ຂປລ
ສຳນັກງານ ພັດທະນາ ເສດຖະກິດ ປະຈຳ ລັດລຸຍເຊຍນາ ຂອງ ສ.ອາເມລິກາ ເປີດເຜີຍວ່າ ສະເປຊເອັກ (SpaceX), ເປັນບໍລິສັດ ເອກະຊົນ ດ້ານອາວະກາດ ສັນຊາດ ສ.ອາເມລິກາ ປະກາດ ແຜນການລົງທຶນ ຢ່າງໜ້ອຍ 1 ແສນລ້ານ ໂດລາ ສະຫະລັດ
ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ສຳນັກງານ ພັດທະນາ ເສດຖະກິດ ປະຈຳ ລັດລຸຍເຊຍນາ ຂອງ ສ.ອາເມລິກາ ເປີດເຜີຍວ່າ ສະເປຊເອັກ (SpaceX), ເປັນບໍລິສັດ ເອກະຊົນ ດ້ານອາວະກາດ ສັນຊາດ ສ.ອາເມລິກາ ປະກາດ ແຜນການລົງທຶນ ຢ່າງໜ້ອຍ 1 ແສນລ້ານ ໂດລາ ສະຫະລັດ, ເພື່ອສ້າງຖານປ່ອຍ ຈະລວດໃນລັດລຸຍເຊຍນາ ເຊິ່ງຈະເປັນ ຖານປ່ອຍຈະລວດ ແຫ່ງທີສີ່ ແລະ ເປັນຖານ ຂະໜາດໃຫຍ່ ທີ່ສຸດ ຂອງ ສະເປຊເອັກ.
ຖານປ່ອຍຈະລວດແຫ່ງໃໝ່ນີ້ ມີຊື່ວ່າ “ສະຕາເບສ ລຸຍເຊຍນາ” (Starbase, Louisiana) ຈະຕັ້ງ ຢູ່ໃນເຂດເວີມິລຽນ ທາງຕອນໃຕ້ ຂອງ ລັດລຸຍເຊຍນາ ເພື່ອໃຫ້ມີສັກຍະພາບ ຮອງຮັບ ການປ່ອຍ ຈະລວດ ສະຕາຊິບ (Starship) ຫລາຍພັນຖ້ຽວ ຕໍ່ປີ ຫາກການ ກໍ່ສ້າງສຳເລັດ ສົມບູນ ຖານປ່ອຍ ຈະລວດໃໝ່ນີ້ ຈະມີພື້ນທີ່ ປ່ອຍ 5 ແຫ່ງ, ແຕ່ລະແຫ່ງ ໃຫ້ມີແທ່ນປ່ອຍ 2 ແທ່ນ ລວມທັງ ພື້ນທີ່ ຈັດເກັບ ເຊື້ອໄຟ, ສູນຜະລິດ ເຊື້ອໄຟ ແລະ ທີ່ພັກອາໄສ ສຳລັບ ພະນັກງານ ແລະ ຄອບຄົວ.
ສະເປຊເອັກ ຄາດວ່າ ຈະເລີ່ມກໍ່ສ້າງ ຖານປ່ອຍ ໃນປີ 2027 ແລະ ຕັ້ງເປົ້າປ່ອຍຍານ ຄັ້ງທຳອິດ ໃຫ້ໄວທີ່ສຸດໃນປີ 2029 ໂດຍລະບຸວ່າ ໂຄງການນີ້ ຈະສ້າງ ວຽກເຮັດ ງານທຳໃໝ່ ຫລາຍກວ່າ 3.000 ຕຳແໜ່ງ, ຂະນະທີ່ສຳນັກງານພັດທະນາ ເສດຖະກິດ ເຜີຍວ່າ ໂຄງການ ດັ່ງກ່າວ ຈະຊ່ວຍ ຍົກລະດັບ ລັດລຸຍເຊຍນາ ໃຫ້ເປັນສູນກາງລະດັບໂລກ ດ້ານອຸດສາຫະກຳ ການບິນ ແລະ ອະວະກາດ ຍຸກໃໝ່./
KPL