ຂປລ
ປະເທດອິນເດຍ ປະກາດ ເປັນເຈົ້າພາບ ຈັດກອງປະຊຸມ ສຸດຍອດ ກຸ່ມປະເທດເບຣິກ (BRICS) ຄັ້ງທີ 18 ຢູ່ນະຄອນຫລວງ ນິວແດນລີ ລະຫວ່າງ ວັນທີ 12-13 ກັນຍາ ນີ້ ພາຍໃຕ້ ຫົວຂໍ້ “ເສີມສ້າງ ຄວາມພ້ອມຮັບມື, ນະວັດຕະກໍາ, ການຮ່ວມມື ແລະ ຄວາມຍືນຍົງ
ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ປະເທດອິນເດຍ ປະກາດ ເປັນເຈົ້າພາບ ຈັດກອງປະຊຸມ ສຸດຍອດ ກຸ່ມປະເທດເບຣິກ (BRICS) ຄັ້ງທີ 18 ຢູ່ນະ ຄອນຫລວງ ນິວແດນລີ ລະຫວ່າງ ວັນທີ 12-13 ກັນຍາ ນີ້ ພາຍໃຕ້ ຫົວຂໍ້ “ເສີມສ້າງ ຄວາມພ້ອມຮັບມື, ນະວັດຕະກໍາ, ການຮ່ວມມື ແລະ ຄວາມຍືນຍົງ” (Building for Resilience, Innovation, Cooperation and Sustainability) ໂດຍມີ ບັນດາ ປະເທດ ສະມາຊິກ, ປະເທດ ຫຸ້ນສ່ວນ ບຣິກ ລວມທັງ ຜູ້ທີ່ໄດ້ ຮັບເຊີນ ເຂົ້າຮ່ວມ ກອງປະຊຸມດັ່ງກ່າວ.
ກະຊວງ ການຕ່າງປະເທດ ຂອງ ອິນເດຍ ຍັງລະບຸວ່າ ບັນດາ ຜູ້ນຳ ຈະຮ່ວມມືກັນ ແລກປ່ຽນ ຄວາມຄິດເຫັນ ກ່ຽວກັບ ການເສີມສ້າງ ການຮ່ວມມື ພາຍໃນກຸ່ມບຣິກ ໃນປະເດັນສຳຄັນ ຮ່ວມກັນ ລວມເຖິງ ການແລກປ່ຽນ ທັດສະນະ ຕໍ່ປະເດັນ ລະດັບໂລກ ແລະ ພາກພື້ນ ທີ່ມີຄວາມສົນໃຈ ຮ່ວມກັນ ໂດຍສະເພາະ ໃນປີນີ້ ມີການຈັດ ກອງປະຊຸມ ແລະ ກິດຈະກຳ ລະດັບສູງ ລວມເຖິງ 350 ລາຍການ ຢູ່ຫລາຍກວ່າ 25 ເມືອງ ທົ່ວປະເທດ./
KPL