ສື່ມວນຊົນຢ້ຽມຊົມຫໍມູນເຊື້ອແນວລາວສ້າງຊາດ

28/08/2026 08:44
Email Print 1940
ຂປລ ຄະນະສື່ມວນຊົນ ຄະນະ ໂຄສະນາອົບຮົມສູນກາງພັກນໍາໂດຍທ່ານ ນາງ ສິມມະນີ ແກ້ວແກ່ນຜູ້ອໍານວຍການໃຫຍ່ ວິທະຍຸກະຈາຍສຽງແຫ່ງຊາດລາວ ຢ້ຽມຊົມຫໍມູນເຊື້ອແນວ ລາວສ້າງຊາດ ໃນວັນທີ 27 ສິງຫາ 2026

 ຊຶ່ງເປັນໜຶ່ງໃນກິດຈະກໍາສະເຫລີມສະ ຫລອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ (13 ສິງຫາ 1950-13 ສິງຫາ 2026). ໂອກາດນີ້, ທ່ານ ນາງ ແພງພັນ ບຸບຜາພອນ ຫົວໜ້າກົມໂຄສະນາສູນກາງ ແນວລາວສ້າງຊາດ ໄດ້ຍົກໃຫ້ເຫັນເຖິງ ປະຫວັດຄວາມເປັນມາ, ມູນເຊື້ອອັນສະ ຫງ່າລາສີ ແລະ ຜົນງານທີ່ພົ້ນເດັ່ນຂອງ ແນວລາວອິດສະຫລະ, ແນວລາວຮັກຊາດ ໃນເມື່ອກ່ອນ ແລະ ແນວລາວສ້າງຊາດ ໃນປັດຈຸບັນ, ພ້ອມທັງໄດ້ຢ້ຽມຊົມວັດຖຸ ພັນ, ຮູບພາບທີ່ກ່ຽວຂ້ອງ ຊຶ່ງສະແດງ ເຖິງປະຫວັດຄວາມເປັນມາ, ມູນເຊື້ອອັນ ສະຫງ່າລາສີ ແລະ ຜົນງານທີ່ພົ້ນເດັ່ນໃນ ແຕ່ລະໄລຍະດັ່ງກ່າວ. ການຢ້ຽມຊົມຫໍມູນເຊື້ອແນວລາວ ສ້າງຊາດຄັ້ງນີ້ ເພື່ອໃຫ້ພະນັກງານ-ລັດ ຖະກອນໄດ້ເຊື່ອມຊຶມ ແລະ ເຂົ້າໃຈແຈ້ງ ເຖິງມູນເຊື້ອ, ປະຫວັດສາດຄວາມເປັນມາ ແຫ່ງການກຳເນີດ ແລະ ການເຕີບໃຫຍ່ ຂະຫຍາຍຕົວຂອງແນວລາວອິດສະຫລະ, ແນວລາວຮັກຊາດ ແລະ ແນວລາວສ້າງ ຊາດ ຕະຫລອດ 76 ປີຜ່ານມາ ຕິດພັນກັບ ພາລະກິດປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດ. ຫໍມູນເຊື້ອດັ່ງກ່າວຍັງ ເປັນບ່ອນໃຫ້ຄົນຮຸ່ນຫລັງໄດ້ສຶກສາຮຽນຮູ້ ຂໍ້ມູນ ແລະ ມູນເຊື້ອພິລະອາດຫານຂອງ ບັນດາທ່ານຜູ້ນຳຂອງການປະຕິວັດລາວ ທີ່ໄດ້ເສຍສະລະຊີວິດ, ເລືອດເນື້ອ ເພື່ອ ພາລະກິດລວມຂອງປະເທດຊາດ ຊຶ່ງໄດ້ ກາຍເປັນບົດຮຽນອັນລ້ຳຄ່າໄວ້ໃຫ້ຄົນຮຸ່ນ ຫລັງໄດ້ຮຽນຮູ້ ແລະ ເອົາເປັນແບບຢ່າງ. ໃນໂອກາດດັ່ງກ່າວ, ຄະນະສື່ມວນຊົນ ກໍໄດ້ເຂົ້າຮ່ວມກິດຈະກຳຖາມ-ຕອບຄວາມ ຮູ້ ເພື່ອຮັບເຄື່ອງທີ່ລະນຶກຈາກຄະນະຮັບ ຜິດຊອບຂອງອະນຸກຳມະການໂຄສະນາຂະບວນການ ແລະ ຍ້ອງຍໍສະເຫລີມສະ ຫລອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ ຕື່ມອີກ. ຂ່າວ: ສຸກທະວີ; ພາບ: ຂັນໄຊ

