ສົກຮຽນໃໝ່ 2026-2027 ເປີດຂຶ້ນພ້ອມກັນທົ່ວປະເທດບັນຍາກາດຄວາມຄຶກຄື້ນ

01/09/2026 09:49
ຂປລ ຂປລ. ສົກຮຽນໃໝ່ 2026-2027 ໄດ້ໄຂຂຶ້ນພ້ອມກັນທົ່ວປະເທດໃນວັນທີ 1 ກັນຍາ 2026 ຢ່າງເປັນຂະບວນຟົດຟື້ນ. ບັນຍາກາດຕາມໂຮງຮຽນຕ່າງໆເຕັມໄປດ້ວຍຄວາມຄຶກຄື້ນ, ຄູ-ອາຈານ ແລະ ນັກຮຽນຕ່າງມີໃບໜ້າຍິ້ມແຍ້ມແຈ່ມໃສ່ ພ້ອມກ້າວເຂົ້າສູ່ສົກຮຽນໃໝ່ດ້ວຍຄວາມຫວັງ ແລະ ມຸ່ງໝັ້ນ.

ຂປລ. ສົກຮຽນໃໝ່ 2026-2027 ໄດ້ໄຂຂຶ້ນພ້ອມກັນທົ່ວປະເທດໃນວັນທີ 1 ກັນຍາ 2026 ຢ່າງເປັນຂະບວນຟົດຟື້ນ. ບັນຍາກາດຕາມໂຮງຮຽນຕ່າງໆເຕັມໄປດ້ວຍຄວາມຄຶກຄື້ນ, ຄູ-ອາຈານ ແລະ ນັກຮຽນຕ່າງມີໃບໜ້າຍິ້ມແຍ້ມແຈ່ມໃສ່ ພ້ອມກ້າວເຂົ້າສູ່ສົກຮຽນໃໝ່ດ້ວຍຄວາມຫວັງ ແລະ ມຸ່ງໝັ້ນ. ບໍລິເວນໂຮງຮຽນທີ່ເຄີຍງຽບເຫງົາໃນຊ່ວງພັກແລ້ງ ໄດ້ກັບຄືນມາມີຊີວິດຊີວາອີກຄັ້ງ. ນັກຮຽນໃໝ່ຕ່າງມາໂຮງຮຽນດ້ວຍຄວາມຕື່ນເຕັ້ນ ໃນຊຸດນັກຮຽນໃໝ່ທີ່ສະອາດງົດງາມ ໂດຍມີຜູ້ປົກຄອງມາສົ່ງດ້ວຍຄວາມພາກພູມໃຈ. ຂະນະດຽວກັນ, ນັກຮຽນເກົ່າກໍດີໃຈທີ່ໄດ້ກັບຄືນມາພົບພໍ້ໝູ່ເພື່ອນເຮັດໃຫ້ສຽງທັກທາຍ ແລະ ສຽງຫົວດັງຂຶ້ນຕາມບໍລິເວນຕ່າງໆຂອງໂຮງຮຽນ. ເມື່ອເຖິງເວລາກຳນົດ, ສຽງແກ່ງໂຮງຮຽນໄດ້ດັງຂຶ້ນ ເປັນສັນຍານເຕົ້າໂຮມຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມພິທີເປີດສົກຮຽນໃໝ່. ໃນໂອກາດນີ້ ຜູ້ອຳນວຍການໂຮງຮຽນໄດ້ກ່າວເປີດສົກຮຽນໃໝ່ ພ້ອມໃຫ້ໂອວາດ ແລະ ອວຍພອນໃຫ້ຄູ-ອາຈານ ແລະ ນັກຮຽນນັກສຶກສາທຸກຄົນ ຈົ່ງມີພະລັງກາຍ ແລະ ພະລັງໃຈ ໃນການສິດສອນ ແລະ ສຶກສາຮ່ຳຮຽນໃຫ້ບັນລຸຜົນສຳເລັດດີ.

