7355

,v[{Ia [ 37'dkoxa [x5 'glA omk'.o8q ;g,n v';a ';P' ,v[{Ia [ 37'dkoxq dxa dIa dlkdkoltcf'2h vort]a d{rt]k, xtmkoxtgmf csj ' lxx ]k; 8h voIa [dkog0Q k1h P,0= j koa [0v' g]0kmy dko.spj vq 'dkoIj ;,,n -P'wIh lkoltcf'7;k,glQ klts]q f.9 ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ົ ນີ ້າົ ງ່ ືອັ ນwww.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນພຸດ 02.09.2026 ປີທີ 25 ສະບັບທີ 6.511ັຸີີັີ ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j lxx ]k; ,u 7;k,rh v,Iv[fh ko 9a fdv'xt-5 ,mq [m;olq omy la opk dkogdn vfsh k,]tg[u f]6 ds;j ko Iv[;Pomu 3 gru j ,mt;u [q f[kfdkooerk0v'ra d ra fmtok;Pd'koln j ,;o-q o .sh sa oxj Pol6 j 75 ootrk[.\j K F ອ່ານຕໍ່ໜ້າ 2່ າໍ່ ໜ້າ ທ່ານ ທອງລຸນ ສີສຸລິດ (ຂວາ) F ອ່ານຕໍ່ໜ້າ 2່ າໍ່ ໜ້າ xtmkoxtgmf csj ' lxx ]k; rq [xt lv'/j kpda [ xtmkokmy [= fu csj ' l dPddy flt4ko s]kp3I'IPo .omqj ;xtgmf gxu flq dIPo.\j 2026-2027 1j k'7b d7N o ທ່ານ ນາງ ສວນສະຫວັນ ວິຍະເກດ (ກາງ) ຂປລ. ວັນທີ 29 ສິງຫາ 2026 ຜ່ານມາ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ ສົ່ງສານສະແດງຄວາມເສົ້າສະຫລົດໃຈເຖິງ ສົມເດັດ ພະລາຊາ ຮອກຄອນ ທີ VIII ແຫ່ງ ລາຊະອານາຈັກ ນອກແວ ຕໍ່ການສິ້ນພະຊົນຂອງ ສົມເດັດ ພະລາຊາ ຮາຣັລດ໌ ທີ V ແຫ່ງ ລາຊະອານາຈັກ ນອກແວ ໃນວັນທີ 28 ສິງຫາ 2026 ທີ່ຜ່ານມາ. ເນື້ອໃນສານໄດ້ລະບຸວ່າ: ຂ້າພະເຈົ້າ ມີຄວາມເສົ້າສະຫລົດໃຈຢ່າງຍິ່ງ ເມື່ອໄດ້ຮັບຊາບຂ່າວວ່າ ສົມເດັດ ພະລາຊາ ຮາຣັລດ໌ ທີ V ແຫ່ງ ລາຊະອາ ນາຈັກ ນອກແວ, ປະມຸກລັດ ທີ່ແສນເຄົາລົບຮັກ ຂອງປະຊາຊົນ ນອກແວ ແລະ ທັງເປັນ ພະລາຊະບິດາ ອັນແສນເຄົາລົບຮັກ ໄດ້ສິ້ນພະຊົນ ໃນວັນທີ 28 ສິງຫາ 2026. ການຈາກໄປຂອງສົມເດັດພະລາຊາຮາຣັລດ໌ທີVຖືເປັນການສູນເສຍ ອັນຍິ່ງໃຫຍ່ສຳລັບພະລາຊະວົງ ແຫ່ງລາຊະອານາຈັກນອກແວຕະຫລອດ ເຖິງປະຊາຊົນນອກແວທຸກຖ້ວນໜ້າ, ເນື່ອງຈາກພະອົງເປັນຜູ້ນຳທີ່ໄດ້ອຸທິດ ພະວໍຣະກາຍ ແລະ ສະຕິປັນຍາ ເພື່ອຮັບໃຊ້ປະຊາຊົນ ນອກແວ ແລະ ສ້າງ ຄວາມຈະເລີນຮຸ່ງເຮືອງ ໃຫ້ແກ່ປະເທດຊາດ ຕະຫລອດໄລຍະເວລາຫລາຍ ກວ່າ 35 ປີ ແຫ່ງການຄອງລາຊະບັນລັງ. ໃນນາມປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ແລະ ໃນນາມສ່ວນຕົວ, ຂປລ. ໃນຕອນບ່າຍວັນທີ 31 ສິງຫາ 2026 ທີ່ສໍານັກງານປະທາ ນາທິບໍດີ ກຽກກິດສະຖານ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງ ຝ່າຍກັບ ທ່ານ ຊາດືຣ ຊາປາຣົບ ປະທານາທິບໍດີ ແຫ່ງ ສາທາລະ ນະລັດ ກຽກກິດສະຖານ ໃນໂອ ກາດເດີນທາງເຂົ້າຮ່ວມກອງປະ ຊຸມອົງການຮ່ວມມືຊຽງໄຮ້ບວກຄູ່ ຂປລ. ໃນຕອນບ່າຍວັນທີ 31 ສິງຫາ 2026, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່າ ຂປລ. ພິທີມອບ-ຮັບໂຄງການ ປັບປຸງເສັ້ນທາງເທສະບານຄືນໃໝ່ ພາຍໃນຕົວເມືອງວັງວຽງ ແຂວງ ວຽງຈັນ ຈັດຂຶ້ນໃນວັນທີ 30 ສິງຫາ 2026ໂດຍມີທ່ານນາງສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງວັດ ທະນະທຳ ແລະ ການທ່ອງທ່ຽວ, ມີຄະນະປະຈຳພັກແຂວງ, ປະທານ ຄະນະກຳມະການປົກຄອງແຂວງ ວຽງຈັນ, ເລຂາພັກເມືອງວັງວຽງ, ຜູ້ຕາງໜ້າຈາກທະນາຄານພັດທະ ນາອາຊີ, ບັນດາຫົວໜ້າກົມ, ຮອງ ກົມ, ບໍລິສັດຜູ້ຮັບເໝົາກໍ່ສ້າງ ແລະ ຜູ້ຕາງໜ້າຈາກກະຊວງທີ່ກ່ຽວຂ້ອງ ເຂົ້າຮ່ວມ. ທ່ານ ນາງ ພອນມະລີ ອິນທະພົມ ຫົວໜ້າກົມພັດທະນາການທ່ອງ ຂປລ. ສປປ ລາວ ມີຄວາມພ້ອມ ຮອບດ້ານກຽມເປັນເຈົ້າພາບຈັດ ກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດ ລູກຫວ່ານຮອບວຽນທີ 3 (3RC CCM) ໂດຍສະເພາະດ້ານພະລາ ທິການ, ເນື້ອໃນ ແລະ ການເຈລະຈາ ເອກະສານສໍາຄັນຕ່າງໆ ເພື່ອເຮັດ ໃຫ້ການຈັດກອງປະຊຸມດັ່ງກ່າວ ດໍາເນີນໄປດ້ວຍຄວາມເປັນລະບຽບ ຮຽບຮ້ອຍ ແລະ ບັນລຸຜົນສຳເລັດ ຕາມຄາດໝາຍທີ່ວາງໄວ້. ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນ ຕີກະຊວງການຕ່າງປະເທດ, ທັງ ເປັນປະທານຄະນະກໍາມະການຄຸ້ມ ສະຫາຍ ຫງວຽນ ມິງ ເຕີມ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ F ອ່ານຕໍ່ໜ້າ 6່ າໍ່ ໜ້າ [q f7egsa o0v'mj kom6 fs;Pfok, xt9e]k; 3vdkflts]v';a olt4kxtok ll s;Pfok, 7q [Iv[ 81 xu * ເນື່ອງໃນໂອກາດສະເຫລີມ ສະຫລອງວັນສະຖາປະນາປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 81 ປີ (2 ກັນຍາ 1945-2 ກັນຍາ 2026) ຕາງໜ້າບັນດາສະຫາຍການນຳ ພັກ, ລັດ ແລະ ປະຊາຊົນຫວຽດ ນາມ, ຂ້າພະເຈົ້າຂໍສະແດງຄວາມ ນັບຖືຢ່າງສູງ ແລະ ຂໍສົ່ງຄວາມ ຢ້ຽມຢາມຖາມຂ່າວ, ໄມຕີຈິດມິດ ຕະພາບຖານສະຫາຍອ້າຍນ້ອງ ຮັກແພງ ສະໜິດສະໜົມມາຍັງບັນ ດາສະຫາຍການນຳພັກ, ລັດ ແລະ ປະຊາຊົນລາວ. ຮ່ວມເຈລະຈາ (SCO Plus) ທີ່ ນະຄອນຫລວງ ບິສະເກັກ ສ ກຽກ ກິດສະຖານ. lko0v'mj kookpq d]a f4t,q o8u csj ' lxx ]k; gonj v'.o3vdkf;a ow0lq dIPo.\j lq dIPo 2026-2027 - ຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ, ພະນັກງານ, ຄູ-ອາຈານ, ນັກຮຽນ-ນັກສຶກສາ, - ພີ່ນ້ອງປວງຊົນລາວທັງຊາດ ທີ່ນັບຖື ແລະ ຮັກແພງ. ມື້ນີ້ເປັນອີກວັນໜຶ່ງທີ່ມີຄວາມໝາຍຄວາມສໍາຄັນ ຂອງຂະແໜງ ການສຶກສາ, ວິທະຍາສາດ ແລະ ກິລາ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ຄອງແຫ່ງຊາດ ເພື່ອແກ້ໄຂບັນຫາ ລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ (ຄຊກລ) ໃຫ້ສຳພາດເມື່ອບໍ່ ດົນນີ້ວ່າ: ການກະກຽມຄວາມພ້ອມ ນັບຂອງທ່ານນູຣລານ ເຢຍເມັກບາ ຢຽບ(NurlanYermekbayev) ເລຂາທິການໃຫຍ່ ອົງການຮ່ວມມື ທ່ຽວ ໄດ້ຕາງໜ້າໃຫ້ຄະນະຮັບຜິດ ຊອບໂຄງການພັດທະນາ ພື້ນຖານ ໂຄງລ່າງ ເພື່ອສົ່ງເສີມການທ່ອງ ທ່ຽວອະນຸພາກພື້ນແມ່ນໍ້າຂອງໄລ ຍະ 2 ໄດ້ໃຫ້ຮູ້ວ່າ: ໂຄງການນີ້ ແມ່ນ ໜຶ່ງໃນຈໍານວນ 4 ໂຄງການຍ່ອຍ ທີ່ຈັດຕັ້ງປະຕິບັດຢູ່ແຂວງວຽງຈັນ ແລະ ແມ່ນໜຶ່ງໃນຈໍານວນ 5 ໂຄງ ການຍ່ອຍທີ່ໄດ້ສໍາເລັດການກໍ່ສ້າງ ຂປລ. ໃນວັນທີ 1 ກັນຍາ 2026 ນີ້, ໂຮງຮຽນແຫ່ງຕ່າງໆໃນ ຂອບເຂດທົ່ວປະເທດ ໄດ້ພ້ອມກັນ ຂປລ. ພິທີມອບ-ຮັບ ໂຄງການ “ປົກປັກຮັກສາການສະແດງຟ້ອນ ພະລັກ-ພະລາມ ແລະ ການພັດທະ ນາບຸກຄະລາກອນຮຸ່ນສືບທອດຂອງ ວິທະຍາໄລສິລະປະແຫ່ງຊາດ” ຈັດ ຂຶ້ນໃນທ້າຍອາທິດຜ່ານມາ ຢູ່ວິ ທະຍາໄລສິລະປະແຫ່ງຊາດ ນະ ຄອນຫລວງວຽງຈັນ ໂດຍມີ ທ່ານ ພະຂັນໄຊ ສີຄັນໄຊ ຮອງລັດຖະມົນ ຕີ ກະຊວງວັດທະນະທຳ ແລະ ການ ທ່ອງທ່ຽວ, ທ່ານ Shri Pabita Margherita ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ຫັດ ຖະກຳ ແຫ່ງ ສາທາລະນະລັດ ອິນ ເດຍ, ມີທູດອິນເດຍ ປະຈຳ ລາວ, ບັນດາຫົວໜ້າກົມ, ຮອງກົມ, ພ້ອມ ເປີດສົກຮຽນໃໝ່ 2026-2027 ດ້ວຍບັນຍາກາດຄຶກຄື້ນ. ສະເພາະ ດ້ວຍພາກສ່ວນກ່ຽວຂ້ອງທັງ 2 ຝ່າຍ ລາວ ແລະ ອິນເດຍ ເຂົ້າຮ່ວມ. ໂອກາດນີ້, ທ່ານ ວິລະພັນ ຊາ ພູວົງ ຜູ້ອໍານວຍການວິທະຍາໄລ ສິລະປະແຫ່ງຊາດໄດ້ກ່າວວ່າ: ໂຄງ ການ “ປົກປັກຮັກສາການສະແດງ ຟ້ອນພະລັກ-ພະລາມແລະການພັດ ທະນາບຸກຄະລາກອນຮຸ່ນສືບທອດ ຂອງວິທະຍາໄລສິລະປະແຫ່ງຊາດ” F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ ທ່ານ ທອງສະຫວັນ ພົມວິຫານ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 4່ າໍ່ ໜ້າ F ອ່ານຕໍ່ໜ້າ 4່ າໍ່ ໜ້າ F ອ່ານຕໍ່ໜ້າ 4່ າໍ່ ໜ້າ

@ 0j k; c]t gsfdko j 02/09/2026 xtgmf]k; gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ທ່ານ ນາງ ສວນສະຫວັນ ວິຍະເກດ ສານສະແດງ... ປະທານປະເທດ ພົບປະ...ົ ຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫລົດໃຈ ຢ່າງສຸດຊຶ້ງ ແລະ ຂໍແບ່ງ ເບົາຄວາມທຸກໂສກ ມາຍັງ ສົມເດັດ ພະລາຊາ ຮອກຄອນ ທີ VIII ແລະ ຜ່ານສົມເດັດ ພະລາຊາ ໄປຍັງພະລາຊະວົງສານຸວົງ ທຸກພະອົງ ລວມທັງ ປະຊາຊົນນອກແວທຸກຖ້ວນໜ້າມານະໂອກາດນີ້. ຂໍໃຫ້ດວງວິນຍານຂອງ ພະລາຊາ ຮາຣາດ ທີ V ຈົ່ງໄປສູ່ສຸຂະຕິ. ໃນວັນດຽວກັນທ່ານສອນໄຊສີພັນດອນນາຍົກລັດຖະມົນຕີແຫ່ງສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍໄດ້ສົ່ງສານສະແດງຄວາມເສົ້າ ສະຫລົດໃຈເຖິງ ທ່ານ ໂຢນັສ ກາຣ໌ ເຊິສໂຕຣະ ນາຍົກລັດຖະມົນຕີ ແຫ່ງ ລາຊະອານາຈັກນອກແວ ແລະ ທ່ານທອງສະຫວັນ ພົມວິຫານ ຮອງນາຍົກ ລັກຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະ ໄຕ ປະຊາຊົນລາວ ໄດ້ສົ່ງສານສະແດງຄວາມເສົ້າສະຫລົດໃຈ ເຖິງ ທ່ານ ແອັດສ໌ເປັນ ບາກທ໌ ເອດະ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ລາຊະອານາຈັກ ນອກແວ ຕໍ່ການສິ້ນພະຊົນຂອງ ສົມເດັດ ພະລາຊາ ຮາຣັລດ໌ ທີ V ແຫ່ງ ລາຊະອານາຈັກ ນອກແວ ເຊັ່ນດຽວກັນ. ໃນໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີທີ່ ໄດ້ມີໂອກາດພົບປະກັບທ່ານຊາດືຣ ຊາປາຣົບ ປະທານາທິບໍດີ ແຫ່ງ ສ ກຽກກິດສະຖານ ພ້ອມທັງສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ ກຽກກິດສະ ຖານ ໃນຖານະເປັນເຈົ້າພາບຮ່ວມ ກັບອົງການຮ່ວມມືຊຽງໄຮ້ ແລະ ສະແດງຄວາມຂອບໃຈຕໍ່ການເຊື້ອ ເຊີນ ສປປ ລາວ ເຂົ້າຮ່ວມກອງປະ ຊຸມດັ່ງກ່າວ ແລະ ຈັັດການພົບປະ ສອງຝ່າຍຄັ້ງນີ້ ຊຶ່ງເປັນການພົບ ປະກັນຄັ້ງທໍາອິດ ຂອງສອງປະມຸກ ລັດ ພາຍຫລັງການສ້າງຕັ້ງສາຍ ພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສ ກຽກກິດສະຖານ ອັນ ເປັນຂີດໝາຍສຳຄັນປະກອບສ່ວນ ເຂົ້າໃນການຮັດແໜ້ນ ແລະ ເສີມຂະ ຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດຕະຫລອດໄລຍະ 3 ກວ່າທົດສະວັດຜ່ານມາ (13 ກໍລະ ກົດ1995-13ກໍລະກົດ2026).ໃນ ໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຊົມເຊີຍແລະອວຍ ພອນໄຊອັນປະເສີດ ມາຍັງທ່ານປະ ທານາທິບໍດີແລະປະຊາຊົນກຽກກິດ ສະຖານ ເພື່ອນມິດທຸກຖ້ວນໜ້າ ເນື່ອງໃນໂອກາດວັນປະກາດເອກະ ລາດ ແຫ່ງ ສາທາລະນະລັດ ກຽກ ກິດສະຖານ ຄົບຮອບ 35 ປີ (31 ສິງຫາ 1991-31 ສິງຫາ 2026). ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍ ພົວພັນມິດຕະພາບ ລະຫວ່າງ ສປປ ລາວ ແລະ ສ ກຽກກິດສະຖານ ທີ່ ມີມູນເຊື້ອມາແຕ່ດົນນານ ຊຶ່ງກຽກ ກິດສະຖານ ເປັນໜຶ່ງໃນບັນດາລັດ ອະດີດສະຫະພາບໂຊວຽດ ທີ່ໄດ້ໃຫ້ ການຊ່ວຍເຫລືອສະໜັບສະໜູນ ໃນ ພາລະກິດຕໍ່ສູ້ກູ້ຊາດ ແລະ ສະຖາປະ ນາ ສປປ ລາວ ໃນໄລຍະຜ່ານມາ ລວມທັງການພັດທະນາຊັບພະຍາ ກອນມະນຸດໃຫ້ແກ່ ສປປ ລາວ ເປັນ ຈຳນວນຫລາຍ. ພ້ອມກັນນີ້, ສອງ ຝ່າຍ ຍັງໄດ້ທົບທວນຄືນການພົວ ພັນຮ່ວມມືໃນໄລຍະຜ່ານມາ ແລະ ປຶກສາຫາລື ກ່ຽວກັບທິດທາງແຜນ ການຮ່ວມມືໃນຕໍ່ໜ້າ; ສອງຝ່າຍ ເຫັນດີສ້າງຕັ້ງກົນໄກການຮ່ວມມື ທາງດ້ານການເມືອງ ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ ແລະ ກຽກກິດສະຖານ. ນອກ ຈາກນີ້, ສອງຝ່າຍ ຍັງໄດ້ເຫັນດີໃຫ້ ມີການແລກປ່ຽນບົດຮຽນປະສົບ ການ ເພື່ອນໍາໃຊ້ທ່າແຮງຂອງການ ຫັນປ່ຽນຈາກປະເທດທີ່ບໍ່ມີຊາຍ ແດນຕິດກັບທະເລໄປສູ່ປະເທດ ເຊື່ອມຈອດ ເພື່ອສົ່ງເສີມການຮ່ວມ ມືທາງດ້ານເສດຖະກິດການ, ການ ຄ້າ ແລະ ການຂົນສົ່ງລະຫວ່າງກັນ ໃຫ້ຫລາຍຍິ່ງຂຶ້ນໃນຕໍ່ໜ້າ. ໃນໂອກາດດຽວກັນນີ້, ທ່ານ ປະທານາທິບໍດີ ຊາດືຣ ຊາປາຣົບ ກໍໄດ້ສະແດງຄວາມປິຕິຍິນດີ ທີ່ໄດ້ ມີໂອກາດພົບປະກັບ ທ່ານປະທານ ປະເທດ ແຫ່ງ ສປປ ລາວ ແລະ ສະແດງຄວາມມຸ່ງໝັ້ນທີ່ຈະສືບຕໍ່ ຊຸກຍູ້ການພົວພັນຮ່ວມມື ລະຫວ່າງ ສປປ ລາວ-ສ ກຽກກິດສະຖານ ຢ່າງສຸດຄວາມສາມາດ ເພື່ອເສີມ ຂະຫຍາຍການພົວພັນຮ່ວມມືຂອງ ສອງປະເທດໃຫ້ເຂັ້ມແຂງ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ, ພ້ອມ ທັງອວຍພອນໃຫ້ສາຍພົວພັນມິດ ຕະພາບ ລະຫວ່າງ ລາວ ແລະ ກຽກ ກິດສະຖານ ທີ່ມີມູນເຊື້ອມາແຕ່ດົນ ນານຈົ່ງສືບຕໍ່ໄດ້ຮັບການພັດທະນາ ແລະ ຈະເລີນງອກງາມຍິ່ງໆຂຶ້ນ. ທ່ານ ທອງລຸນ ສີສຸລິດ (ຊ້າຍ) ຊຽງໄຮ້ (SCO) ໃນໂອກາດເຂົ້າ ຮ່ວມກອງປະຊຸມອົງການຮ່ວມມື ຊຽງໄຮ້ບວກຄູ່ຮ່ວມເຈລະຈາ (SCO Plus) ໃນວັນທີ 31 ສິງ ຫາ-1 ກັນຍາ 2026 ທີ່ ນະຄອນ ຫລວງບິສະເກັກ ສາທາລະນະລັດ ກຽກກິດສະຖານ. ໃນໂອກາດນີ້, ທ່ານ ທອງລຸນ ສີ ສຸລິດ ໄດ້ສະແດງຄວາມປິຕິຍິນດີທີ່ ໄດ້ພົບປະກັບ ທ່ານ ນູຣລານ ເຢຍ ເມັກບາຢຽບ ແລະ ໄດ້ຊົມເຊີຍການ ຊີ້ນຳ-ນຳພາຂອງ ທ່ານ ນູຣລານ ເຢຍເມັກບາຢຽບ ໃນການຮັດແໜ້ນ ການພົວພັນຮ່ວມມື ພາຍໃຕ້ຂອບ ການຮ່ວມມືຂອງອົງການຮ່ວມມື ຊຽງໄຮ້ ໃຫ້ເປັນຮູບປະທຳຍິ່ງໆ ຂຶ້ນ ຊຶ່ງເປັນການປະກອບສ່ວນສໍາ ຄັນເຂົ້າໃນພາລະກິດລວມ ເພື່ອສົ່ງ ເສີມສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາແບບຍືນຍົງ ໃນພາກພື້ນ ແລະ ໃນໂລກ. ພ້ອມ ກັນນີ້, ທ່ານ ທອງລຸນ ສີສຸລິດ ຍັງ ໄດ້ຕີລາຄາສູງຕໍ່ການລົງນາມບົດ ບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການໃຫ້ສະຖານະພາບແກ່ ສປປ ລາວ ເປັນຄູ່ຮ່ວມເຈລະຈາ ຂອງອົງການ SCO ໃນເດືອນ ກໍລະກົດ 2026 ຜ່ານມາ ຊຶ່ງເປັນ ຂີດໝາຍອັນສຳຄັນຂອງການຮ່ວມ ມືໃນໄລຍະໃໝ່. ສປປ ລາວ ຢືນຢັນ ຄວາມໝາຍໝັ້ນໃນການເຂົ້າຮ່ວມ ບັນດາກົນໄກ ພາຍໃຕ້ຂອບການ ຮ່ວມມືອົງການ SCO ຢ່າງມີ ຄວາມຮັບຜິດຊອບ ເພື່ອຈັດຕັ້ງຜັນ ຂະຫຍາຍການເປັນຄູ່ຮ່ວມເຈລະ ຈາ ຂອງອົງການ SCO ໃຫ້ກາຍ ເປັນການຮ່ວມມືທີ່ເປັນຮູບປະທໍາ ແລະ ນໍາມາເຊິ່ງຜົນປະໂຫຍດອັນ ແທ້ຈິງ ໂດຍສະເພາະ ເພື່ອການ ເສີມຂະຫຍາຍ 4 ຂົງເຂດການ ຮ່ວມມືທີ່ເປັນບຸລິມະສິດ ສໍາລັບ ສປປ ລາວ ແລະ ອົງການ SCO ໃນຕໍ່ໜ້າ ຄື: ດ້ານການຄ້າ, ການ ລົງທຶນ ແລະ ການຍົກລະດັບຄວາມ ສາມາດທາງການຜະລິດ; ດ້ານ ປະທານປະເທດ ຕ້ອນຮັບ...້ັ ພາຍໃຕ້ການສະໜັບສະໜູນຈາກ ໂຄງການພັດທະນາພື້ນຖານໂຄງ ລ່າງ ເພື່ອສົ່ງເສີມການທ່ອງທ່ຽວ ອະນຸພາກພື້ນແມ່ນໍ້າຂອງ ໄລຍະ 2 ໂດຍໄດ້ຮັບການຊ່ວຍເຫລືອລ້າ ຈາກທະນາຄານພັດທະນາອາຊີ (ADB) ຊຶ່ງໄດ້ເຊັນສັນຍາ ໃນ ວັນທີ 17 ຕຸລາ 2024 ລະຫວ່າງ ກະຊວງວັດທະນະທຳ ແລະ ການ ທ່ອງທ່ຽວ (ເຈົ້າຂອງໂຄງການ) ແລະ ລັດວິສາຫະກິດກໍ່ສ້າງທາງ ເລກ 8 ແລະ ບໍລິສັດ ແອວບີດີ ກໍ່ ສ້າງເຄຫາສະຖານ ແລະ ຂົວທາງ ຈອຍເວັນເຈີ (ຜູ້ຮັບເໝົາກໍ່ສ້າງ) ໃນມູນຄ່າສັນຍາ 2.761.132,85 ໂດລາສະຫະລັດ ແລະ ໄດ້ສໍາເລັດ 100% ໃນວັນທີ 30 ກໍລະກົດ 2026 ທີ່ຜ່ານມາ. ເສັ້ນທາງທີ່ໄດ້ປັບປຸງໃນຄັ້ງນີ້ ມີທັງໝົດ 13 ເສັ້ນ, ຍາວທັງໝົດ 5.445 ແມັດ. ໃນນັ້ນ, ໄດ້ປັບປຸງ ໜ້າທາງຄືນໃໝ່ ເພື່ອຍົກລະດັບ ຄຸນນະພາບຂອງທາງ ໂດຍການປູ ຢາງອັດສະຟານ, ພ້ອມທັງປັບປຸງ ລະບົບລະບາຍນໍ້າໜ້າທາງ ແລະ ແຄມທາງ ເພື່ອແກ້ໄຂບັນຫານໍ້າ ຂັງຕາມເສັ້ນທາງ ແລະ ເພີ່ມປະສິດ ທິພາບການລະບາຍນໍ້າ ໂດຍໄດ້ ກໍ່ສ້າງຮ່ອງລະບາຍນໍ້າໃໝ່ ຢູ່ 6 ເສັ້ນທາງ, ຍາວ 2.863,92 ແມັດ, ປັບປຸງລະບົບຮ່ອງລະບາຍນໍ້າເກົ່າ ຢູ່ 8 ເສັ້ນທາງ, ຍາວ 7.966 ແມັດ, ພ້ອມທັງປັບປຸງທາງຍ່າງ ແລະ ຕິດຕັ້ງຫລັກເສົາກັ້ນທາງຢ່າງທັງ ໝົດ 8 ເສັ້ນທາງ, ປັບປຸງສະພາບ ແວດລ້ອມ ແລະ ໄຟຟ້າເຍືອງທາງ ເພື່ອຍົກລະດັບຄວາມເປັນລະບຽບ, ສວຍງາມ, ສີຂຽວ, ສະອາດ ແລະ ປອດໄພ ໂດຍໄດ້ປູກຕົ້ນໄມ້ຕາມ ເສັ້ນທາງ, ຕິດຕັ້ງໄຟເຍືອງທາງ. ນອກຈາກນີ້, ຍັງໄດ້ຕິດຕັ້ງເຄື່ອງ ໝາຍຈະລາຈອນ ເພື່ອຈັດລະບຽບ ການຈະລາຈອນ ແລະ ຫລຸດຜ່ອນ ອຸບັດເຫດ ໂດຍມີການແຕ້ມເຄື່ອງ ໝາຍຈາລາຈອນຕາມໜ້າທາງ ແລະ ຕິດຕັ້ງປ້າຍສັນຍານຈະລາ ຈອນຕ່າງໆ. ໂອກາດດັ່ງກ່າວ, ທ່ານ ແສງເພັດ ອະນັນທະວົງຮອງຜູ້ອໍານວຍການລັດ ວິສາຫະກິດກໍ່ສ້າງທາງເລກ 8 ແລະ ບໍລິສັດແອວບີດີກໍ່ສ້າງເຄຫາສະຖານ ແລະ ຂົວທາງ ຈອຍເວັນເຈີ ໄດ້ກ່າວ ມອບໂຄງການດັ່ງກ່າວ, ຫລັງຈາກ ນັ້ນ ທ່ານ ນາງ ສວນສະຫວັນ ວິຍະເກດ ກໍໄດ້ມີຄໍາເຫັນກ່າວຮັບ ໂດຍໄດ້ຕີລາຄາສູງ ແລະ ຊົມເຊີຍ ຕໍ່ຜົນສໍາເລັດຂອງໂຄງການປັບປຸງ ເສັ້ນທາງພາຍໃນເທສະບານເມືອງ ວັງວຽງ ຊຶ່ງໂຄງການນີ້ມີຄວາມ ສໍາຄັນຕໍ່ການຍົກລະດັບໂຄງລ່າງ ຄົມມະນາຄົມ ແລະ ສິ່ງອໍານວຍ ຄວາມສະດວກດ້ານການທ່ອງທ່ຽວ ຂອງເມືອງວັງວຽງ, ເຮັດໃຫ້ການ ເດີນທາງມີຄວາມສະດວກ ແລະ ປອດໄພ, ເພີ່ມຄວາມສາມາດໃນ ການດຶງດູດນັກທ່ອງທ່ຽວ ແລະ ການລົງທຶນ, ສ້າງລາຍຮັບ ແລະ ວຽກເຮັດງານທໍາ ພ້ອມຍົກລະດັບ ຊີວິດການເປັນຢູ່ຂອງປະຊາຊົນ ຕາມທິດທາງການພັດທະນາສີຂຽວ ແລະ ຍືນຍົງ. ພ້ອມນີ້, ທ່ານຍັງ ຮຽກຮ້ອງໃຫ້ອົງການປົກຄອງ ເມືອງວັງວຽງ, ພະແນກການ, ພາກ ທຸລະກິດ ແລະ ປະຊາຊົນພາຍໃນ ເມືອງຮ່ວມກັນບົວລະບັດຮັກສາ ເສັ້ນທາງໃຫ້ສະອາດ, ສວຍງາມ ແລະ ມີລະບຽບ, ຮ່ວມກັນສ້າງຕົວ ເມືອງວັງວຽງ ໃຫ້ເປັນເມືອງທ່ອງ ທ່ຽວສີຂຽວ, ສະອາດ, ສວຍງາມ, ປອດໄພ ແລະ ໜ້າຍ່າງທ່ຽວຊົມ, ພ້ອມທັງເປັນເຈົ້າພາບທີ່ດີ ເພື່ອ ສ້າງຄວາມປະທັບໃຈໃຫ້ແກ່ນັກ ທ່ອງທ່ຽວທັງພາຍໃນ ແລະ ຕ່າງ ປະເທດ. ພ້ອມນີ້, ທ່ານນາງສວນສະຫວັນ ວິຍະເກດ ກໍໄດ້ສົ່ງມອບໂຄງການ ດັ່ງກ່າວ ໃຫ້ແກ່ອົງການປົກຄອງ ແຂວງວຽງຈັນ ກໍຄື ເມືອງວັງວຽງ, ທັງໄດ້ຝາກຄວາມຫວັງໃຫ້ທຸກພາກ ສ່ວນຮ່ວມກັນນໍາໃຊ້ ແລະ ຮັກສາ ເສັ້ນທາງດັ່ງກ່າວ ໃຫ້ຍືນຍົງ ແລະ ສືບຕໍ່ພັດທະນາເມືອງວັງວຽງ ໃຫ້ ເປັນເມືອງທ່ອງທ່ຽວຕາມແຜນ ແມ່ບົດພັດທະນາເມືອງວັງວຽງ 2026-2036 (ສີຂຽວ, ສະອາດ, ສວຍງາມ, ປອດໄພ ແລະ ມີຄວາມ ເປັນລະບຽບຮຽບຮ້ອຍ) ເພື່ອສ້າງ ຄວາມປະທັບໃຈ ແລະ ດຶງດູດນັກ ທ່ອງທ່ຽວໃຫ້ເຂົ້າມາທ່ຽວຊົມເມືອງ ວັງວຽງ ກໍຄື ສປປ ລາວ ໃຫ້ນັບມື້ ນັບຫລາຍຂຶ້ນ. ຂ່າວ-ພາບ: ທະນູທອງ ເພື່ອຈັດກອງປະຊຸມ 3RC CCM ມີຄວາມຄືບໜ້າໃນຫລາຍດ້ານ ໂດຍສະເພາະການກະກຽມດ້ານ ພະລາທິການ, ເນື້ອໃນຕະຫລອດ ຮອດການເຈລະຈາເອກະສານສໍາ ຄັນເປັນຕົ້ນແຜນປະຕິບັດງານນະ ຄອນຫລວງວຽງຈັນ 2027-2032 (VCAP) ແລະ ຮ່າງຖະແຫລງ ການການເມືອງທີ່ຈະມີການຮັບ ຮອງເອົາໃນໄລຍະກອງປະຊຸມ. ໃນ ໄລຍະຜ່ານມານີ້, ຫ້ອງວ່າສໍານັກ ງານນາຍົກລັດຖະມົນຕີ ກໍໄດ້ອອກ ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະ ນະກໍາມະການຊີ້ນໍາລະດັບຊາດ ແລະ ຄະນະຮັບຜິດຊອບອະນຸກໍາມະ ການຕ່າງໆ ເພື່ອກະກຽມການເປັນ ປະທານ ກໍຄື ຄວາມພ້ອມການເປັນ ເຈົ້າພາບຈັດກອງປະຊຸມ 3RC CCM ປະກອບດ້ວຍຫລາຍອະນຸ ກໍາມະການທີ່ກ່ຽວຂ້ອງທັງຢູ່ສູນ ສປປ ລາວ... ກາງ ແລະ ທ້ອງຖິ່ນ ແລະ ການປະ ສານສົມທົບກັບອົງການຈັດຕັ້ງ ສາກົນ ກໍໄດ້ພ້ອມພຽງກັນ ແລະ ປະສານສົມທົບກັນຮອບດ້ານໃນ ການກະກຽມຕ້ອນຮັບແຂກສາກົນ ຫລາຍກວ່າ 500 ຄົນ ທີ່ຄາດວ່າ ຈະເດີນທາງມາເຂົ້າຮ່ວມ. ລວມທັງ ການກະກຽມດ້ານຄວາມປອດໄພຢູ່ ສະຖານທີ່ຕ່າງໆ, ການເດີນທາງ, ສະຖານທີ່ພັກເຊົາ ແລະ ການອໍາ ນວຍຄວາມສະດວກທີ່ນະຄອນ ຫລວງວຽງຈັນ ຊຶ່ງຈະເປັນບ່ອນຈັດ ກອງປະຊຸມຫລັກ ແລະ ຄວາມພ້ອມ ຢູ່ພາກສະໜາມທີ່ນະຄອນຫລວງພະ ບາງ. ມາຮອດປັດຈຸບັນເຫັນວ່າມີ ຄວາມພ້ອມຮອບດ້ານໃນການຕ້ອນ ຮັບ ແລະ ເປັນເຈົ້າພາບຈັດກອງປະ ຊຸມສາກົນ ທີ່ສໍາຄັນນີ້. ທ່ານ ທອງສະຫວັນ ພົມວິຫານ ໃຫ້ຮູ້ອີກວ່າ: ກອງປະຊຸມທີ່ຈະຈັດ ຂຶ້ນໃນຄັ້ງນີ້ ມີຄວາມໝາຍຄວາມ ສໍາຄັນຍິງ, ສະແດງໃຫ້ເຫັນເຖິງ ເຈດຈຳນົງອັນສະເໝີຕົ້ນສະເໝີ ປາຍຂອງລັດຖະບານ ສປປ ລາວ ໃນການປະກອບສ່ວນເຂົ້າໃນຄວາມ ພະຍາຍາມຂອງສາກົນ ເພື່ອພາລະ ກິດການປົກປັກຮັກສາສັນຕິພາບໃນ ໂລກ ໂດຍຜ່ານຂະບວນການຂອງ ສົນທິສັນຍາ CCM ໄປຄຽງຄູ່ກັບ ການແກ້ໄຂບັນຫາລະເບີດບໍ່ທັນ ແຕກທີ່ຍັງຕົກຄ້າງຢູ່ພາຍໃນປະເທດ ຊຶ່ງຈະປະກອບສ່ວນຜົນປະໂຫຍດ ໂດຍກົງຕໍ່ປະຊາຊົນລາວ ໂດຍສະ ເພາະການບັນລຸເປົ້າໝາຍການພັດ ທະນາແບບຍືນຍົງແຫ່ງຊາດ ທີ 18 ວ່າດ້ວຍຊີວິດປອດໄພຈາກລະເບີດ ບໍ່ທັນແຕກ (SDG18). ການເປັນເຈົ້າພາບຈັດກອງປະ ຊຸມສາກົນນີ້, ເປັນໂອກາດສໍາຄັນສໍາ ລັບ ສປປ ລາວ ໃນການຫັນຄວາມ ສົນໃຈ ແລະ ຄຳໝັ້ນສັນຍາຂອງ ສາກົນ ໃຫ້ກາຍເປັນຜົນປະໂຫຍດ ທີ່ເປັນຮູບປະທຳແກ່ປະຊາຊົນ ແລະ ຊຸມຊົນທ້ອງຖິ່ນທີ່ໄດ້ຮັບຜົນກະທົບ ຈາກລະເບີດບໍ່ທັນແຕກ. ເຖິງວ່າ ກອງປະຊຸມດັ່ງກ່າວ ບໍ່ແມ່ນການ ປະຕິບັດງານເກັບກູ້ລະເບີດໂດຍ ກົງ, ແຕ່ມັນໄດ້ສ້າງເວທີລະດັບ ສູງ ເພື່ອສະແດງໃຫ້ເຫັນເຖິງຜົນ ກະທົບຈາກລະເບີດບໍ່ທັນແຕກທີ່ຍັງ ສືບຕໍ່ເປັນໄພຂົ່ມຄູ່, ສ້າງຜົນກະທົບ ດ້ານມະນຸດສະທຳ ແລະ ເປັນອຸປະ ສັນຕໍ່ການພັດທະນາເສດຖະກິດສັງຄົມຂອງປະເທດ. ການຈັດກອງ ປະຊຸມຄັ້ງນີ້, ຍັງເປັນໂອກາດອັນ ດີໃນການລະດົມທຶນຮອນ ແລະ ເຕັກນິກວິຊາການ, ເສີມສ້າງການ ຮ່ວມມື ແລະ ສົ່ງເສີມການກຳນົດ ບຸລິມະສິດໃນການເກັບກູ້ໃຫ້ມີປະ ສິດທິຜົນຍິ່ງຂຶ້ນໃນເຂດທີ່ຊຸມຊົນ ຕ້ອງການທີ່ດິນທີ່ປອດໄພ ເພື່ອການ ກະສິກຳ, ການສ້າງລາຍໄດ້ລ້ຽງ ຊີບ ແລະ ການພັດທະນາ, ຄຽງຄູ່ ກັບວຽກງານການຊ່ວຍເຫລືອຜູ້ ເຄາະຮ້າຍ. ທ່ານ ທອງສະຫວັນ ພົມວິຫານ ຍັງຮຽກຮ້ອງໃຫ້ປະຊາຊົນ, ຊາວ ໜຸ່ມ, ນັກຮຽນ-ນັກສຶກສາ, ອຳນາດ ການປົກຄອງທ້ອງຖິ່ນ, ພາກທຸລະ ກິດ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖິ່ນ ຮ່ວມ ກັນເຮັດໜ້າທີ່ເປັນເຈົ້າພາບທີ່ດີ ດ້ວຍຄວາມອົບອຸ່ນ ແລະ ມີໄມຕີ ຈິດມິດຕະພາບ ເພື່ອເຮັດໃຫ້ກອງ ປະຊຸມທີ່ຈະຈັດຂຶ້ນໃນຄັ້ງນີ້ ປະສົບ ຜົນສຳເລັດ ແລະ ເປັນທີ່ໜ້າຈົດ ຈຳ, ທັງສະແດງໃຫ້ເຫັນວ່າ ສປປ ລາວ ບໍ່ພຽງແຕ່ເປັນປະເທດທີ່ໄດ້ຮັບ ຜົນກະທົບຈາກບັນຫາລະເບີດລູກ ຫວ່ານເທົ່ານັ້ນ, ແຕ່ຍັງເປັນປະເທດ ທີ່ມີຄວາມມຸ່ງໝັ້ນທີ່ຈະປ່ຽນແປງ ປະຫວັດສາດອັນເຈັບປວດນີ້ ໃຫ້ ກາຍເປັນອະນາຄົດແຫ່ງສັນຕິພາບ, ຄວາມປອດໄພ, ຄວາມເຂັ້ມແຂງ ແລະ ການພັດທະນາແບບຍືນຍົງ. ຂ່າວ: ທະນູທອງ; ພາບ: ເກດສະໜາ ກະສິກຳ ແລະ ຄວາມໝັ້ນຄົງທາງ ດ້ານສະບຽງອາຫານ; ການເຊື່ອມ ຈອດ-ການເຊື່ອມໂຍງ ແລະ ການ ອໍານວຍຄວາມສະດວກທາງການ ຄ້າ; ການຫັນປ່ຽນທາງດ້ານດີຈິ ຕອນ ແລະ ການພັດທະນາຊັບພະ ຍາກອນມະນຸດ. ໃນໂອກາດດຽວກັນ, ທ່ານ ນູຣລານ ເຢຍເມັກບາຢຽບ ໄດ້ສະ ແດງຄວາມຊົມເຊີຍຕໍ່ບົດບາດ ຂອງ ສປປ ລາວ ໃນຖານະຄູ່ຮ່ວມ ເຈລະຈາຂອງອົງການ SCO ແລະ ຕີລາຄາສູງຕໍ່ການພົວພັນຮ່ວມມືທີ່ ດີ ລະຫວ່າງ ອົງການ SCO ແລະ ສປປ ລາວ ໃນໄລຍະຜ່ານມາ ພ້ອມ ທັງຢືນຢັນຄວາມພ້ອມຂອງກອງ ເລຂາອົງການ SCO ໃນການປະ ສານງານກັບ ສປປ ລາວ ເພື່ອຜັນ ຂະຫຍາຍການພົວພັນຮ່ວມມື ໂດຍ ສະເພາະບັນດາຂົງເຂດບູລິມະສິດ ໃຫ້ເກີດດອກອອກຜົນເປັນຮູບປະ ທໍາຍິ່ງໆຂຶ້ນໃນຕໍ່ໜ້າ. ມອບ-ຮັບໂຄງການປັບປຸງ...ັັຸ ທ່ານ ທອງລຸນ ສີສຸລິດ ພ້ອມຄະນະ (ຂວາ)

02/09/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ຜັນຂະຫຍາຍມະຕິັ ນິ ກອງປະຊຸມມ່ໃຫຍຸ່ ຄັ້ງທີ XII ຂອງພັກັ້ ງີ ັ ກ 6 gfn vo8Q oxu oU glf4tdy fc0;'va f8txn 0tspkp8q ; 4,3% ຂປລ. ແຂວງອັດຕະປື ສາມາດ ຮັກສາການຂະຫຍາຍຕົວຂອງ ເສດຖະກິດໄດ້ໃນລະດັບ 4,3% ໃນໄລຍະ 6 ເດືອນຕົ້ນປີ 2026 ໂດຍມີມູນຄ່າ ຈີດີພີ (GDP) ປະມານ 5.271 ຕື້ກີບ, ຂະນະທີ່ ລາຍຮັບງົບປະມານສາມາດບັນລຸ 63,06% ຂອງແຜນການປີ. ຂໍ້ມູນ ດັ່ງກ່າວ ຖືກລາຍງານໃນກອງປະ ຊຸມສະຫລຸບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນລົງທຶນຂອງລັດ ແລະ ແຜນ ງົບປະມານແຫ່ງລັດ ໃນ 6 ເດືອນ ໂດຍ: ມະນີວອນີ ຕົ້ນປີ 2026 ແລະ ກຳນົດທິດທາງ ວຽກງານ 6 ເດືອນທ້າຍປີ ຈັດຂຶ້ນ ວັນທີ 31 ສິງຫາ 2026 ໂດຍການ ເປັນປະທານຂອງທ່ານ ສຸລິວົງ ອະໄພວົງ ຄະນະປະຈຳພັກແຂວງ, ຫົວໜ້າພະແນກການເງິນແຂວງ, ພ້ອມດ້ວຍຕາງໜ້າຂະແໜງການ ແລະ ບັນດາເມືອງເຂົ້າຮ່ວມ. ທ່ານ ນິດສາ ມຽງລາວັນ ຮອງ ຫົວໜ້າພະແນກການເງິນແຂວງ ໄດ້ ລາຍງານວ່າ: ໄລຍະ 6 ເດືອນຕົ້ນ ປີ 2026 ເສດຖະກິດແຂວງອັດຕະ ປື ຂະຫຍາຍຕົວ 4,3%, ມູນຄ່າຈີດີ ພີປະມານ 5.271 ຕື້ກີບ, ໂດຍຂະ ແໜງກະສິກຳ-ປ່າໄມ້ ຂະຫຍາຍຕົວ 4,9% ແລະ ກວມ 51% ຂອງ ຈີດີ ພີ; ຂະແໜງອຸດສາຫະກຳຂະຫຍາຍ ຕົວ 4,2% ກວມ 29%; ຂະ ແໜງບໍລິການຂະຫຍາຍຕົວ 3,7% ກວມ 17% ແລະ ຂະແໜງພາສີ- ອາກອນຂະຫຍາຍຕົວ 5,8%. ດ້ານ ງົບປະມານ ໃນ 6 ເດືອນ ສາມາດ ຈັດເກັບລາຍຮັບໄດ້ 1.113 ຕື້ກີບ ເທົ່າກັບ 63,06% ຂອງແຜນການ ປີ. ສ່ວນລາຍຈ່າຍປະຕິບັດໄດ້ 341,15 ຕື້ກີບ ເທົ່າກັບ 31,02% ຂອງແຜນການ. ຂະນະທີ່ຕົວ ເລກຮອດປັດຈຸບັນ ລາຍຮັບລວມ ບັນລຸ 1.485,48 ຕື້ກີບ ເທົ່າກັບ 84,14%ຂອງແຜນການປີ ໃນນັ້ນ, ລາຍຮັບຂອງແຂວງ 1.245,17 ຕື້ກີບ ແລະ ລາຍຮັບສູນກາງທີ່ ປະຕິບັດຢູ່ແຂວງ 240,31 ຕື້ກີບ, ລາຍຈ່າຍລວມບັນລຸ 474,46 ຕື້ກີບ ຫລື 42,97% ຂອງແຜນການ, ດ້ານການຄ້າ, ມູນຄ່າສົ່ງອອກ-ນຳ ເຂົ້າບັນລຸ 159,28 ລ້ານໂດລາ ສະຫະລັດ ເທົ່າກັບ 49% ຂອງ ແຜນການ ແລະ ເພີ່ມຂຶ້ນ 18% ຈາກໄລຍະດຽວກັນຂອງປີຜ່ານມາ ໃນນັ້ນ, ສົ່ງອອກ 120,88 ລ້ານ ໂດລາ ແລະ ນຳເຂົ້າ 38,39 ລ້ານ ໂດລາ, ດ້ານການລົງທຶນ ລວມ ມີມູນຄ່າ 1.652 ຕື້ກີບ ເທົ່າກັບ 50% ຂອງແຜນການ. ແຜນລົງທຶນ ຂອງລັດມີ 197 ໂຄງການມູນຄ່າ 2.428 ຕື້ກີບ, ໂດຍມີ 95 ໂຄງການ ໄດ້ຮັບອະນຸມັດເບີກຈ່າຍມູນຄ່າ 90,52 ຕື້ກີບ. ສ່ວນທຶນ ODA ມີ 16 ໂຄງການ ແລະ ການລົງທຶນ ເອກະຊົນພາຍໃນ-ຕ່າງປະເທດ ໃນ 6 ເດືອນອະນຸຍາດ 25 ໂຄງການ. ຂະນະທີ່ສິນເຊື່ອທະນາຄານ ຍອດສະສົມບັນລຸ 1.543 ຕື້ກີບ ຫລື 79% ຂອງແຜນການ, ໂດຍ ສ່ວນໃຫຍ່ເນັ້ນໃສ່ຂະແໜງກະສິ ກຳ-ປ່າໄມ້ 44%, ບໍລິການ 20% ແລະ ອຸດສາຫະກຳ 12%. ດ້ານ ການສ້າງຖານລາຍຮັບ, ແຂວງໄດ້ ສຳຫລວດຖານລາຍຮັບຂັ້ນແຂວງ ແລ້ວ 638 ຫົວໜ່ວຍ, ຄິດເປັນ 121,06% ຂອງຂໍ້ມູນປີ 2025 ແລະ ມີພື້ນຖານ-ແຜນມອບລາຍ ຮັບ 771,57 ຕື້ກີບ. ພ້ອມນັ້ນ, ໄດ້ ສຸມໃສ່ການເກັບກູ້ໜີ້ສິນ, ແກ້ໄຂຂໍ້ ຄົງຄ້າງຈາກການກວດສອບ ແລະ ຕິດຕາມໂຄງການລົງທຶນຂອງລັດ. ສຳລັບ 6 ເດືອນທ້າຍປີ 2026, ແຂວງອັດຕະປື ຈະສຸມໃສ່ເລັ່ງລັດ ການຈັດເກັບລາຍຮັບໃຫ້ບັນລຸແຜນ ການ, ອັດຊ່ອງວ່າງການຮົ່ວໄຫລ, ຊຸກຍູ້ການຜະລິດພາຍໃນ, ແກ້ໄຂໜີ້ ສິນ ແລະ ຂໍ້ຄົງຄ້າງ, ເລັ່ງການເບີກ ຈ່າຍໂຄງການລົງທຶນ, ສົ່ງເສີມການ ຄ້າ-ການລົງທຶນ. ພ້ອມທັງເອົາໃຈ ໃສ່ແກ້ໄຂບັນຫາຂາດແຄນຄູ ແລະ ການປະລະການຮຽນ ເພື່ອຍົກສູງ ຄຸນນະພາບຊັບພະຍາກອນມະນຸດ, ສ້າງພື້ນຖານໃຫ້ແຂວງສາມາດ ບັນລຸເປົ້າໝາຍແຜນພັດທະນາໃນ ປີ 2026 ແລະ ສ້າງຄວາມໝັ້ນ ຄົງດ້ານງົບປະມານ-ເສດຖະກິດ ໃຫ້ດີຂຶ້ນ. ບົດສະເໜີົີ zq oleg]a f0v's;Pfok, 7;k,xy 8y -q ,-n j o0v'grn j vo,y f]k; ໂດຍ: ຄະນະ ບກ ຂປລ. ສຳລັບປະຊາຊົນລາວ ແລ້ວ, ການພັດທະນາຂອງຫວຽດ ນາມ ບໍ່ພຽງແຕ່ແມ່ນເລື່ອງລາວ ຂອງຕົວເລກການເຕີບໂຕ ຫລື ບັນ ດາໂຄງການກໍ່ສ້າງທີ່ທັນສະໄໝ ເທົ່ານັ້ນ, ແຕ່ຍັງແມ່ນໝາກຜົນ ລວມຂອງເສັ້ນທາງປະຫວັດສາດ ທີ່ສອງຊາດໄດ້ຮ່ວມກັນກ້າວຜ່ານ ໄລຍະເວລາແຫ່ງຄວາມຫຍຸ້ງຍາກ ລຳບາກທີ່ສຸດມາດ້ວຍກັນ. ໃນພາລະກິດແຫ່ງການຕໍ່ສູ້ກູ້ ຊາດ ແລະ ປົກປັກຮັກສາປະເທດ ຊາດ, ປະຊາຊົນລາວ ແລະ ປະຊາ ຊົນຫວຽດນາມ ໄດ້ຮ່ວມຂຸມຄອງ ດຽວກັນ, ຮ່ວມທຸກຮ່ວມສຸກ, ຮ່ວມ ກັນເສຍສະລະເລືອດເນື້ອ ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ດ້ວຍ ຄວາມບໍລິສຸດຜຸດຜ່ອງ ໂດຍບໍ່ຫວັງ ສິ່ງຕອບແທນ. ພາບພົດແຫ່ງການ “ເຂົ້າເມັດຫັກ ຜັກເຄິ່ງໃບ ແບ່ງປັນ ກັນ” ໄດ້ກາຍເປັນສັນຍະລັກອັນ ສູງສົ່ງຂອງຄວາມສາມັກຄີພິເສດ ລະຫວ່າງສອງຊາດ. ຍ້ອນເຫດນັ້ນ, ທຸກໆບາດກ້າວ ແຫ່ງການພັດທະນາຂອງຫວຽດ ນາມໃນທຸກມື້ນີ້ ຈຶ່ງໄດ້ຮັບຄວາມ ສົນໃຈ ແລະ ສ້າງຄວາມປິຕິຊົມຊື່ນ ໃຫ້ແກ່ປະຊາຊົນລາວສະເໝີມາ. ຜົນສຳເລັດຂອງຫວຽດນາມ ຍັງ ສະແດງໃຫ້ເຫັນເຖິງຄຸນຄ່າຂອງ ເຈດຈຳນົງແຫ່ງການເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ນ້ຳໃຈແຫ່ງການປ່ຽນແປງໃໝ່ແລະ (ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ຄົບຮອບ 81 ປີ)ື່ັ່ັັົິົົີ ຄວາມມຸ່ງຫວັງທີ່ຈະກ້າວໄປຂ້າງ ໜ້າຂອງຊາດໜຶ່ງທີ່ໄດ້ຜ່ານຜ່າບົດ ທົດສອບນາໆປະການ. ພ້ອມດຽວກັນນັ້ນ, ຫວຽດນາມ ມີການພັດທະນາ, ມີສະຖຽນລະ ພາບ ແລະ ມີບົດບາດອິດທິພົນສູງ ຂຶ້ນເລື້ອຍໆໃນເວທີສາກົນ ຍັງໄດ້ ເປີດກາລະໂອກາດໃໝ່ໆໃຫ້ແກ່ ການຮ່ວມມື ແລະ ການພັດທະນາ ຂອງລາວ. ສອງປະເທດມີຜົນປະ ໂຫຍດທີ່ຕິດພັນກັນຢ່າງສະໜິດ ແໜ້ນໃນການຮັກສາສະພາບແວດ ລ້ອມແຫ່ງສັນຕິພາບ ແລະ ສະຖຽນ ລະພາບ, ຊຸກຍູ້ການເຊື່ອມໂຍງ ດ້ານເສດຖະກິດ ແລະ ເປີດກວ້າງ ກາລະໂອກາດແຫ່ງການພັດທະນາ ຮ່ວມກັນໃນພາກພື້ນ. ຈາກຄວາມສາມັກຄີພິເສດສູ່ ຫຸ້ນສ່ວນຍຸດທະສາດ. ສາຍພົວພັນ ຫວຽດນາມ-ລາວ; ຫວຽດນາມລາວ ແມ່ນສາຍພົວພັນພິເສດທີ່ໄດ້ ຮັບການກໍ່ຕັ້ງ ແລະ ຫລໍ່ຫລອມຜ່ານ ຂະບວນວິວັດແຫ່ງປະຫວັດສາດ ໂດຍມີປະທານ ໂຮ່ຈີ່ມິງ ທີ່ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະ ປະທານສຸພານຸວົງທີ່ເຄົາລົບຮັກ ເປັນ ຜູ້ລິເລີ່ມວາງຮາກຖານ ແລະ ໄດ້ຮັບ ການສືບທອດ, ເພີ່ມພູນຄູນສ້າງ ແລະ ທະນຸບຳລຸງຢ່າງຕໍ່ເນື່ອງຈາກການ ນຳ ແລະ ປະຊາຊົນສອງຊາດແຕ່ລະ ຮຸ່ນຈົນກາຍເປັນຊັບສົມບັດລວມອັນ ລ້ຳຄ່າທີ່ຫາສິ່ງປຽບບໍ່ໄດ້, ທັງເປັນ ແຫລ່ງກຳລັງແຮງອັນໃຫຍ່ຫລວງ ສຳລັບພາລະກິດແຫ່ງການສ້າງສາ, ປົກປັກຮັກສາ ແລະ ພັດທະນາປະ ເທດຊາດຂອງສອງຊົນຊາດ. ປັດຈຸບັນ, ສາຍພົວພັນ ລາວ- ຫວຽດນາມ, ຫວຽດນາມ-ລາວ, ພວມກ້າວເຂົ້າສູ່ໄລຍະແຫ່ງການ ພັດທະນາໃໝ່. ໃນທ້າຍປີ 2025, ສອງຝ່າຍໄດ້ເປັນເອກະພາບກັນໃນ ການເພີ່ມເຕີມເນື້ອໃນສຳຄັນຄື“ຫຸ້ນ ສ່ວນຍຸດທະສາດ” ເພື່ອຍົກລະດັບ ຂອບການພົວພັນຂຶ້ນເປັນ “ມິດຕະ ພາບອັນຍິ່ງໃຫຍ່, ຄວາມສາມັກຄີ ພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ”. ການ ເພີ່ມເຕີມດັ່ງກ່າວ ບໍ່ພຽງແຕ່ເປັນ ການເປີດກວ້າງເນື້ອໃນການພົວພັນ ເທົ່ານັ້ນ, ແຕ່ຍັງສະທ້ອນໃຫ້ເຫັນ ເຖິງວິໄສທັດຮ່ວມຂອງສອງປະເທດ ຕໍ່ຄວາມຮຽກຮ້ອງຕ້ອງການໃໝ່ ຂອງຂະບວນການພັດທະນາ, ເນັ້ນ ໜັກເຖິງການເຊື່ອມໂຍງດ້ານວິໄສ ທັດ, ຜົນປະໂຫຍດ ແລະ ພື້ນທີ່ແຫ່ງ ການພັດທະນາ; ການເຊື່ອມໂຍງ ລະຫວ່າງສະຖຽນລະພາບ, ຄວາມ ໝັ້ນຄົງ ແລະ ການພັດທະນາ; ການ ເຊື່ອມໂຍງລະຫວ່າງຜົນປະໂຫຍດ ຂອງແຕ່ລະປະເທດກັບຜົນປະໂຫຍດ ລວມຂອງສອງຊົນຊາດ. ບົນພື້ນ ຖານຄວາມໄວ້ເນື້ອເຊື່ອໃຈທາງ ດ້ານການເມືອງທີ່ໄດ້ຮັບການເສີມ ຂະຫຍາຍຢ່າງໜັກແໜ້ນ, ການ ຮ່ວມມືດ້ານການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ຍັງເປັນ ໜຶ່ງໃນເສົາຄ້ຳສຳຄັນ ຊຶ່ງປະກອບ ສ່ວນເຂົ້າໃນການຮັກສາສະພາບ ແວດລ້ອມແຫ່ງສັນຕິພາບ ແລະ ສະຖຽນລະພາບ, ພ້ອມທັງສ້າງ ເງື່ອນໄຂອັນສະດວກໃຫ້ແກ່ການ ພັດທະນາຂອງແຕ່ລະປະເທດ. ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນມີບາດ ກ້າວຂະຫຍາຍຕົວຢ່າງແຂງແຮງ ໃນການເຊື່ອມຈອດເສດຖະກິດ ຂອງສອງປະເທດ, ເປີດກາລະໂອ ກາດໃໝ່ໆ ເພື່ອໃຫ້ຂົງເຂດດັ່ງກ່າວ ກາຍເປັນກຳລັງຂັບເຄື່ອນສຳຄັນ ຂອງສາຍພົວພັນສອງຝ່າຍ. ໃນ ປີ 2025, ມູນຄ່າການຄ້າສອງ ສົ້ນບັນລຸປະມານ 3 ຕື້ໂດລາສະຫະ ລັດ, ຂະນະທີ່ການລົງທຶນຂອງ ຫວຽດນາມ ຢູ່ລາວຍັງເພີ່ມຂຶ້ນຢ່າງ ຕໍ່ເນື່ອງ. ສອງຝ່າຍພວມຊຸກຍູ້ບັນ ດາໂຄງການຍຸດທະສາດດ້ານຄົມ ມະນາຄົມ, ໂລຈິສຕິກ, ພະລັງງານ ແລະ ຂົງເຂດອື່ນໆ ເຊັ່ນ: ທ່າເຮືອ ສາກົນຫວຸງອ່າງ; ເສັ້ນທາງລົດໄຟ ວຽງຈັນ-ຫວຸງອ່າງ; ທາງດ່ວນ ຮ່າໂນ້ຍ-ວຽງຈັນ, ໂຄງການເຫລົ່າ ນີ້ຈະຊ່ວຍເປີດກວ້າງພື້ນທີ່ແຫ່ງ ການພັດທະນາ, ຊ່ວຍໃຫ້ລາວສາ ມາດນຳໃຊ້ທ່າແຮງດ້ານພູມສາດ ເສດຖະກິດໄດ້ດີຂຶ້ນ ແລະ ເພີ່ມທະ ວີການເຊື່ອມຈອດກັບພາກພື້ນ. ຂະນະດຽວກັນກໍເປີດໂອກາດເພີ່ມ ເຕີມໃຫ້ຫວຽດນາມ ຂະຫຍາຍຕະ ຫລາດ ແລະ ການຮ່ວມມື. ນອກ ຈາກນີ້, ການຮ່ວມມືດ້ານການຕ່າງ ປະເທດ, ການສຶກສາ ແລະ ການ ຝຶກອົບຮົມ, ການພັດທະນາຊັບພະ ຍາກອນມະນຸດ, ວິທະຍາສາດ-ເຕັກ ໂນໂລຊີ, ວັດທະນະທຳ ແລະ ການ ແລກປ່ຽນລະຫວ່າງປະຊາຊົນຍັງ ໄດ້ຮັບຄວາມສຳຄັນຢ່າງຕໍ່ເນື່ອງ ຊຶ່ງມີສ່ວນຊ່ວຍໃຫ້ສາຍພົວພັນ ລະຫວ່າງສອງປະເທດນັບມື້ນັບເລິກ ເຊິ່ງ ແລະ ເປັນຮູບປະທຳຍິ່ງຂຶ້ນ. ໃນໂລກທີ່ພວມຜັນແປໄປຢ່າງ ວ່ອງໄວ, ຄວາມຈຳເປັນທີ່ສອງ ປະເທດຈະຢືນຄຽງບ່າຄຽງໄຫລ່ ກັນ, ຮ່ວມກັນພັດທະນາ, ຮ່ວມກັນ ຍົກສູງຄວາມສາມາດໃນການເພິ່ງ ຕົນເອງ ແລະ ຍົກສູງບົດບາດອິດ ທິພົນຂອງແຕ່ລະປະເທດ ຍິ່ງທະ ວີຄວາມສຳຄັນຫລາຍຂຶ້ນ. ຫວຽດ ນາມທີ່ເຂັ້ມແຂງ, ມີສະຖຽນລະ ພາບ ແລະ ມີການພັດທະນາຈະ ຊ່ວຍເປີດກວ້າງຕະຫລາດ, ແຫລ່ງ ຊັບພະຍາກອນ ແລະ ກາລະໂອກາດ ຮ່ວມມືເພີ່ມເຕີມໃຫ້ແກ່ລາວ; ຂະນະ ທີ່ລາວທີ່ມີສັນຕິພາບ, ສະຖຽນລະ ພາບ, ຄວາມເປັນເຈົ້າຕົນເອງ ແລະ ການພັດທະນາຈະປະກອບສ່ວນສ້າງ ສະພາບແວດລ້ອມທີ່ເອື້ອອຳນວຍ ໃຫ້ແກ່ຫວຽດນາມ ແລະ ພາກພື້ນ. ນີ້ຄືຄວາມໝາຍຕົວຈິງຂອງ “ຫຸ້ນ ສ່ວນຍຸດທະສາດ” ຄື: ການຫັນປ່ຽນ ຄວາມໄວ້ເນື້ອເຊື່ອໃຈທາງການ ເມືອງ ແລະ ຄວາມສາມັກຄີພິເສດ ໃຫ້ກາຍເປັນກຳລັງຂັບເຄື່ອນຂອງ ການຮ່ວມມື ແລະ ສ້າງຜົນສຳເລັດ ທີ່ເປັນຮູບປະທຳ ເພື່ອຜົນປະໂຫຍດ ອັນແທ້ຈິງຂອງປະຊາຊົນສອງຊາດ. ຕະຫລອດ 40 ປີແຫ່ງການ ປ່ຽນແປງໃໝ່ ໄດ້ສ້າງໃຫ້ຫວຽດ ນາມມີສັກກະຍະພາບ, ມີພື້ນຖານ ແລະມີຖານະບົດບາດໃໝ່. ປັດຈຸບັນ, ຫວຽດນາມ ພວມກ້າວສູ່ອະນາ ຄົດດ້ວຍຄວາມມຸ່ງມາດປາຖະໜາ ອັນແຮງກ້າຄື: ການພັດທະນາຢ່າງ ວ່ອງໄວ ແລະ ຍືນຍົງ, ຍົກສູງຄຸນ ນະພາບຊີວິດການເປັນຢູ່ຂອງປະ ຊາຊົນ, ພ້ອມທັງປະກອບສ່ວນ ຢ່າງຕັ້ງໜ້າເຂົ້າໃນສັນຕິພາບ, ການ ຮ່ວມມື ແລະ ການພັດທະນາຂອງ ພາກພື້ນ ແລະ ໂລກ. ສຳລັບປະຊາຊົນລາວ, ຜົນສຳ ເລັດທີ່ຫວຽດນາມ ຍາດມາໄດ້ນັ້ນ ຖືເປັນສິ່ງທີ່ໜ້າຊື່ນຊົມ ແລະ ເປັນ ແຫລ່ງກຳລັງໃຈອັນໃຫຍ່ຫລວງ ເທິງເສັ້ນທາງການພັດທະນາຂອງ ລາວ. ສາຍພົວພັນອັນພິເສດລະ ຫວ່າງສອງຊົນຊາດທີ່ໄດ້ຮັບການ ຫລໍ່ຫລອມຈາກປະຫວັດສາດຈະ ຍັງຄົງໄດ້ຮັບການທະນຸບຳລຸງຜ່ານ ໝາກຜົນຂອງການຮ່ວມມືໃນປັດຈຸ ບັນ ແລະ ຄວາມມຸ່ງຫວັງຮ່ວມກັນ ໃນອະນາຄົດ. ຈາກຊ່ວງໄລຍະເວລາທີ່ເຄີຍ ຮ່ວມຂຸມຄອງດຽວກັນຈົນເຖິງການ ຮ່ວມມືອັນກວ້າງຂວາງໃນມື້ນີ້ ແມ່ນ ເສັ້ນທາງອັນຍາວໄກຂອງມິດຕະ ພາບ ແລະ ຄວາມສາມັກຄີ. ຫາກ ປະຫວັດສາດໄດ້ພິສູດແລ້ວວ່າລາວ ແລະ ຫວຽດນາມ ສາມາດຮ່ວມກັນ ຜ່ານຜ່າທຸກສິ່ງທ້າທາຍທີ່ຜ່ານມາ ໄດ້, ອະນາຄົດທັງສອງປະເທດກໍ ພວມກ້າວເດີນຕໍ່ໄປດ້ວຍການຫັນ ປ່ຽນຄວາມໄວ້ເນື້ອເຊື່ອໃຈໃຫ້ເປັນ ແຮງຂັບເຄື່ອນ, ຫັນປ່ຽນຄວາມສາ ມັກຄີໃຫ້ເປັນໝາກຜົນຕົວຈິງຂອງ ການຮ່ວມມື ແລະ ຫັນປ່ຽນ “ຫຸ້ນ ສ່ວນຍຸດທະສາດ” ໃຫ້ເປັນກຳລັງ ແຮງສັງລວມ ເພື່ອການພັດທະນາ ອັນຈະເລີນຮຸ່ງເຮືອງຂອງສອງປະ ເທດ. ມິດຕະພາບອັນຍິ່ງໃຫຍ່, ຄວາມ ສາມັກຄີພິເສດ, ການຮ່ວມມືຮອບ ດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມລາວ ຈະສືບຕໍ່ເປັນຊັບສົມບັດອັນປະ ເສີດທີ່ບໍ່ມີສິ່ງໃດປຽບໄດ້ ຊຶ່ງຄົນຮຸ່ນ ປັດຈຸບັນຈະພ້ອມກັນປົກປັກຮັກສາ, ທະນຸບຳລຸງ ແລະ ສົ່ງຕໍ່ໃຫ້ຄົນຮຸ່ນ ຫລັງຕະຫລອດກາລະນານ.

RkJQdWJsaXNoZXIy MTc3MTYxMQ==