ພູກະແຕ ເສັ້ນທາງຜະຈົນໄພ 39 ກິໂລແມັດ ສຳຜັດສະເໜ່ທຳມະຊາດ ແລະ ວິຖີຊີວິດຊຸມຊົນ

17/08/2026 12:43
ຂປລ ຂປລ. ທ່າມກາງກະແສການທ່ອງທ່ຽວ ແບບສຳຜັດທຳມະຊາດ ແລະ ການຜະຈົນໄພທີ່ນັບມື້ໄດ້ຮັບຄວາມສົນໃຈ, ເຂດພູກະແຕ ບ້ານນາທົ່ງຫລວງ ເມືອງສາລະວັນ ແຂວງສາລະວັນ ກຳລັງກາຍເປັນອີກໜຶ່ງຈຸດໝາຍປາຍທາງທີ່ນ່າສົນໃຈ ສຳລັບນັກທ່ອງທ່ຽວທີ່ມັກຄວາມທ້າທາຍ, ການຍ່າງປ່າ ແລະການສຳຜັດວິຖີຊີວິດຊຸມຊົນ.

ຂປລ.  ທ່າມກາງກະແສການທ່ອງທ່ຽວ ແບບສຳຜັດທຳມະຊາດ ແລະ ການຜະຈົນໄພທີ່ນັບມື້ໄດ້ຮັບຄວາມສົນໃຈ, ເຂດພູກະແຕ ບ້ານນາທົ່ງຫລວງ ເມືອງສາລະວັນ ແຂວງສາລະວັນ ກຳລັງກາຍເປັນອີກໜຶ່ງຈຸດໝາຍປາຍທາງທີ່ນ່າສົນໃຈ ສຳລັບນັກທ່ອງທ່ຽວທີ່ມັກຄວາມທ້າທາຍ, ການຍ່າງປ່າ ແລະການສຳຜັດວິຖີຊີວິດຊຸມຊົນ. ເສັ້ນທາງຜະຈົນໄພໄລຍະທາງ 39 ກິໂລແມັດ ໃຊ້ເວລາ 3 ມື້ 2 ຄືນເປັນການເດີນທາງທີ່ປະສົມປະສານລະຫວ່າງຄວາມງາມຂອງທຳມະຊາດ​, ຮ່ອງຮອຍປະຫວັດສາດ,​ ຕຳນານທ້ອງຖິ່ນ ແລະ ການທ່ອງທ່ຽວແບບອະນຸລັກໂດຍຊຸມຊົນມີສ່ວນຮ່ວມ ໄດ້ກາຍເປັນທາງເລືອກໃໝ່ທີ່ບໍ່ພຽງແຕ່ໃຫ້ຄວາມເພີດເພີນ, ແຕ່ຍັງໄດ້ສຳຜັດກັບຮາກເຫງົ້າທາງວັດທະນະທຳ ແລະ ປະຫວັດສາດຢ່າງແທ້ຈິງ.

ການເດີນທາງເລີ່ມຈາກເທສະບານເມືອງສາລະວັນ ໄປຫາບ້ານນາທົ່ງຫລວງ ໄລຍະທາງປະມານ 25 ກິໂລແມັດ. ບ້ານແຫ່ງນີ້ເປັນໝູ່ບ້ານເກົ່າແກ່ ຕັ້ງຢູ່ໃນເຂດທົ່ງພຽງອັນອຸດົມສົມບູນ, ທີ່ມີທົ່ງນາກວ້າງໃຫຍ່, ຕິດພັນກັບວິຖີຊີວິດຂອງຊາວບ້ານ, ສ່ວນໃຫຍ່ແມ່ນຢຶດຖືອາຊີບເຮັດນາ, ປູກຝັງ ແລະ ລ້ຽງສັດ ເປັນຕົ້ນຕໍ. ນອກຈາກນັ້ນ, ດິນແດນດັ່ງກ່າວ ມີຄວາມກ່ຽວພັບກັບເຫດການປະຫວັດສາດ ໃນເມື່ອກ່ອນ, ໃນຂະບວນການຕໍ່ສູ້ຕ້ານການຮຸກຮານຂອງຝຣັ່ງ (ຄສ 1901–1906) ໂດຍເຂດພູກະແຕ ແລະ ບ້ານອ້ອມຂ້າງໄດ້ຖືກລະບຸວ່າ: ເປັນຖານທີ່ໝັ້ນສຳຄັນຂອງຂະບວນການຕໍ່ສູ້ອົງແກ້ວ - ອົງກົມມະດໍາ. “ພູກະແຕ” ມີຄວາມສູງເຖິງ 1.601 ແມັດ ຈາກລະດັບນ້ຳທະເລ, ພູແຫ່ງນີ້ ເປັນປ່າດົງດິບທີ່ປະຊາຊົນໃຊ້ທຳມາຫາກິນ, ເປັນບ່ອນຫລົບຊ້ອນ ແລະ ຍຸດທະສາດສຳຄັນໃນສະໄໝສົງຄາມ; ການຍ່າງປ່າພິຊິດຍອດພູກະແຕ ຖືເປັນຄວາມທ້າທາຍຂອງນັກຜະຈົນໄພ, ຕະຫລອດເສັ້ນທາງ 39 ກິໂລແມັດ ນັກທ່ອງທ່ຽວຈະໄດ້ຜ່ານປ່າດົງດິບແລ້ງ, ເນີນພູ ແລະ ຜາຫີນ. ໃນລະດູຝົນ ເສັ້ນທາງຈະມີຄວາມສ່ຽງ ແລະ ເພີ່ມທະວີຄູນໃນການຜະຈົນໄພຈາກນ້ຳປ່າ, ແຕ່ສິ່ງທີ່ໄດ້ຕອບແທນກັບມາຄືຄວາມງົດງາມຂອງທຳມະຊາດທີ່ບໍ່ມີສິ່ງໃດທຽບໄດ້, ຕາມເສັ້ນທາງຍ່າງ ນັກທ່ອງທ່ຽວຈະໄດ້ສຳຜັດກັບຕົ້ນໄມ້ໃຫຍ່, ພືດສະໝຸນໄພຫລາກຫລາຍຊະນິດ ແລະ ອາກາດທີ່ສົດຊື່ນເຢັນສະບາຍ. ຈຸດເດັ່ນສຳຄັນອີກແຫ່ງໜຶ່ງໃນເສັ້ນທາງຄື “ຕາດຫີນຜົນ” ຊຶ່ງເປັນນ້ຳຕົກຕາດທີ່ມີຄວາມສູງ 100 ຫາ 200 ແມັດ. ຕາດແຫ່ງນີ້ຕັ້ງຢູ່ໃນເຂດເຊື່ອມຕໍ່ລະຫວ່າງ ແຂວງສາລະວັນ, ເມືອງທ່າແຕງ ແລະ ເມືອງລະມາມ (ແຂວງເຊກອງ). ທັດສະນີຍະພາບຂອງຕາດນີ້ສາມາດຊົມໄດ້ຢ່າງຈະແຈ້ງຈາກຝັ່ງທ່າແຕງ ເມືອງລະມາມ ແລະ ເປັນອີກໜຶ່ງຈຸດທີ່ສ້າງຄວາມປະທັບໃຈໃຫ້ແກ່ຜູ້ມາຢ້ຽມຢາມ. ເມື່ອເດີນທາງຂຶ້ນໄປຮອດຈຸດຊົມທິວທັດເທິງຍອດພູ, ທ່ານຈະຫາຍເມື່ອຍ ແນ່ນອນ, ເພາະສາມາດເບິ່ງເຫັນທິວທັດທົ່ງນາກວ້າງໃຫຍ່ ໄດ້360 ອົງສາ, ເຫັນທົ່ງນາກວ້າງໃຫຍ່ຂອງບ້ານນາທົ່ງຫລວງ ແລະ ຕົວເມືອງສາລະວັນ ໂດຍສະເພາະໃນຍາມເຊົ້າທີ່ມີທະເລໝອກປົກຄຸມຕາມຮ່ອມພູ ແລະ ປ່າ ຍິ່ງເພີ່ມສະ
ເໜ່ໃຫ້ແກ່ພູກະແຕ.  ສ່ວນໃນຍາມຄຳ່ຄືນ ນັກທ່ອງທ່ຽວສາມາດຕັ້ງແຄ້ມສຳຜັດອາກາດເຢັນ ແລະ ຊົມດາວ ທ່າມກາງຄວາມງຽບສະຫງົບຂອງທຳມະຊາດ. ຄວາມໂດດເດັ່ນຂອງພູກະແຕ ບໍ່ໄດ້ມີພຽງແຕ່ທຳມະຊາດ,​ແຕ່ຍັງຢູ່ທີ່ການມີສ່ວນຮ່ວມຂອງຊຸມຊົນ, ຊາວບ້ານ ໄດ້ເຂົ້າມາມີບົດບາດທີ່ສຳຄັນ ເພື່ອເຮັດໜ້າທີ່ເປັນ ຄົນນຳທາງ ທີ່ຊຳນານເສັ້ນທາງ ເພື່ອ ນຳທາງນັກທ່ອງທ່ຽວໃຫ້ປອດໄພ
, ຈັດຫາອາຫານທ້ອງຖິ່ນ, ອາຫານພື້ນບ້ານໄວ້ຕ້ອນຮັບ, ບໍລິການເຮືອນພັກແບບໂຮມສະເຕ ຫລື ຈັດຈຸດຕັ້ງແຄັມຕາມຄວາມເໝາະສົມ. ເຖິງແນວໃດກໍຕາມ, ຮູບແບບການທ່ອງທ່ຽວດັ່ງກ່າວ ຖືເປັນການສ້າງໂອກາດໃຫ້ຊຸມຊົນມີລາຍຮັບໂດຍກົງຈາກກິດຈະກຳທ່ອງທ່ຽວ ທັງຍັງຊ່ວຍປູກຈິດສຳນຶກໃຫ້ປະຊາຊົນເຫັນຄຸນຄ່າຂອງປ່າໄມ້ ແລະ ຊັບພະຍາກອນທຳມະຊາດ. ເມື່ອຊຸມຊົນມີລາຍໄດ້ຈາກການອະນຸລັກ, ການຮັກສາປ່າ, ຮັກສາແຫລ່ງນ້ຳ ແລະ ຮັກສາຄວາມສະອາດຂອງແຫລ່ງທ່ອງທ່ຽວ ກໍຈະມີຄວາມໝາຍຫລາຍຂຶ້ນຕໍ່ການພັດທະນາແບບຍືນຍົງ.

