ຂປລ
ຂປລ. ເມື່ອເວົ້າເຖິງ "ສິ້ນໄໝມ້ອນຊຳເໜືອ" ຫລາຍຄົນຕ້ອງນຶກເຖິງຄວາມປານີດ, ລວດລາຍອັນສວຍງາມ ແລະ ເອກະລັກອັນໂດດເດັ່ນ ຊຶ່ງສ່ອງແສງໃຫ້ເຫັນເຖິງສິລະປະ, ວັດທະນະທໍາ, ພູມປັນຍາ ແລະ ວິຖີຊີວິດຂອງແມ່ຍິງລາວ ທີ່ສືບທອດກັນມາແຕ່ດົນນານຈົນກາຍເປັນວັດທະນະທໍາການນຸ່ງຖື ທີ່ມີຄວາມໂດດເດັ່ນໃນສາຍຕາຂອງຊາວໂລກ

ຂປລ. ເມື່ອເວົ້າເຖິງ "ສິ້ນໄໝມ້ອນຊຳເໜືອ" ຫລາຍຄົນຕ້ອງນຶກເຖິງຄວາມປານີດ, ລວດລາຍອັນສວຍງາມ ແລະ ເອກະລັກອັນໂດດເດັ່ນ ຊຶ່ງສ່ອງແສງໃຫ້ເຫັນເຖິງສິລະປະ, ວັດທະນະທໍາ, ພູມປັນຍາ ແລະ ວິຖີຊີວິດຂອງແມ່ຍິງລາວ ທີ່ສືບທອດກັນມາແຕ່ດົນນານຈົນກາຍເປັນວັດທະນະທໍາການນຸ່ງຖື ທີ່ມີຄວາມໂດດເດັ່ນໃນສາຍຕາຂອງຊາວໂລກ ໂດຍສະເພາະແມ່ນການນຸ່ງສິ້ນ, ເກົ້າຜົມ, ບ່ຽງແພ. ສະນັ້ນ, ພູມປັນຍາ ທາງວັດທະນະທໍາເຫລົ່ານີ້ມັນໄດ້ກາຍເປັນອາຊີບທີ່ໝັ້ນຄົງໃຫ້ປະຊາຊົນ. ເໝືອນດັ່ງທ່ານ ນາງ ສຸນິຕາ ເຈົ້າຂອງຮ້ານ ສຸນິຕາ ຜ້າໄໝ ຜູ້ທີ່ເຕີບໃຫຍ່ມາໃນຄອບຄົວຫັດຖະກຳໄໝມ້ອນຊໍາເໜືອ ຫລາຍກວ່າ 30 ປີ.
ທ່ານ ນາງ ສຸນິຕາ ເວົ້າສູ່ຟັງໃນໂອກາດກອງປະຊຸມວຽກງານສື່ມວນຊົນ ຄັ້ງທີ I ໃນເດືອນຜ່ານມາ ທີ່ຫໍປະຊຸມແຫ່ງຊາດວ່າ: ຕົນເອງແມ່ນ ຄົນໜຶ່ງທີ່ໄດ້ກິ້ງເກືອກລີເລືອຢູ່ກັບຫັດຖະກໍາຕໍ່າແຜ່ນນີ້ມາເປັນເວລາ 30 ກວ່າປີ ຈຶ່ງມີຄວາມຮູ້, ປະສົບການກ່ຽວກັບອາຊີບນີ້ຫລາຍສົມຄວນ ຈຶ່ງສືບຕໍ່ເຮັດສິ່ງທີ່ມັກ ເພື່ອສ້າງເສດຖະກິດຄອບຄົວ ນັ້ນກໍຄືການຂາຍສິ້ນໄໝ ຊໍາເໜືອ ເປັນເວລາ 15 ປີ. ໂດຍສິ້ນທີ່ນໍາມາຂາຍແມ່ນຜະລິດເອງ ແລະ ຮັບຊື້ຈາກປະຊາຊົນ ຫລາຍກວ່າ 20 ຄອບຄົວ, ໂດຍທາງຮ້ານຈະລົງທຶນຊື້ໄໝໃຫ້ ແລະ ໃຫ້ຊາວບ້ານເປັນຜູ້ຕ່ຳ ແລ້ວກໍໄປເກັບຊື້ ໃນລາຄາ 500.000 ກີບ ຫາ 5.000.000 ກີບຕໍ່ຜືນ ຂຶ້ນກັບຄວາມຍາກງ່າຍຂອງລາຍ ຊຶ່ງສະເລ່ຍແລ້ວ ຄອບຄົວໜຶ່ງຈະສາດສ້າງລາຍຮັບ ຈາກການຂາຍສິ້ນປະມານ 10.000.000-20.000.000 ກີບຕໍ່ເດືອນ ຊຶ່ງຈຸດນີ້ ກໍເປັນສິ່ງທີ່ດີ ເພາະນອກຈາກຈະສ້າງລາຍຮັບໃຫ້ຄອບຄົວເປັນກອບເປັນກໍາແລ້ວ ຍັງສ້າງອາຊີບ, ສ້າງລາຍຮັບທີ່ຄວາມໝັ້ນຄົງໃຫ້ປະຊາຊົນອີກດ້ວຍ.

