ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ພົບປະກັບ ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີ ຣັດເຊຍ

01/09/2026 11:01
ຂປລ ໃນໂອ​ກາດເຂົ້າ​ຮ່ວມ ກອງປະຊຸມສຸດຍອດ ອົງການຮ່ວມມື ຊຽງໄຮ້​ປີ 2026, ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ໄດ້ພົບປະກັບ ທ່ານ ວະລາດີ​ເມຍ ປູຕິນ ປະທານາທິບໍດີ ຣັດເຊຍ​ ໃນ​ວັນ​ທີ 31 ສິງ​ຫາ​ນີ້.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ໃນໂອ​ກາດເຂົ້າ​ຮ່ວມ ກອງປະຊຸມສຸດຍອດ ອົງການຮ່ວມມື ຊຽງໄຮ້​ປີ 2026, ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ໄດ້ພົບປະກັບ ທ່ານ ວະລາດີ​ເມຍ ປູຕິນ ປະທານາທິບໍດີ ຣັດເຊຍ​ ໃນ​ວັນ​ທີ 31 ສິງ​ຫາ​ນີ້.ໃນໂອກາດນີ້ ທ່ານ ສີຈິ້ນຜິງ ໄດ້​ຊີ້​ອອກວ່າ: ປັດຈຸບັນ, ສະພາບການປ່ຽນແປງຂອງໂລກ ​ທີ່​ບໍ່​ເຄີຍ​ມີ​ໃນຮອບຮ້ອຍປີ​ຜ່ານ​ມານີ້ ພວມ​ເລັ່ງໄວ​ຂຶ້ນ, ແຕ່ຄວາມປາດຖະໜາ ຂອງປະຊາຊົນທົ່ວໂລກ ໃນການສະແຫວງຫາ ສັນຕິພາບ, ການພັດທະນາ, ການຮ່ວມມື ແລະ ການໄດ້ຮັບຜົນປະໂຫຍດຮ່ວມກັນ ບໍ່ປ່ຽນແປງ. ອົງການຮ່ວມມື ຊຽງໄຮ້ ມີພາ​ລະກິດສຳຄັນ ໃນການຮັກສາສະຖຽນລະພາບ ແລະ ຊຸກຍູ້ການພັດທະນາ ຂອງພາກພື້ນ. ສປ ຈີນ ຍິນດີຮ່ວມກັບ ທຸກຝ່າຍທີ່ລວມທັງ ຣັດເຊຍ ປຶກສາຫາລື ກ່ຽວ​ກັບ ແຜນການພັດທະນາ ຂອງອົງ ການຮ່ວມ​ມື​ ຊຽງ​ໄຮ້ ເພື່ອຊຸກຍູ້ກຳລັງແຮງ ໃນການສ້າງໂລກ ທີ່ມີຫລາຍຂົ້ວ ຢ່າງສະເໝີພາບ ແລະ ເປັນລະບຽບຮຽບຮ້ອຍ.

          ທ່ານ ປູຕິນ ກ່າວວ່າ: ພາຍ​ໃຕ້ ຄວາມພະຍາຍາມຮ່ວມກັນ ຂອງທຸກຝ່າຍ, ອົງການຮ່ວມມືຊຽງໄຮ້ ໄດ້ກາຍເປັນເວທີຮ່ວມມືພາກພື້ນ ທີ່ມີອິດທິພົນສຳຄັນໃນສາກົນ, ຣັດເຊຍ ແລະ ສປ ຈີນ ຄວນເພີ່ມທະວີ ຄວາມສາມັກຄີ ແລະ ການຮ່ວມມື ພາຍໃນອົງການຢ່າງຕໍ່ເນື່ອງ ດ້ວຍ​ການເສີມ​ຂະ​ຫຍາຍ ບົດບາດ​ການນຳພາ. ຣັດເຊຍ ຍິນດີເພີ່ມທະວີການປະສານງານ ແລະ ຮ່ວມມືກັບ ສປ ຈີນ ເພື່ອພ້ອມກັນ ​ປົກ​ປັກຮັກສາສັນຕິພາບ, ສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງຂອງໂລກ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top