gruj ,mt;u dkoIj ;,,n lnj ,;o-q oc,j oE]h ko-h k'{c,j oE0v' lt|v'0= ,6 o0j k;lko1j k'4n d8h v'{s]kds]kp h Iv'okpq d]a f4t,q o8u z6h xt9edko 8h voIa [Iv'g9Q kc0;'g9u 9j P' lx 9u o ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ົີ້ົ່ືັwww.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນອັງຄານ 01.09.2026 ປີທີ 25 ສະບັບທີ 6.510ັັີີັີ 8A '|h kxa [x5 ']t[q [veokf]a f .sh gxa oveokf0v'xt-k-q o 3fpxt-k-q o c]t grn j vzq oxt3spf0v'xt-k-q oK lts]v';a o-kfs;Pfok, 7q [Iv[ 81 xu ອ່ານຕໍ່ໜ້າ 3່ າໍ່ ໜ້າ ອ່ານຕໍ່ໜ້າ 2່ າໍ່ ໜ້າ ອ່ານຕໍ່ໜ້າ 4່ າໍ່ ໜ້າ ອ່ານຕໍ່ໜ້າ 2່ າໍ່ ໜ້າ ອ່ານຕໍ່ໜ້າ 2່ າໍ່ ໜ້າ ທ່ານ ພົນເອກ ວິໄລ ຫລ້າຄຳຟອງ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ( ຜູ້ທີ 5 ນັບຈາກຂວາຫາຊ້າຍ ) ສະຫາຍ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ( ຂວາ) 6 gfn vo8Q oxu 2026 ]t[q [lt|v'g]n vfcsj '-kf gda [g]n vfwfh 35.741 4q ' rtcod lld ot7vos];';P'9a o gxu flq dIPo.\j 2026-2027 7 [h ko 16j g,n v'oE[kd wfh Ia [zq odtmq [9kdoE4h ;, w0dv'xt-5 ,.spj lt,k-y dra dvq '7totra d 7totde,tdkolqj 'glu , c]t 75h ,7v'dko]q 'mb o 7A 'mu I lq dIPo.\j 2026-2027 gxu f0B orh v,da omqj ;xtgmffh ;p7;k,7b d7N o ອ່ານຕໍ່ໜ້າ 2່ າໍ່ ໜ້າ ຂປລ. ກອງປະຊຸມໃຫຍ່ສະມາ ຊິກພັກ ອົງຄະນະພັກ ຄະນະກໍາມະ ການສົ່ງເສີມ ແລະ ຄຸ້ມຄອງການ ລົງທຶນ (ຄລທ) ຄັ້ງທີ I ຈັດຂຶ້ນໃນ ວັນທີ31ສິງຫາ2026ພາຍໃຕ້ການ ຂປລ. ໃນວັນທີ 28 ສິງຫາ 2026 ທີ່ຫ້ອງວ່າການສໍານັກ ງານນາຍົກລັດຖະມົນຕີ, ສະຫາຍ ສະເຫລີມໄຊ ກົມມະສິດ ກໍາມະ ການກົມການເມືອງສູນກາງພັກ, ຂປລ. ການສົນທະນາສື່ມວນຊົນ ລ້ານຊ້າງ-ແມ່ນ້ຳຂອງ ຈັດຂຶ້ນໃນ ວັນທີ 27 ສິງຫາ 2026 ທີ່ນະຄອນ ຂປລ. ອົງການກາແດງແຫ່ງ ຊາດລາວ ຈັດກອງປະຊຸມສະຫລຸບ ຕີລາຄາວຽກງານປຸກລະດົມບໍລິ ຈາກເລືອດ 6 ເດືອນຕົ້ນປີ 2026 ແລະ ວາງທິດທາງຈຸດສຸມ 6 ເດືອນ ທ້າຍປີພາຍໃຕ້ “ໂຄງການສ້າງ ຄວາມເຂັ້ມແຂງໃຫ້ແກ່ວຽກງານ ປຸກລະດົມບໍລິຈາກເລືອດ ແລະ ສະ ໜອງເລືອດປອດໄພ” ໃນວັນທີ 28 ສິງຫາ 2026 ຊຶ່ງ 6 ເດືອນຕົ້ນ ອ່ານຕໍ່ໜ້າ 7່ າໍ່ ໜ້າ ອ່ານຕໍ່ໜ້າ 6່ າໍ່ ໜ້າ ຂປລ. ສະຖາບັນການຕ່າງ ປະເທດກະຊວງການຕ່າງປະ ເທດ ຮ່ວມກັບສະຖານທູດອົດ ອ່ານຕໍ່ໜ້າ 4່ າໍ່ ໜ້າ xy f-5 f/b dvq [Iq ,ry mu dkom6 f c]t rklkva 'dy f 0A orN o4kole]a [ra o]tpkdkooe zq oleg]a f c]t 7;k,,5j ',kfxk4t|k csj 'dko[5 dmt]5 0v's;Pfok, ຂປລ. ວັນທີ 2 ກັນຍາ 1945 ໄດ້ກາຍເປັນຂີດໝາຍປະຫວັດ ສາດອັນສະຫງ່າງາມທີ່ບໍ່ມີວັນ ອ່ານຕໍ່ໜ້າ 3່ າໍ່ ໜ້າ (ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມື່ັ່ັັົິົ ຫວຽດນາມ ຄົບຮອບ 81 ປີ)ົີ ຕຣາລີ ປະຈຳ ສປປ ລາວ ຈັດ ພິທີປິດຊຸດຝຶກອົບຮົມໃນຫົວຂໍ້ ຊີໜິງ ແລະ ເມືອງຢູຊູ ແຂວງຊິງໄຫ່ ສປ ຈີນ ຊຶ່ງມີຕົວແທນສື່ມວນຊົນ, ຂປລ. ສະຖານທູດຫວຽດນາມ ປະຈຳ ລາວ ຈັດພິທີສະເຫລີມ ສະຫລອງວັນຊາດຫວຽດນາມ ຄົບຮອບ 81 ປີ (2/9/19452/9/2026) ໃນວັນທີ 28 ສິງຫາ ສະຫາຍ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ( ກາງ ) ອ່ານຕໍ່ໜ້າ 4່ າໍ່ ໜ້າ dkooe0A ol6 '0v']k; lqj '3m]tg]d v;prvo;a o-kfs;Pfok, 7q [Iv[ 81 xu ຂປລ. ວັນທີ 1 ກັນຍາ 2026 ນີ້, ການນໍາຂັ້ງສູງຂອງ ສປປ ລາວ ປະກອບມີ: ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະ ບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ
gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko j 01/09/2026 xtgmf]k; ພະແນກ ສສກ... ໄຂກອງປະຊຸມໃຫຍ່...ຸ່ ຮອງນາຍົກລັດຖະມົນຕີ...ົັົີ ສະຫລອງວັນຊາດ...