ສໍາລັບລາຍເອກະລັກສິ້ນຂອງຮ້ານ ແມ່ນລວດລາຍດັ້ງເດີມ ເຊັ່ນ: ລາຍນາກ ແລະ ລາຍນອນ ຊຶ່ງເປັນສັນຍະລັກຂອງຄວາມງາມອັນມີຄຸນຄ່າ ຂອງແມ່ຍິງລາວ ເນື່ອງຈາກວ່າການຜະລິດ ສອງລາຍນີ້ ມັນຕ້ອງໃຊ້ຄວາມພະຍາຍາມ, ຄວາມອົດທົນເພາະເປັນລາຍທີ່ຊັບຊ້ອນແຕ່ສວຍງາມ ຈົນເຮັດໃຫ້ ລາຍນາກ ໄດ້ຖືກຮອງຮັບເປັນມໍລະດົກໂລກ ທີ່ບໍ່ສາມາດຈັບຕ້ອງໄດ້ ຈາກອົງການ ອຸຍແນັສໂກ (UNESCO) .ສະນັ້ນ, ຈຶ່ງເວົ້າໄດ້ວ່າການນຸ່ງສິ້ນ, ບ່ຽງແພ ຂອງແມ່ຍິງລາວ ບໍ່ພຽງແຕ່ເປັນການແຕ່ງກາຍໄປການ ຫລື ໄປງານປະເພນີເທົ່ານັ້ນ, ແຕ່ແມ່ນການເຊີດຊູວັດທະນະທຳ ແລະ ປະກາດຄວາມເປັນລາວໃຫ້ສາກົນໄດ້ຮັບຮູ້. ສະນັ້ນ, ຈຶ່ງຢາກ ໃຫ້ທຸກພາກສ່ວນຮ່ວມກັນປົກປັກຮັກສາ ພູມປັນຍາທີ່ມີຄຸນຄ່າແບບນີ້ ໃຫ້ຢູ່ຄູ່ກັບແມ່ຍິງລາວຕະຫລອດໄປ".
ທ່ານ ນາງ ສຸນິຕາ ເວົ້າເສີມວ່າ: ເຖິງຢ່າງໃດກໍຕາມ, ເພື່ອໃຫ້ທຸລະກິດຫັດຖະກໍາພື້ນເມືອງລາວນີ້ສາມາດເຕີບໃຫຍ່ ແລະ ຂະຫຍາຍຕົວຢ່າງແຂງແຮງ, ຝາກເຖິງພາກລັດ ແລະ ພາກສ່ວນກ່ຽວຂ້ອງໃຫ້ຊ່ວຍຊຸກຍູ້ໃນການຊອກຫາຕະຫລາດຮອງຮັບໃຫ້ກວ້າງຂວາງຕື່ມອີກ. ພ້ອມດຽວກັນນັ້ນ, ຍັງໄດ້ກ່າວສະແດງຄວາມຂອບໃຈ ແລະ ເປີດຮັບຄໍາຕໍານິຕິຊົມຈາກລູກຄ້າທຸກທ່ານ ເພື່ອນໍາມາປັບປຸງ ແລະ ພັດທະນາຄຸນນະພາບຜະລິດຕະພັນຜ້າໄໝລາວ ໃຫ້ມີຄວາມສະຫງ່າງາມໃນທຸກມຸມໂລກ ແລະ ຍືນຍົງຄູ່ກັບສັງຄົມລາວຕະຫລອດໄປ.
ສໍາລັບ ທ່ານໃດ ຢາກໄດ້ສິ້ນໄໝມ້ອນງາມໆ ສາມາດ ມາເບິ່ງຢູ່ ໜ້າຮ້ານ ໄອເຕັກຕຶກເກົ່າ (ຊັ້ນ 1) ແລະ ຕຶກໃໝ່ (ໂຊນວາງສະແດງ) ຫລື ສັ່ງຊື້ ໄດ້ທີ່ Facebook Page: Sunita Silk ສຸນິຕາ ຜ້າໄໝ.
ໂດຍ: ມາລີດາ
KPL