ຂປລ
ວັນທີ 26 ສິງຫາ 2026 ນີ້, ກອງເລຂາຄະນະກຳມະການ ອະໄພຍະໂທດລະດັບຊາດ ຈັດກອງ ປະຊຸມລາຍງານຜົນການຄົ້ນຄວ້າ, ກວດກາການສະເໜີອະໄພຍະໂທດ ໃຫ້ແກ່ນັກໂທດ ປະຈຳປີ 2026
ພາຍໃຕ້ການເປັນປະທານຂອງທ່ານ
ບຸນທັນ ບຸນທະວິໄລ ຮອງຫົວໜ້າ
ອົງການໄອຍະການປະຊາຊົນສູງ
ສຸດ, ຫົວໜ້າກອງເລຂາຄະນະ
ກຳມະການອະໄພຍະໂທດລະດັບ
ຊາດ, ມີບັນດາຮອງຫົວໜ້າກອງເລຂາ ແລະ ກອງເລຂາຄະນະກໍາມະການ
ອະໄພຍະໂທດລະດັບຊາດ ຈາກອົງການ
ໄອຍະການປະຊາຊົນສູງສຸດ, ກະຊວງ
ປ້ອງກັນຄວາມສະຫງົບ, ກະຊວງຍຸຕິທໍາ,
ກະຊວງປ້ອງກັນປະເທດ ແລະ ພາກສ່ວນ
ກ່ຽວຂ້ອງເຂົ້າຮ່ວມ.
ໃນກອງປະຊຸມໄດ້ຮັບຟັງການລາຍ
ງານຈາກຕາງໜ້າຂອງແຕ່ລະຈຸກ່ຽວ
ກັບຜົນການຄົ້ນຄວ້າ, ກວດກາການ
ຂໍອະໄພຍະໂທດ, ຫລຸດຜ່ອນໂທດ ແລະ
ການຂໍອະໄພຍະໂທດປ່ອຍຕົວຂອງນັກ
ໂທດ ປະຈຳ ປີ 2026 ທີ່ຄະນະກໍາມະ
ການອະໄພຍະໂທດລະດັບກະຊວງ, ນະ
ຄອນຫລວງ, ແຂວງສະເໜີມາຄື: ຈຸທີ
1 ປະກອບມີ ກະຊວງປ້ອງກັນປະເທດ,
ແຂວງເຊກອງ, ຫົວພັນ, ໄຊຍະບູລີ, ອຸດົມ
ໄຊ, ຫລວງນໍ້າທາ, ຫລວງພະບາງ, ໄຊ
ສົມບູນ ແລະ ແຂວງວຽງຈັນ; ຈຸທີ 2
ປະກອບມີ ນະຄອນຫລວງວຽງຈັນ, ບໍລິ
ຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ, ສາ
ລະວັນ, ຈໍາປາສັກ ແລະ ແຂວງອັດຕະ
ປື; ຈຸທີ 3 ປະກອບມີ ຄ້າຍຄຸມຂັງ-ດັດ
ສ້າງໂພນຕ້ອງ, ຄ້າຍຄຸມຂັງນາຂ່າ, ຄ້າຍ
ຄຸມຂັງ-ດັດສ້າງຄັງໄຂ, ຄ້າຍຄຸມຂັງ-ດັດ
ສ້າງລ່ອງເລິກ ແລະ ຄ້າຍຄຸມຂັງ-ດັດ
ສ້າງແກ້ງຄັນ ແລະ ຈຸທີ 4 ປະກອບມີ
ແຂວງບໍ່ແກ້ວ, ຄ້າຍຄຸມຂັງ-ດັດສ້າງ
ຕານປ່ຽວ, ຄ້າຍຄຸມຂັງ-ດັດສ້າງບຸນເໜືອ
ແລະ ຄ້າຍຄຸມຂັງ-ດັດສ້າງບັງລຽງ ຕາມ
ຂໍ້ຕົກລົງແບ່ງຄວາມຮັບຜິດຊອບຂອງ
ກອງເລຂາຄະນະກໍາມະການອະໄພຍະ
ໂທດລະດັບຊາດ ສະບັບເລກທີ 56/ກລຂ,
