ເຜີຍແຜ່ວັດທະນະທຳອາຫານລາວ ຜ່ານສາຍສຳພັນການທູດ

01/09/2026 09:43
ຂປລ ພວກເຮົາເຄີຍໄດ້ຍິນຄຸ້ນຫູກັນມາວ່າ “ຢູ່ບ່ອນໃດມີສຽງແຄນ, ຜູ້ໃດຢູ່ເຮືອນຮ້ານ,ກິນເຂົ້າໜຽວ, ນັ້ນແມ່ນຄົນລາວ”. ຄຳເວົ້ານີ້ໄດ້ສະແດງໃຫ້ເຫັນວ່າ ເຂົ້າໜຽວ ກັບ ລາບ ແມ່ນອາຫານທີ່ມີຄວາມຜູກພັນຢ່າງແນ່ນອນກັບວິທີຊີວິດ ແລະ ເອກະລັກທາງວັດທະນະທຳຂອງປະຊາຊົນລາວ, ມັນໄດ້ກາຍເປັນສ່ວນໜຶ່ງທີ່ສໍາຄັນໃນຊີວິດປະຈໍາວັນຂອງປະຊາຊົນລາວບັນດາເຜົ່າ

ພວກເຮົາເຄີຍໄດ້ຍິນຄຸ້ນຫູກັນມາວ່າ ຢູ່ບ່ອນໃດມີສຽງແຄນ, ຜູ້ໃດຢູ່ເຮືອນຮ້ານ,ກິນເຂົ້າໜຽວ, ນັ້ນແມ່ນຄົນລາວ”. ຄຳເວົ້ານີ້ໄດ້ສະແດງໃຫ້ເຫັນວ່າ ເຂົ້າໜຽວ ກັບ ລາບ ແມ່ນອາຫານທີ່ມີຄວາມຜູກພັນຢ່າງແນ່ນອນກັບວິທີຊີວິດ ແລະ ເອກະລັກທາງວັດທະນະທຳຂອງປະຊາຊົນລາວ, ມັນໄດ້ກາຍເປັນສ່ວນໜຶ່ງທີ່ສໍາຄັນໃນຊີວິດປະຈໍາວັນຂອງປະຊາຊົນລາວບັນດາເຜົ່າ ຊຶ່ງບັນພະບູລຸດເຮົາໄດ້ມອບໃຫ້ເປັນມໍລະດົກ ແລະ ສືບທອດກັນມາຍາວນານຕິດພັນກັບຮີດ 12 ຄອງ 14 ຮີດຍີ່ຄອງຈຽງ. ຖ້າຍ້ອນກັບໄປເບິ່ງວິຖີຊີວິດໃນອະດີດ ບໍ່ວ່າຈະເປັນງານບຸນປະເພນີ, ງານແຕ່ງດອງ ແລະ ງານຕ່າງໆ ມັກຈະພົບເຫັນອາຫານຍອດນິຍົມເອີ້ນວ່າ: ເຂົ້າໜຽວກັບລາບຊີ້ນ ຢູ່ເທິງໂຕະພາເຂົ້າ ແລະ ການສັງສັນທີ່ເຕັມໄປດ້ວຍມິດຕະພາບ, ໄມຕີຈິດ  ​ແ​ລະ ຄວາມອົບອຸ່ນແບບເອກະລັກຂອງລາວເຮົາ. ລາບ ມີຫລາຍຮູບແບບ ບໍ່ວ່າຈະເປັນລາບປາ, ລາບຊີ້ນງົວ, ລາບເປັດ, ລາບໄກ່ງວງ, ລາບກຸ້ງ ແລະ ອື່ນໆ, ອາຫານຊະນິດນີ້ບໍ່ໄດ້ຫາກໍໄດ້ຮັບຄວາມນສິຍົມໃນຍຸກປັດຈຸບັນ ແຕ່ມີຮາກເຫງົ້າມາຈາກອະດີດອັນຍາວນານ ແລະ ໄດ້ສືບຕໍ່ກາຍເປັນອາຫານທີ່ໄດ້ຮັບຄວາມນິຍົມ ຢ່າງກວ້າງຂວາງຈາກທັງຄົນລາວ ແລະ ຊາວຕ່າງປະເທດໃນພາກພື້ນອາຊຽນ-ສາກົນ ໂດຍທົ່ວໄປເພີ່ນມັກຈະບັນຈຸເຂົ້າໃນ ລາຍການອາຫານທີ່ແຊບຊ້ອຍ ແລະ ເປັນໃບໜ້າໃບຕາຂອງຊາດລາວໃນການກະກຽມພາເຂົ້າສາມັກຄີຕ້ອນຮັບກອງປະຊຸມລະດັບຊາດ, ກອງປະຊຸມສາກົນ ແລະ ງານເຊື່ອມສໍາພັນມິດຕະພາບ ຜ່ານ​ສາຍ​ສໍາພັນ​ຕ່າງໆ ​ໂດຍ​ສະ​ເພ​າະ​ແມ່ນ ສານ​ສໍາພັນ​ການ​ທູດ​ກໍ​ເປັນ​ອີກໜຶ່ງວຽກງານ​ທີ່​ມີ​ບົດບາດ​ທີ່​ສໍາຄັນ​ ໃນ​ການ​ເຜີຍ​ແຜ່​ວັດທະນະ​ທໍາ​ ອາຫານລາວ​ ສູ່​ສາຍ​ຕາ​ຊາວ​ໂລກ.

