ສະເຫລີມສະຫລອງ ວັນສະຖາປະນາ ປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 81 ປີ

01/09/2026 15:31
ຂປລ ເນື່ອງໃນໂອກາດ ສະເຫລີມ ສະຫລອງ ວັນສະຖາປະນາປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດ ນາມ ຄົບຮອບ 81 ປີ (2 ກັນຍາ 1945 - 2 ກັນຍາ 2026)

ເນື່ອງໃນໂອກາດ ສະເຫລີມ ສະຫລອງ ວັນສະຖາປະນາປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດ ນາມ ຄົບຮອບ 81 ປີ (2 ກັນຍາ 1945 - 2 ກັນຍາ 2026), ຕາງໜ້າບັນດາ ສະຫາຍ ການນຳພັກ, ລັດ ແລະ ປະຊາຊົນ ຫວຽດນາມ, ທ່ານ ຫງວຽນມິງເຕີມ, ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ລາວ ໄດ້ຍົກໃຫ້ເຫັນວ່າ: ໃນວັນທີ 2 ກັນຍາ 1945, ຢູ່ສະໜາມຫລວງ ບາດິ່ງ ອັນເປັນປະຫວັດສາດ , ປະທານໂຮ່ຈິມິນ - ຜູ້ນຳທີ່ຍິ່ງໃຫຍ່ ຂອງຊາດຫວຽດນາມ - ໄດ້ອ່ານສູນທອນພົດ ປະກາດເອກະລາດ, ສະຖາປະນາ ປະເທດ ຫວຽດນາມ ປະ ຊາທິປະໄຕ ສາທາລະນະລັດ, ປະຈຸບັນແມ່ນ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ; ເປີດສັງກາດໃໝ່ຂອງຊົນຊາດຫວຽດນາມ: ສັງກາດ ທີ່ເປັນເຈົ້າຂອງປະເທດຊາດ, ອິດສະລະພາບ, ເປັນເຈົ້າຂອງຊາຕາກຳຂອງຕົນ; ສັງກາດຂອງເອກະລາດແຫ່ງຊາດທີ່ຕິດພັນກັບສັງຄົມນິຍົມ. ນັບແຕ່ຊ່ວງເວລາ ປະຫວັດສາດນັ້ນ, ໂດຍຖືເອົາສັດຈະທຳທີ່ວ່າ “ບໍ່ມີຫຍັງປະເສີດໄປກວ່າເອກະລາດ ແລະ ເສລີພາບ”, ພາຍໃຕ້ຄັນທຸງນຳພາຂອງພັກກອມມູນິດຫວຽດນາມ, ປະຊາຊົນຫວຽດນາມໄດ້ຮ່ວມກັນປະຕິບັດສຳເລັດພາລະກິດແຫ່ງການປົດປ່ອຍຊາດ, ທ້ອນໂຮມປະເທດຊາດ; ຜ່ານຜ່າທຸກຄວາມ ຫຍຸ້ງຍາກຢ່າງອົງອາດກ້າແກ່ນເພື່ອປົກປັກຮັກສາ ຄວາມເປັນເອກະລາດ ແລະ ອິດສະຫລະພາບ ຂອງປະເທດຊາດ, ສ້າງສາ ແລະ ພັດທະນາປະເທດ, ພ້ອມດຽວກັນນັ້ນ, ກໍປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາໃນພາກພື້ນ ແລະໃນໂລກ. ພາຍຫລັງກວ່າ 40 ປີແຫ່ງການປະຕິບັດການປ່ຽນແປງໃໝ່ ອັນຍິ່ງໃຫຍ່, ເຊິ່ງລິເລີ່ມ ແລະ ນຳພາໂດຍ ພັກກອມມູນິດ ຫວຽດນາມ, ເຖິງແມ່ນວ່າສະພາບການຂອງໂລກ ແລະພາກພື້ນສືບຕໍ່ມີການຜັນແປຢ່າງສັບສົນ, ພື້ນຖານເສດຖະກິດຫວຽດນາມຍັງຂະຫຍາຍຕົວຢ່າງຕໍ່ເນື່ອງ ໃນລະ ດັບທີ່ສູງສົມຄວນ, ດ້ວຍອັດຕາສ່ວນ ການເຕີບໂຕ ສະເລ່ຍ ປະມານ 7% ຕໍ່ປີ. ໃນປີ 1986, ເມື່ອເລີ່ມປະຕິບັດພາລະກິດປ່ຽນແປງໃໝ່, ຫວຽດນາມ ຍັງເປັນປະເທດທີ່ຂາດເຂີນ, ລາຍຮັບຕໍ່ຫົວຄົນ ຕ່ຳກ່ວາ 100 ໂດລາສະຫະລັດ/ປີ. ມາຮອດປິ 2025, ຂອບຂະໜາດເສດຖະກິດຂອງຫວຽດນາມ ໄດ້ບັນລຸ 514 ຕື້ ໂດລາສະຫະລັດ, ຢູ່ອັນດັບທີ 32 ໃນໂລກ; GDP ຕໍ່ຫົວຄົນບັນລຸ 5000 ໂດລາ ສະຫະລັດ/ຄົນ/ປີ. ເສດຖະກິດມະຫາພາກມີສະຖຽນລະພາບ, ຄວບຄຸມໄດ້ອັດຕາເງິນເຟີ້ຢູ່ລະດັບ 3,31%, ບັນດາຄວາມດຸ່ນດ່ຽງທີ່ສຳຄັນໄດ້ຮັບການຮັບປະກັນ. ລວມຍອດມູນຄ່າ ນຳເຂົ້າ -ສົ່ງອອກ ບັນລຸ 930 ຕື້ ໂດລາສະຫະລັດ, ເຮັດໃຫ້ຫວຽດນາມເຂົ້າໃນກຸ່ມ 20 ປະເທດ ທີ່ມີຂະໜາດການຄ້າໃຫຍ່ທີ່ສຸດຢູ່ໃນໂລກ, ເກີນດຸນ ຫລາຍກວ່າ 20 ຕື້ ໂດລາສະຫະລັດ. ທຶນ FDI ທີ່ໄດ້ຈົດ ທະບຽນ ບັນລຸເກືອບ 39 ຕື້ ໂດລາສະຫະລັດ, ອັດຕາສ່ວນຄອບຄົວທຸກຍາກຫຼຸດລົງຍັງແຕ່ 1,3%. ພ້ອມດຽວກັນນັ້ນ, ປີ 2025 ຈະຖືກບັນທຶກໄວ້ໃນປະຫວັດສາດ ຂອງການປະຕິຮູບ ການບໍລິຫານ ລັດຫວຽດນາມ ຄືວ່າເປັນຂີດໝາຍທີ່ສຳຄັນເປັນພິເສດ, ຍ້ອນວ່າການຈັດຕັ້ງປະຕິບັດການປະຕິວັດໃນການຈັດຕັ້ງສັບຊ້ອນ ແລະ ປັບປຸງກະທັດຮັດໂຄງສ້າງ ການຈັດຕັ້ງກົງຈັກ ໃນຂອບ ຂະໜາດໃຫຍ່ ທີສຸດ ນັບແຕ່ກ່ອນຈົນມາຮອດປັດຈຸບັນ ແລະ ເປັນຄັ້ງທຳອິດທີ່ດຳເນີນຮູບແບບການປົກຄອງທ້ອງຖິ່ນສອງຂັ້ນ, ສ້າງພື້ນຖານທີ່ສຳຄັນສຳລັບການປ່ຽນແປງໃໝ່ ໃນການປົກຄອງບໍລິຫານ ປະເທດຊາດ, ການແບ່ງຂັ້ນຄຸ້ມຄອງ, ການແບ່ງອຳນາດ ແລະ ການພັດທະນາແບບຍືນຍົງໃນໄລຍະໃໝ່.ໃນຕົ້ນປີ 2026, ຫວຽດນາມກໍໄດ້ຈັດກອງປະຊຸມໃຫຍ່ ຜູ້ແທນທົ່ວ ປະເທດຂອງ ພັກກອມ ມູນິດຫວຽດນາມ ຄັ້ງທີ XIV ດ້ວຍຜົນສຳເລັດຢ່າງຈົບງາມ ແລະ ໄດ້ເລືອກຕັ້ງຜູ້ແທນເຂົ້າສະພາແຫ່ງຊາດຊຸດທີ XVI. ກອງປະຊຸມໃຫຍ່ຄັ້ງທີ XIV ໄດ້ກຳນົດແນວຄິດ, ວິໄສທັດ ແລະ ນະໂຍບາຍຊີ້ຂາດ ທີ່ມີລັກສະນະ ຍຸດທະສາດເພື່ອນຳພາປະເທດກ້າວໄປຢ່າງເຂັ້ມແຂງແຮງກ້າໃນສັງກາດໃໝ່; ນັ້ນຄື: ບັນລຸບັນດາເປົ້າໝາຍການພັດທະນາແຫ່ງ ຊາດຢ່າງສຳເລັດຜົນພາຍໃນປີ 2030, ເພື່ອກາຍເປັນປະເທດ ກຳລັງ ພັດທະນາທີ່ມີພື້ນຖານອຸດສາຫະກຳທີ່ທັນສະໄໝ ແລະ ມີລາຍໄດ້ປານກາງສູງ, ເມື່ອສະເຫຼີມສະຫຼອງການສ້າງຕັ້ງພັກກອມມູນິດຫວຽດນາມ ຄົບຮອບ 100 ປີ (1930-2030); ແລະ ຫັນວິໄສທັດ ການພັດທະນາ ຮອດປີ 2045 ໃຫ້ປະກົດຜົນເປັນຈິງ ເພື່ອກາຍເປັນປະເທດທີ່ພັດ ທະນາ ແລະ ມີລາຍໄດ້ສູງ ຕາມທິດສັງຄົມນິຍົມ, ເພື່ອສະຫຼອງ ວັນສະຖາປະນາ ປະເທດ ສາທາລະນະລັດ ສັງຄົມ ນິຍົມ ຫວຽດນາມ ຄົບຮອບ 100 ປີ (1945-2045). ເພື່ອຫັນ 12 