ັ ຂປລ. ພະແນກສຶກສາທິການ ແລະ ກິລາ ນະຄອນຫລວງວຽງຈັນ ຈັດພິທີໄຂສົກຮຽນໃໝ່ 20262027 ທົ່ວນະຄອນຫລວງວຽງຈັນ ຂປລ. ໃນໂອກາດວັນຊາດສາທາ ລະນະລັດ ສັງຄົມນິຍົມຫວຽດນາມ ຄົບຮອບ 81 ປີ (2 ກັນຍາ 19452 ກັນຍາ 2026), ໃນຕອນເຊົ້າ ວັນທີ 28 ສິງຫາ 2026 ນີ້, ຄະນະ ນຳຫ້ອງວ່າການສຳນັກງານນາຍົກ ລັດຖະມົນຕີ (ຫສນຍ) ນໍາໂດຍ ສະຫາຍ ບົວຄົງ ນາມມະວົງ ລັດຖະ ມົນຕີ, ຫົວໜ້າ ຫສນຍ ພ້ອມດ້ວຍ ຄະນະໄດ້ນຳເອົາກະຕ່າດອກໄມ້ ເຂົ້າອວຍພອນ ສະຫາຍ ຫງວຽນ ມິງ ເຕີມ ເອກອັກຄະລັດຖະທູດວິ ສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ. ສະຫາຍ ບົວຄົງ ນາມມະວົງ ໄດ້ ຕາງໜ້າໃຫ້ຄະນະພັກ-ຄະນະນຳ ແລະ ພະນັກງານ-ລັດຖະກອນທົ່ວ ຫສນຍ ກ່າວອວຍພອນໄຊອັນປະ ເສີດແດ່ສະຫາຍ ຫງວຽນ ມິງ ເຕີມ ແລະ ຜ່ານສະຫາຍໄປຍັງການນຳ ພັກ, ລັດ ແລະ ປະຊາຊົນຫວຽດ ນາມ ເນື່ອງໃນໂອກາດວັນຊາດ ສສ ຫວຽດນາມ ຄົບຮອບ 81 ຈົ່ງມີສຸ ຂະພາບພະລານາໄມສົມບູນ, ແຂງ ແຮງ, ມີຜົນສໍາເລັດໃນໜ້າທີ່ວຽກ ງານ ແລະ ສືບຕໍ່ຮ່ວມມືເພີ່ມພູນຄູນ ສ້າງສາຍພົວພັນ ລາວ-ຫວຽດນາມ ໃຫ້ນັບມື້ເລິກເຊິ່ງ, ແໜ້ນແຟ້ນ ແລະ ຍືນຍົງຕະຫລອດໄປ. ພ້ອມກັນນັ້ນ, ກໍໄດ້ເນັ້ນຢໍ້າຈະສືບຕໍ່ປະສານງານ, ພົວພັນຮ່ວມມື ແລະ ປະກອບສ່ວນ ຢ່າງສຸດຄວາມສາມາດເຂົ້າໃນການ ເສີມຂະຫຍາຍສາຍພົວພັນມິດຕະ ພາບອັນຍິ່ງໃຫຍ່, ຄວາມສາມັກຄີ ແບບພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດຂອງສອງ ພັກ, ສອງລັດ ແລະ ປະຊາຊົນສອງ ຊາດ ລາວ-ຫວຽດນາມ ທີ່ມີມູນເຊື້ອ ອັນດີງາມມາແຕ່ດົນນານແລ້ວນັ້ນ ໃຫ້ນັບມື້ແໜ້ນແຟ້ນ, ແຕກດອກອອກ ຜົນ ແລະ ຈະເລີນງອກງາມບໍ່ຢຸດຢັ້ງ. ສະຫາຍ ຫງວຽນ ມິງ ເຕີມ ໄດ້ສະແດງຄວາມຂອບໃຈມາຍັງ ຄະນະນຳ ຫສນຍ ທີ່ໃຫ້ຄວາມສຳ ຄັນ ແລະ ຮ່ວມອວຍພອນເນື່ອງ ໃນວັນຊາດຫວຽດນາມ ຄົບຮອບ 81 ປີ, ພ້ອມທັງຕີລາຄາສູງຕໍ່ມູນ ເຊື້ອການພົວພັນຮ່ວມມືອັນດີງາມ ລະຫວ່າງ ຫວຽດນາມ-ລາວ, ລາວ-ຫວຽດນາມ ຕະຫລອດໄລຍະ ທີ່ຜ່ານມາ ຊຶ່ງການເຂົ້າອວຍພອນ ຄັ້ງນີ້ ໄດ້ສະແດງເຖິງມິດຕະພາບ ອັນຍິ່ງໃຫຍ່ ແລະ ສາຍສຳພັນທີ່ ແໜ້ນແຟ້ນລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມ-ລາວ, ລາວ-ຫວຽດ ນາມ ຢ່າງແທ້ຈິງ ໂດຍຈະສືບເພີ່ມ ພູນຄູນສ້າງມູນເຊື້ອອັນດີງາມດັ່ງ ກ່າວໃຫ້ນັບມື້ເລິກເຊິ່ງ, ກວ້າງຂວາງ ແລະ ໝັ້ນຄົງຕະຫລອດໄປ. ຂ່າວ-ພາບ: ກົມປະຊາສຳພັນ, ຫສນຍ. ສະຫາຍ ບົວຄົງ ນາມມະວົງ ລັດຖະມົນຕີ, ຫົວໜ້າ ຫສນຍ ( ຂວາ ) 7totoe slop g0Q kv;prvo ;a o-kfs;Pfok, 7q [Iv[ 81 xu ເປັນປະທານຂອງສະຫາຍ ນາງ ພອນວັນ ອຸທະວົງ ເລຂາຄະນະບໍລິ ຫານງານພັກ ຄລທ, ຮອງລັດຖະ ມົນຕີ, ຮອງປະທານ ຄລທ ຜູ້ປະຈໍາ ການ ແລະ ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ສະເຫລີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງ ພັກ, ຮອງນາຍົກລັດຖະມົນຕີ, ຜູ້ປະ ຈໍາການລັດຖະບານ, ປະທານຄະນະ ກໍາມະການສົ່ງເສີມ ແລະ ຄຸ້ມຄອງ ການລົງທຶນ, ມີບັນດາກໍາມະການ ສົມບູນ, ສໍາຮອງສູນກາງພັກ, ການ ນໍາຂັ້ນສູງຈາກກະຊວງ, ພ້ອມດ້ວຍ ສະມາຊິກພັກຂອງບັນດາໜ່ວຍ ພັກ ທີ່ຂຶ້ນກັບອົງຄະນະພັກ ຄລທ ເຂົ້າຮ່ວມ. ໂອກາດນີ້, ສະຫາຍ ນາງ ພອນວັນ ອຸທະວົງ ໄດ້ຜ່ານຮ່າງລາຍ ງານການເມືອງຂອງຄະນະບໍລິ ຫານງານພັກຄະນະກໍາມະການສົ່ງ ເສີມ ແລະ ຄຸ້ມຄອງການລົງທຶນ. ຈາກນັ້ນ, ສະຫາຍ ວັນທະນາ ນໍລິນທາ ຮອງເລຂາຄະນະບໍລິຫານ ງານພັກ ຄລທ ກໍໄດ້ຜ່ານຮ່າງແຜນ ພັດທະນາຂະແໜງການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ຈາກ ນັ້ນ, ກອງປະຊຸມໄດ້ພ້ອມກັນຄົ້ນ ຄວ້າ, ປະກອບຄໍາຄິດຄໍາເຫັນຕໍ່ ຮ່າງລາຍງານການເມືອງ, ແຜນ ພັດທະນາຂະແໜງການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຊຶ່ງໄດ້ ຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງ ຄ້າງ, ສາເຫດ, ບົດຮຽນໃນການນໍາ ພາ-ຊີ້ນໍາ ໃນການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃນໄລຍະຜ່ານມາ. ກອງປະຊຸມໄດ້ລົງປະຊາມະຕິຮັບ ຮອງເອົາບົດລາຍງານການເມືອງ ແລະ ແຜນພັດທະນາຂະແໜງການ ລົງທຶນ ໄລຍະ 5 ປີເພື່ອເປັນບ່ອນ ອີງຈັດຕັ້ງປະຕິບັດວຽກງານວິຊາ ສະເພາະຂອງອົງຄະນະພັກ ຄລທ ໃນໄລຍະ 5 ປີຕໍ່ໜ້າ. ໂອກາດນີ້, ສະຫາຍສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຍ້ອງຍໍ ຮອງນາຍົກລັດຖະມົນຕີ ຜູ້ປະຈໍາ ການ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຊູ ເຫວີນກວ່າງ ຄະນະປະຈໍາພັກ ແຂວງ, ຮອງເຈົ້າແຂວງ ເຈີຈ່ຽງ ສປ ຈີນ ໃນໂອກາດເດີນທາງມາ ຢ້ຽມຢາມ ສປປ ລາວ ໃນລະຫວ່າງ ວັນທີ 27-30 ສິງຫາ 2026. ໂອກາດນີ້, ສະຫາຍສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີ ຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາ ສູງຕໍ່ການຢ້ຽມຢາມເຮັດວຽກຢູ່ ສປປ ລາວ ຂອງສະຫາຍ ຊູ ເຫວີນ ກວ່າງ ພ້ອມດ້ວຍຄະນະໃນຄັ້ງນີ້ ຊຶ່ງສະແດງໃຫ້ເຫັນເຖິງການໃຫ້ ຄວາມສໍາຄັນ ແລະ ຄວາມເອົາໃຈ ໃສ່ສູງໃນການຜັນຂະຫຍາຍຜົນ ຂອງການຢ້ຽມຢາມລັດຖະກິດຢູ່ ສປ ຈີນ ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານ ປະເທດ ແຫ່ງ ສປປ ລາວ ໃນເດືອນ ມິຖຸນາ 2026 ທີ່ຜ່ານມາ ແລະ ການຢ້ຽມຢາມຄັ້ງນີ້ໄດ້ມີຂຶ້ນໃນ ທ່າມກາງທີ່ສອງປະເທດ ລາວ ແລະ ຈີນ ກໍາລັງຮ່ວມກັນຈັດກິດຈະກໍາ 2026 ຢູ່ນະຄອນຫລວງວຽງຈັນ ໃຫ້ກຽດເຂົ້າຮ່ວມມີທ່ານ ພົນເອກ ວິໄລ ຫລ້າຄຳຟອງ ກຳມະການກົມ ການເມືອງສູນກາງພັກ, ຜູ້ປະຈຳ ການຄະນະເລຂາທິການສູນກາງ ພັກ, ບັນດາເອກອັກຄະລັດຖະທູດ, ອຸປະທູດ, ຜູ້ຕາງໜ້າອົງການຈັດຕັ້ງ ສາກົນຢູ່ລາວ ແລະ ພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ. ໂອກາດດັ່ງກ່າວ, ທ່ານ ຫງວຽນ ມິງ ເຕີມ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ລາວ ໄດ້ຍົກໃຫ້ ເຫັນມູນເຊື້ອແຫ່ງການຕໍ່ສູ້ປົດປ່ອຍ ປະເທດຊາດ ໃນໄລຍະຜ່ານມາ ຊຶ່ງ ໃນໄລຍະ 81 ປີທີ່ຜ່ານມາ, ພາຍໃຕ້ ການນຳພາຂອງພັກກອມມູນິດ ຫວຽດນາມ ດ້ວຍແນວຄິດອັນເປັນ ອະມະຕະທີ່ວ່າ“ບໍ່ມີສິ່ງໃດທີ່ປະເສີດ ເລີດລໍ້າເໜືອກວ່າເອກະລາດ ແລະ ອິດສະລະພາບ”, ທົ່ວປວງຊົນ ທັງຊາດຫວຽດນາມ ໄດ້ສາມັກຄີ ເປັນຈິດໜຶ່ງໃຈດຽວ, ຮ່ວມກັບ ນ້ຳໃຈສາມັກຄີສາກົນ ອັນບໍລິສຸດ ຜຸດຜ່ອງນໍາເອົາການປະຕິວັດຂອງ ຫວຽດນາມ ຈາກໄຊຊະນະນີິ້ສູ່ໄຊ ຊະນະອື່ນ, ປະຕິບັດສຳເລັດພາ ລະກິດປົດປ່ອຍຊາດ ແລະ ທ້ອນ ໂຮມປະເທດຊາດເປັນເອກະພາບ ແລະ ພວມປະຕິບັດພາລະກິດປ່ຽນ ແປງໃໝ່ສຳເລັດຜົນ, ກ້າວໄປສູ່ ສັງຄົມນິຍົມຢ່າງໜັກແໜ້ນ. ທ່ານ ຫງວຽນ ມິງ ເຕີມ ຍັງ ໃຫ້ຮູ້ອີກວ່າ: ໃນວັນທີ 2 ກັນຍາ 1945 ຢູ່ສະໜາມຫລວງບາດິ່ງ, ທີ່ນະຄອນຫລວງຮ່າໂນ້ຍ, ປະທານ ໂຮ່ຈີ່ມິງ ໄດ້ອ່ານບົດຖະແຫລງປະ ກາດເອກະລາດ ຊຶ່ງໄດ້ປະກາດ ໃຫ້ທົ່ວປວງຊົນທັງຊາດ ແລະ ທົ່ວໂລກຊາບກ່ຽວກັບຄວາມເປັນ ເອກະລາດ, ອິດສະລະພາບ, ຄວາມ ສະເໝີພາບຂອງຊາດຫວຽດນາມ ແລະ ການສະຖາປະນາສາທາລະ ນະລັດ ປະຊາທິປະໄຕຫວຽດນາມ, ປັດຈຸບັນແມ່ນປະເທດສາທາລະ ນະລັດສັງຄົມນິຍົມຫວຽດນາມ. ໃນນັ້ນ, ໄດ້ເນັ້ນໜັກວ່າ: “ປະເທດ ຫວຽດນາມ ມີສິດໄດ້ຮັບຄວາມເປັນ ເອກະລາດ, ອິດສະລະພາບ ແລະ ໃນຕົວຈິງໄດ້ກາຍເປັນປະເທດໜຶ່ງ ທີ່ມີອິດສະລະພາບ ແລະ ຄວາມ ເປັນເອກະລາດ. ທົ່ວປວງຊົນທັງ ຊາດຫວຽດນາມ ຕັດສິນໃຈຈະອຸທິດ ຈິດໃຈ ແລະ ກຳລັງແຮງ, ຊີວິດ ອິນຊີ ແລະ ຊັບສິນທັງໝົດ ເພື່ອ ປົກປັກຮັກສາອິດສະລະພາບ ແລະ ຄວາມເປັນເອກະລາດດັ່ງກ່າວ”. ການກຳເນີດຂອງສາທາລະນະລັດ ປະຊາທິປະໄຕຫວຽດນາມ ແມ່ນຂີດ ໝາຍຈຸດເລີ່ມຕົ້ນຂອງສັງກາດໃໝ່ ຂອງຊາດ ຊຶ່ງແມ່ນສັງກາດແຫ່ງ ຄວາມເປັນເອກະລາດ, ອິດສະລະ ພາບ ແລະ ເປັນເຈົ້າຊາຕາກຳຂອງ ຊາດ. ນັບແຕ່ນັ້ນເປັນຕົ້ນມາ, ປະຊາ ຊົນຫວຽດນາມ ໄດ້ຖືເອົາວັນທີ 2 ກັນຍາຂອງທຸກໆປີ ແມ່ນ “ວັນບຸນ ເອກະລາດ”. ຈາກພື້ນຖານເສດຖະກິດທີ່ຫລ້າ ຫລັງ, ຫວຽດນາມ ໄດ້ບືນຕົວເຮັດ ໃຫ້ພື້ນຖານເສດຖະກິດຂະຫຍາຍ ຕົວຢ່າງຕໍ່ເນື່ອງ ໂດຍສະເພາະດ້ານ ການຄ້າ ແລະ ການດຶງດູດການ ລົງທຶນຈາກຕ່າງປະເທດ, ເປັນຕ່ອງ ໂສ້ອັນສໍາຄັນຂອງ 17 ສັນຍາການ ຄ້າເສລີ (FTA) ເຊື່ອມຈອດກັບ 60 ພື້ນຖານເສດຖະກິດຫລັກໆໃນ ພາກພື້ນ ແລະ ທົ່ວໂລກ. ພ້ອມນີ້, ຫວຽດນາມ ຍັງໄດ້ສ້າງຕັ້ງສາຍພົວ ພັນທາງການທູດກັບ 194 ປະເທດ ໃນໂລກ. ໃນນັ້ນ, ມີບັນດາສະມາຊິກ ຖາວອນຂອງສະພາຄວາມໝັ້ນຄົງ ສະຫະປະຊາຊາດ, ບັນດາປະເທດ ໃຫຍ່ທັງໝົດ ແລະ ແມ່ນສະມາຊິກ ທີ່ຕັ້ງໜ້າຂອງ 70 ກວ່າອົງການ ຈັດຕັ້ງໃນພາກພື້ນ ແລະ ສາກົນ. ພັກ, ລັດ ແລະ ປະຊາຊົນຫວຽດ ນາມ ຍາມໃດກໍມີຄວາມຮັບຮູ້ຢ່າງ ເລິກເຊິ່ງວ່າໃນພາລະກິດປົກປັກ ຮັກສາ ແລະ ສ້າງສາປະເທດຊາດ ຂອງຕົນ, ເພື່ອໃຫ້ຫວຽດນາມ ມີ ພາລະກິດອັນໜັກແໜ້ນ, ມີກໍາລັງ ບົ່ມຊ້ອນ, ມີຖານະບົດບາດ ແລະ ອິດທິພົນ, ຊື່ສຽງໃນວົງຄະນາຍາດ ສາກົນ ຄືທຸກວັນນີ້, ໄປຄຽງຄູ່ກັບ ຄວາມມານະພະຍາຍາມບຸກໜ້າບືນ ຕົວຂອງຕົນເອງແລ້ວ, ຍາມໃດກໍ ໄດ້ຮັບການສະໜັບສະໜູນ, ການ ຊ່ວຍເຫລືອອັນລ້ຳຄ່າຈາກເພື່ອນ ມິດສາກົນ ໂດຍສະເພາະແມ່ນການ ຊ່ວຍເຫລືອທີ່ໃຫຍ່ຫລວງ, ໝົດຈິດ ໝົດໃຈ, ມີປະສິດທິຜົນຂອງພັກ, ລັດ ແລະ ປະຊາຊົນລາວອ້າຍນ້ອງ. ຂ່າວ: ທະນູທອງ; ພາບ: ຂັນໄຊ ຊົມເຊີຍຕໍ່ຜົນສຳເລັດກອງປະຊຸມ, ພ້ອມທັງຮຽກຮ້ອງມາຍັງຄະນະບໍ ລິຫານງານພັກ ຄລທ ເອົາໃຈໃສ່ ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ-ພະນັກງານເພີ່ມ ຄວາມຮັບຜິດຊອບໃຫ້ສູງຂຶ້ນ, ມີ ຄວາມເດັດຂາດ ແລະ ເປັນເຈົ້າການ ສູງຂຶ້ນໃນການຜັນຂະຫຍາຍເຂົ້າ ສູ່ວຽກງານຕົວຈິງ ເພື່ອປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ໃນຊຸມປີຕໍ່ໜ້າໃຫ້ບັນລຸ ຄາດໝາຍທີ່ວາງໄວ້, ເປັນເສນາ ທິການທີ່ເຂັ້ມແຂງໃຫ້ລັດຖະບານ ໃນການຄຸ້ມຄອງມະຫາພາກດ້ານ ການສົ່ງເສີມ ແລະ ຄຸ້ມຄອງການ ລົງທຶນ; ປັບປຸງການສ້າງແຜນໃນ ໄລຍະໃໝ່ ໃຫ້ແທດເໝາະຕົວຈິງ ຫລາຍຂຶ້ນ ແລະ ມີວິທະຍາສາດ, ປະຕິຮູບການລົງທຶນທັງພາກລັດ ແລະ ເອກະຊົນທັງພາຍໃນ ແລະ ຕ່າງປະເທດໃຫ້ມີການຫັນປ່ຽນໃໝ່ ຢ່າງຕັ້ງໜ້າ ໂດຍສະເພາະການຈັດ ລຽງບຸລິມະສິດ ແລະ ໂຄງການ ທີ່ຮີບດ່ວນ, ຈໍາເປັນ ແລະ ໃຫ້ປະ ໂຫຍດແກ່ສັງຄົມ, ມີປະສິດທິຜົນ ແລະ ເຫັນຜົນໄວທາງດ້ານເສດຖະ ກິດທີ່ແທ້ຈິງຄຽງຄູ່ກັບການຈໍາກັດ ໂຄງການທີ່ບໍ່ມີປະສິດທິຜົນ ແລະ ໂຄງການລົງທຶນທີ່ແກ່ຍາວ; ເພີ່ມ ທະວີຮ່ວມມືກັບສາກົນ, ຮ່ວມມື ລາວ-ຫວຽດນາມ ແລະ ຮ່ວມມື ລາວ-ຈີນ ການຮ່ວມມືຫລາຍຝ່າຍ, ສອງຝ່າຍ ແລະ ຂອບຮ່ວມມືຕ່າງໆ; ເອົາໃຈໃສ່ແຕ່ຫົວທີວຽກງານປະ ເມີນຜົນໂຄງການລົງທຶນໃນແຕ່ລະ ໄລຍະ, ເລັ່ງໃສ່ການຕິດຕາມ-ກວດ ກາ ແລະ ປະເມີນໂຄງການຢ່າງເປັນ ລະບົບປົກກະຕິ ແລະ ຕ້ອງມີມາດຕະ ການແກ້ໄຂຢ່າງເຂັ້ມງວດ; ເລັ່ງຄົ້ນ ຄວ້າສ້າງ ຫລື ປັບປຸງບັນດານິຕິກໍາ ຕ່າງໆໃນການດຶງດູດ, ບໍລິການແລະ ຄຸ້ມຄອງການລົງທຶນ ແລະ ວຽກ ງານອື່ນໆ, ເຮັດໃຫ້ການລົງທຶນ ເອກະຊົນພາຍໃນ ແລະ ການລົງທຶນ ໂດຍກົງຈາກຕ່າງປະເທດ (FDI) ມີຄຸນນະພາບສູງຂຶ້ນປະກອບສ່ວນ ພັດທະນາເສດຖະກິດ-ສັງຄົມ ຕາມ ທິດສີຂຽວ ແລະ ຍືນຍົງ. ພາບ: ເກດສະໜາ ສະເຫລີມສະຫລອງສາຍພົວພັນ ທາງການທູດ ຄົບຮອບ 65 ປີ ແລະ ປີມິດຕະພາບ ລາວ-ຈີນ, ຈີນ-ລາວ. ສະຫາຍ ສະເຫລີມໄຊ ກົມມະສິດ ໄດ້ ຕາງໜ້າໃຫ້ພັກ-ລັດຖະບານ ແລະ ປະຊາຊົນລາວ ບັນດາເຜົ່າສະແດງ ຄວາມຂອບໃຈຢ່າງຈິງໃຈຕໍ່ພັກລັດຖະບານ ແລະ ປະຊາຊົນຈີນອ້າຍ ນ້ອງ ໂດຍສະເພາະແຂວງເຈີຈ່ຽງ ຕໍ່ການສະໜັບສະໜູນ ແລະ ຮ່ວມມື ຊ່ວຍເຫລືອ ສປປ ລາວ ຫລາຍດ້ານ ໃນໄລຍະຜ່ານມາ. ພ້ອມນີ້, ສະຫາຍ ສະເຫລີມໄຊ ກົມມະສິດ ຍັງໄດ້ ຝາກຄໍາຢື້ຢາມຖາມຂ່າວອັນອົບ ອຸ່ນໄປຍັງການນໍາພັກ-ລັດ ແຂວງ ເຈີຈ່ຽງ ທຸກຖ້ວນໜ້າ ແລະ ສະແດງ ຄວາມຂອບໃຈຢ່າງສູງຕໍ່ການຕ້ອນ ຮັບຢ່າງອົບອຸ່ນໃຫ້ແກ່ການຢ້ຽມ ຢາມ ແຂວງເຈີຈ່ຽງ ຂອງສະຫາຍ ທອງລຸນ ສີສຸລິດ ເລຂທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໃນຕົ້ນເດືອນມິຖຸນາ 2026 ທີ່ຜ່ານ ມາອັນໄດ້ກາຍເປັນຂີດໝາຍໃໝ່ ເພື່ອຊຸກຍູ້ສົ່ງເສີມການຮ່ວມມືທາງ ດ້ານເສດຖະກິດ-ການຄ້າ, ວັດທະ ນະທໍາ-ສັງຄົມ, ເຕັກໂນໂລຊີ ແລະ ນະວັດຕະກໍາລວມທັງສົ່ງເສີມໄປ ມາຫາສູ່ລະຫວ່າງປະຊາຊົນລາວ ແລະ ແຂວງເຈີຈ່ຽງ. ພິເສດ, ສະຫາຍ ສະເຫລີມໄຊ ກົມມະສິດ ຍັງໄດ້ໃຫ້ທິດຊີ້ນໍາກ່ຽວກັບການ ຈັດຕັ້ງຜັນຂະຫຍາຍຄໍາເຫັນທີ່ເປັນ ເອກະພາບຂອງສອງເລຂາທິການ ໃຫຍ່ ໂດຍສະເພາະການສະເໜີ ສ້າງຕັ້ງກົນໄກການປະສານງານ ລະຫວ່າງ ສປປ ລາວ ແລະ ແຂວງ ເຈີຈ່ຽງ ເພື່ອຊຸກຍູ້ບັນດາແຜນການ ຮ່ວມມືໃຫ້ເປັນຮູບປະທໍາໂດຍໄວ, ສະໜັບສະໜູນ ແລະ ຊ່ວຍເຫລືອ ສປປ ລາວ ໃນວຽກງານເກັບກູ້ລະ ເບີດທີ່ຍັງບໍ່ທັນແຕກ ແລະ ອື່ນໆ. ໃນໂອກາດດຽວກັນນີ້, ສະຫາຍ ຊູ ເຫວີນກວ່າງ ກໍໄດ້ສະແດງຄວາມ ຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ແຈ້ງໃຫ້ຊາບກ່ຽວກັບຜົນ ຂອງກອງປະຊຸມແລກປ່ຽນການ ຮ່ວມມືທາງດ້ານເສດຖະກິດ ແລະ ການຄ້າລະຫວ່າງ ສປປ ລາວ ແລະ ແຂວງເຈີຈ່ຽງ ຊຶ່ງໄດ້ກາຍເປັນເວທີ ສໍາຄັນໃນການເຊື່ອມຕໍ່ທ່າແຮງບົ່ມ ຊ້ອນໃນການຮ່ວມມືຂອງທັງສອງ ຝ່າຍ, ທັງເປັນການເປີດໂອກາດ ໃຫ້ບັນດາຫົວໜ່ວຍທຸລະກິດໄດ້ມີ ໂອກາດພົບປະແລກປ່ຽນ, ຊອກຫາ ຊ່ອງທາງການຮ່ວມມືໃໝ່ໆ ແລະ ສ້າງບາດກ້າວບຸກທະລຸໃຫ້ແກ່ການ ຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນຂອງ ສປປ ລາວ ແລະ ແຂວງເຈີຈ່ຽງ ໃຫ້ຂະຫຍາຍ ຕົວຢ່າງແຂງແຮງໃນຕໍ່ໜ້າ. ພ້ອມ ກັນນີ້, ກໍໄດ້ສະແດງຄວາມຍິນດີ ແລະ ຢືນຢັນຄວາມໝາຍໝັ້ນໃນ ການສືບຕໍ່ຮັດແໜ້ນການພົວພັນ ຮ່ວມມື ແລະ ປະສານສົມທົບກັນ ຢ່າງໃກ້ຊິດ ເພື່ອຈັດຕັ້ງຜັນຂະຫາຍ ຄໍາເຫັນທີ່ເປັນເອກະພາບຂອງການ ນໍາສູງສຸດຂອງສອງປະເທດ ໃຫ້ມີ ຄວາມເລິກເຊິ່ງ ແລະ ແໜ້ນແຟ້ນຍິ່ງ ຂຶ້ນໃນຊຸມປີຕໍ່ໜ້າ. ພາບ: ກິດຕາ (ນວ) ໃນວັນທີ 31 ສິງຫາ 2026 (ສໍາລັບໂຮງຮຽນຕ່າງໆໃນ ນວ ແມ່ນໃຫ້ເລີ່ມໄຂສົກຮຽນໃໝ່ ນັບ ແຕ່ວັນທີ 1 ກັນຍາ 2026 ເປັນຕົ້ນ ໄປ) ໂດຍການເປັນປະທານຂອງ ທ່ານ ອາດສະພັງທອງ ສີພັນດອນ ເລຂາຄະນະບໍລິຫານງານພັກ, ປະທານສະພາປະຊາຊົນ ນະຄອນ ຫລວງວຽງຈັນ, ມີປະທານຄະນະ ກໍາມະການປົກຄອງເມືອງ, ຫົວໜ້າ ພະແນກ, ຮອງພະແນກ, ຫົວໜ້າ, ຮອງຫົວໜ້າຫ້ອງການສຶກສາທິ ການ ແລະ ກິລາ ບັນດາເມືອງອ້ອມ ຂ້າງ ນວ, ພ້ອມດ້ວຍຜູ້ບໍລິຫານການ ສຶກສາທັງພາກລັດ ແລະ ເອກະຊົນ ເຂົ້າຮ່ວມ. ຕາມການລາຍງານຂອງຫົວໜ້າ ພະແນກສຶກສາທິການ ແລະ ກິລາ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ທົ່ວນະຄອນຫລວງວຽງຈັນ ມີໂຮງ ຮຽນທັງໝົດ 1.170 ແຫ່ງ. ໃນນັ້ນ, ສົກຮຽນ 2025-2026 ມີນັກຮຽນ ທັງໝົດ 215.833 ຄົນ, ເພີ່ມຂຶ້ນ 2.737 ຄົນ, ມີໂຮງຮຽນລ້ຽງເດັກອະນຸບານ 427 ແຫ່ງ, ມີນັກຮຽນ 43.180 ຄົນ, ຍິງ 21.854 ຄົນ, ມີໂຮງຮຽນປະຖົມສຶກສາທັງໝົດ 538 ແຫ່ງ,ມີນັກຮຽນ82.665ຄົນ, ຍິງ 40.208 ຄົນ, ມີໂຮງຮຽນມັດ ທະຍົມສຶກສາຕອນຕົ້ນ 84 ແຫ່ງ, ມີນັກຮຽນທັງໝົດ 59.053 ຄົນ, ຍິງ 28.781 ຄົນ, ມີໂຮງຮຽນ ມັດທະຍົມຕອນປາຍ 11 ແຫ່ງ (ເປັນລັດທັງໝົດ) ມີນັກຮຽນ 30.945 ຄົນ, ຍິງ 16.052 ຄົນ ແລະ ມັດທະຍົມສົມບູນ 110 ແຫ່ງ. ສຳລັບວຽກຈຸດສຸມໃນສົກຮຽນ 2026-2027 ພະແນກສຶກສາທິ ການ ແລະ ກິລາ ນະຄອນຫລວງ ວຽງຈັນ ຈະສຸມໃສ່ຫລາຍບັນຫາ ສຳຄັນເປັນຕົ້ນການສະໜອງຄູໃຫ້ ພຽງພໍຕາມສະພາບເງື່ອນໄຂຕົວ ຈິງ, ສັບຊ້ອນຄູຕາມຊັ້ນ, ຕາມສາຍ ແລະ ສ້າງທຸກເງື່ອນໄຂໃຫ້ຄູໄດ້ຮັບ ການພັດທະນາຄວາມຮູ້, ຄວາມສາ ມາດ; ປັບປຸງພື້ນຖານໂຄງລ່າງ, ສ້າງສະພາບແວດລ້ອມທີ່ດີໃນໂຮງ ຮຽນ ແລະ ສະໜອງອຸປະກອນໃນ ການຈັດຕັ້ງການຮຽນ-ການສອນ ໃຫ້ພຽງພໍ, ພ້ອມທັງກຽມຄວາມ ພ້ອມສຳລັບການສ້າງຫ້ອງ ປ6 ເພື່ອຮອງຮັບການປັບປຸງລະບົບ ການສຶກສາ ໃໝ່ 6+3+3; ສຸມໃສ່ ການຍົກສູງຄຸນນະພາບການສຶກ ສາໃນທຸກຮູບແບບດ້ວຍການນຳ ໃຊ້ເຄື່ອງມື, ເຕັກນິກທີ່ທັນສະໄໝ ເຂົ້າມາຊ່ວຍໃນການຈັດການຮຽນການສອນ ເພື່ອໃຫ້ສອດຄ່ອງກັບ ແນວທາງການສິດສອນແບບໃໝ່ ທີ່ຫັນເປັນທັນສະໄໝ ເພື່ອເຂົ້າສູ່ຍຸກ ດີຈິຕອນເຊັ່ນ: ການສ້າງຫ້ອງສອນ ແບບທັນສະໄໝ, ຫ້ອງສອນໄອຊີທີ, ການສ້າງຫ້ອງທົດລອງ ແລະ ອື່ນໆ; ສົ່ງຄູທີ່ບໍ່ໄດ້ມາດຖານໄປຮຽນຕໍ່ ແລະ ຈະສືບຕໍ່ຊຸກຍູ້, ສົ່ງເສີມສ້າງ ໂຮງຮຽນສີຂຽວ, ສິ່ງແວດລ້ອມດີ, ໂຮງຮຽນຕົວແບບຄຸນນະພາບ ແລະ ໂຮງຮຽນນິເວດອາຊຽນ. ໂອກາດນີ້, ທ່ານອາດສະພັງທອງ ສີພັນດອນ ໄດ້ມີຄຳເຫັນໂອ້ລົມ ໂດຍ ເນັ້ນໃຫ້ຜູ້ບໍລິຫານໂຮງຮຽນທັງ ພາກລັດ ແລະ ເອກະຊົນສ້າງແຜນ ພັດທະນາໂຮງຮຽນ, ປັບປຸງແກ້ໄຂ ສິ່ງທີ່ຄົງຄ້າງໃຫ້ສອດຄ່ອງ ແລະ ແທດເໜາະກັບສະພາບການຕົວຈິງ ໃນແຕ່ລະໄລຍະ, ສ້າງເງື່ອນໄຂ ແລະ ໂອກາດໃຫ້ໂຮງຮຽນໄດ້ຮັບ ການພັດທະນາ ແລະ ຂະຫຍາຍຕົວ ຂຶ້ນໄປເລື້ອຍໆ, ພ້ອມທັງສະເໜີ ໃຫ້ຄູ-ອາຈານ ເອົາໃຈໃສ່ສິດສອນ ຢ່າງໝົດຈິດໝົດໃຈ, ຈິງໃຈແລກ ປ່ຽນຄວາມຮູ້, ປະສົບການກັບນັກ ຮຽນດ້ວຍຄວາມຮັບຜິດຊອບສູງ ກວ່າເກົ່າ, ຕ້ອງມີການວັດປະເມີນ ຜົນການຮຽນຂອງນັກຮຽນຢ່າງ ຕໍ່ເນື່ອງ, ຕິດຕາມການຮຽນຂອງ ນັກຮຽນ ແລະ ລາຍງານການເຄື່ອນ ໄຫວຕ່າງໆໃຫ້ຜູ້ປົກຄອງຮັບຮູ້ນໍາ, ຈັດສອນບຳລຸງນັກຮຽນອ່ອນໃນ ແຕ່ລະວິຊາ, ຈັດບຳລຸງນັກຮຽນເກັ່ງ ຜູ້ທີ່ມີພອນສະຫວັນ ເພື່ອສົ່ງເສີມ ໃຫ້ກາຍເປັນນັກຮຽນເກັ່ງຂອງ ວິຊາໃດໜຶ່ງເຂົ້າຮ່ວມແຂ່ງຂັນຂັ້ນ ຕ່າງໆໃຫ້ຫລາຍຂຶ້ນ. ພ້ອມນີ້, ທ່ານ ອາດສະພັງທອງ ສີພັນດອນ ຍັງ ເນັ້ນໃຫ້ນັກຮຽນເອົາໃຈໃສ່ຄົ້ນຄວ້າ ຮໍ່າຮຽນ ແລະ ຝຶກຝົນຫລໍ່ຫລອມຄຸນ ສົມບັດຮັບປະກັນໃຫ້ໄດ້ຫລັກມູນ ການສຶກສາ (ຄຸນສົມບັດສຶກສາ, ປັນ ຍາສຶກສາ, ແຮງງານສຶກສາ, ພະ ລະສຶກສາ ແລະ ສິລະປະສຶກສາ) ປະຕິບັດລະບຽບໂຮງຮຽນຢ່າງເຄັ່ງ ຄັດ, ແຂ່ງຂັນກັນຮຽນດີ-ຮຽນເກັ່ງ, ໃຊ້ເວລາວ່າງໃຫ້ເປັນປະໂຫຍດ, ບໍ່ ຫຍຸ້ງກ່ຽວກັບສິ່ງເສບຕິດ ແລະ ສິ່ງ ມຶນເມົາຕ່າງໆ. ຂ່າວ-ພາບ: ທະນູທອງ
01/09/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K zq oleg]a f c]t 7;k,,5 j ',kfxk4t|k csj 'dko[5 dmt]5 0v's;Pfok, ບົດສະເໜີົີ ໂດຍ: ຄະນະ ບກ lq dIPo.\j 2026-2027 gxu f0B orh v,da omqj ;xtgmffh ;p7;k,7b d7N o *** ຕໍ່ຈາກໜ້າ 1 *** ໍ່ ຈ້ າ ຈືດຈາງຂອງຊາດຫວຽດນາມ. ທີ່ສະ ໜາມຫລວງບາດິ່ງ ປະຫວັດສາດ, ປະທານ ໂຮ່ຈີ່ມິງ ຜູ້ນຳຜູ້ຍິ່ງໃຫຍ່ ຂອງຊາດຫວຽດນາມ ໄດ້ອ່ານຖະ ແຫລງການປະກາດເອກະລາດ, ສະຖາ ປະນາ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ, ປັດຈຸບັນແມ່ນສາທາ ລະນະລັດ ສັງຄົມນິຍົມ ຫວຽດນາມ, ເປີດສັງກາດໃໝ່ແຫ່ງເອກະລາດ, ອິດ ສະຫລະພາບ ແລະ ປະຊາຊົນເປັນເຈົ້າ ຊາຕາກຳຂອງຕົນເອງ, ສັງກາດແຫ່ງ ເອກະລາດແຫ່ງຊາດຕິດພັນກັບລັດທິ ສັງຄົມນິຍົມ. ຕະຫລອດໄລຍະ 81 ປີທີ່ຜ່ານມາ ແມ່ນເສັ້ນທາງທີ່ເຕັມໄປດ້ວຍສິ່ງທ້າ ທາຍ ແຕ່ກໍປ່ຽມລົ້ນໄປດ້ວຍຄວາມ ພາກພູມໃຈຢ່າງຍິ່ງ. ນັບຕັ້ງແຕ່ການ ຕໍ່ສູ້ກູ້ຊາດເພື່ອເອກະລາດ, ການທ້ອນ ໂຮມປະເທດຊາດເປັນເອກະພາບ ຈົນເຖິງພາລະກິດແຫ່ງການສ້າງສາ ແລະ ພັດທະນາປະເທດຊາດໃນຍາມ ສັນຕິພາບ, ຫວຽດນາມ ໄດ້ຄ່ອຍໆ ສ້າງປະຖົມປັດໄຈ, ຄວາມສາມາດ, ຖານະ ແລະ ຄວາມໄວ້ວາງໃຈຂອງ ປະເທດໃນເວທີສາກົນໃຫ້ສູງເດັ່ນຂຶ້ນ ຢ່າງບໍ່ຢຸດຢັ້ງ. ຜົນສຳເລັດດັ່ງກ່າວ ລ້ວນແຕ່ມີ ຮາກຖານມາຈາກເຈດຈຳນົງແຫ່ງ ຄວາມເປັນເອກະລາດ ແລະ ການເພິ່ງ ຕົນເອງ, ກຳລັງແຮງແຫ່ງຄວາມສາ ມັກຄີອັນຍິ່ງໃຫຍ່ທົ່ວປວງຊົນ, ການ ນຳພາອັນສະຫລລາດສ່ອງໃສຂອງ ພັກກອມມູນິດຫວຽດນາມ ຕະຫລອດ ຮອດຄວາມພະຍາຍາມ ແລະ ຄວາມ ຄິດສ້າງສັນຂອງປະຊາຊົນ. ພ້ອມດຽວ ກັນນັ້ນ, ຫວຽດນາມ ຍັງໄດ້ຮັບຄວາມ ເຫັນອົກເຫັນໃຈ, ການສະໜັບສະໜູນ ແລະ ການຊ່ວຍເຫລືອອັນລ້ຳຄ່າຈາກ ຂປລ. ສົກຮຽນໃໝ່ 20262027 ໄດ້ໄຂຂຶ້ນພ້ອມກັນທົ່ວປະ ເທດໃນວັນທີ 1 ກັນຍາ 2026 ທ່າມກາງບັນຍາກາດທີ່ຄຶກຄື້ນ ແລະ ຟົດຟື້ນຢູ່ຕາມໂຮງຮຽນແຫ່ງ ຕ່າງໆ. ຫລັງຈາກໄດ້ປິດປະຕູຢ່າງ ງຽບເຫງົາໃນໄລຍະພັກຮຽນ, ໂຮງ ຮຽນໄດ້ກັບຄືນມາມີຊີວິດຊີວາ ອີກຄັ້ງດ້ວຍຮອຍຍິ້ມແລະສຽງທັກ ທາຍຂອງຄູ-ອາຈານ ແລະ ນັກ ຮຽນ. ຕັ້ງແຕ່ຕອນເຊົ້າ, ນັກຮຽນ ຈຳນວນຫລາຍໄດ້ພາກັນເດີນທາງ ມາໂຮງຮຽນດ້ວຍຄວາມກະຕືລືລົ້ນ ແລະ ຕື່ນເຕັ້ນ, ໂດຍສະເພາະນັກ ຮຽນໃໝ່ທີ່ມາພ້ອມກັບຊຸດນັກຮຽນ ໃໝ່ ແລະ ໃບໜ້າທີ່ເຕັມໄປດ້ວຍ ຄວາມຄາດຫວັງ. ຜູ້ປົກຄອງພາລູກ ຫລານມາສົ່ງດ້ວຍຄວາມພາກພູມ ໃຈ, ຂະນະທີ່ນັກຮຽນເກົ່າຕ່າງດີໃຈ ທີ່ໄດ້ກັບຄືນມາພົບພໍ້ໝູ່ເພື່ອນ ແລະ ຄູ-ອາຈານອີກຄັ້ງ. ເມື່ອເຖິງເວລາກຳນົດ, ສຽງແກ ຫລື ສຽງກະດິ່ງໂຮງຮຽນດັງຂຶ້ນ ເປັນສັນຍານໃຫ້ຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມພິທີເປີດສົກ ຮຽນໃໝ່ ດ້ວຍການຢືນກົງເຄົາລົບ ທຸງຊາດ ໄປພ້ອມໆກັບການຮ້ອງ ເພງຊາດລາວ ພ້ອງພໍ່າກັນດັງກ້ອງ ທົ່ວບໍລິເວນ. ໃນໂອກາດນີ້, ຜູ້ອຳ ນວຍການໂຮງຮຽນໄດ້ກ່າວເປີດ ສົກຮຽນໃໝ່ ພ້ອມໃຫ້ຄຳເຫັນໂອ ວາດແກ່ຄູ-ອາຈານ ແລະ ນັກຮຽນນັກສຶກສາ ໃຫ້ສຸມໃສ່ການສິດສອນ ແລະ ຮ່ຳຮຽນ ດ້ວຍຄວາມດຸໝັ່ນ, ພາກພຽນ ແລະ ມຸ່ງໝັ້ນສ້າງຜົນ ງານໃນສົກຮຽນໃໝ່ໃຫ້ບັນລຸຜົນ ດີທີ່ສຸດ. ສຳລັບລະບົບສາມັນສຶກສາ ຊຶ່ງ ປະກອບດ້ວຍປະຖົມສຶກສາ ແລະ ມັດທະຍົມສຶກສາ, ການຮຽນການສອນໃນສົກຮຽນນີ້ຍັງສືບຕໍ່ ດຳເນີນຕາມແນວທາງ ແລະ ຫລັກ ມູນການສຶກສາທີ່ກະຊວງສຶກສາ ທິການ ແລະ ກິລາວາງອອກ ຢ່າງ ເຂັ້ມງວດໂດຍເນັ້ນການຍົກສູງຄຸນ ນະພາບການສິດສອນ, ພັດທະນາ ຄຸນນະພາບຂອງນັກຮຽນ ແລະ ຂະຫຍາຍໂອກາດໃຫ້ເດັກທຸກຄົນ ໄດ້ເຂົ້າເຖິງການສຶກສາ. ກ່ອນການ ເປີດສົກຮຽນ, ໂຮງຮຽນຕ່າງໆໄດ້ ກະກຽມຄວາມພ້ອມຮອບດ້ານ ໂດຍອະນາໄມບໍລິເວນ, ກະກຽມ ຫ້ອງຮຽນ, ສ້ອມແປງໂຕະ-ຕັ່ງ ແລະ ອາຄານສະຖານທີ່, ຈັດຕຽມ ອຸປະກອນ ແລະ ປຶ້ມແບບຮຽນ ເພື່ອ ໃຫ້ການຮຽນ-ການສອນສາມາດ ດຳເນີນໄປຢ່າງເປັນລະບຽບ. ບັນ ດາຄູ-ອາຈານກໍໄດ້ກະກຽມແຜນ ການສອນ, ທົບທວນຫລັກສູດ, ຈັດ ຕາຕະລາງສອນ ແລະ ວາງແຜນ ການຮຽນ-ການສອນໃຫ້ສອດຄ່ອງ ກັບແຜນການສຶກສາ. ຂະນະດຽວ ກັນ, ໂຮງຮຽນທີ່ມີເງື່ອນໄຂຍັງໄດ້ ນຳໃຊ້ເຕັກໂນໂລຊີ ແລະ ສື່ການ ຮຽນຮູ້ດີຈິຕອນມາປະກອບໃນ ການຮຽນ-ການສອນ ເຊັ່ນ: ຈໍໂປຣ ເຈັກເຕີ ແລະ ສື່ການຮຽນຮູ້ອອນ ລາຍ ເພື່ອເປີດກວ້າງແຫລ່ງຮຽນຮູ້ ແລະ ເສີມທັກສະຂອງນັກຮຽນໃນ ດ້ານ ICT, ພາສາຕ່າງປະເທດ ແລະ ວິຊາການອື່ນໆ. ສ່ວນຜູ້ປົກຄອງກໍ ໄດ້ກະກຽມຊຸດນັກຮຽນ, ປຶ້ມ ແລະ ອຸປະກອນການຮຽນຕ່າງໆ ໃຫ້ລູກ ຫລານ ພ້ອມທັງຊຸກຍູ້ໃຫ້ດຸໝັ່ນຮ່ຳ ຮຽນ ແລະ ມີວິໄນໃນການຮຽນ. (ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 81 ປີ)ື່ ອັ ນ່ ງັ ດັ ງົ ມິ ຍົມົ ບີ ) ເພື່ອນມິດສາກົນທົ່ວໂລກມາໂດຍຕະ ຫລອດ, ໂດຍສະເພາະແມ່ນຄວາມ ສາມັກຄີ, ການແບ່ງປັນ ແລະ ການ ຊ່ວຍເຫລືອຢ່າງຈິງໃຈ ແລະ ປ່ຽມລົ້ນ ດ້ວຍໄມຕີຈິດຈາກພັກ, ລັດ ແລະ ປະ ຊາຊົນລາວອ້າຍນ້ອງ ຊຶ່ງມີຄວາມ ໝາຍພິເສດຢ່າງຍິ່ງ. 40 ປີແຫ່ງການປ່ຽນແປງໃໝ່- ການຫັນປ່ຽນຢ່າງເລິກເຊິ່ງ. ພາຍຫລັງບັນລຸພາລະກິດປົດປ່ອຍ ຊາດ ແລະ ທ້ອນໂຮມປະເທດຊາດເປັນ ເອກະພາບໃນປີ 1975, ຫວຽດນາມ ໄດ້ກ້າວເຂົ້າສູ່ຂະບວນການສ້າງສາ ປະເທດຊາດທ່າມກາງເງື່ອນໄຂທີ່ຍັງ ເຕັມໄປດ້ວຍຄວາມຫຍຸ້ງຍາກສັບສົນ. ກອງປະຊຸມໃຫຍ່ ຄັ້ງທີ VI ຂອງພັກ ກອມມູນິດຫວຽດນາມ ໃນປີ 1986 ໄດ້ລິເລີ່ມພາລະກິດປ່ຽນແປງໃໝ່ ຊຶ່ງ ຖືເປັນຈຸດປ່ຽນປະຫວັດສາດທັງດ້ານ ແນວຄິດ ແລະ ພຶດຕິກຳຕົວຈິງໃນການ ພັດທະນາປະເທດຊາດ. ຕະຫລອດ 40 ປີຜ່ານມາ ໄດ້ພິສູດ ໃຫ້ເຫັນເຖິງພະລັງຊີວິດອັນແຮງກ້າ ຂອງແນວທາງການພັດທະນາທີ່ໄດ້ ຮັບການເສີມຂະຫຍາຍ ແລະ ປັບປຸງ ໃຫ້ສົມບູນແບບຢ່າງຕໍ່ເນື່ອງຈາກບົດ ຮຽນຕົວຈິງ. ຫວຽດນາມ ໄດ້ສ້າງຕັ້ງ ລະບົບເສດຖະກິດຕະຫລາດຕາມທິດ ສັງຄົມນິຍົມ, ເປີດປະຕູສູ່ພາຍນອກ ແລະ ເຊື່ອມໂຍງເຂົ້າກັບສາກົນ, ເສີມຂະ ຫຍາຍກຳລັງແຮງພາຍໃນປະເທດ ຄວບຄູ່ກັບການຍາດແຍ່ງຊັບພະຍາ ກອນ ແລະ ປັດໄຈສະໜັບສະໜູນຈາກ ພາຍນອກເພື່ອການພັດທະນາ. ໝາກ ຜົນດັ່ງກ່າວສະແດງອອກຢ່າງຈະແຈ້ງ ຜ່ານການປ່ຽນແປງທັງດ້ານຂະໜາດ ແລະ ຄຸນນະພາບຂອງພື້ນຖານເສດຖະ ກິດ. ໃນປີ 1986 ຊຶ່ງເປັນໄລຍະເລີ່ມ ຕົ້ນຂອງການປ່ຽນແປງໃໝ່, ລາຍໄດ້ ສະເລ່ຍຕໍ່ຫົວຄົນຂອງຫວຽດນາມ ຢູ່ທີ່ ລະດັບຕ່ຳກວ່າ 100 ໂດລາສະຫະລັດ. ຈົນຮອດປີ 2025, ຂະໜາດເສດຖະ ກິດຂອງຫວຽດນາມ ມີມູນຄ່າຫລາຍ ກວ່າ 500 ຕື້ໂດລາສະຫະລັດ, ຢືນຢູ່ ໃນອັນດັບທີ 32 ຂອງໂລກ. ຂະນະທີ່ GDPສະເລ່ຍຕໍ່ຫົວຄົນສູງກວ່າ5.000 ໂດລາສະຫະລັດ. ເສດຖະກິດມະຫາ ພາກມີຄວາມໝັ້ນທ່ຽງ, ອັດຕາເງິນເຟີ້ ຖືກຄວບຄຸມໄວ້ໃນລະດັບປະມານ 3% ແລະ ຄວາມດຸ່ນດ່ຽງຂອງເສດຖະກິດ ໄດ້ຮັບການຮັກສາໄວ້ຢ່າງໜັກແໜ້ນ. ມູນຄ່າການນຳເຂົ້າ-ສົ່ງອອກລວມ ສ້າງສະຖິຕິສູງສຸດຫລາຍກວ່າ 930 ຕື້ ໂດລາສະຫະລັດ, ເຮັດໃຫ້ຫວຽດນາມ ໃນສົກຮຽນຜ່ານມາ, ເຖິງວ່າ ຂະແໜງການສຶກສາຈະຍັງຜະເຊີນ ກັບຫລາຍຂໍ້ຫຍຸ້ງຍາກ ແລະ ສິ່ງ ທ້າທາຍ, ແຕ່ການຮ່ວມແຮງຂອງ ພາກສ່ວນຕ່າງໆສາມາດຍູ້ແຮງ ວຽກງານການສຶກສາໃຫ້ມີຄວາມ ຄືບໜ້າໃນຫລາຍດ້ານ. ພົ້ນເດັ່ນ ລວມມີ ການປັບປຸງພື້ນຖານໂຄງ ລ່າງຂອງສະຖານສຶກສາ, ການສະ ໜອງອາຫານທ່ຽງໃຫ້ນັກຮຽນໃນ ລະດັບກ່ອນໄວຮຽນ ແລະ ສາມັນ ສຶກສາ, ການສົ່ງເສີມການສຶກສາ ຮຽນຮ່ວມ, ການສະໜອງເງິນອຸດ ໜູນ ແລະ ເບ້ຍລ້ຽງໃຫ້ນັກຮຽນນັກສຶກສາ, ຕະຫລອດຮອດການ ສຸມໃສ່ແກ້ໄຂບັນຫາການປະລະ ການຮຽນ ແລະ ຍົກສູງຄຸນນະພາບ ການຮຽນ-ການສອນ. ຄວາມພະ ຍາຍາມດັ່ງກ່າວ ເກີດຈາກການ ເອົາໃຈໃສ່ຂອງຂະແໜງການສຶກ ສາ, ຄູ-ອາຈານ, ພາກສ່ວນປົກຄອງ ທັງສູນກາງ ແລະ ທ້ອງຖິ່ນ, ພ້ອມ ທັງການຮ່ວມມືຈາກອົງການສາ ກົນ, ຄູ່ຮ່ວມພັດທະນາ ແລະ ພາກ ສ່ວນສັງຄົມ. ຈາກການຮ່ວມແຮງ ກັນ, ໂອກາດໃນການເຂົ້າຮຽນໄດ້ ຮັບການຂະຫຍາຍ, ການປະລະ ການຮຽນໄດ້ຮັບການສຸມໃສ່ແກ້ໄຂ ແລະ ສະຖານສຶກສາໃນຫລາຍ ພື້ນທີ່ມີຄວາມພ້ອມດີຂຶ້ນ. ພ້ອມນີ້, ການສຶກສາຍັງສືບຕໍ່ຂະ ຫຍາຍໂອກາດໄປສູ່ເຂດຊົນນະບົດ ແລະ ເຂດຫ່າງໄກສອກຫລີກ, ພ້ອມ ກ້າວເຂົ້າສູ່ກຸ່ມ 20 ພື້ນຖານເສດຖະກິດ ທີ່ມີຂະໜາດການຄ້າສາກົນໃຫຍ່ທີ່ສຸດ ໃນໂລກ, ໂດຍມີມູນຄ່າເກີນດຸນການ ຄ້າຫລາຍກວ່າ 20 ຕື້ໂດລາສະຫະລັດ. ມູນຄ່າການລົງທຶນໂດຍກົງຈາກຕ່າງ ປະເທດ (FDI) ຈົດທະບຽນລວມບັນ ລຸເກືອບ 39 ຕື້ໂດລາສະຫະລັດ ແລະ ອັດຕາສ່ວນຄົວເຮືອນທຸກຍາກຫລຸດ ລົງເຫລືອພຽງ 1,3%. ເຖິງຢ່າງໃດກໍຕາມ, ຄວາມໝາຍ ຂອງການປ່ຽນແປງໃໝ່ບໍ່ໄດ້ຢຸດຢູ່ ພຽງແຕ່ຕົວເລກສະຖິຕິເທົ່ານັ້ນ. ຈາກ ປະເທດທີ່ເຄີຍເພິ່ງພາການຜະລິດກະ ສິກຳເປັນຕົ້ນຕໍ ແລະ ເຄີຍຜະເຊີນກັບ ໄພຂາດແຄນສະບຽງອາຫານ, ຫວຽດ ນາມ ໄດ້ກາຍເປັນໜຶ່ງໃນປະເທດສົ່ງ ອອກຜະລິດຕະພັນກະສິກຳຊັ້ນນຳຂອງ ໂລກ. ຂະແໜງອຸດສາຫະກຳປຸງແຕ່ງ ແລະ ການຜະລິດໄດ້ຮັບການພັດທະ ນາຢ່າງຕໍ່ເນື່ອງ, ສິນຄ້າຫວຽດນາມ ຈຳນວນຫລວງຫລາຍໄດ້ເຂົ້າຮ່ວມ ໃນຕ່ອງໂສ້ການຜະລິດ ແລະ ຕ່ອງໂສ້ ອຸປະທານລະດັບໂລກຢ່າງເລິກເຊິ່ງ. ສຳລັບພື້ນຖານໂຄງລ່າງ ກໍມີບາດ ກ້າວພັດທະນາແບບກ້າວກະໂດດເຊັ່ນ ດຽວກັນ. ລະບົບເສັ້ນທາງຄົມມະນາ ຄົມ, ທ່າເຮືອ, ສະໜາມບິນ, ໂຄງຂ່າຍ ໄຟຟ້າ, ໂທລະຄົມມະນາຄົມ ແລະ ໂຄງ ລ່າງຕົວເມືອງ ໄດ້ຮັບການລົງທຶນໃຫ້ ມີຄວາມຄົບຊຸດ ແລະ ເຊື່ອມຈອດກັນ ຫລາຍຂຶ້ນ. ຈົນຮອດທ້າຍປີ 2025, ຫວຽດນາມ ໄດ້ກໍ່ສ້າງສຳເລັດ ແລະ ເປີດນຳໃຊ້ເສັ້ນທາງດ່ວນຫລາຍກວ່າ 3.000 ກິໂລແມັດ, ສ້າງເປັນໂຄງຂ່າຍ ຄົມມະນາຄົມຍຸດທະສາດແລວເໜືອ- ໃຕ້ ທີ່ເຊື່ອມໂຍງບັນດາເຂດເສດຖະກິດ ສຳຄັນ, ດ່ານສາກົນ ແລະ ທ່າເຮືອໃຫຍ່ ເຂົ້າດ້ວຍກັນ. ຄຽງຄູ່ກັບພື້ນຖານໂຄງ ລ່າງ ທາງກາຍະພາບ, ຫວຽດນາມ ພວມເລັ່ງພັດທະນາໂຄງລ່າງດີຈິຕອນ ແລະ ຂໍ້ມູນ, ວິທະຍາສາດ-ເຕັກໂນໂລ ຊີ, ນະວັດຕະກຳ ແລະ ການຫັນເປັນດີ ຈິຕອນ, ປັນຍາປະດິດ, ອຸດສາຫະກຳ ເຊມິຄອນດັກເຕີ, ພະລັງງານຮູບແບບ ໃໝ່ ແລະ ເຕັກໂນໂລຊີຍຸດທະສາດ ໄດ້ຮັບການກຳນົດໃຫ້ເປັນກຳລັງຂັບ ເຄື່ອນຫລັກຂອງຮູບແບບການເຕີບໂຕ ໃໝ່. ພ້ອມດຽວກັນນັ້ນ, ສັກກະຍະພາບ ດ້ານການປ້ອງກັນຊາດ ແລະ ປ້ອງກັນ ຄວາມສະຫງົບ ກໍໄດ້ຮັບການເພີ່ມທະວີ ຢ່າງບໍ່ຢຸດຢັ້ງ. ສິ່ງທີ່ສຳຄັນຍິ່ງໄປກວ່ານັ້ນຄືໝາກ ຜົນຂອງການພັດທະນາໄດ້ຖືກປ່ຽນ ມາເປັນການຍົກສູງຄຸນນະພາບຊີວິດ ການເປັນຢູ່ຂອງປະຊາຊົນຢ່າງແທ້ ຈິງ. ວຽກງານການຫລຸດຜ່ອນຄວາມ ທຸກຍາກ, ການປະກັນສະຫວັດດີການ ສັງຄົມ, ການສຶກສາ, ສາທາລະນະສຸກ, ວັດທະນະທຳ ລ້ວນແຕ່ໄດ້ຮັບຄວາມ ເອົາໃຈໃສ່ເປັນພິເສດ. ນີ້ແມ່ນຈຸດເດັ່ນ ອັນຊົງຄຸນຄ່າຂອງພາລະກິດປ່ຽນ ແປງໃໝ່ ການພັດທະນາເສດຖະກິດ ຕ້ອງຕິດພັນກັບຄວາມກ້າວໜ້າ ແລະ ຄວາມຍຸຕິທຳໃນສັງຄົມ ໂດຍຖືເອົາ ປະຊາຊົນເປັນໃຈກາງຂອງການພັດ ທະນາ. ບົດບາດ ແລະ ອິດທິພົນທີ່ໄດ້ຮັບ ການຍົກສູງໃນເວທີສາກົນ. ຖານະ ແລະ ບົດບາດຂອງຫວຽດ ນາມ ໃນເວທີສາກົນໄດ້ຮັບການຍົກ ສູງຂຶ້ນຢ່າງຕໍ່ເນື່ອງ. ຫວຽດນາມ ໄດ້ ດຳເນີນນະໂຍບາຍເຊື່ອມໂຍງສາກົນ ຢ່າງຕັ້ງໜ້າ ແລະ ເປັນເຈົ້າການ, ເຂົ້າ ຮ່ວມຢ່າງກວ້າງຂວາງ ແລະ ເລິກເຊິ່ງ ໃນອາຊຽນ, ອົງການສະຫະປະຊາ ຊາດ, ເອເປັກ ຕະຫລອດຮອດກົນໄກ ການຮ່ວມມືລະດັບພາກພື້ນ ແລະ ສາ ກົນອື່ນໆ. ຫວຽດນາມ ເຄີຍດຳລົງຕຳ ແໜ່ງເປັນສະມາຊິກບໍ່ປະຈໍາຂອງສະ ພາຄວາມໝັ້ນຄົງແຫ່ງສະຫະປະຊາ ຊາດ 2 ສະໄໝ, ເປັນປະທານອາຊຽນ ຫລາຍຄັ້ງຢ່າງຈົບງາມ ແລະ ເປັນເຈົ້າ ພາບຈັດກອງປະຊຸມສາກົນລະດັບສູງ ຫລາຍຄັ້ງ. ປັດຈຸບັນ, ຫວຽດນາມ ເປັນສະມາຊິກທີ່ຕັ້ງໜ້າ ແລະ ມີຄວາມ ຮັບຜິດຊອບສູງຂອງປະຊາຄົມໂລກ, ໄດ້ເຂົ້າຮ່ວມກອງກຳລັງຮັກສາສັນຕິ ພາບຂອງສະຫະປະຊາຊາດ, ປະກອບ ສ່ວນເຂົ້າໃນຄວາມພະຍາຍາມລວມ ເພື່ອສັນຕິພາບ, ການຮ່ວມມື, ການ ພັດທະນາແບບຍືນຍົງ ແລະ ການຮັບມື ກັບສິ່ງທ້າທາຍລະດັບໂລກ. ມາຮອດ ປັດຈຸບັນ, ຫວຽດນາມ ໄດ້ສ້າງຕັ້ງສາຍ ພົວພັນທາງການທູດກັບ 194 ປະເທດ ທົ່ວໂລກ, ສ້າງຂອບການພົວພັນຄູ່ຮ່ວມ ມືຍຸດທະສາດ ແລະ ຄູ່ຮ່ວມມືຮອບດ້ານ ກັບ 45 ປະເທດ, ລວມທັງ 5 ປະເທດ ສະມາຊິກຖາວອນຂອງສະພາຄວາມ ໝັ້ນຄົງແຫ່ງສະຫະປະຊາຊາດ. ໃນຕົ້ນປີ 2026, ຫວຽດນາມ ໄດ້ ຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດ ນາມ ແລະ ການເລືອກຕັ້ງສະມາຊິກ ສະພາແຫ່ງຊາດ ຊຸດທີ XVI ແລະ ໄດ້ ປະສົບຜົນສຳເລັດຢ່າງຈົບງາມ. ກອງ ປະຊຸມໃຫຍ່ ຄັ້ງທີXIV ໄດ້ກຳນົດແນວ ຄິດ, ວິໄສທັດ ແລະ ການຕັດສິນໃຈຍຸດ ທະສາດສຳຄັນ ເພື່ອນຳພາປະເທດ ຊາດກ້າວເດີນຢ່າງໜັກແໜ້ນເຂົ້າສູ່ສັງ ກາດໃໝ່: ຮອດປີ 2030 (ຄົບຮອບ 100 ປີ ແຫ່ງການສ້າງຕັ້ງພັກກອມມູ ນິດຫວຽດນາມ) ຈະກາຍເປັນປະເທດ ກຳລັງພັດທະນາ ທີ່ມີອຸດສາຫະກຳ ທັນສະໄໝ ແລະ ມີລາຍໄດ້ປານກາງ ລະດັບສູງ. ຮອດປີ 2045 (ຄົບຮອບ 100 ປີ ແຫ່ງການສະຖາປະນາ ສາທາ ລະນະລັດ ສັງຄົມນິຍົມ ຫວຽດນາມ) ຈະກາຍເປັນປະເທດພັດທະນາ ທີ່ມີ ລາຍໄດ້ສູງ ຕາມທິດສັງຄົມນິຍົມ. ເປົ້າໝາຍເຫລົ່ານີ້ສະແດງໃຫ້ເຫັນເຖິງ ຄວາມມຸ່ງມາດປາຖະໜາອັນແຮງກ້າ ຂອງຫວຽດນາມ ໃນການກ້າວໄປ ຂ້າງໜ້າ, ພ້ອມທັງໄດ້ຮັບການສ້າງຕັ້ງ ຂຶ້ນບົນພື້ນຖານສັກກະຍະພາບ, ກຳລັງ ແຮງ ແລະ ບົດຮຽນຕົວຈິງທີ່ໄດ້ສະສົມ ມາເປັນເວລາຫລາຍທົດສະວັດ. ທັງເນັ້ນການຂະຫຍາຍໂຮງຮຽນ ອະນຸບານ ແລະ ຫ້ອງກຽມປະຖົມ, ເພື່ອວາງພື້ນຖານການຮຽນຮູ້ໃຫ້ ແກ່ເດັກນ້ອຍແຕ່ໄວເດັກ. ຄຽງຄູ່ ກັນນັ້ນ, ໂຮງຮຽນຍັງເອົາໃຈໃສ່ ສຶກສາອົບຮົມນັກຮຽນໃຫ້ຫ່າງໄກ ຈາກຢາເສບຕິດ, ປາກົດການຫຍໍ້ ທໍ້ ແລະ ພຶດຕິກຳທີ່ອາດສົ່ງຜົນກະ ທົບຕໍ່ການຮຽນ ແລະ ອະນາຄົດ ຂອງຕົນ. ການເປີດສົກຮຽນໃໝ່ 20262027 ຈຶ່ງບໍ່ພຽງແຕ່ເປັນການ ເລີ່ມຕົ້ນບົດຮຽນອີກຮອບໜຶ່ງເທົ່າ ນັ້ນ, ແຕ່ຍັງເປັນຈຸດເລີ່ມຕົ້ນໃໝ່ ຂອງຄວາມຫວັງສຳລັບນັກຮຽນ ຫລາຍລ້ານຄົນ, ໃນການສະສົມ ຄວາມຮູ້, ພັດທະນາທັກສະ ແລະ ກະກຽມຕົນເອງສຳລັບອະນາຄົດ. ການສຶກສາຍັງຄົງເປັນພື້ນຖານ ສຳຄັນຂອງການພັດທະນາຄົນ ແລະ ການພັດທະນາປະເທດຊາດ. ດັ່ງນັ້ນ, ສົກຮຽນໃໝ່ຈຶ່ງເປັນອີກ ກ້າວໜຶ່ງຂອງຄວາມພະຍາຍາມ ຮ່ວມກັນ ຂອງຄູ-ອາຈານ, ນັກ ຮຽນ-ນັກສຶກສາ, ຜູ້ປົກຄອງ, ຊຸມ ຊົນ ແລະ ພາກສ່ວນຕ່າງໆ ໃນການ ສ້າງຄົນຮຸ່ນໃໝ່ໃຫ້ມີຄວາມຮູ້, ມີທັກ ສະ, ມີຄຸນສົມບັດ ແລະ ມີຄວາມ ສາມາດ ເພື່ອຮ່ວມສ້າງສາປະເທດ ຊາດໃນອະນາຄົດ.
RkJQdWJsaXNoZXIy MTc3MTYxMQ==