ທ່ານ ນາງ  ມະໄລວຽງ ສາກົນນິຍົມ ຮອງປະທານສະໂມສອນນັກການທູດລາວ, ອະດີດເອກອັກຄະລັດຖະທູດລາວປະຈຳປະເທດຟີລິບປິນ, ອະດີດຫົວຫນ້າສະຖາບັນການຕ່າງປະເທດ, ອະດີດຜູ້ຕ່າງໜ້າລັດຖະບານ ໃນຄະນະກໍາມາທິການລະຫວ່າງລັດຖະບານ ວ່າດ້ວຍສິດທິມະນຸດອາຊຽນ  ໄດ້ເລົ່າສູ່ຟັງວ່າ:  ​ປັດຈຸບັນ ຕົນ​ເອງ ​ເປັນ​ພະນັກງານ​ບໍານານ ​ແຕ່​ຍັງ​ສະໝັກ​ໃຈ​ປະກອບສ່ວນ​ໃນ​ສະ​ໂມ​ສອນ​ນັກ​ການ​ທູດ​ລາວ  ​ແຕ່​ປີ 2020  ​ເປັນ​ຕົ້ນ​ມາ ​​ຊຶ່ງຈຸດ​ເລິ່ມຕົ້ນ​ໃນ​ການ​ສຶກສາ​ອາຫານ​ເອກະລັກ​ຂອງ​ລາວ ໂດຍສະເພາະ ລາບ  ນັ້ນເກີດຂຶ້ນຈາກປະສົບການໃນປີ 2010 ເມື່ອມີ​ໂອ​ກາ​ດຮ່ວມ​ພາ​ເຂົ້າສາມັກ​ຄີ ກັບ​ແຂກ​ຕ່າງປະ​ເທດ​​ໃນ​ຫລາຍໆງານ ​ແລະ ໃນ​ແຕ່​ລະ​ງານມັກຈະ​ມີ ລາບ ໃນ​ພາ​ເຂົ້າ ຈົນເກີດມີ​ການ​ສົນທະນາ​ກັນ​ໃນ​ວົງ​ພາ​ເຂົ້າ​ວ່າ: ​ເປັນ​ຫຍັງ​ຈຶ່ງ​ເອີ້ນ​ວ່າ​ລາບ ​ແລະ ລາບ ມີ​ທີ່​ໄປ​ທີ່​ມາ​ແນວ​​ໃດ?. ຍ້ອນ​ຄວາມ​ສ      ົນ​ໃຈ​ຈາກຄຳຖາມເຫລົ່ານັ້ນ ກາຍເປັນ​ຈຸດ​ເລີ່​ມຕົ້ນ​ໃນ​ກາ​ນສຶກ​ສາຄົ້ນຄວ້າກ່ຽວກັບ​ວັດທະນະ​ທໍາ​ອາຫານ​ລາວ ຢ່າງຈິງຈັງ, ​ເພາະ​ໃນ​ນາມ​ນັກ​ການ​ທູດ ການໄປປະຈຳຢູ່ຕ່າງປະເທດ ຈຳເປັນຕ້ອງຮູ້ຈັກວັດທະນະທໍາຂອງຕົນເອງ ເພາະວັດທະນະທໍາ ເປັນສາຍໃຍທີ່ເຊື່ອມຕໍ່ຈິດໃຈຂອງຜູ້ຄົນ ແລະ ເຊື່ອມໂຍງປະເທດຕ່າງໆເຂົ້າຫາກັນໄດ້ຢ່າງໝັ້ນຄົງ ​ແລະ ຕົນ​ເອງ​ກໍ​ດີ​ໃຈ​ຫລາຍ​ທີ່​ໄດ້​​ເປັນ​ສ່ວນໜຶ່ງ​ໃນ​ການນໍາ​ສະ​ເໜີ ວັດທະນະ​ທໍາ​ອາຫານ​ລາວ ​ເພາະວ່າ ການ​ເປັນ​ນັກ​ການທູດ​ໜ້າວຽກສໍາຄັນ​ອີກ​ຢ່າງໜຶ່ງນັ້ນ​ແມ່ນ​ການ​ເຜີຍ​ແຜ່ ສີ​ລະ​ປະ-ວັດ​ທະນະ​ທໍາ​ຂອງ​ລາວ ​ຜ່ານ​ອາຫານ​ລາວ ​ໃນ​ເວລາ ທີ່​ມີ​ງານ​ລ້ຽງຕ່າງໆ ​ແລະ  ​ລາຍການອາຫານ​ລາວ​ທີ່​ຂາດ​ບໍ່​ໄດ້​ນັ້ນ​ ກໍ​ຄື ລາບ ​ເພາະວ່າ​ ລາບ ​ເປັນ​ອີກໜຶ່ງ​ເມ​ນູ ທີ່​ມີ​ຄວາມໝາຍ, ຄວາມ​ສໍາຄັນ​ຂອງ​ລາວ .ສະນັ້ນ, ຕົນ​ເອງ ຈຶ່ງ​ມີ​ຄວາມ​ພາກພູມ​ໃຈ​ຫລາຍ​ທີ່​ໄດ້ ນໍາ​ສະ​ເໜີເມ​ນູນີ້​ເພື່ອ​ໃຫ້​ບັນດາ​ແຂກ​ຮັບ​ຮູ້​ວັ​ດທະນະ​ທໍາ​ລາວ​ຫລາຍ​ຂຶ້ນ.