ທິດທາງ, 6 ໜ້າທີ່ຈຸດສຸມ ແລະ 3 ບາດກ້າວບຸກທະລຸຍຸດທະສາດໃຫ້ປະກົດຜົນເປັນຈິງ, ທົ່ວພັກ, ກອງທັບ, ແລະ ປະຊາຊົນ ຫວຽດນາມ ໄດ້ຕັດສິນໃຈ, ບຸກບືນພະຍາຍາມ ແລະ ບັນລຸໄດ້ຜົນສຳເລັດ ທີ່ໂດດເດັ່ນຫລາຍຢ່າງ. ໃນຫົກເດືອນຕົ້ນປີ 2026, ການເມືອງ, ການປ້ອງກັນຊາດ,  ປ້ອງກັນຄວາມສະຫງົບ ໄດ້ຮັບການ ຮັກສາໄວ້ ຢ່າງໜັກແໜ້ນ; ເສດຖະກິດມະຫາພາກ ມີສະຖຽນລະພາບໂດຍພື້ນຖານ; ຄວບຄຸມໄດ້ອັດຕາເງິນເຟີ້; ການພັດທະນາພື້ນຖານໂຄງລ່າງມີບາດກ້າວບຸກທະລຸ ຫລາຍຢ່າງ; ວິທະຍາ ສາດ ແລະ ເຕັກໂນໂລຊີ, ນະວັດຕະກໍາ, ແລະ ການຫັນເປັນດີຈີຕອນສືບຕໍ່ມີຄວາມກ້າວໜ້າໃໝ່; ຂົງເຂດວັດທະນະທໍາ ແລະ ສັງຄົມສືບຕໍ່ໄດ້ຮັບຄວາມສົນໃຈ ແລະ ໄດ້ຮັບການສົ່ງເສີມ; GDP ເພີ່ມຂຶ້ນ 8.18%, ເຊິ່ງເປັນອັດຕາ ສູງສຸດເມື່ອທຽບກັບ ໄລຍະດຽວກັນ ນັບຕັ້ງແຕ່ປີ 2011; ລວມຍອດມູນຄ່າການນໍາເຂົ້າ ແລະ ສົ່ງອອກສິນຄ້າບັນລຸ 549.69 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 27.1%. ທຶນ FDI ທີ່ລົງ ທະບຽນ ທັງໝົດບັນລຸຫຼາຍກວ່າ 34.6 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 61% ເມື່ອທຽບກັບໄລຍະດຽວກັນໃນປີ 2025. ດ້ານວຽກງານການຕ່າງປະເທດ ແລະ ການເຊື່ອມໂຍງສາກົນ, ຫວຽດນາມ ສືບຕໍ່ປະຕິບັດ ນະໂຍບາຍການຕ່າງປະເທດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ເຂັ້ມແຂງດ້ວຍຕົນເອງ, ສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາ, ຫັນເປັນຫຼາຍຝ່າຍ, ຫລາຍຮູບ ຫລາຍແບບ ໃນການພົວພັນ ຕ່າງປະເທດ; ເປັນເຈົ້າການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ການພັດທະນາ ບົນຈິດໃຈເປັນເພື່ອນມິດ, ຄູ່ຮ່ວມມືທີ່ໜ້າເຊື່ອໃຈ, ເປັນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບສູງໃນປະຊາຄົມສາກົນ.ຫວຽດນາມ ໄດ້ເປັນເຈົ້າການ ແລະ ຕັ້ງໜ້າໃນການເຊື່ອມໂຍງສາກົນ, ເຂົ້າຮ່ວມໃນບັນດາກົນໄກການຮ່ວມມືພາກພື້ນ ແລະ ທົ່ວໂລກນັບມື ນັບເລິກເຊິ່ງ, ໃນນັ້ນ, ໄດ້ສ້າງຕັ້ງສາຍພົວພັນການທູດກັບ 194 ປະເທດໃນທົ່ວໂລກ (ລວມສະມາຊິກສະຫະປະຊາຊາດທັງໝົດ 193 ປະເທດ); ໄດ້ຍົກລະດັບສາຍພົວພັນກັບອີກ 6 ປະເທດ, ເຮັດໃຫ້ຈຳນວນຄູ່ຮ່ວມມືຮອບດ້ານ ຫລື ສູງກວ່ານັ້ນ ເພີ່ມຂຶ້ນເປັນ 45 ປະເທດ, ໃນນັ້ນມີທັງໝົດ 5 ປະເທດ ທີ່ເປັນສະມາຊິກຖາວອນ ຂອງສະພາຄວາມໝັ້ນຄົງ ສະຫະປະຊາຊາດ.