ສະເພາະລະບົບສາມັນສຶກສາທີ່ປະກອບດ້ວຍປະຖົມສຶກສາ ແລະ ມັດທະຍົມສຶກສາ ຊຶ່ງການຮຽນ-ການສອນຈະສືບຕໍ່ປະຕິບັດຕາມ 5 ຫລັກມູນການສຶກສາທີ່ກະຊວງການສຶກສາ ແລະ ກິລາວາງອອກຢ່າງເຂັ້ມງວດ. ກ່ອນເປີດສົກຮຽນໃໝ່ ໂຮງຮຽນຕ່າງໆໄດ້ກະກຽມຄວາມພ້ອມ ໂດຍອະນາໄມບໍລິເວນ, ກະກຽມຫ້ອງຮຽນ, ສ້ອມແປງໂຕະ-ຕັ່ງ ແລະ ອາຄານສະຖານທີ່,ອຸປະກອນການຮຽນ-ການສອນ, ປຶ້ມແບບຮຽນ. ຂະນະດຽວກັນ, ບັນດາຄູ-ອາຈານ ໄດ້ກະກຽມແຜນການສອນ, ທົບທວນຫລັກສູດ, ຈັດຕຽມຕາຕະລາງສອນ ແລະ ວາງແຜນການຮຽນ-ການສອນໃຫ້ເໝາະສົມກັບຫລັກສູດ. ພ້ອມດຽວກັນນັ້ນ, ໂຮງຮຽນທີ່ມີເງື່ອນໄຂຍັງໄດ້ນຳໃຊ້ເຕັກໂນໂລຊີທັນສະໄໝມາປະກອບໃນການຮຽນ-ການສອນ ເຊັ່ນ: ຈໍໂປຣເຈັກເຕີ ແລະ ສື່ການຮຽນຮູ້ດີຈິຕອນ ເພື່ອຊ່ວຍໃຫ້ນັກຮຽນໄດ້ຮຽນຮູ້ດ້ານ ICT, ພາສາຕ່າງປະເທດ ແລະ ວິຊາອື່ນໆຢ່າງຫລາກຫລາຍ. ສ່ວນຜູ້ປົກຄອງກໍໄດ້ກະກຽມຊຸດນັກຮຽນ, ປື້ມ ແລະ ອຸປະກອນການຮຽນຕ່າງໆໃຫ້ລູກຫລານ ເພື່ອສົ່ງເສີມໃຫ້ມີຄວາມກະຕືລືລົ້ນ ແລະ ດຸໝັ່ນຮ່ຳຮຽນ.

ໃນສົກຮຽນຜ່ານມາ, ເຖິງວ່າຂະແໜງການສຶກສາ ແລະ ກິລາຈະຜະເຊີນກັບຫລາຍຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍ, ແຕ່ຂະແໜງການຍັງສາມາດສຸມເຫື່ອແຮງ ແລະ ສະຕິປັນຍາໃນການປະຕິບັດໜ້າທີ່ ຈົນສາມາດບັນລຸຜົນສຳຄັນຫລາຍດ້ານ. ອັນໄດ້ແກ່ ການປັບປຸງພື້ນຖານໂຄງລ່າງຂອງສະຖານສຶກສາ, ການສະໜອງອາຫານທ່ຽງໃຫ້ນັກຮຽນໃນລະດັບກ່ອນໄວຮຽນ ແລະ ສາມັນສຶກສາ, ການສົ່ງເສີມການສຶກສາຮຽນຮ່ວມ, ການເພີ່ມການສະໜອງເງິນອຸດໜູນ ແລະ ເບ້ຍລ້ຽງໃຫ້ນັກຮຽນ-ນັກສຶກສາ ລວມທັງການແກ້ໄຂບັນຫາການປະລະການຮຽນ ແລະ ຍົກສູງຄຸນນະພາບການຮຽນ-ການສອນໃນທຸກລະດັບ. ຈາກການເອົາໃຈໃສ່ຂອງຜູ້ບໍລິຫານ, ຄູ-ອາຈານ ແລະ ພາກສ່ວນຕ່າງໆ ທັງສູນກາງ ແລະ ທ້ອງຖິ່ນ, ການສົ່ງເສີມການເຂົ້າຮຽນ, ການຫລຸດຜ່ອນການປະລະການຮຽນ ແລະ ການຍົກສູງຄຸນນະພາບການສຶກສາ ໄດ້ຮັບການແກ້ໄຂດີຂຶ້ນເປັນລຳດັບ. ຜົນງານຂອງນັກຮຽນ-ນັກສຶກສາລາວຈຳນວນໜຶ່ງຍັງສາມາດສ້າງຜົນງານໂດດເດັ່ນໃນການແຂ່ງຂັນລະດັບພາກພື້ນ ແລະ ສາກົນ.

