ຕະຫລອດໄລຍະ 25 ປີ ສປ ຈີນ ເປັນຜູ້ປະຕິບັດຕາມ “ນ້ຳໃຈຊຽງໄຮ້” ຢ່າງເດັດດ່ຽວໜຽວແໜ້ນ

01/09/2026 10:54
ຂປລ ປີ​ 2026 ​ແມ່ນ​ປີ​ສ້າງ​ຕັ້ງ​ ອົງ​ການ​ຮ່ວມ​ມື​ ຊຽງ​ໄຮ້ ​ຄົບ​ຮອບ 25 ປີ. ໃນ​ຕະຫລອດ​ໄລ​ຍະ 25 ປີ​ຜ່​ານ​ມາ, ເລີ່ມ​ຈາກ 6 ປະ​ເທດ ​ທີ່​ປະ​ດິດ​ສ້າງ ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້ ພັດ​ທະ​ນາ ​ເປັນ​ວົງ​ຄະ​ນາ​ຍາດ​ໃຫຍ່ ​ທີ່​ປະ​ກອບ​ດ້ວຍ 27 ປະ​ເທດ, ຈາກ​ການ​ສຸມ​ໃສ່​ ຄວາມ​ໝັ້ນ​ຄົງ​ ໃນ​ພາກ​ພື້ນ​ ເປີດກວ້າງ​ໄປ​ສູ່​ 50 ກວ່າ​ຂົງ​ເຂດ​ ການ​ຮ່ວມ​ມື

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ປີ​ 2026 ​ແມ່ນ​ປີ​ສ້າງ​ຕັ້ງ​ ອົງ​ການ​ຮ່ວມ​ມື​ ຊຽງ​ໄຮ້ ​ຄົບ​ຮອບ 25 ປີ. ໃນ​ຕະຫລອດ​ໄລ​ຍະ 25 ປີ​ຜ່​ານ​ມາ, ເລີ່ມ​ຈາກ 6 ປະ​ເທດ ​ທີ່​ປະ​ດິດ​ສ້າງ ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້ ພັດ​ທະ​ນາ ​ເປັນ​ວົງ​ຄະ​ນາ​ຍາດ​ໃຫຍ່ ​ທີ່​ປະ​ກອບ​ດ້ວຍ 27 ປະ​ເທດ, ຈາກ​ການ​ສຸມ​ໃສ່​ ຄວາມ​ໝັ້ນ​ຄົງ​ ໃນ​ພາກ​ພື້ນ​ ເປີດກວ້າງ​ໄປ​ສູ່​ 50 ກວ່າ​ຂົງ​ເຂດ​ ການ​ຮ່ວມ​ມື, ອົງ​ການ​ຮ່ວມ​ມື​ ຊຽງ​ໄຮ້ ໄດ້​ກາຍ​ເປັນ​ອົງ​ການ​ຮ່ວມ​ມື ​ພາກ​ພື້ນ​ແບບ​ສັງ​ລວມ ທີ່ກວມ​ເນື້ອ​ທີ່ກວ້າງ​ຂວາງ​ທີ່​ສຸດ ປະ​ຊາ​ກອນ ຫລາຍ​ທີ່​ສຸດ ແລະ ມີ​​ທ່າ​ແຮງ​ບົ່ມ​ຊ້ອນ ​ດ້ານ​ການ​ພັດ​ທະ​ນາ​ ໃຫຍ່​ທີ່​ສຸດ​ໃນ​ໂລກ. ໃນ​ຖາ​ນະ​ເປັນ​ໜຶ່ງ​ ໃນ​ປະ​ເທດ ​ທີ່​ປະ​ດິດ​ສ້າງ​ ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້, ໃນ​ຕະຫຼອດ​ໄລ​ຍະ 25 ປີ​ຜ່ານ​ມາ, ບໍ່​ວ່າ​ຢູ່​ໃນ​ດ້ານ​ແນວ​ຄິດ​ກາ​ນ​ພັດ​ທະ​ນາ, ການ​ປົກ​ປັກ​ຮັກ​ສາ​ຄວາມ​ໝັ້ນ​ຄົງ, ການ​ຊຸກ​ຍູ້​ການ​ພັດະ​ນາ, ການ​ສ້າງ​ກົນ​ໄກ, ຫຼື ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ ແລະ ​ອື່ນໆ, ຈີນ​ໄດ້​ເສີມ​ຂະ​ຫຍາຍ ບົດ​ບາດ​ທີ່​ຕັ້ງ​ໜ້າ ແລະ ສ້າງ​ສັນ​ຢ່າງ​ສະ​ເໝີ​ຕົ້ນ ສະ​ເໝີ​ປາຍ. ປັດ​ຈຸ​ບັນ ຍອດ​ມູນ​ຄ່າການ​ຄ້າ​ ລະ​ຫວ່າງ​ ສປ ຈີນ​ ກັບ​ປະ​ເທດ​ສະ​ມາ​ຊິກ​ ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້ ​ໄດ້​ບຸກ​ທະ​ລຸ 2.300 ຕື້​ໂດ​ລາສະຫະລັດ; ປີ 2025, ການ​ລົງ​ທຶນ​ໂດຍ​ກົງ​ຂອງ ສປ ​ຈີນ ​ຕໍ່​ປະ​ເທດ​ ສະ​ມາ​ຊິກ​ອື່ນ ​ໃນ​ອົງ​ການ​ຮ່ວມ​ມື ​ຊຽງ​ໄຮ້​ບັນ​ລຸ​ເຖິງ 3.3 ຕື້​ໂດ​ລາ; ຈີນ​ຕັ້ງ​ໜ້າ​ຊຸກ​ຍູ້​ຂໍ້​ລິ​ເລີ່ມ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ ​ໜຶ່ງ​ເສັ້ນ​ທາງ” ເຊື່ອມ​ຈອດ​ກັບ​ຍຸດ​ທະ​ສາດ ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຕ່າງໆ; ມີ​ແຜນ​ຈະ​ດຳ​ເນີນ 100 ​ໂຄງ​ການ​ປັບ​ປຸງ​ຊີ​ວິດ ​ການ​ເປັນ​ຢູ່​ ຂອງ​ປະ​ຊາ​ຊົນ​ແບບ “ນ້ອຍ ແລະ ງາມ” ຢູ່​ປະ​ເທດ​ສະ​ມາ​ຊິກ, ທັງ​ຈະ​ສະ​ໜອງ​ ການ​ຊ່ວຍ​ເຫລືອ​ລ້າ​ ທີ່​ມີ​ມູນ​ຄ່າ 2 ຕື້ຢວນ. ສປ ຈີນ ​ບໍ່​ພຽງ​ແຕ່​ເປັນ​ຜູ້​ລິ​ເລີ່ມ “ນ້ຳ​ໃຈ​ຊຽງ​ໄຮ້”, ທັງ​ເປັນ​ ຜູ້​ປະ​ຕິ​ບັດ​ຕົວ​ຈິງ ​ທີ່​ຫັນ​ຈາກ​ແນວ​ຄິດ ​ໃຫ້​ເປັນ​ໝາກ​ຜົນ ​ແຫ່ງ​ການ​ຮ່ວມ​ມື ​ທີ່​ຕິດ​ແທດ​ຕົວ​ຈິງ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top