ຜູ້ແທນລາວເຂົ້າຮ່ວມກອງປະຊຸມສະໄໝທີ 17 ຂອງລັດພາຄີສົນທິສັນຍາວ່າດ້ວຍການຕ້ານການກາຍເປັນທະເລຊາຍ

27/08/2026 10:03
Email Print 1887
ຂປລ ຄະນະຜູ້ແທນລາວ ນຳໂດຍທ່ານ ໄຊນະຄອນ ອິນທະວົງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ເຂົ້າຮ່ວມກອງປະຊຸມສະໄໝທີ 17 ຂອງບັນດາລັດພາຄີແຫ່ງສົນທິສັນຍາສະຫະປະຊາຊາດ ວ່າດ້ວຍການຕ້ານການກາຍເປັນທະເລຊາຍ (UNCCD COP17) ແລະ ກອງປະຊຸມລະດັບສູງພາຍໃຕ້ຫົວຂໍ້ “ຟື້ນຟູທີ່ດິນ, ຟື້ນຟູຄວາມຫວັງ” ໃນລະຫວ່າງວັນທີ 17-28 ສິງຫາ 2026 ຢູ່ປະເທດ ມົງໂກລີ.

        ຂປລ.  ໂດຍໄດ້ເຕົ້າໂຮມ 197 ພາຄີ UNCCD, ອົງການສາກົນ, ນັກວິທະຍາສາດ, ພາກເອກະຊົນ, ຊາວໜຸ່ມ, ແມ່ຍິງ, ຊົນເຜົ່າພື້ນເມືອງ, ຊຸມຊົນທ້ອງຖິ່ນ, ຜູ້ລ້ຽງສັດ ແລະ ກະສິກອນເຂົ້າຮ່ວມ. ກອງປະຊຸມໃນຄ້ັງນ້ີ ເພ່ືອກໍານົດທິດທາງ ແລະ ເລັ່ງການປະຕິບັດເພື່ອຫລີກລ່ຽງ, ຫລຸດຜ່ອນ ແລະ ຟ້ືນຟູຄວາມເສ່ືອມໂຊມຂອງດິນ, ສ້າງຄວາມທົນທານຕໍ່ໄພແຫ້ງແລ້ງ, ຮັກສາຄວາມໝັ້ນຄົງດ້ານນ້ຳ ແລະ ອາຫານ, ພ້ອມທັງລະດົມຊັບພະຍາກອນ, ເຕັກໂນໂລຊີ, ຄວາມຮູ້ ແລະ ການຮ່ວມມືໃຫ້ພຽງພໍ, ທັງເປັນການຍົກບັນຫາທີ່ດິນໃຫ້ເປັນວາລະສຳຄັນຂອງການພັດທະນາ ເນື່ອງຈາກຄວາມເສື່ອມໂຊມຂອງດິນບໍ່ພຽງແຕ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມແຕ່ຍັງກະທົບໂດຍກົງ ຕ່ການຜະລິດກະສິກຳ, ຄວາມໝັ້ນຄົງດ້ານອາຫານ ແລະ ນ້ຳ, ລາຍຮັບ ແລະ ຊີວິດການເປັນຢູ່ຂອງປະຊາຊົນ, ຕະຫລອດຮອດສະຖຽນລະພາບທາງເສດຖະກິດ ແລະ ສັງຄົມ. ດັ່ງນັ້ນ, ການຟື້ນຟູ ແລະ ຄຸ້ມຄອງທີ່ດິນຢ່າງຍືນຍົງຈຶ່ງເປັນການລົງທຶນເພ່ືອສ້າງພ້ືນຖານໃຫ້ແກ່ການພັດທະນາ, ຄວາມຜາສຸກຂອງປະຊາຊົນ ແລະ ຄວາມໝັ້ນຄົງຂອງປະເທດ. 

     ການເຂົ້າຮ່ວມກອງປະຊຸມຂອງຄະນະຜູ້ແທນລາວ ໃນຄັ້ງນີ້, ໄດ້ເນັ້ນໃຫ້ເຫັນເຖິງຄວາມມຸ່ງໝັ້ນ ຢ່າງຕໍ່ເນື່ອງຂອງ ສປປ ລາວ ໃນການຕ້ານການເສື່ອມໂຊມຂອງທີ່ດິນ ແລະ ການພັດທະນາການຄຸ້ມຄອງທີ່ດິນແບບຍືນຍົງທັງໃນປະເທດ ແລະ ພາກພື້ນ. ພ້ອມນີ້, ກອງປະຊຸມລະດັບສູງ ໃນວັນທີ 24 ສິງຫາ 2026 ໄດ້ມີກ່າວຖະແຫລງການໂດຍເນ້ັນລົງເລິກດິນທ່ີມີສຸຂະພາບດີແມ່ນຮາກຖານຂອງອາຫານ, ສຸຂະພາບ, ສັນຕິພາບ ແລະ ຄວາມຫວັງ. ສຳລັບ ສປປ ລາວ, ຄະນະຜູ້ແທນໄດ້ຍົກບັນດາບຸລິມະສິດຂອງປະເທດ ຄື: ການຄຸ້ມຄອງ ແລະ ຟື້ນຟູທີ່ດິນຢ່າງຍືນຍົງ, ການສ້າງຄວາມທົນທານຕໍ່ໄພແຫ້ງແລ້ງ, ການຄຸ້ມຄອງນ້ຳ, ປ່າໄມ້ ແລະ ຊີວະນາໆພັນ, ກະສິກຳທີ່ທົນທານຕ່ໍສະພາບອາກາດ ແລະ ຄວາມໝ້ັນຄົງດ້ານອາຫານ. ສປປ ລາວ ຍັງໄດ້ເນັ້ນເຖິງສະພາບຂອງປະເທດ ດ້ອຍພັດທະນາ ແລະ ປະເທດກຳລັງ ພັດທະນາທີ່ບໍ່ມີທາງອອກສູ່ທະເລ, ພ້ອມຮຽກຮ້ອງໃຫ້ມີແຫລ່ງທຶນທ່ີ ພຽງພໍ, ຄາດຄະເນໄດ້ ແລະ ເຂົ້າເຖິງ ໄດ້ງ່າຍ, ຄຽງຄູ່ກັບການຖ່າຍທອດ ເຕັກໂນໂລຊີ, ການແລກປ່ຽນຄວາມ ຮູ້ ແລະ ການສ້າງຂີດຄວາມສາມາດ ເພື່ອບັນລຸເປົ້າໝາຍຄວາມເປັນກາງດ້ານຄວາມເສື່ອມໂຊມຂອງດິນທ່ີແຕ່ລະປະເທດກໍານົດດ້ວຍຄວາມສະໝັກໃຈ.

     ໃນລະຫວ່າງການດໍາເນີນກອງປະຊຸມ, ທ່ານ ໄຊນະຄອນ ອິນທະວົງ ພ້ອມດ້ວຍທ່ານ ຫົງແກ້ວ ສຸກສະຫວັດ ເອກອັກຄະລັດຖະທູດລາວ ປະຈຳມົງໂກນ ໄດ້ຖືໂອກາດພົບປະທະວິພາຄີກັບທ່ານ JAMBAL TSEREN TUMUR-UYA ຫົວໜ້າຫ້ອງການກະຊວງອາຫານ, ກະສິກຳ ແລະ ອຸດສາຫະກຳເບົາແຫ່ງມົງໂກລີ ເພ່ືອທົບທວນການຮ່ວມມືທີ່ມີຢູ່ ແລະ ປຶກສາຫາລືທິດທາງຮ່ວມມືໃນຕໍ່ໜ້າດ້ານກະສິກຳ, ສັດຕະວະແພດ ແລະ One Health, ການປົກປ້ອງ ແລະ ກັກກັນພືດ, ການຄຸ້ມຄອງທົ່ງຫຍ້າ ແລະ ທີ່ດິນ, ການຟື້ນຟູດິນ ແລະ ການ ແລກປ່ຽນວິຊາການ. 

