ນຢ່າງຕໍ່ເນື່ອງ. ສອງຝ່າຍພວມຊຸກຍູ້ບັນດາໂຄງການຍຸດທະສາດດ້ານຄົມມະນາຄົມ, ໂລຈິສຕິກ, ພະລັງງານ ແລະ ຂົງເຂດອື່ນໆ ເຊັ່ນ: ທ່າເຮືອສາກົນຫວຸງອ່າງ; ເສັ້ນທາງລົດໄຟ ວຽງຈັນ-ຫວຸງອ່າງ; ທາງດ່ວນ ຮ່າໂນ້ຍ-ວຽງຈັນ, ໂຄງການເຫລົ່ານີ້ຈະຊ່ວຍເປີດກວ້າງພື້ນທີ່ແຫ່ງການພັດທະນາ, ຊ່ວຍໃຫ້ລາວສາມາດນຳໃຊ້ທ່າແຮງດ້ານພູມສາດເສດຖະກິດໄດ້ດີຂຶ້ນ ແລະ ເພີ່ມທະວີການເຊື່ອມຈອດກັບພາກພື້ນ. ຂະນະດຽວກັນ ກໍເປີດໂອກາດເພີ່ມເຕີມໃຫ້ຫວຽດນາມ ຂະຫຍາຍຕະຫລາດ ແລະ ການຮ່ວມມື. ນອກຈາກນີ້, ການຮ່ວມມືດ້ານການຕ່າງປະເທດ, ການສຶກສາ ແລະ ການຝຶກອົບຮົມ, ການພັດທະນາຊັບພະຍາກອນມະນຸດ, ວິທະຍາສາດ-ເຕັກໂນໂລຊີ, ວັດທະນະທຳ ແລະ ການແລກປ່ຽນລະຫວ່າງປະຊາຊົນ ຍັງໄດ້ຮັບຄວາມສຳຄັນຢ່າງຕໍ່ເນື່ອງ ຊຶ່ງມີສ່ວນຊ່ວຍໃຫ້ສາຍພົວພັນລະຫວ່າງສອງປະເທດນັບມື້ນັບເລິກເຊິ່ງ ແລະ ເປັນຮູບປະທຳຍິ່ງຂຶ້ນ.

ໃນໂລກທີ່ພວມຜັນແປໄປຢ່າງວ່ອງໄວ, ຄວາມຈຳເປັນທີ່ສອງປະເທດຈະຢືນຄຽງບ່າຄຽງໄຫລ່ກັນ, ຮ່ວມກັນພັດທະນາ, ຮ່ວມກັນຍົກສູງຄວາມສາມາດໃນການເພິ່ງຕົນເອງ ແລະ ຍົກສູງບົດບາດອິດທິພົນຂອງແຕ່ລະປະເທດ ຍິ່ງທະວີຄວາມສຳຄັນຫລາຍຂຶ້ນ. ຫວຽດນາມ ທີ່ເຂັ້ມແຂງ, ມີສະຖຽນລະພາບ ແລະ ມີການພັດທະນາ ຈະຊ່ວຍເປີດກວ້າງຕະຫລາດ, ແຫລ່ງຊັບພະຍາກອນ ແລະ ກາລະໂອກາດຮ່ວມມືເພີ່ມເຕີມໃຫ້ແກ່ລາວ; ຂະນະທີ່ ລາວ ທີ່ມີສັນຕິພາບ, ສະຖຽນລະພາບ, ຄວາມເປັນເຈົ້າຕົນເອງ ແລະ ການພັດທະນາ ຈະປະກອບສ່ວນສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ຫວຽດນາມ ແລະ ພາກພື້ນ. ນີ້ຄືຄວາມໝາຍຕົວຈິງຂອງຫຸ້ນສ່ວນຍຸດທະສາດ” ຄື: ການຫັນປ່ຽນຄວາມໄວ້ເນື້ອເຊື່ອໃຈທາງການເມືອງ ແລະ ຄວາມສາມັກຄີພິເສດ ໃຫ້ກາຍເປັນກຳລັງຂັບເຄື່ອນຂອງການຮ່ວມມື ແລະ ສ້າງຜົນສຳເລັດທີ່ເປັນຮູບປະທຳ ເພື່ອຜົນປະໂຫຍດອັນແທ້ຈິງຂອງປະຊາຊົນສອງຊາດ.

ຕະຫລອດ 40 ປີແຫ່ງການປ່ຽນແປງໃໝ່ ໄດ້ສ້າງໃຫ້ຫວຽດນາມ ມີສັກກະຍະພາບ, ມີພື້ນຖານ ແລະ ມີຖານະບົດບາດໃໝ່. ປັດຈຸບັນ, ຫວຽດນາມ ພວມກ້າວສູ່ອະນາຄົດດ້ວຍຄວາມມຸ່ງມາດປາດຖະໜາອັນແຮງກ້າ ຄື: ການພັດທະນາຢ່າງວ່ອງໄວ ແລະ ຍືນຍົງ, ຍົກສູງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນ, ພ້ອມທັງປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສັນຕິພາບ, ການຮ່ວມມື ແລະ ການພັດທະນາຂອງພາກພື້ນ ແລະ ໂລກ.

ສຳລັບປະຊາຊົນລາວ, ຜົນສຳເລັດທີ່ຫວຽດນາມ ຍາດມາໄດ້ນັ້ນ ຖືເປັນສິ່ງທີ່ໜ້າຊື່ນຊົມ ແລະ ເປັນແຫລ່ງກຳລັງໃຈອັນໃຫຍ່ຫລວງເທິງເສັ້ນທາງການພັດທະນາຂອງລາວ. ສາຍພົວພັນອັນພິເສດລະຫວ່າງສອງຊົນຊາດທີ່ໄດ້ຮັບການຫລໍ່ຫລອມຈາກປະຫວັດສາດ ຈະຍັງຄົງໄດ້ຮັບການທະນຸບຳລຸງຜ່ານໝາກຜົນຂອງການຮ່ວມມືໃນປັດຈຸບັນ ແລະ ຄວາມມຸ່ງຫວັງຮ່ວມກັນໃນອະນາຄົດ.

ຈາກຊ່ວງໄລຍະເວລາທີ່ເຄີຍຮ່ວມຂຸມຄອງດຽວກັນ ຈົນເຖິງການຮ່ວມມືອັນກວ້າງຂວາງໃນມື້ນີ້ ແມ່ນເສັ້ນທາງອັນຍາວໄກຂອງມິດຕະພາບ ແລະ ຄວາມສາມັກຄີ. ຫາກປະຫວັດສາດໄດ້ພິສູດແລ້ວວ່າ ລາວ ແລະ ຫວຽດນາມ ສາມາດຮ່ວມກັນຜ່ານຜ່າທຸກສິ່ງທ້າທາຍທີ່ຜ່ານມາໄດ້, ອະນາຄົດຂອງທັງສອງປະເທດກໍພວມກ້າວເດີນຕໍ່ໄປດ້ວຍການຫັນປ່ຽນຄວາມໄວ້ເນື້ອເຊື່ອໃຈໃຫ້ເປັນແຮງຂັບເຄື່ອນ, ຫັນປ່ຽນຄວາມສາມັກຄີໃຫ້ເປັນໝາກຜົນຕົວຈິງຂອງການຮ່ວມມື, ແລະ ຫັນປ່ຽນ “ຫຸ້ນສ່ວນຍຸດທະສາດ” ໃຫ້ເປັນກຳລັງແຮງສັງລວມ ເພື່ອການພັດທະນາອັນຈະເລີນຮຸ່ງເຮືອງຂອງສອງປະເທດ.

ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ຈະສືບຕໍ່ເປັນຊັບສົມບັດອັນປະເສີດທີ່ບໍ່ມີສິ່ງໃດປຽບໄດ້ ຊຶ່ງຄົນຮຸ່ນປັດຈຸບັນຈະພ້ອມກັນປົກປັກຮັກສາ, ທະນຸບຳລຸງ ແລະ ສົ່ງຕໍ່ໃຫ້ຄົນຮຸ່ນຫລັງຕະຫລອດກາລະນານ.

ໂດຍ: ຄະນະ ບກ

KPL

ຂ່າວອື່ນໆ

ads
ads

Top