ຂປລ
ສະຖານທູດ ຫວຽດນາມ ປະຈຳ ບຣາຊິນ ໄດ້ຈັດພິທີສະເຫລີມສະຫລອງ 81 ປີ ວັນປະຕິວັດ ເດືອນສິງຫາ ແລະ ວັນຊາດທີ 2 ກັນຍາ ຢູ່ນະຄອນຫລວງ ບຼາຊີເລັຍ(Brasilia) ຂອງບຣາຊິນ ໃນວັນທີ 27 ສິງຫາ, ໂດຍມີ ການເຂົ້າຮ່ວມ ຂອງ ທ່ານນາງ Susan Kleebank ລັດຖະມົນຕີ ກະຊວງ ການຕ່າງປະເທດ ບຣາຊິນ
ຂປລ. ສຳນັກຂ່າວ ວິທະຍຸ ກະຈາຍສຽງ ຫວຽດນາມ: ເມື່ອບໍ່ດົນມານິ້, ສະຖານທູດ ຫວຽດນາມ ປະຈຳ ບຣາຊິນ ໄດ້ຈັດພິທີສະເຫລີມສະຫລອງ 81ປີ ວັນປະຕິວັດ ເດືອນສິງຫາ ແລະ ວັນຊາດທີ2 ກັນຍາ ຢູ່ນະຄອນຫລວງ ບຼາຊີເລັຍ(Brasilia) ຂອງບຣາຊິນໃນວັນທີ 27 ສິງຫາ, ໂດຍມີ ການເຂົ້າຮ່ວມ ຂອງ ທ່ານນາງSusan Kleebank ລັດຖະມົນຕີ ກະຊວງ ການຕ່າງປະເທດບຣາຊິນພ້ອມດ້ວຍ ຜູ້ຕາງໜ້າ ສະພາແຫ່ງຊາດ, ລັດຖະບານ, ທູຕານຸທູດ, ໝູ່ເພື່ອນ ແລະ ປະຊາຄົມຊາວ ຫວຽດນາມ ທີ່ອາໄສ ຢູ່ ບຣາຊິນ ເປັນຈຳນວນ ຫລວງຫລາຍ.
ທ່ານ ບຸ່ຍວັນງິເອກອັກ ຄະລັດຖະທູດ ຫວຽດນາມ ປະຈຳ ບຣາຊິນໄດ້ທົບທວນຄືນ ຄວາມໝາຍ ປະຫວັດ ສາດຂອງ ການປະຕິວັດ ເດືອນສິງຫາ ແລະວັນຊາດທີ2 ກັນຍາ 1945. ເມື່ອເວົ້າເຖິງ ການພົວພັນ ຫວຽດນາມ - ບຣາຊິນ, ທ່ານ ບຸ່ຍວັນງິ ຢືນຢັນວ່າ: ປັດຈຸບັນ, ມີບົດບາດ ສຳຄັນ ໃນນະໂຍບາຍ ການຕ່າງປະເທດ ຂອງຫວຽດນາມ.ນັບຕັ້ງແຕ່ ສອງປະເທດຍົກລະດັບ ການພົວພັນຂຶ້ນ ເປັນຄູ່ຮ່ວມມື ຍຸດທະສາດເມື່ອເດືອນພະຈິກ 2024, ເຮັດໃຫ້ການພົວພັນ ສອງຝ່າຍ ໄດ້ກ້າວເຂົ້າສູ່ ໄລຍະພັດທະນາໃໝ່.ນອກນັ້ນ ສອງຝ່າຍ ຍັງຕັ້ງເປົ້າໝາຍ ໃຫ້ມູນຄ່າ ການຄ້າ ໃຫ້ບັນລຸເຖງ 15 ຕື້ໂດລາ ສະະຫລັກ ໃນປີ 2030./
KPL