ເມື່ອບໍ່ດົນມານີ້, ຫວຽດນາມ ກໍໄດ້ເປັນເຈົ້າພາບ ຈັດບັນດາເຫດການລະດັບພາກພື້ນ ແລະ ສາກົນ ຢ່າງມີຜົນສຳເລັດ, ໂດຍສະເພາະແມ່ນ: ກອງປະຊຸມສຸດຍອດຄູ່ຮ່ວມມື ເພື່ອການເຕີບໂຕສີ ຂຽວ ແລະ ເປົ້າໝາຍໂລກ 2030 (P4G) ຄັ້ງທີ 4, ພິທີລົງນາມ ແລະ ກອງປະຊຸມ ຜູ້ອາວຸໂສ ກ່ຽວກັບ ສົນທິສັນຍາສະຫະປະຊາຊາດກ່ຽວກັບການຕ້ານອາຊະຍາກຳທາງອິນເຕີເນັດ ແລະ ເວທີປາໄສ ອະນາຄົດ ອາຊຽນ ຄັ້ງທີ 3 ທີ່ນະຄອນຫຼວງຮ່າໂນ້ຍ.ພິເສດ, ດ້ວຍຄວາມໄວ້ວາງໃຈຈາກເພື່ອນມິດສາກົນ, ຫວຽດນາມ ສືບຕໍ່ໄດ້ຮັບເລືອກຕັ້ງເປັນສະມາຊິກສະພາສິດທິມະນຸດ ຂອງສະຫະປະຊາຊາດ ອີກສະໄໝໜຶ່ງ ໄລຍະ 2026-2028, ແລະ ໃນປີ 2027, ຫວຽດນາມ ຈະເປັນເຈົ້າພາບຈັດກອງປະຊຸມ ແລະການເຄື່ອນໄຫວຕ່າງໆໃນ ປີ APEC 2027 ເປັນຄັ້ງທີ ສາມ. ເມື່ອຫວນຄືນ ໄລຍະທາງໃນ 8 ທົດສະວັດທີ່ຜ່ານມາ, ປະຊາຊົນຫວຽດນາມຍັງເຂົ້າໃຈຢ່າງເລິກເຊິ່ງວ່າບັນດາຜົນສຳເລັດ ໃນປັດຈຸບັນ ບໍ່ພຽງແຕ່ເປັນຜົນມາຈາກ ຄວາມຕັ້ງໝັ້ນ, ມານະຈິດ, ແລະ ການເສຍສະຫລະ ຂອງຄົນຫວຽດນາມ ຫລາຍລຸ້ນເທົ່ານັ້ນ, ຫວຽດນາມ ຍັງໄດ້ຮັບການຮ່ວມໃຈ, ສະໜັບສະໜູນ ແລະ ການຊ່ວຍເຫລືອ ອັນລ້ຳຄ່າຂອງເພື່ອນມິດສາກົນ, ພິເສດແມ່ນຄວາມສາມັກຄີ ແລະ ການສະໜັບ ສະໜູນອັນໃຫຍ່ຫລວງ, ບໍ່ເຫັນແກ່ຕົວ, ແລະ ສຸດອົກສຸດໃຈຂອງພັກ, ລັດ, ແລະ ປະຊາຊົນລາວອ້າຍນ້ອງ.ປະຊາຊົນຫວຽດນາມ ບໍ່ມີວັນລືມການຊ່ວຍເຫຼືອຂອງປະຊາຊົນລາວ ຕໍ່ພະນັກງານ ແລະ ນັກຮົບຫວຽດນາມໃນຊ່ວງເວລາສົງຄາມ, ກໍຄືປະຊາຊົນລາວຍັງຈື່ຈຳບັນດາລູກຫຼານຫວຽດນາມທີ່ໄດ້ຕໍ່ສູ້ ແລະ ເສຍສະລະຊີວິດຢູ່ໃນດິນແດນລາວເພື່ອເອກະລາດ ແລະ ອິດສະຫຼະພາບ ຂອງທັງ ສອງຊາດ. ນີ້ແມ່ນການຮ່ວມທຸກຮ່ວມສຸກ ລະຫວ່າງ ຜູ້ທີ່ເປັນສະຫາຍ, ອ້າຍນ້ອງ; ແມ່ນຄວາມຮັກແພງທີ່ໄດ້ທົດສອບດ້ວຍຄວາມຫຍຸ້ງຍາກ ແລະ ເພີ່ມພູນຄູນສ້າງດ້ວຍເຫື່ອແຮງ ແລະ ເລືອດເນື້ອ ຂອງຄົນຫວຽດນາມ-ລາວ ຫລາຍລຸ້ນ. ດັ່ງນັ້ນ, ທຸກໆຜົນສຳເລັດ ຂອງຫວຽດນາມ ໃນປັດຈຸບັນລ້ວນແຕ່ມີການປະກອບສ່ວນ ອັນລ້ຳຄ່າຈາກປະຊາຊົນລາວ ແລະ ທຸກໆບາດກ້າວໃນ ການພັດທະນາ ຂອງລາວ ກໍເປັນ ຄວາມມ່ວນຊື່ນດີໃຈ ຂອງພັກ, ລັດ, ແລະ ປະຊາຊົນຫວຽດນາມ.