     ໃນໂອກາດດຽວກັນ, ທ່ານ ໄຊນະຄອນ ອິນທະວົງ ພ້ອມຄະນະ, ໄດ້ສືບຕໍ່ພົບປະທະວິພາຄີ ກັບ ກະຊວງກະສິກໍາ ແລະ ສະຫະກອນແຫ່ງ ລາຊະອານາຈັກໄທ, ສອງຝ່າຍໄດ້ທົບທວນສາຍພົວພັນອັນໃກ້ຊິດ ແລະ ການຮ່ວມມືທີ່ມີມາຍາວນານໃນຂະແໜງກະສິກຳ, ພ້ອມທັງແລກປ່ຽນທັດສະນະກ່ຽວກັບ ການຂະຫຍາຍການຮ່ວມມືດ້ານການສຳຫລວດ, ວາງແຜນ, ຄຸ້ມຄອງ ແລະ ພັດທະນາທີ່ດິນ, ການອະນຸລັກດິນ ແລະ ນ້ຳ,  ການຟື້ນຟູພື້ນດິນເສື່ອມໂຊມ, ການປັບຕົວຕ່ໍໄພແຫ້ງແລ້ງ ແລະ ການປ່ຽນແປງດິນຟ້າອາກາດ, ຕະຫລອດຮອດ ການຝຶກອົບຮົມ, ການແລກປ່ຽນຜູ້ຊ່ຽວຊານ, ເຕັກໂນໂລຊີ ແລະ ບົດຮຽນທ່ີດີ. ພ້ອມນ້ີ, ສອງຝ່າຍຍັງເຫັນຄວາມສຳຄັນຂອງການສ່ົງເສີມບົດບາດພາກເອກະຊົນ, ການລົງທຶນ ແລະ ຕ່ອງໂສ້ມູນຄ່າກະສິກຳທີ່ຍືນຍົງ, ເພື່ອຫັນການຮ່ວມມືລາວ-ໄທ ໃຫ້ເປັນກິດຈະກຳທີ່ເປັນຮູບປະທຳ ແລະ ນຳມາຊຶ່ງຜົນປະໂຫຍດຮ່ວມກັນ.

     ໃນວັນທີ 25 ສິງຫາ 2026, ທ່ານຮອງລັດຖະມົນຕີ ພ້ອມດ້ວຍຄະນະຍັງໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີສິ່ງແວດລ້ອມຂອງບັນດາປະເທດກຳລັງພັດທະນາທ່ີບ່ໍມີທາງອອກສູ່ທະເລ (LLDCs) ຕື່ມອີກ.

ຂໍ້ມູນ-ພາບ: ຂ່າວສານກະສິກຳ 

KPL

ຂ່າວອື່ນໆ

    • ເຜີຍແຜ່ມະຕິກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະບໍລິຫານງານພັກສະໄໝທີ XII ແລະ ເອກະສານສຳຄັນຂອງພັກການເມືອງ

      ເຜີຍແຜ່ມະຕິກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະບໍລິຫານງານພັກສະໄໝທີ XII ແລະ ເອກະສານສຳຄັນຂອງພັກ

      9/10/2026 10:45:30 AM

      ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ເຜີຍແຜ່, ເຊື່ອມຊຶມມະຕິກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານພັກ ສະໄໝ XII ແລະ ບັນດາເອກະສານສຳຄັນຕ່າງໆຂອງພັກ ໃນວັນທີ 9 ກັນຍາ 2026 ໂດຍການເປັນປະທານຂອງ ສະຫາຍ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີຄະນະພັກ, ພະນັກງານຫລັກແຫລ່ງ, ພ້ອມດ້ວຍສະມາຊິກພັກ- ພະນັກງານລັດຖະກອນເຂົ້າຮ່ວມ.

    • ສະພາທິດສະດີສູນກາງພັກ ສະຫລຸບວຽກງານ 5 ປີການເມືອງ

      ສະພາທິດສະດີສູນກາງພັກ ສະຫລຸບວຽກງານ 5 ປີ

      9/10/2026 10:37:33 AM

      ກອງປະຊຸມສະຫລຸບການຈັດຕັ້ງປະຕິບັດວຽກງານສະພາທິດສະດີສູນກາງພັກໄລຍະ 2021-2025 ແລະ ວາງທິດທາງແຜນການໄລຍະ 2026-2030 ຈັດຂຶ້ນໃນວັນທີ 8 ກັນຍາ 2026 ພາຍໃຕ້ການເປັນປະທານຂອງ ສະຫາຍ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ປະທານສະພາທິດສະດີສູນກາງພັກ, ມີຮອງປະທານ, ຫົວໜ້າຄະນະກໍາມະການດ້ານຕ່າງໆ ແລະ ສະມາຊິກສະພາທິດສະດີສູນກາງພັກ ເຂົ້າຮ່ວມ.