ສຳລັບຜູ້ສົນໃຈເດີນທາງພິຊິດພູກະແຕ ຄວນກະກຽມຮ່າງກາຍ ແລະ ອຸປະກອນໃຫ້ພ້ອມ ເຊັ່ນ: ນ້ຳດື່ມ, ອາຫານ, ເຕັນ, ຜ້າຫົ່ມ, ໄຟສາຍ, ເຄື່ອງນຸ່ງກັນໜາວ ແລະ ອຸປະກອນປະຖົມພະຍາບານ. ຄວນເດີນທາງຮ່ວມກັບຄົນນຳທາງທ້ອງຖິ່ນ ເນື່ອງຈາກເສັ້ນທາງບາງຊ່ວງມີຄວາມຊັນ, ພື້ນທີ່ຫີນ ແລະ ອາດມີອຸປະສັກຈາກສະພາບອາກາດ. ໃນລະດູຝົນ ຄວນເພີ່ມຄວາມລະມັດລະວັງຈາກນ້ຳປ່າ ແລະ ພື້ນທາງລື່ນ.

ໂດຍທົ່ວໄປ ລະດູແລ້ງໃນຊ່ວງໄລຍະເດືອນພະຈິກ-ເມສາ ເໝາະສຳລັບການຍ່າງປ່າ ແລະ ຕັ້ງແຄັມ ເນື່ອງຈາກເສັ້ນທາງໂດຍທົ່ວໄປເດີນທາງສະດວກກວ່າ ແລະ ອາກາດຍາມຄ່ຳຄືນເຢັນສະບາຍ. ສ່ວນໄລຍະປາຍຝົນ-ຕົ້ນໜາວ ທຳມະຊາດຈະຂຽວສົດ ແລະ ມີໂອກາດພົບເຫັນທະເລໝອກໃນຍາມເຊົ້າ. ແນວໃດກໍຕາມ, ກ່ອນການເດີນທາງຄວນກວດສອບສະພາບອາກາດ ແລະ ສອບຖາມສະພາບເສັ້ນທາງຈາກຜູ້ນຳທາງທ້ອງຖິ່ນ. ສິ່ງສຳຄັນສຳລັບການພິຊິດພູກະແຕ ຄື ການທ່ອງທ່ຽວຢ່າງຮັບຜິດຊອບ. ນັກທ່ອງທ່ຽວຄວນບໍ່ຖິ້ມຂີ້ເຫຍື້ອ, ບໍ່ທຳລາຍພືດພັນ ແລະ ບໍ່ລົບກວນສັດປ່າ, ຄວນນຳຂີ້ເຫຍື້ອທຸກຢ່າງກັບລົງມາຈາກພູ ແລະ ເຄົາລົບກົດລະບຽບຂອງຊຸມຊົນ. ການຮ່ວມມືຈາກນັກທ່ອງທ່ຽວ, ຊຸມຊົນ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈະເປັນປັດໄຈສຳຄັນໃນການຮັກສາພູກະແຕໃຫ້ຄົງຄວາມງາມ ແລະ ເປັນແຫລ່ທ່ອງທ່ຽວທີ່ຍືນຍົງໃນອະນາຄົດ.

ພູກະແຕຈຶ່ງບໍ່ແມ່ນພຽງຈຸດໝາຍສຳລັບການຖ່າຍຮູບ ຫລື ເຊັກອິນເທົ່ານັ້ນ, ແຕ່ເປັນປາຍທາງທີ່ເປີດໂອກາດໃຫ້ຜູ້ມາຢ້ຽມຢາມໄດ້ທົດສອບກຳລັງກາຍ, ພະລັງໃຈ, ຮຽນຮູ້ວິຖີຊີວິດຊຸມຊົນ ແລະ ສຳຜັດຄວາມງາມອັນສົມບູນຂອງທຳມະຊາດ. ພ້ອມກັນນັ້ນ ຍັງເປັນຮູບແບບການນຳໃຊ້ທ່າແຮງທຳມະຊາດຄວບຄູ່ກັບການສ້າງລາຍໄດ້ໃຫ້ຊຸມຊົນ, ສ້າງຈິດສຳນຶກຮັກ ແລະ ຫວງແຫນປ່າໄມ້, ແຫລງນ້ຳ ແລະ ຊີວະນາໆພັນ ໃຫ້ຢູ່ຄຽງຄູ່ກັບການພັດທະນາ. ດັ່ງນັ້ນ, ການເດີນທາງ 39 ກິໂລແມັດ ສູ່ພູກະແຕ ຈຶ່ງເປັນຫລາຍກວ່າການຜະຈົນໄພ, ມັນແມ່ນການເດີນທາງສູ່ທຳມະຊາດ, ປະຫວັດສາດ, ວິຖີຊຸມຊົນ ແລະ ຈິດສຳນຶກການອະນຸລັກ ເຊິ່ງສາມາດກາຍເປັນອີກໜຶ່ງສີສັນສຳຄັນຂອງການທ່ອງທ່ຽວແຂວງສາລະວັນ.

ສຳລັບຜູ້ສົນໃຈສາມາດສອບຖາມຂໍ້ມູນການເດີນທາງໄດ້ທີ່ພະແນກວັດທະນະທຳ ແລະ ການທ່ອງທ່ຽວແຂວງສາລະວັນ, ແໜງທ່ອງທ່ຽວ, ທ່ານ ສຸລິຍາ ໂທປະສານ 020 96475849 ຫຼື ຜ່ານເຟດບຸກ Souliya SANAXAI.

KPL

ຂ່າວອື່ນໆ

ads
ads

Top