ເນື່ອງໃນໂອກາດ ອັນສະຫງ່າລາສີນີ້, ຕາງໜ້າພັກ, ລັດ ແລະ ປະຊາຊົນຫວຽດນາມ, ທ່ານ ຫງວຽນມິງເຕີມ,  ໄດ້ສະແດງຄວາມຮູ້ບູນຄຸນ ຢ່າງເລິກເຊິ່ງມາຍັງພັກ, ລັດ ແລະ ປະຊາຊົນລາວ ບັນດາເຜົ່າອ້າຍນ້ອງ ຕໍ່ກັບຄວາມສາມັກຄີ, ການສະໜັບສະໜູນ ແລະ ຊ່ວຍເຫລືອ ຫວຽດນາມ ຕະຫລອດໄລຍະການຕໍ່ສູ້ກູ້ຊາດ ໃນເມື່ອກ່ອນ, ກໍຄືໃນພາລະກິດສ້າງສາ ແລະ ພັດທະນາປະເທດ ຊາດໃນປັດຈຸບັນ ແລະ ຂໍສະແດງຄວາມຂອບໃຈ ຢ່າງຈິງໃຈມາຍັງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນ ບັນດາທ້ອງຖິ່ນຂອງລາວ ທີ່ໄດ້ເອົາໃຈໃສ່, ສ້າງເງື່ອນໄຂອັນສະດວກ ໃຫ້ແກ່ ວົງຄະນະຍາດ ຊາວຫວຽດນາມ ທີ່ດຳລົງຊີວິດ, ຮ່ຳຮຽນ ແລະ ທໍາມາຫາກິນຢູ່ລາວ; ເພື່ອໃຫ້ເຂົາເຈົ້າສາມາດ ປະກອບສ່ວນເຂົ້າໃນການສ້າງສາ ພັດທະນາປະເທດຊາດຂອງລາວ ແລະ ກາຍເປັນຂົວຕໍ່ ມິດຕະພາບ ຢ່າງແໜ້ນແຟ້ນລະຫວ່າງສອງຊາດ. ສາຍພົວພັນ ຫວຽດນາມ-ລາວ ແມ່ນສາຍພົວພັນທີ່ພິເສດ, ເຊິ່ງໄດ້ຮັບການກໍ່ຕັ້ງໂດຍກົງ ຂອງປະທານ ໂຮ່ຈິມິນຜູ້ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ທີ່ແສນເຄົາລົບຮັກ ແລະໄດ້ຮັບການເພີ່ມພູນຄູ້ນສ້າງໂດຍຜູ້ນຳ ແລະ ປະຊາຊົນສອງປະເທດຫຼາຍລຸ້ນຕໍ່ໆໄປ. ສາຍພົວພັນນັ້ນໄດ້ຮັບການຫລໍ່ຫລອມ ຜ່ານການ ທົດສອບ ຂອງປະຫວັດສາດ ແລະ ໄດ້ກາຍເປັນ ເປັນຊັບສົມບັດລວມ ອັນລ້ຳຄ່າຂອງສອງຊາດ ແລະ ເປັນແຫລ່ງກໍາລັງອັນໃຫຍ່ຫລວງໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ ຂອງແຕ່ລະປະເທດ. ໃນໄລຍະປັດຈຸບັນ, ຄວາມຕ້ອງການຕັ້ງຂຶ້ນແມ່ນຕ້ອງສືບຕໍ່ຄຽງບ່າຄຽງໄຫລ່ ເພື່ອຮ່ວມກັນພັດທະນາ, ຮ່ວມກັນສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ຮ່ວມກັນຍົກ ສູງຖານະບົດບາດ ຂອງແຕ່ລະປະເທດໃນສະພາບການຂອງໂລກ ທີ່ກຳລັງມີການປ່ຽນແປງ ຢ່າງໄວວາ. ທ້າຍປີ 2025, ຫວຽດນາມ ແລະ ລາວ ໄດ້ເປັນເອກະພາບຕົກລົງເພີ່ມເນື້ອໃນ "ຫຸ້ນສ່ວນ ຍຸດທະສາດ", ເຊິ່ງເຮັດໃຫ້ຂອບຂອງສາຍພົວພັນ ກາຍເປັນສາຍພົວພັນ "ມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ, ຫຸ້ນສ່ວນຍຸດທະສາດ". "ຫຸ້ນສ່ວນ ຍຸດທະສາດ" ນະທີ່ນີ້ ບໍ່ພຽງແຕ່ ເປັນການເພີ່ມປ່ຽນຊື່ເທົ່ານັ້ນ, ແຕ່ຍັງເປັນການພັດທະນາໃໝ່ໃນຄຸນນະພາບ ຂອງສາຍພົວພັນ ລະຫວ່າງ ສອງປະເທດ, ນັ້ນແມ່ນການເປັນຫຸ້ນສ່ວນ ດ້ານວິໄສທັດ ແລະ ຜົນປະໂຫຍດ ການພັດທະນາຍາວນານ; ຫຸ້ນສ່ວນລະຫວ່າງ ສະຖຽນລະພາບ, ຄວາມໝັ້ນຄົງ, ການພັດທະນາຂອງແຕ່ລະປະເທດ; ຫຸ້ນສ່ວນລະຫວ່າງສອງພື້ນຖານເສດຖະກິດ ແລະ ພື້ນທີ່ ການພັດທະນາ; ສິ່ງທີ່ສຳຄັນທີ່ສຸດແມ່ນຫຸ້ນສ່ວນອະນາຄົດຂອງສອງຊາດບົນພື້ນຖານຂອງຄວາມເປັນເອກະລາດ, ເປັນເຈົ້າຕົນເອງ, ແລະ ມີຜົນປະໂຫຍດຮ່ວມກັນ.ບ່ອນອີງພື້ນຖານ ຂອງການພົວພັນ ດ້ານການເມືອງ ສຶບຕໍ່ໄດ້ຮັບການປັບປຸງ ຢ່າງໜັກແໜ້ນ, ສະໜິດສະໜົມ, ຄວາມໄວ້ເນື້ອເຊື່ອໃຈ, ເປັນແກນກາງຫຼັກແຫລ່ງກຳນົດທິດສັງລວມ ໃຫ້ແກ່ສາຍພົວພັນ ລະຫວ່າງສອງປະເທດ, ປະສານສົມທົບ ຢ່າງໜັກແໜ້ນ ໃນບັນດາວຽກງານກ່ຽງກັບຄວາມໝັ້ນຄົງ ແລະ ການພັດທະນາຂອງແຕ່ລະປະເທດ. ເສົາຄໍ້າການຮ່ວມມື ດ້ານການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ນັບມື້ ສະໜິດແໜ້ນ, ເລິກເຊິ່ງ, ແລະ ເປີດກວ້າງຮອບດ້ານ; ປະສານສົມທົບຢ່າງໜັກແໜ້ນ, ມີປະສິດທິຜົນໃນເວທີພາກພື້ນ ແລະ ສາກົນ, ປະກອບສ່ວນທີ່ ສຳຄັນເຂົ້າໃນ ການຮັກສາສະຖຽນລະພາບ ທາງ ດ້ານການເມືອງ, ຄວາມເປັນລະບຽບ ຮຽບຮ້ອຍສັງຄົມໃນແຕ່ລະປະເທດ; ຍົກສູງຖານະບົດບາດ ແລະ ກຽດສັກສີຂອງທັງຫວຽດນາມ ແລະ ລາວໃນເວທີພາກພື້ນ ແລະສາກົນ. ການຮ່ວມມື ດ້ານລົງທຶນ, ການຄ້າໄດ້ຮັບການເອົາໃຈໃສ່ ຊຸກຍູ້ຈາກທັງສອງຝ່າຍ, ມີຫລາຍການຫັນປ່ຽນຢ່າງແຂງແຮງ, ຫັນໄປສູ່ປະສິດທິພາບ ແລະ ແທດຈິງ. ຫວຽດນາມສືບຕໍ່ເປັນໜຶ່ງໃນບັນດານັກລົງທຶນ, ຄູ່ຮ່ວມມື ດ້ານການຄ້າທີ່ໃຫຍ່ທີ່ສຸດຢູ່ລາວ, ລວມທຶນຈົດທະບຽນທັງໝົດຫຼາຍກວ່າ 7 ຕື້ໂດລາສະຫະລັດ. ໃນ 7 ເດືອນຕົ້ນຂອງປີ 2026, ບັນດາວິສາຫະກິດຫວຽດນາມໄດ້ດຳເນີນ ໂຄງການລົງທຶນ ໃໝ່ 18 ໂຄງການຕື່ມອີກໃນຕະຫຼາດລາວ, ທຶນຈົດທະບຽນທັງໝົດ ຫລາຍກວ່າ 300 ລ້ານໂດລາສະຫະລັດ (ເພີ່ມຂຶ້ນ 2.2 ເທົ່າທຽບກັບໄລຍະດຽວກັນຂອງປີ 2025); ຍອດມູນຄ່າການຄ້າ ສອງ ຝ່າຍ ບັນລຸປະມານ 1.47 ຕື້ໂດລາສະຫະລັດ ແລະ ສືບຕໍ່ຮັກສາລະດັບການເຕີບໂຕຢ່າງຕັ້ງໜ້າ, ໃນນັ້ນ, ຫວຽດນາມຂາດດຸນການຄ້າຫລາຍກວ່າ 635 ລ້ານໂດລາສະຫະລັດ ຈາກການນໍາເຂົ້າ ສີນຄ້າ ຂອງລາວ. ທັງສອງປະເທດ ພວມຢືນຢູ່ຕໍ່ໜ້າກາລະໂອກາດໃຫຍ່ຫລວງ ເພື່ອສ້າງບາດກ້າວຫັນປ່ຽນ ທີ່ແຂງແຮງໃນການເຊື່ອມຈອດ ສອງພື້ນຖານເສດຖະກິດ, ໂດຍສະເພາະ ແມ່ນຜ່ານບັນດາ ໂຄງການຍຸດທະສາດເຊັ່ນ: ທ່າເຮືອສາກົນວຸງອ໋າງ, ທາງລົດໄຟວຽງຈັນ-ວຸງອ໋າງ, ທາງດ່ວນຮ່າໂນ້ຍ-ວຽງຈັນ, ການເຊື່ອມຕໍ່ລະບົບພະລັງງານ, ແລະ ບັນດາແລວເສດຖະກິດຕາເວັນອອກ-ຕາເວັນຕົກ. ເປົ້າໝາຍໃນໄລຍະຍາວນານແມ່ນເຊື່ອມຕໍ່ພື້ນຖານເສດຖະກິດສອງປະເທດ, ຂະຫຍາຍພື້ນທີ່ການພັດທະນາ ຂອງທັງສອງປະເທດ; ຊ່ວຍລາວເສີມຂະຫຍາຍທ່າແຮງທາງພູມີສາດ ເສດຖະກິດ ໃຫ້ດີຂື້ນ; ເພີ່ມທະວີຄວາມສາມາດໃນການເຊື່ອມຕໍ່ກັບທະເລ ແລະ ບັນດາສູນກາງເສດຖະກິດຂອງພາກພື້ນ; ພ້ອມກັນນັ້ນ, ສ້າງລະບົບຕ່ອງໂສ້ການຜະລິດ, ການຄ້າ ແລະ logistics ໃໝ່ ທີ່ທັງຫວຽດນາມ ແລະ ລາວ ຈະໄດ້ຮັບຜົນປະໂຫຍດ. ການຮ່ວມມື ໃນດ້ານການສຶກສາ-ກໍ່ສ້າງ, ພັດທະນາຊັບພະຍາກອນມະນຸດ ແລະ ວັດທະນະທຳ ສືບຕໍ່ໄດ້ຮັບການເອົາໃຈໃສ່, ມີຄວາມໝາຍ ໃນໄລຍະຍາວ. ນັກສຶກສາ, ນັກຮຽນລາວ ຫລາຍພັນຄົນ ແລະ ພະນັກງານລາວ ຫລາຍລຸ້ນຄົນ ທີ່ໄດ້ຮັບການສຶກສາ, ຄົ້ນຄວ້າຢູ່ ຫວຽດນາມ ກຳລັງປະກອບສ່ວນອັນສຳຄັນເຂົ້າໃນການກໍ່ສ້າງ ແລະ ພັດທະນາປະເທດລາວ. ໃນເວລາດຽວກັນ, ຄົນຫວຽດນາມທີ່ມາສຶກສາຄົ້ນຄວ້າ, ຮໍ່າຮຽນ, ເຮັດວຽກຢູ່ໃນລາວ ນັບມື້ນັບຫລາຍຂຶ້ນ. ບຸກຄົນເຫລົ່ານີ້ ຈະສືບຕໍ່ມູນເຊື້ອປະຫວັດສາດ, ນຳເອົາ ສາຍພົວ ພັນໄມຕີຈິດອັນພິເສດລະຫວ່າງສອງຊາດ ເຂົ້າສູ່ຊີວິດປະຈຳວັນຂອງຄົນລຸ້ນຫລັງ.ຄຽງຄູ່ກັນນັ້ນ, ບັນດາທ້ອງຖິ່ນຂອງສອງປະເທດ, ແລະ ບັນດາສະມາຄົມມິດຕະພາບ ຫວຽດນາມ-ລາວ, ລາວ -ຫວຽດນາມ ແຕ່ສູນກາງຮອດທ້ອງຖິ່ນ, ກໍຈັດຕັ້ງການເຄື່ອນໄຫວແລກປ່ຽນວັດທະນະທຳ ແລະ ກິລາທີ່ມີຊີວິດຊີວາ ເປັນປະຈຳ, ກາຍເປັນຂົວຕໍ່ເພື່ອເຊື່ອມຈອດປະຊາຊົນຂອງສອງປະເທດ. ເຖິງວ່າ ສະພາບການຂອງໂລກກຳລັງເຂົ້າສູ່ໄລຍະແຫ່ງການຜັນແປຢ່າງເລິກເຊິ່ງ, ແຕ່ຄຸນຄ່າ ແລະ ຄວາມສຳຄັນຂອງສາຍພົວພັນຫວຽດນາມ-ລາວ ບໍ່ເຄີຍຫຼຸດລົງ; ຫາກຍັງນັບມື້ນັບສຳຄັນກວ່າເກົ່າ. ອີກເທື່ອໜຶ່ງ, ພັກ, ລັດ ແລະ ປະຊາຊົນຫວຽດນາມ ຂໍຢືນຢັນວ່າ ຈະສະຫງວນບຸລິມະສິດສູງສຸດໃຫ້ແກ່ສາຍພົວພັນ, ການຮ່ວມມື ຫວຽດນາມ - ລາວ. ສະຖຽນລະພາບ, ການພັດທະນາ ແລະ ຜົນສຳເລັດຂອງລາວ ລ້ວນແຕ່ມີຄວາມໝາຍຍຸດທະສາດຕໍ່ຫວຽດນາມ; ກໍຄື ປະເທດ ຫວຽດນາມ ທີ່ມີສັນຕິພາບ, ສະຖຽນລະພາບ ແລະພັດທະນາ ຈະເປັນເງື່ອນໄຂທີ່ສ້າງຄວາມສະດວກໃຫ້ແກ່ພາລະກິດສ້າງສ້າ ແລະ ພັດທະນາຂອງລາວ. ເຖິງແມ່ນວ່າສະພາບການພາກພື້ນ ແລະ ໂລກກຳລັງຜັນແປ ຢ່າງສັບສົນ, ບໍ່ສາມາດຄາດຄະເນໄດ້, ໃນສະພາບການໃດກໍຕາມ, ພວກຂ້າພະເຈົ້າເຊື່ອໝັ້ນຢ່າງວ່າສອງພັກ, ສອງລັດ ແລະ ປະຊາຊົນສອງຊາດຈະສືບຕໍ່ຄຽງບ່າຄຽງໄລ, ຈິງໃຈແບ່ງປັນບົດຮຽນປະສົບການ; ຊ່ວຍເຫຼືອເຊິ່ງກັນແລະກັນຢ່າງເຕັມທີ່; ຮ່ວມກັນແກ້ໄຂອຸປະສັກອຸດຕັນ ໃນການຮ່ວມມື; ຫັນປ່ຽນຄວາມໄວ້ ເນື້ອເຊື່ອໃຈພິເສດທາງການເມືອງມາ ເປັນບັນດາຜົນສຳເລັດການພັດທະນາ ເປັນຮູບປະທຳ, ເຮັດໃຫ້ສາຍພົວພັນ ຫວຽດນາມ-ລາວ ບໍ່ພຽງແຕ່ມີຄວາມພິເສດ ຍ້ອນປະຫວັດສາດເທົ່ານັ້ນ, ແຕ່ຍັງມີ ຄວາມພິເສດຍ້ອນປະສິດ ທິພາບໃນການຮ່ວມມື ແລະ ຜົນປະໂຫຍດແທດຈິງ ທີ່ສາຍພົວພັນນີ້ນຳມາສູ່ ປະຊາຊົນສອງປະເທດ ໃນປັດຈຸບັນ ກໍຄື ໃນອະນາຄົດ. ນັ້ນກໍ່ເປັນວິທີທີ່ດີທີ່ສຸດ ເພື່ອໃຫ້ ຄົນລຸ້ນປັດຈຸບັນປົກປັກຮັກສາ ແລະ ສົ່ງຕໍ່ຊັບສິນອັນລ້ຳຄ່າທີ່ບັນພະບຸລຸດຂອງສອງຊາດໄດ້ສ້າງຂຶ້ນດ້ວຍຄວາມພະຍາຍາມຢ່າງຫລວງຫລາຍໃຫ້ແກ່ຄົນລຸ້ນຫລັງ. ຂ້າພະເຈົ້າ ເຊື່ອໝັ້ນວ່າ: ຄວາມສາມັກ ຄີພິເສດ ຫວຽດນາມ - ລາວ ຈະ “ ເລິກເຊິ່ງກວ່າແມ່ນໍ້າຮົ່ງຮ່າ, ແມ່ນໍ້າຂອງ” ແລະ “ໝັ້ນຄົງຍືນຍົງຍິ່ງກວ່າພູເຂົາ, ຍິ່ງກວ່າແມ່ນໍ້າ ໄປຊົ່ວກາລະນານ” ແລະ “ຫອມຫວນກວ່າ ດອກໄມ້ ຊະນິດໃດທີ່ ຫອມຫວນທີ່ສຸດ,” ດັ່ງທີ່ບັນດາຜູ້ນຳຂອງສອງປະເທດພວກເຮົາປາດຖະໜາ ມາຕະຫລອດ. ເນື່ອງໃນໂອກາດ ອັນສະຫງ່າລາສີນີ້, ຂ້າພະເຈົ້າ ຂໍອວຍພອນມາຍັງພັກ, ລັດ, ແລະ ປະຊາຊົນ ລາວອ້າຍນ້ອງ ຈົ່ງສືບຕໍ່ປະສົບຜົນສຳເລັດໃໝ່ອັນໃຫຍ່ຫຼວງກວ່າເກົ່າ; ຈັດຕັ້ງປະຕິບັດມະຕິ ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ແລະແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X ຢ່າງມີໄຊ. ຂໍອວຍພອນໃຫ້ປະເທດລາວ ຈົ່ງນັບມື້ໄດ້ຮັບການພັດທະນາຮັ່ງມີ ເຂັ້ມແຂງ, ຈະເລີນຮຸ່ງເຮືອງ; ປະຊາຊົນລາວອ້າຍນ້ອງ ມີຊີວິດການເປັນ ຢູ່ທີ່ນັບມື້ ອີ່ມໜຳສຳລານ ແລະມີຄວາມສຸກຕະຫຼອດໄປ; ຖານະບົດບາດ ແລະ ອິດທິພົນ ຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ນັບມື້ໄດ້ການຍົກສູງຂຶ້ນໃນພາກພື້ນ ແລະໂລກ. ຂໍອວຍພອນໃຫ້ ສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ, ຫຸ້ນສ່ວນຍຸດທະສາດ ຫວຽດນາມ - ລາວ ຈະໝັ້ນຄົງຂະໜົງແກ່ນ ໄປຊົ່ວກະລະນານ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top