ຂປລ
ພິທີເປີດນໍາໃຊ້ຫ້ອງຄອມ ພິວເຕີ ຫ້ອງທີ 2 ສູນຝຶກອົບຮົມ ພາສາຫວຽດນາມ ຈັດຂຶ້ນໃນວັນທີ 25 ສິງຫາ 2026 ຢູ່ສະຖາບັນຄົ້ນ ຄວ້າວິທະຍາສາດການສຶກສາ
ໂດຍ ມີທ່ານ ນາງ ສີສຸກ ວົງວິຈິດ ແລະ ທ່ານ ສຳລານ ພັນຄະວົງ ອະດີດ ຮອງລັດຖະມົນຕີກະຊວງສຶກສາທິ ການ ແລະ ກິລາ, ທ່ານ ວົງເພັດ ອຸດົມລິດ ຜູ້ອຳນວຍການສະຖາບັນ ຄົ້ນຄວ້າວິທະຍາສາດການສຶກສາ, ທ່ານ ເລືອງມິງກື ຜູ້ອຳນວຍການ ມະຫາວິທະຍາໄລກິວລອງ, ທ່ານ ກີມ ຣຶງ ຮອງປະທານສະພາປະຊາ ຊົນແຂວງວິງລອງ, ທ່ານ ຫວຽນ ແທັງ ຕ້ວນ ຮອງຫົວໜ້າພະແນກ ສຶກສາ ແລະ ກໍ່ສ້າງແຂວງວິງລອງ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ທ່ານ ເລືອງມິງກື ໄດ້ກ່າວວ່າ: ການເປີດຫ້ອງຄອມພິວເຕີໃນຄັ້ງ ນີ້, ມີຄວາມສຳຄັນຫລາຍ ເພື່ອເປັນ ການຮ່ວມມືກໍ່ສ້າງ ແລະ ພັດທະນາ ຊັບພະຍາກອນມະນຸດລະຫວ່າງ ສອງຝ່າຍ, ເປັນການເພີ່ມພູນຄູນ ສ້າງສາຍພົວພັນມິດຕະພາບ, ຄວາມ ສາມັກຄີແບບພິເສດ, ການຮ່ວມມື ຮອບດ້ານ ແລະ ຫຸ້ນສ່ວນຍຸດທະ ສາດ ຫວຽດນາມ-ລາວ ໃຫ້ໝັ້ນຄົງຂະໜົງແກ່ນຕະຫລອດໄປ. ການເປີດ ຫ້ອງຄອມພິວເຕີເພີ່ມອີກເປັນຫ້ອງທີສອງ ໃຫ້ແກ່ສູນຝຶກອົບຮົມພາສາຫວຽດນາມ ຢູ່ສະຖາບັນຄົ້ນຄວ້າວິທະຍາສາດແຫ່ງ ນີ້ ຈະເປັນອີກສະຖານການສຶກສາໜຶ່ງທີ່ ສ້າງເງືຶ່ອນໄຂ ແລະ ຕອບສະໜອງຄວາມ ຮຽກຮ້ອງຕ້ອງການຂອງນັກຮຽນ, ນັກ ສຶກສາ ແລະ ພະນັກງານລາວ ໃນການ ຮຽນຮູ້ພາສາຫວຽດນາມ ກ່ອນຈະໄປສຶກ ສາຄົ້ນຄວ້າຕໍ່ຢູ່ ສສ ຫວຽດນາມ ແລະ ຍັງເປັນການຮຽນຮູ້ເພື່ອການສື່ສານຕື່ມ ອີກ. ພ້ອມນີ້, ທ່ານຍັງໄດ້ສະແດງຄວາມ ຫວັງວ່າມະຫາວິທະຍາໄລກິວລອງ ຈະ ເປັນອີກທາງເລືອກໜຶ່ງໃນການໄປສຶກສາ ຕໍ່ທີ່ປະເທດຫວຽດນາມ ແລະ ຫວັງວ່າ ລູກຫລານນັກຮຽນທີ່ກຽມພາສາຫວຽດ ຢູ່ສະຖາບັນນີ້ ຈະເລືອກຮຽນທີ່ມະຫາ ວິທະຍາໄລກິວລອງ ໃນການສຶກສາຕໍ່ທີ່ປະ ເທດຫວຽດນາມ. ຫ້ອງຄອມພິວເຕີດັ່ງກ່າວ ແມ່ນຢູ່ສະ ຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ກະຊວງສຶກສາທິການ ແລະ ກິລາ ຂຶ້ນກັບ ສູນຝຶກອົບຮົມພາສາຫວຽດນາມ, ຫ້ອງ ຄອມພິວເຕີໄດ້ຕິດຕັ້ງອຸປະກອນຄົບຊຸດ ປະກອບມີ: ຄອມພິວເຕີ 21 ເຄື່ອງ, ເຄື່ອງ ສາຍ Projector, ເຄື່ອງພິມເອກະສານ, ລະບົບເຄືອຂ່າຍອິນເຕີເນັດ, ໂຕະ, ຕັ່ງ ລວມມູນຄ່າປະມານ 558 ລ້ານກວ່າກີບ (642 ລ້ານດົ່ງ). ປັດຈຸບັນມະຫາວິທະຍາໄລກິວລອງ ມີສູນຝຶກອົບຮົມພາສາຫວຽດນາມ ຢູ່ ສປປ ລາວ 2 ແຫ່ງ ຄື: ສູນຝຶກອົບຮົມພາສາ ຫວຽດນາມ ມິດຕະພາບ UCL-IICT ໂດຍມະຫາວິທະຍາໄລກິວລອງ ຮ່ວມກັບ ສະຖາບັນເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ສປປ ລາວ ແລະ ແຫ່ງ ທີສອງ ຕັ້ງຢູ່ສະຖາບັນວິທະຍາສາດການ ສຶກສາ, ກະຊວງສຶກສາທິການ ແລະ ກິລາ. ພາບ-ຂ່າວ: ບົວລະ
KPL