 ທ່ານ ນາງ  ມະໄລວຽງ  ​ເວົ້າ​ເສີມ​ວ່າ: ສໍາລັບ​ທີ່​ມາຂອງ​ ລາບ ​ແມ່ນ ​ໃນ​ເມື່ອ​ກ່ອນ ຢູ່ບ້ານນ້ອຍໆໃນຊົນນະບົດ ປະຊາຊົນ ໄດ້ຢຶດຖືການລ່າສັດເພື່ອ​ເປັນ​ອາຫານ. ສະ​ນັ້ນ,  ທາງຜູ້ຊາຍຈະເປັນຜູ້ໄປລ່າສັດ ​ແຕ່​ໄປໝົດມື້ກໍບໍ່ໄດ້ຫຍັງ ຈົນສິກັບແລ້ວ ພັດວ່າ ມີສັດໂຕນ້ອຍໆ ຄື ​ໂຕ​ກະຮອກແລ່ນມາ ພໍດີຍິງໄດ້ ຈຶ່ງອຸ​ທ່ານ​ອອກ​ມາ​ວ່າ ມື້​ນີ້ ມີໂຊກແລ້ວ ແຕ່ພໍເມື່ອບ້ານ ຄົນໃນຄອບຄົວເຫັນ ສັດມີຂະໜາດນ້ອຍ ​ແຕ່​ມີຫລາຍຄົນຖ້າກິນ ຈຶ່ງລົມ​ກັນວ່າສິເຮັດ​ແບບ​ໃດ​ກິນ, ໃຫ້ກິນໄດ້ຫລາຍຄົນ ຈຶ່ງ​ຕົກລົງ​ກັນ​ວ່າ ຟັກ​ໃຫ້​ມັນໝຸ້ນໆ ແລ້ວນໍາມາປຸງຕາມຄວາມຊິນເຄີຍຂອງຄົນລາວຄືໃສ່ປາແດກ,ແປ້ງນົວ, ໝາກເຜັດ, ເຂົ້າຂົ້ວ ແລະ ໃສ່ຜັກໃຫ້ມັນໄດ້ຫລາຍ​ເພື່ອ​ພໍ​ສໍາລັບ​ຫລາຍ​ຄົນ; ດັ່ງ​ນັ້ນ, ຈຶ່ງ​ຕັ້ງ​ຊື່ວ່າ​ ລາບ ຊຶ່ງໝາຍເຖິງໂຊກ​ເຖິງລາບ.

ແນວໃດກໍຕາມ, ບໍ່ວ່າຕຳນານຈະຖືກເລົ່າຂານໃນຮູບແບບໃດ ແຕ່ລາບກໍຍັງເປັນອາຫານທີ່ມີຄຸນຄ່າຫລາຍກວ່າຄຳວ່າ: ອາຫານ”. ມັນເປັນທັງສື່ກາງຂອງການພົບປະ, ການແບ່ງປັນ, ມິດຕະພາບ ແລະ ຄວາມປາດຖະໜາດີ. ໃນບໍລິບົດຂອງການທູດອາຫານຈຶ່ງສາມາດເປັນພາສາອີກຮູບແບບໜຶ່ງ ທີ່ຊ່ວຍບອກເລົ່າຕົວຕົນຂອງລາວ ໃຫ້ແກ່ມິດສະຫາຍ ແລະ ຊາວຕ່າງປະເທດໄດ້ຮູ້ຈັກ.

ດັ່ງນັ້ນ, ການເຜີຍແຜ່ອາຫານລາວຜ່ານງານລ້ຽງ, ພາເຂົ້າສາມັກຄີ ແລະ ກິດຈະກຳການທູດຕ່າງໆ ຈຶ່ງບໍ່ແມ່ນພຽງການແນະນຳລົດຊາດອາຫານລາວໃຫ້ຄົນອື່ນຮູ້ຈັກ ແຕ່ຍັງເປັນການສົ່ງຕໍ່ເລື່ອງລາວ, ຮີດຄອງ, ປະເພນີ ແລະ ຈິດໃຈຂອງຄົນລາວສູ່ສາຍຕາຂອງຊາວໂລກ.ອາຫານລາວຈຶ່ງບໍ່ພຽງແຕ່ສ້າງຄວາມອີ່ມທ້ອງ ແຕ່ຍັງສາມາດສ້າງມິດຕະພາບ ແລະ ເຊື່ອມຫົວໃຈຂອງຄົນຕ່າງວັດທະນະທຳເຂົ້າຫາກັນໄດ້.

ໂດຍ: ມາລີດາ

KPL

ຂ່າວອື່ນໆ

ads
ads

Top