KPL

ຂ່າວອື່ນໆ

    • ປາຖະກະຖາວັນສະຖາປະນາ ສປປ ເກົາຫລີ ຄົບຮອບ 78 ປີວັດທະນະທຳ-ສັງຄົມ

      ປາຖະກະຖາວັນສະຖາປະນາ ສປປ ເກົາຫລີ ຄົບຮອບ 78 ປີ

      9/11/2026 10:02:44 AM

      ໃນວັນທີ 8 ກັນຍາ 2026, ສະມາຄົມມິດຕະພາບ ລາວ-ສປປ ເກົາຫຼີ ແລະ ອົງການປົກຄອງເມືອງໄຊທານີ ຮ່ວມກັບສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ເກົາຫຼີ ປະຈໍາ ສປປ ລາວ ຈັດພິທີປາຖະກະຖາ ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ ຄົບຮອບ 78 ປີ (9/9/1948-9/9/2026) ໂດຍການປາຖະກະຖາຂອງ ສະຫາຍ ລີ ຢົງ ຊົນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ, ມີ ສະຫາຍ ນາງ ວິລະວອນ ພັນທະວົງ ຮອງປະທານກຳມາທິການວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າ ສະພາແຫ່ງຊາດ, ຮອງປະທານສະມາຄົມມິດຕະພາບ ລາວ-ສປປ ເກົາຫຼີ, ສະຫາຍ ເພັດສົມພອນ ແສນສີ ຮອງເລຂາຄະນະບໍລິຫານງານພັກເມືອງ, ປະທານຄະນະກຳມະການປົກຄອງເມືອງໄຊທານີ, ມີຄະນະກົມ, ຄະນະພະແນກ, ພະນັກງານ, ນາຍ ແລະ ພົນຕຳຫຼວດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ສະຫລອງວັນສາກົນແຫ່ງການຮູ້ໜັງສື ຄົບຮອບ 60 ປີວັດທະນະທຳ-ສັງຄົມ

      ສະຫລອງວັນສາກົນແຫ່ງການຮູ້ໜັງສື ຄົບຮອບ 60 ປີ

      9/11/2026 9:52:25 AM

      ພິທີສະເຫຼີມສະຫຼອງ ວັນສາກົນແຫ່ງການຮູ້ໜັງສື ຄົບຮອບ 60 ປີ “ການຮູ້ໜັງສືເພື່ອປະຊາຊົນ, ມວນມະນຸດໃນໂລກ ແລະ ຄວາມຈະເລີນຮຸ່ງເຮືອງ” ຈັດຂຶ້ນໃນວັນທີ 8 ກັນຍາ 2026 ຢູ່ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ຮອງປະທານສູນກາງແນວລາວສ້າງຊາດ ຜູ້ບໍ່ປະຈຳການ, ອະດີດລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີບັນດາອະດີດການນຳກະຊວງ, ການນຳພັກ-ລັດ, ຄະນະກຳມະການເພື່ອການຮຽນຮູ້ຕະຫຼອດຊີວິດແຫ່ງຊາດ, ການສຶກສາພາກເອກະຊົນ, ຕາງໜ້າຈາກກະຊວງ, ອົງການ, ອົງການປົກຄອງທ້ອງຖິ່ນ, ອົງການຈັດຕັ້ງສາກົນ, ຄູ່ຮ່ວມພັດທະນາ, ຄູ-ອາຈານ ຕະຫຼອດຮອດພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    • ການນຳເມືອງອາດສະພອນລົງຕິດຕາມສະພາບນໍ້າຖ້ວມຢູ່ພາຍໃນເມືອງວັດທະນະທຳ-ສັງຄົມ

      ການນຳເມືອງອາດສະພອນລົງຕິດຕາມສະພາບນໍ້າຖ້ວມຢູ່ພາຍໃນເມືອງ

      9/11/2026 9:42:21 AM

      ແຫຼ່ງຂ່າວຈາກແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ໃນວັນທີ 8 ກັນຍາ 2026, ທ່ານ ບຸນລັດ ລໍບານເຢັນ ເລຂາພັກເມືອງອາດສະພອນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ລົງພື້ນທີ່ຕິດຕາມ ແລະ ກວດເບິ່ງສະພາບນໍ້າຖ້ວມຢູ່ຕາມເສັ້ນທາງສາຍບ້ານທາດດອກແກ້ວ ຫາ ບ້ານຜັກຂະຫຍ່າ ບໍລິເວນຂົວຫ້ວຍພຸງ ແລະ ເສັ້ນທາງຈາກບ້ານທາດດອກແກ້ວ ຫາ ບ້ານດົງນາງາມ. ການລົງຕິດຕາມຄັ້ງນີ້, ກໍເພື່ອກວດກາ ແລະ ຕິດຕາມສະພາບນໍ້າຖ້ວມຢ່າງໃກ້ຊິດ ພ້ອມທັງປະເມີນສະພາບຄວາມເສຍຫາຍຂອງເສັ້ນທາງ, ຂົວ ແລະ ພື້ນຖານໂຄງລ່າງອື່ນໆ ທີ່ອາດໄດ້ຮັບຜົນກະທົບຈາກນໍ້າຖ້ວມ.

    • ປະກອບຄຳເຫັນໃສ່ຮ່າງແຜນຍຸດທະສາດພັດທະນາລະບົບສະຖິຕິແຫ່ງຊາດວັດທະນະທຳ-ສັງຄົມ

      ປະກອບຄຳເຫັນໃສ່ຮ່າງແຜນຍຸດທະສາດພັດທະນາລະບົບສະຖິຕິແຫ່ງຊາດ

      9/11/2026 9:32:30 AM

      ກອງປະຊຸມປຶກສາຫາລື ແລະ ປະກອບຄຳເຫັນໃສ່ຮ່າງແຜນຍຸດທະສາດພັດທະນາລະບົບສະຖິຕິແຫ່ງຊາດ 2026-2035 ແລະ ວິໄສທັດຮອດປີ 2040 ຈັດຂຶ້ນໃນວັນທີ 8 ກັນຍາ 2026 ໂດຍການເປັນປະທານຂອງ ທ່ານ ນາງ ເພັດສະໝອນ ສອນ ຮອງລັດຖະມົນຕີກະຊວງການເງິນ, ຜູ້ຊີ້ນຳວຽກງານສູນສະຖິຕິແຫ່ງຊາດ, ມີຮອງຫົວໜ້າສູນສະຖິຕິແຫ່ງຊາດ ພ້ອມດ້ວຍຄະນະກົມ, ຄະນະພະແນກ ແລະ ພະນັກງານວິຊາການພາຍໃນສູນສະຖິຕິແຫ່ງຊາດ ເຂົ້າຮ່ວມ.

    • ເປີດຮັບສະໝັກແຂ່ງຂັນສຽງເພງລາວທົ່ວປະເທດວັດທະນະທຳ-ສັງຄົມ

      ເປີດຮັບສະໝັກແຂ່ງຂັນສຽງເພງລາວທົ່ວປະເທດ

      9/8/2026 12:08:07 PM

      ໂທລະພາບແຫ່ງຊາດລາວ ຮ່ວມກັບ ບໍລິສັດ MSG ມິເດຍ ກຽມຈັດການແຂ່ງຂັນສຽງເພງລາວທົ່ວປະເທດ “ລາຍການດາວດວງໃໝ່ 2026” ,

ads
ads

Top