ລົງວັນທີ 10 ເມສາ 2024. ຜ່ານການ
ຮັບຟັງການລາຍງານແລ້ວ, ຜູ້ເຂົ້າຮ່ວມ
ກອງປະຊຸມໄດ້ມີການປະກອບຄໍາຄິດຄໍາ
ເຫັນເຈາະຈີ້ມກ່ຽວກັບຜົນການຄົ້ນຄວ້າ,
ກວດກາຂອງແຕ່ລະທ່ານທີ່ຮັບຜິດຊອບ
ຄົ້ນຄວ້າຢ່າງກົງໄປກົງມາດ້ວຍຄວາມ
ຮັບຜິດຊອບສູງບົນພື້ນຖານຕາມລັດຖະ
ບັນຍັດວ່າດ້ວຍການໃຫ້ອະໄພຍະໂທດ
ສະບັບເລກທີ 001/ປປທ, ລົງວັນທີ 20
ມີນາ 2018 ແລະ ບັນດານິຕິກໍາຂອງ
ຄະນະກໍາມະການອະໄພຍະໂທດກໍານົດໄວ້
ເພື່ອແນໃສ່ເຮັດໃຫ້ການຄົ້ນຄວ້າ, ກວດ
ກາການສະເໜີຂໍອະໄພຍະໂທດ ປະຈໍາປີ
2026 ມີຄວາມຍຸຕິທໍາ, ໂປ່ງໃສ ແລະ ທັນ
ກໍານົດເວລາ.
ໂ ອ ກ າ ດ ນີ້ , ທ່ າ ນ ບຸ ນ ທັ ນ
ບຸນທະວິໄລ ໄດ້ເນັ້ນໃຫ້ກອງເລຂາຄະນະ
ກໍາມະການອະໄພຍະໂທດລະດັບຊາດ
ເພີ່ມທະວີ ແລະ ສືບຕໍ່ຄົ້ນຄວ້າ, ກວດກາ
ບັນດາກະຊວງ, ນະຄອນຫລວງ, ແຂວງ
ທີ່ຕົນເອງຮັບຜິດຊອບໃຫ້ສໍາເລັດໂດຍ
ໄວ ແລະ ປັບປຸງຕາມການຕົກລົງຂອງ
ກອງປະຊຸມ ໂດຍເນັ້ນໃຫ້ແຕ່ລະຈຸພາຍ
ຫລັງສໍາເລັດກອງປະຊຸມໃນມື້ນີ້, ແລ້ວ
ຜູ້ຮັບຜິດຊອບ ແລະ ຈຸທີ່ຮັບຜິດຊອບ
ຕ້ອງຮີບຮ້ອນປັບປຸງໃຫ້ຖືກຕ້ອງ, ທັງ
ຮັບປະກັນບໍ່ໃຫ້ຜິດພາດ ແລະ ປັບປຸງ
ເອກະສານຫລົບໄປຫລົບມາຫລາຍ
ຄັ້ງ ແລະ ຕ້ອງຮັບປະກັນຕໍ່ການນໍາ
ສະເໜີຕໍ່ກອງປະຊຸມຄະນະກໍາມະການ
ອະໄພຍະໂທດລະດັບຊາດພິຈາລະນາ
ຕາມຂັ້ນຕອນທີ່ກໍານົດໄວ້ໃນລັດຖະ
ບັນບັນຍັດວ່າດ້ວຍການໃຫ້ອະໄພຍະ
ໂທດ, ທັງຮັບປະກັນໃຫ້ທັນກໍານົດ
ເວລາໃນການສະເໜີຫາຫ້ອງວ່າການ
ສໍານັກງານນາຍົກລັດຖະມົນຕີ ເພື່ອ
ສະເໜີຕໍ່ທ່ານປະທານປະເທດ ແຫ່ງ
ສປປ ລາວ ອອກລັດຖະດໍາລັດອະໄພຍະ
ໂທດໃຫ້ແກ່ນັກໂທດ ແລະ ຖະແຫລງ
ການອະໄພຍະໂທດຕໍ່ສື່ມວນຊົນ ແລະ
ສັງຄົມຊາບກ່ອນວັນຊາດ ທີ 2 ທັນວາ
2026.
ຂ່າວ-ພາບ: ອອປສ
KPL