6 ເດືອນຕົ້ນປີນີ້ເສດຖະກິດແຂວງອັດຕະປື ຂະຫຍາຍຕົວ 4,3%

02/09/2026 13:26
ຂປລ ຂປລ. ແຂວງອັດຕະປື ຈັດກອງປະຊຸມສະຫລຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະ​ກິດ-ສັງ​ຄົມ, ແຜນລົງທຶນຂອງລັດ ແລະ ແຜນງົບປະມານແຫ່ງລັດ ໃນ 6 ເດືອນຕົ້ນປີ 2026 ພ້ອມກຳນົດທິດທາງ ແລະ ແຜນວຽກຈຸດສຸມໃນ 6 ເດືອນທ້າຍປີ

ຂປລ. ແຂວງອັດຕະປື ຈັດກອງປະຊຸມສະຫລຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະ​ກິດ-ສັງ​ຄົມ, ແຜນລົງທຶນຂອງລັດ ແລະ ແຜນງົບປະມານແຫ່ງລັດ ໃນ 6 ເດືອນຕົ້ນປີ 2026 ພ້ອມກຳນົດທິດທາງ ແລະ ແຜນວຽກຈຸດສຸມໃນ 6 ເດືອນທ້າຍປີ ໃນວັນທີ 31 ສິງຫາ 2026 ໂດຍການເປັນປະທານຂອງທ່ານ ສຸລິວົງ ອະໄພວົງ ຄະນະປະຈໍາພັກແຂວງ ຫົວໜ້າພະແນກການເງິນແຂວງອັດຕະປື ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງຂອງແຂວງ,​ ເມືອງເຂົ້າຮ່ວມ.

ທ່ານ ນິດສາ ມຽງລາວັນ ຮອງຫົວໜ້າພະແນກການເງິນແຂວງ ໄດ້ລາຍງານວ່າ: ໄລຍະ 6 ເດືອນຕົ້ນປີ 2026 ເສດຖະກິດແຂວງອັດຕະປື​ ຂະຫຍາຍຕົວ 4,3%, ມູນຄ່າ ຈີດີພີ ປະມານ 5.271 ຕື້ກີບ, ໂດຍຂະແໜງກະສິກຳ-ປ່າໄມ້ ຂະຫຍາຍຕົວ 4,9% ແລະ ກວມ 51% ຂອງ ຈີດີພີ; ຂະແໜງອຸດສາຫະກຳ ຂະຫຍາຍຕົວ 4,2% ກວມ 29%; ຂະ
ແໜງບໍລິການຂະຫຍາຍຕົວ
3,7% ກວມ 17% ແລະ ຂະແໜງພາສີ-ອາກອນ ຂະຫຍາຍຕົວ 5,8%. ດ້ານງົບປະມານ ໃນ 6 ເດືອນ ສາມາດຈັດເກັບລາຍຮັບໄດ້ 1.113 ຕື້ກີບ ເທົ່າກັບ 63,06% ຂອງແຜນການປີ. ສ່ວນລາຍຈ່າຍປະຕິບັດໄດ້ 341,15 ຕື້ກີບ ເທົ່າກັບ 31,02% ຂອງແຜນການ. ຂະນະທີ່ຕົວເລກຮອດປັດຈຸບັນ ລາຍຮັບລວມບັນລຸ 1.485,48 ຕື້ກີບ ເທົ່າກັບ 84,14% ຂອງແຜນການປີ ໃນນັ້ນ, ລາຍຮັບຂອງແຂວງ 1.245,17 ຕື້ກີບ ແລະ ລາຍຮັບສູນກາງທີ່ປະຕິບັດຢູ່ແຂວງ 240,31 ຕື້ກີບ,​ ລາຍຈ່າຍລວມບັນລຸ 474,46 ຕື້ກີບ ຫລື 42,97% ຂອງແຜນການ, ດ້ານການຄ້າ, ມູນຄ່າສົ່ງອອກ-ນຳເຂົ້າບັນລຸ 159,28 ລ້ານໂດລາສະຫະລັດ ເທົ່າກັບ 49% ຂອງແຜນການ ແລະ ເພີ່ມຂຶ້ນ 18% ຈາກໄລຍະດຽວກັນຂອງປີຜ່ານມາ ໃນນັ້ນ, ສົ່ງອອກ 120,88 ລ້ານໂດລາ ແລະ ນຳເຂົ້າ 38,39 ລ້ານໂດລາ,​ ດ້ານການລົງທຶນ ລວມມີມູນຄ່າ 1.652 ຕື້ກີບ ເທົ່າກັບ 50% ຂອງແຜນການ. ແຜນລົງທຶນຂອງລັດມີ 197 ໂຄງການ ມູນຄ່າ 2.428 ຕື້ກີບ, ໂດຍມີ 95 ໂຄງການໄດ້ຮັບອະນຸມັດເບີກຈ່າຍ ມູນຄ່າ 90,52 ຕື້ກີບ. ສ່ວນທຶນ ODA ມີ 16 ໂຄງການ ແລະ ການລົງທຶນເອກະຊົນພາຍໃນ-ຕ່າງປະເທດ ໃນ 6 ເດືອນ ອະນຸຍາດ 25 ໂຄງການ.

ຂະນະທີ່ສິນເຊື່ອທະນາຄານຍອດສະສົມບັນລຸ 1.543 ຕື້ກີບ ຫລື 79% ຂອງແຜນການ, ໂດຍສ່ວນໃຫຍ່ເນັ້ນໃສ່ຂະແໜງກະສິກຳ-ປ່າໄມ້ 44%, ບໍລິການ 20% ແລະ ອຸດສາຫະກຳ 12%. ດ້ານການສ້າງຖານລາຍຮັບ, ແຂວງໄດ້ສຳຫລວດຖານລາຍຮັບຂັ້ນແຂວງແລ້ວ 638 ຫົວໜ່ວຍ, ຄິດເປັນ 121,06% ຂອງຂໍ້ມູນປີ 2025 ແລະ ມີພື້ນຖານ-ແຜນມອບລາຍຮັບ 771,57 ຕື້ກີບ. ພ້ອມນັ້ນ, ໄດ້ສຸມໃສ່ການເກັບກູ້ໜີ້ສິນ, ແກ້ໄຂຂໍ້ຄົງຄ້າງຈາກການກວດສອບ ແລະ ຕິດຕາມໂຄງການລົງທຶນຂອງລັດ.

ສຳລັບ 6 ເດືອນທ້າຍປີ 2026, ແຂວງອັດຕະປື ຈະສຸມໃສ່ເລັ່ງລັດການຈັດເກັບລາຍຮັບໃຫ້ບັນລຸແຜນການ, ອັດຊ່ອງວ່າງການຮົ່ວໄຫລ, ຊຸກຍູ້ການຜະລິດພາຍໃນ, ແກ້ໄຂໜີ້ສິນ ແລະ ຂໍ້ຄົງຄ້າງ, ເລັ່ງການເບີກຈ່າຍໂຄງການລົງທຶນ, ສົ່ງເສີມການຄ້າ-ການລົງທຶນ.  ພ້ອມທັງເອົາໃຈໃສ່ແກ້ໄຂບັນຫາຂາດແຄນຄູ ແລະ ການປະລະການຮຽນ ເພື່ອຍົກສູງຄຸນນະພາບຊັບພະຍາກອນມະນຸດ, ສ້າງພື້ນຖານໃຫ້ແຂວງສາມາດບັນລຸເປົ້າໝາຍແຜນພັດທະນາໃນປີ 2026 ແລະ ສ້າງຄວາມໝັ້ນຄົງດ້ານງົບປະມານ-ເສດຖະກິດໃຫ້ດີຂຶ້ນ.

KPL

ຂ່າວອື່ນໆ

ads
ads

Top