    • ສປປ ລາວ ມີຄວາມພ້ອມຢ່າງເຕັມສ່ວນ ໃນການປະຕິບັດພາລະບົດບາດປະທານກອງປະຊຸມ  3RC-CCMການເມືອງ

      ສປປ ລາວ ມີຄວາມພ້ອມຢ່າງເຕັມສ່ວນ ໃນການປະຕິບັດພາລະບົດບາດປະທານກອງປະຊຸມ 3RC-CCM

      9/8/2026 11:54:28 AM

      ທ່ານ ນາງ ມຸກດາວັນ ສີສຸລິດ ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ, ຫົວໜ້າກອງເລຂາ ຄຊກລ ໄດ້ໃຫ້ສໍາພາດຕໍ່ສຶ່ມວນຊົນ ໂດຍໄດ້ຢືນຢັນຢ່າງໜັກແໜ້ນວ່າ: ສປປ ລາວ ມີຄວາມພ້ອມຢ່າງເຕັມສ່ວນ ໃນການປະຕິບັດພາລະບົດບາດປະທານກອງປະຊຸມທົບທວນຮອບວຽນທີ 3 ສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ (3RC CCM) ໂດຍໄດ້ມີການກະກຽມຄວາມພ້ອມຢ່າງຮອບດ້ານ ແລະ ຢ່າງລະອຽດຖີ່ຖ້ວນ.

    • ລາວ-ກາຊັກສະຖານ ລົງນາມການຮ່ວມມືວຽກງານໄອຍະການການເມືອງ

      ລາວ-ກາຊັກສະຖານ ລົງນາມການຮ່ວມມືວຽກງານໄອຍະການ

      9/7/2026 7:36:33 PM

      ໃນວັນທີ 3 ກັນຍາ 2026, ທີ່ນະຄອນຫຼວງອັດສະຕານາ, ສາທາລະນະລັດ ກາຊັກສະຖານ, ໃນໂອກາດການຢ້ຽມຢາມທາງລັດຖະກິດຂອງ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ, ໄດ້ມີພິທີລົງນາມບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ແລະ ອົງການໄອຍະການສູງສຸດ ແຫ່ງ ສາທາລະນະລັດ ກາຊັກສະຖານ ເພື່ອວາງຂອບ ແລະ ສ້າງພື້ນຖານ ໃຫ້ແກ່ການຮ່ວມມືວຽກງານໄອຍະການ ລະຫວ່າງສອງອົງການ ໃນຕໍ່ໜ້າຢ່າງມີປະສິດທິຜົນ.

    • ປະທານປະເທດ ແຫ່ງ ສປປ ລາວ ພົບປະສອງຝ່າຍກັບປະທານາທິບໍດີເບລາຣຸດຊີການເມືອງ

      ປະທານປະເທດ ແຫ່ງ ສປປ ລາວ ພົບປະສອງຝ່າຍກັບປະທານາທິບໍດີເບລາຣຸດຊີ

      9/7/2026 12:47:54 PM

      ໃນວັນທີ 1 ກັນຍາ 2026 ທີ່ນະຄອນຫລວງບິສະເກັກ, ສ ກຽກກິດສະຖານ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ອາເລັກຊານເດີ ລູກາເຊັນໂກປະທານາທິບໍດີ ແຫ່ງ ສາທາລະນະລັດ ເບລາຣຸດຊີ ໃນໂອກາດເຂົ້າຮ່ວມກອງປະຊຸມອົງການຮ່ວມມືຊຽງໄຮ້ ບວກຄູ່ຮ່ວມເຈລະຈາ (SCO Plus).

ads
ads

Top