ການສຶກສາໃນ ສປປ ລາວແມ່ນຂະບວນວິວັດແຫ່ງການຮຽນຮູ້, ສຶກສາອົບຮົມຄົນທາງດ້ານການເມືອງ, ແນວຄິດ, ຄຸນສົມບັດສະຕິປັນຍາ, ສິລະປະ, ການອອກແຮງງານ ເຊິ່ງມີໜ້າທີ່ຕົ້ນຕໍໃນການບໍລິການສາທາລະນະຄວາມຮູ້, ຄວາມສາມາດຢ່າງຮອບດ້ານແກ່ປະຊາຊົນລາວບັນດາເຜົ່າຢ່າງຕໍ່ເນື່ອງ ເພື່ອສ້າງເງື່ອນໄຂໃຫ້ພົນລະເມືອງລາວທຸກຄົນໄດ້ພັດທະນຕົນເອງຢູ່ໃນສັງຄົົມຢ່າງມີປະສິດທິພາບຕາມສິດ ແລະ ພັນທະຂອງຕົນ. ພັກ-ລັດເຮົາ ຍາມໃດກໍຖືວຽກງານການສຶກສາເປັນວຽກບຸລິມະສິດທີ່ສຳຄັນຍິ່ງ ໂດຍເນັ້ນສືບຕໍ່ພັດທະນາການສຶກສາ ກໍຄື ການພັດທະນາຊັບພະຍາກອນມະນຸດໃຫ້ມີຄວາມຮູ້, ຄວາມສາມາດ, ມີຄຸນສົມບັດສິນທໍາປະຕິວັດ ແລະມີຄ່ານິຍົມທີ່ຖືກຕ້ອງ, ມີສຸຂະພາບແຂງແຮງທາງດ້ານຮ່າງກາຍ ແລະຈິດໃຈ, ຮັກຄວາມກ້າວໜ້າ ແລະມີວິທະຍາສາດ ເພື່ອກາຍເປັນກໍາລັງແຮງງານທີ່ມີຄຸນນະພາບຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການພັດທະນາປະເທດຊາດໃນໄລຍະໃໝ່. ໃນສົກຮຽນຜ່ານມາ, ເຖິງວ່າຈະມີຂໍ້ຫຍຸ້ງຍາກຫລາຍດ້ານກະທົບໃສ່ແຕ່ຍ້ອນແນວທາງນະໂຍບາຍອັນຖືກຕ້ອງຂອງພັກ,ດ້ວຍຄວາມສາມັກຄີທີ່ເປັນປຶກແຜ່ນແໜ້ນໜາ, ດ້ວຍມູນເຊື້ອດຸໝັ່ນ, ພາກພຽນ ແລະ ມານະອົດທົນ ແລະດ້ວຍຄວາມຮັບຜິດຊອບທີ່ເປັນເຈົ້າການຕໍ່ໜ້າທີ່ການເມືອງຂອງຕົນ; ພະນັກງານ, ຄູ-ອາຈານ, ທະຫານ, ຕໍາຫລວດ, ປະຊາຊົນລາວບັນດາເຜົ່າ ແລະ ນັກຮຽນ-ນັກສຶກສາ ໄດ້ພ້ອມກັນປະກອບສ່ວນຢ່າງໃຫຍ່ຫລວງເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ. ອັນພົ້ນເດັ່ນແມ່ນການສຶກສາໄດ້ຮັບການພັດທະນາຄົບຕາມ 3 ລັກສະນະ ແລະ 5 ຫລັກມູນ ຂອງການສຶກສາ, ໄດ້ຂະຫຍາຍຕາໜ່າງໄປສູ່ທ້ອງຖິ່ນ, ເຂດຊົນນະບົດຫ່າງໄກສອກຫລີກ ແລະ ມີຫລາຍໂຄງການໄດ້ນຳໄປຈັດຕັ້ງປະຕິບັດຢູ່ບັນດາເມືອງ, ບ້ານ ແລະ ກຸ່ມບ້ານພັດທະນາເປັນຕົ້ນການຂະຫຍາຍໂຮງຮຽນອະນຸບານ ຫລື ຫ້ອງກຽມປະຖົມ ຊຶ່ງເຮັດໃຫ້ຈຳນວນໂຮງຮຽນສະຖານທີ່ຮຽນ, ຫ້ອງຮຽນໄດ້ເພີ່ມຂຶ້ນ. ຄຽງຄູ່ກັນນັ້ນ, ການພັດທະນາການສຶກສາຍັງໄດ້ເນັ້ນການຂະຫຍາຍໂອກາດເຂົ້າເຖິງການສຶກສາໄປສູ່ທ້ອງຖິ່ນ ແລະ ເຂດຊົນນະບົດຫ່າງໄກ, ໂດຍມີການຂະຫຍາຍໂຮງຮຽນອະນຸບານ ແລະ ຫ້ອງກຽມປະຖົມ ລວມທັງການພັດທະນາໂຮງຮຽນ ແລະ ຫ້ອງຮຽນໃຫ້ມີຄວາມພ້ອມຫລາຍຂຶ້ນ. ພ້ອມນີ້, ຍັງເອົາໃຈໃສ່ສຶກສາອົບຮົມນັກຮຽນໃຫ້ຫ່າງໄກຈາກຢາເສບຕິດ ແລະ ປາກົດການຫຍໍ້ທໍ້ຕ່າງໆ ຄຽງຄູ່ກັບການລະດົມການຊ່ວຍເຫລືອຈາກອົງການສາກົນ, ຄູ່ຮ່ວມພັດທະນາ ແລະ ພາກສ່ວນສັງຄົມ ເພື່ອຮ່ວມພັດທະນາວຽກງານການສຶກສາໃຫ້ກ້າວໜ້າ.

KPL

ຂ່າວອື່ນໆ

ads
ads

Top