ຂປລ
ຄະນະ ກໍາມະການ ພັດທະນາ ເສດຖະກິດ ແລະ ອົງການ ພັດທະນາ ການສື່ສານ ສິງກະໂປ ລາຍງານວ່າ ໄດ້ຈັດສັນ ໄຟຟ້າ ໃຫ້ແກ່ ສູນຂໍ້ມູນ 4 ແຫ່ງ ປະກອບມີ: ດິຈິຕອນ ຣຽວຕີ (Digital Realty), ອີຄວິນິກຊ໌ (Equinix), ເຄບເປິນ (Keppel) ແລະ ເອສທິ ເທເລມີເດຍ ໂກບອລ (ST Telemedia Global) ໂດຍໄດ້ຮັບ ການຈັດສັນ ໄຟຟ້າ ແຫ່ງລະ 50 ເມກາວັດ
ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານິ້, ຄະນະ ກໍາມະການ ພັດທະນາ ເສດຖະກິດ ແລະ ອົງການ ພັດທະນາ ການສື່ສານ ສິງກະໂປ ລາຍງານວ່າ ໄດ້ຈັດສັນ ໄຟຟ້າ ໃຫ້ແກ່ ສູນຂໍ້ມູນ 4 ແຫ່ງ ປະກອບມີ: ດິຈິຕອນ ຣຽວຕີ (Digital Realty), ອີຄວິນິກຊ໌ (Equinix), ເຄບເປິນ (Keppel) ແລະ ເອສທິ ເທເລມີເດຍ ໂກບອລ (ST Telemedia Global) ໂດຍໄດ້ຮັບ ການຈັດສັນ ໄຟຟ້າ ແຫ່ງລະ 50 ເມກາວັດ ພາຍໃຕ້ ໂຄງການ ເປີດຮັບຄຳຮຽກຮ້ອງ ຈາກສູນຂໍ້ມູນ ຄັ້ງທີ 2. ປັດຈຸບັນ ສິງກະໂປ ພວມສຸມໃສ່ ຂະຫຍາຍ ພື້ນຖານ ໂຄງລ່າງ ດ້ານປັນຍາປະດິດ (AI) ພ້ອມທັງ ຄວບຄຸມ ການໃຊ້ ພະລັງງານ ຂອງ ຂະແໜງການນີ້ ໃຫ້ມີຄວາມຍືນຍົງ.
ບົດລາຍງານ ລະບຸວ່າ ສິງກະໂປ ໄດ້ເລີ່ມຕົ້ນ ໂຄງການ ເປີດຮັບຄຳຮຽກຮ້ອງ ການໃຊ້ໄຟຟ້າ ຈາກ ສູນຂໍ້ມູນເມື່ອເດືອນທັນວາ 2025 ແລະ ໄດ້ຮັບຄຳຮຽກຮ້ອງ ຈາກສູນຂໍ້ມູນ ທັງໃນທ້ອງຖິ່ນ ແລະ ຕ່າງປະເທດ ຫລາຍກວ່າ 20 ລາຍການ. ໂດຍສູນຂໍ້ມູນທັງ 4 ແຫ່ງ ໃນເບື້ອງຕົ້ນ ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະດຳເນີນງານ ຢ່າງຍືນຍົງ ເຊິ່ງເປັນຕົວເລກສູງກວ່າ ເກນມາດຕະຖານ ຂັ້ນຕ່ຳ, ການນຳໃຊ້ ແຫລ່ງພະລັງງານ ສີຂຽວ ຫລາຍກວ່າ 50% ຂອງ ກຳລັງການຜະລິດ, ລວມທັງ ການໃຊ້ ເຕັກໂນໂລຊີ ການປະຢັດ ພະລັງງານ ຂັ້ນສູງ ເຊັ່ນ: ລະບົບລະບາຍ ຄວາມຮ້ອນ ດ້ວຍຂອງແຫລວ, ອຸປະກອນໄອທີ ທີ່ ປະຢັດ ພະລັງງານ 100% ແລະ ຜ່ານເກນ ມາດຕະຖານ ສູນຂໍ້ມູນສີຂຽວ ຂອງ ສິງກະໂປ ອີກດ້ວຍ./
KPL